4 ມີອັນໃດແດ່ ທີ່ຂ້ອຍບໍ່ໄດ້ເຮັດສຳລັບສວນນີ້? ແລ້ວເປັນຫຍັງໝາກອະງຸ່ນຈຶ່ງສົ້ມໝົດ ທັງໆທີ່ຂ້ອຍຫວັງໄວ້ວ່າຈະໄດ້ໝາກຫວານດີ?
ດອກໄມ້ຈູມ ແລະກິ່ງ ເຮັດໃຫ້ເປັນເນື້ອດຽວກັນກັບຫລັກຕະກຽງດ້ວຍຄຳສົດ.
ເປັນຫຍັງພວກເຈົ້າຈຶ່ງສືບຕໍ່ກະບົດ? ພວກເຈົ້າຢາກຈະໃຫ້ເຮົາລົງໂທດໜັກຂຶ້ນຊັ້ນບໍ? ຊາດອິດສະຣາເອນເອີຍ ຫົວເຈົ້າມີແຕ່ບາດແຜ ແລະແນວຄິດຈິດໃຈຂອງເຈົ້າກໍເສື່ອມເສຍ.
ເຮົາໄດ້ປູກເຈົ້າໄວ້ດັ່ງປູກຕົ້ນອະງຸ່ນພັນດີ ໂດຍເລືອກເຟັ້ນເອົາມາຈາກພັນດີທີ່ສຸດດ້ວຍ. ແຕ່ເບິ່ງແມ! ເຈົ້າກາຍເປັນຫຍັງໄປແລ້ວຮູ້ບໍ ເຈົ້າເປັນດັ່ງຕົ້ນອະງຸ່ນເໜົ່າຫາຄຸນຄ່າບໍ່ໄດ້.
ພຣະເຈົ້າຢາເວກ່າວດັ່ງນີ້: “ບັນພະບຸລຸດຂອງພວກເຈົ້າມີຂໍ້ກ່າວຫາ ພວກເຂົາມີຂໍ້ກ່າວຫາຫຍັງຕໍ່ສູ້ເຮົາຢ່າງນີ້ນໍ ແມ່ນຫຍັງທີ່ເຮັດໃຫ້ພວກເຂົາຫັນໜີຈາກເຮົາໄດ້? ພວກເຂົາໄດ້ຂາບໄຫວ້ຮູບເຄົາຣົບທີ່ບໍ່ມີປະໂຫຍດຫຍັງ ແລະພວກເຂົາເອງກໍໄດ້ກາຍເປັນຄົນບໍ່ມີປະໂຫຍດ.
ກະຕ່າໜ່ວຍທີໜຶ່ງໄດ້ບັນຈຸໝາກເດື່ອດີ ຄືໝາກທີ່ໄດ້ເກັບແຕ່ຫົວປີ; ກະຕ່າໜ່ວຍທີສອງໄດ້ບັນຈຸໝາກເດື່ອບໍ່ດີ ຄືກິນບໍ່ໄດ້ເລີຍ.
ຕັ້ງແຕ່ມື້ທີ່ບັນພະບຸລຸດຂອງພວກເຈົ້າໄດ້ອອກຈາກປະເທດເອຢິບ ມາຈົນເຖິງທຸກວັນນີ້; ເຮົາກໍໄດ້ໃຊ້ບັນດາຜູ້ທຳນວາຍ ຜູ້ຮັບໃຊ້ຂອງເຮົາໄປຫາພວກເຈົ້າສະເໝີ.
ພວກເຈົ້າບໍ່ໄດ້ເຊື່ອຟັງ ຫລືເອົາໃຈໃສ່ເລີຍ, ແຕ່ພວກເຈົ້າແຮ່ງເປັນຄົນຫົວດື້ດ້ານ ແລະກະບົດຫລາຍກວ່າບັນພະບຸລຸດຂອງພວກເຈົ້າອີກ.
ນະຄອນເຢຣູຊາເລັມເອີຍ ການກະທຳອັນຜິດສິນທຳຕ່າງໆຂອງເຈົ້ານັ້ນ ໄດ້ເຮັດໃຫ້ເຈົ້າເປັນມົນທິນ. ແມ່ນວ່າເຮົາພະຍາຍາມຊຳລະເຈົ້າໃຫ້ບໍຣິສຸດກໍດີ ເຈົ້າກໍຍັງມີມົນທິນຢູ່. ເຈົ້າຈະບໍ່ສະອາດແທ້ ຈົນກວ່າເຈົ້າໄດ້ຊີມຣິດແຫ່ງຄວາມໂກດຮ້າຍອັນເຕັມຂະໜາດຂອງເຮົາ.
ປະຊາຊົນອິດສະຣາເອນເປັນດັ່ງເຄືອອະງຸ່ນທີ່ມີໝາກດົກ. ພວກເຂົາຮັ່ງມີຫລາຍຂຶ້ນເທົ່າໃດ ພວກເຂົາກໍກໍ່ສ້າງແທ່ນບູຊາຫລາຍຂຶ້ນເທົ່ານັ້ນ. ດິນແດນຂອງພວກເຂົາຜະລິດຜົນດີຂຶ້ນເທົ່າໃດ ພວກເຂົາກໍກໍ່ສ້າງເສົາສັກສິດສຳລັບຂາບໄຫວ້ໃຫ້ງາມຂຶ້ນເທົ່ານັ້ນ.
“ໂອ ເຢຣູຊາເລັມ ເຢຣູຊາເລັມເອີຍ ເຈົ້າຂ້າບັນດາຜູ້ທຳນວາຍ ເອົາຫີນແກວ່ງໃສ່ພວກຜູ້ທຳນວາຍທີ່ໃຊ້ມາຫາເຈົ້າ ຫລາຍເທື່ອແລ້ວເຮົາຢາກຈະຮວບຮວມເອົາປະຊາຊົນທັງໝົດຂອງເຈົ້າໄວ້ ເໝືອນດັ່ງແມ່ໄກ່ຮວບຮວມລູກຂອງຕົນໄວ້ໃຕ້ປີກ ແຕ່ເຈົ້າບໍ່ຍິນຍອມ.