Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 5:30 - ພຣະຄຳພີສັກສິ

30 ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ໂຮຮ້ອງ​ໃສ່​ຊາດ​ອິດສະຣາເອນ​ດັ່ງ​ຄື້ນ​ອຶກກະທຶກ​ຂອງ​ທະເລ. ເບິ່ງ​ປະເທດ​ນີ້​ແມ ຊ່າງ​ມືດມິດ ແລະ​ທຸກລະທົມ​ແທ້ ຄວາມ​ສະຫວ່າງ​ກາຍເປັນ​ມືດມົວ​ສາແລ້ວ.

Uka jalj uñjjattʼäta Copia luraña




ເອຊາຢາ 5:30
24 Jak'a apnaqawi uñst'ayäwi  

ຍາມນັ້ນ​ເຈົ້າ​ຈະ​ຢູ່​ໃນ​ຄວາມມືດມົວ ເປັນ​ດັ່ງ​ດວງອາທິດ​ທີ່​ອັບແສງ ດວງເດືອນ​ແລະ​ດວງດາວ​ທີ່​ບໍ່​ແຈ້ງ​ກະຈ່າງ ແລະ​ເມກ​ໝອກ​ອັນ​ມືດຄຶ້ມ​ບໍ່​ຜ່ານ​ພົ້ນ​ໄປ​ຫລັງຈາກ​ຝົນ​ຕົກ.


ດວງດາວ​ທັງຫລາຍ​ແຫ່ງ​ຟ້າ​ສະຫວັນ​ຈະ​ຢຸດ​ສ່ອງແສງ ດວງອາທິດ​ຈະ​ມືດດຳ​ໄປ ເມື່ອ​ມັນ​ຂຶ້ນ​ສູ່​ຂອບຟ້າ ແລະ​ດວງເດືອນ​ກໍ​ຈະ​ບໍ່​ສ່ອງແຈ້ງ.


ຈົ່ງ​ຟັງ​ສຽງ​ທີ່​ເທິງ​ພູ ຄື​ສຽງ​ຂອງ​ຝູງ​ຄົນ​ອັນ​ແໜ້ນໜາ ສຽງ​ຂອງ​ຊົນຊາດ ແລະ​ອານາຈັກ​ຕ່າງໆ​ທີ່​ກຳລັງ​ເຕົ້າໂຮມ​ກັນ. ກອງທັບ​ທັງຫລາຍ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ຕຽມ​ກຳລັງ​ສູ້ຮົບ.


ຊົນຊາດ​ຕ່າງໆ​ທີ່​ມີ​ອຳນາດ​ພາກັນ​ອົນລະຫົນ​ວຸ້ນວາຍ ຄ້າຍ​ສຽງ​ອຶກກະທຶກ​ຂອງ​ທ້ອງ​ທະເລ ຄ້າຍ​ສຽງ​ຄື້ນ​ອັນ​ໃຫຍ່ໂຕ​ມາ​ກະທົບກັນ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ກ່ຽວກັບ​ສັດ​ຕ່າງໆ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ທາງ​ພາກໃຕ້: “ບັນດາ​ທູດ​ເດີນທາງ​ຜ່ານ​ປະເທດ​ທີ່​ເປັນ​ອັນຕະລາຍ ຄື​ບ່ອນ​ທີ່​ມີ​ໂຕສິງ, ງູພິດ ແລະ​ມັງກອນ​ທີ່​ເຫາະ​ໄດ້. ພວກເຂົາ​ບັນທຸກ​ຂອງຂວັນ​ລາຄາ​ແພງ ໃສ່​ເທິງ​ຫລັງ​ລໍ ແລະ​ອູດ​ໄປ​ໃຫ້​ຊົນຊາດ​ໜຶ່ງ​ທີ່​ຊ່ວຍເຫລືອ​ຫຍັງ​ບໍ່ໄດ້.


ປະຊາຊົນ​ເວົ້າ​ວ່າ, “ບັດນີ້ ພວກເຮົາ​ຮູ້​ແລ້ວ​ວ່າ ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ບໍ່​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພວກ​ທີ່​ກົດຂີ່​ພວກເຮົາ​ນັ້ນ. ພວກເຮົາ​ຫວັງ​ຈະ​ໃຫ້​ມີ​ແຈ້ງ​ຕາມ​ທາງເດີນ ພັດ​ມີ​ແຕ່​ມືດ​ເທົ່ານັ້ນ


ແຕ່​ພວກເຂົາ​ຈະ​ບໍ່​ເຫັນ​ຫຍັງ​ເລີຍ ມີ​ແຕ່​ຄວາມ​ເດືອດຮ້ອນ​ແລະ​ຄວາມມືດ​ເທົ່ານັ້ນ ຄື​ຄວາມມືດ​ອັນ​ໜ້າຢ້ານກົວ​ຍິ່ງ ຊຶ່ງ​ພວກເຂົາ​ຕ້ອງ​ພົບ. ພວກເຂົາ​ບໍ່ມີ​ທາງ​ທີ່​ຈະ​ຫລົບ​ໜີ​ຈາກ​ຄວາມ​ເດືອດຮ້ອນ​ອັນ​ນີ້​ໄດ້​ເລີຍ.


ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກ່ອນ​ທີ່​ພຣະອົງ​ນຳ​ຄວາມ​ມືດໜາ​ມາ​ໃຫ້ ຕາມ​ເທິງ​ໜ່ວຍ​ພູເຂົາ​ນັ້ນ​ພວກເຈົ້າ​ຕ່າງ​ກໍ​ຊູນ​ສະດຸດ ກ່ອນ​ແຈ້ງ​ທີ່​ພວກເຈົ້າ​ຫວັງ​ກາຍເປັນ​ມືດ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້ຍິນ​ສຽງ​ຮ້ອງ​ແຕກຕື່ນ​ຕົກໃຈ ເປັນ​ສຽງ​ຮ້ອງ​ຕົກໃຈກົວ​ແລະ​ບໍ່ມີ​ຄວາມ​ສະຫງົບສຸກ.


ພວກເຂົາ​ຢຶດ​ໜ້າທະນູ ແລະ​ດາບ​ໄດ້​ຫລວງຫລາຍ ພວກເຂົາ​ໂຫດຮ້າຍ​ຫລາຍ​ໄຮ້​ຄວາມ​ເມດຕາ​ທັງນັ້ນ. ພວກເຂົາ​ຮ້ອງ​ສຽງດັງ​ກ້ອງ​ດັ່ງ​ຄື້ນ​ທະເລ ເມື່ອ​ພວກເຂົາ​ຂີ່​ມ້າ​ຂອງຕົນ​ແລ່ນ​ຫອບໄປ​ນັ້ນ. ພວກເຂົາ​ຕ່າງ​ກໍ​ຕຽມພ້ອມ​ເຂົ້າ​ສູ່​ສະໜາມ ຕຽມ​ເຮັດ​ສົງຄາມ​ຕໍ່ສູ້​ບາບີໂລນ​ທັງນັ້ນ.


ພວກເຂົາ​ຖື​ໜ້າທະນູ​ກັບ​ດາບ ພວກເຂົາ​ເປັນ​ຄົນ​ຮ້າຍກາດ​ແລະ​ຂາດ​ຄວາມ​ເມດຕາ. ພວກເຂົາ​ຂີ່​ມ້າ​ສຽງດັງ​ກຶກກ້ອງ ດັ່ງ​ສຽງ​ຂອງ​ທະເລ​ຄຶກຄະນອງ. ພວກເຂົາ​ຕຽມພ້ອມ​ເຮັດ​ເສິກ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ.”


ພຣະອົງ​ໄດ້​ຊຸກ​ຂ້ອຍ​ໃຫ້​ອອກໜ້າ​ຍ່າງ​ໄປ ໃນ​ມືດ​ແຕ່​ບໍ່ແມ່ນ​ໃນແຈ້ງ


ບັດນີ້​ແມ່ນ​ສິ່ງ​ນີ້​ແຫຼະ ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ: ນະຄອນ​ຕີເຣ​ເອີຍ ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ. ເຮົາ​ຈະ​ນຳ​ຊົນຊາດ​ທັງຫລາຍ​ມາ​ໂຈມຕີ​ເຈົ້າ ແລະ​ພວກເຂົາ​ຈະ​ມາ​ເໝືອນ​ຄື້ນ​ທະເລ.


ແຜ່ນດິນ​ໂລກ​ແລະ​ຟ້າ​ສະຫວັນ​ກໍ​ສັ່ນສະເທືອນ ເມື່ອ​ມັນ​ພາກັນ​ບຸກໜ້າ​ເຂົ້າ​ໄປ​ນັ້ນ; ດວງອາທິດ​ແລະ​ດວງຈັນ​ກໍ​ຄ່ອຍ​ມືດດຳໄປ ດວງດາວ​ບໍ່​ສ່ອງແສງ​ຕໍ່ໄປ​ອີກ.


ຄວາມ​ທຸກ​ລຳບາກ​ໃຫຍ່​ເປັນ​ຂອງ​ຜູ້​ທີ່​ຄອຍຖ້າ​ວັນ​ຂອງ​ພຣະເຈົ້າຢາເວ, ວັນ​ຂອງ​ພຣະເຈົ້າຢາເວ​ຈະ​ມີ​ຫຍັງ​ດີ​ແດ່​ສຳລັບ​ພວກເຈົ້າ? ເພາະວ່າ​ສຳລັບ​ພວກເຈົ້າ​ແລ້ວ ວັນ​ນັ້ນ​ຈະ​ເປັນ​ວັນ​ແຫ່ງ​ຄວາມ​ມືດມົນ ແລະ​ບໍ່ແມ່ນ​ວັນ​ແຫ່ງ​ຄວາມ​ສະຫວ່າງ.


ໃນ​ວັນນັ້ນ ເຮົາ​ຈະ​ໃຫ້​ຕາເວັນຕົກ​ໃນ​ຍາມ​ທ່ຽງ ແລະ​ແຜ່ນດິນ​ໂລກ​ຈະ​ມືດມົນ​ໃນ​ຍາມ​ກາງເວັນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


“ພໍ​ໝົດ​ຄວາມ​ທຸກ​ລຳບາກ​ຂອງ​ວັນ​ເຫຼົ່ານັ້ນ​ແລ້ວ ດວງອາທິດ​ຈະ​ມືດ​ໄປ ດວງຈັນ​ຈະ​ບໍ່​ສ່ອງແສງ​ຕໍ່ໄປ, ດວງດາວ​ທັງຫລາຍ​ຈະ​ຕົກລົງ​ຈາກ​ທ້ອງຟ້າ ແລະ​ສິ່ງ​ທີ່​ມີ​ອຳນາດ​ໃນ​ທ້ອງຟ້າ​ກໍ​ຈະ​ສັ່ນ​ສະທ້ານ​ຫວັ່ນໄຫວ.


ເມື່ອ​ພຣະ​ເມສານ້ອຍ​ແກະ​ຕາປະທັບ​ດວງ​ທີ​ຫົກ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ແຜ່ນດິນ​ຫວັ່ນໄຫວ​ຢ່າງ​ໃຫຍ່​ເກີດຂຶ້ນ, ດວງ​ຕາເວັນ​ມືດ​ດຳ​ເໝືອນ​ເຄື່ອງ​ໄວ້ທຸກ ແລະ​ດວງເດືອນ​ກໍ​ກາຍເປັນ​ສີແດງ​ເໝືອນ​ເລືອດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka