Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 5:29 - ພຣະຄຳພີສັກສິ

29 ພວກ​ທະຫານ​ຕ່າງ​ກໍ​ຄວນຄາງ ສຽງດັງ​ຄື​ສຽງ​ໂຕສິງ​ທີ່​ໄດ້​ຂ້າ​ເຫຍື່ອ ແລະ​ຄາບ​ໄປ​ສູ່​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ຍາດ​ເອົາ​ຈາກ​ມັນ​ໄດ້.

Uka jalj uñjjattʼäta Copia luraña




ເອຊາຢາ 5:29
20 Jak'a apnaqawi uñst'ayäwi  

ຢູດາ​ນີ້ ຍັງ​ເກັ່ງກ້າ​ຮ້າຍກາດ​ເໝືອນ​ໂຕສິງ; ຂ້າ​ເຫຍື່ອ​ຍາດ​ຊີງ​ມາ ແລະ​ຟ້າວ​ໄປ​ຫາ​ໝົ້ງ​ນອນ​ລີ້. ຢຽດຕົວ​ລົງ​ນອນ​ເນີ້ງ​ເຮັດ​ຕາ​ຫລັບ​ສີ​ພັບໆ ໃຜ​ບໍ່​ກ້າ​ຫຍັບ​ເຂົ້າ​ໃກ້​ຍາມ​ລາວ​ໄດ້​ນອນ​ຫລັບ​ສະບາຍ.


ຈົ່ງ​ພິຈາລະນາ​ເຖິງ​ເລື່ອງນີ້​ໃຫ້​ດີ​ຜູ້​ທີ່​ມັກ​ລືມ​ພຣະເຈົ້າ​ເອີຍ ຖ້າບໍ່​ດັ່ງນັ້ນ​ແລ້ວ ເຮົາ​ຈະ​ທຳລາຍ​ພວກເຈົ້າ​ໃຫ້​ແຕກ​ເປັນ​ປ່ຽງໆ ແລະ​ຈະ​ບໍ່ມີ​ຜູ້ໃດ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ໄດ້.


ເຮົາ​ໄດ້​ສົ່ງ​ຊາວ​ອັດຊີເຣຍ​ໄປ ເພື່ອ​ໂຈມຕີ​ຊາດ​ທີ່​ບໍ່​ນັບຖື​ພຣະເຈົ້າ ຄື​ປະຊາຊົນ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ. ເຮົາ​ໄດ້​ສົ່ງ​ພວກເຂົາ​ໄປ​ເພື່ອ​ປຸ້ນຈີ້​ທັງ​ລັກ ແລະ​ຢຽບຢໍ່າ​ປະຊາຊົນ​ເຫຼົ່ານັ້ນ ເໝືອນ​ຢຽບຢໍ່າ​ຂີ້ຝຸ່ນ​ໃນ​ຖະໜົນ​ຫົນທາງ.”


ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ຜູ້ລ້ຽງແກະ​ຈະ​ຮ້ອງ​ສຽງດັງ​ປານໃດ​ກໍຕາມ ລາວ​ກໍ​ເຮັດ​ໃຫ້​ໂຕສິງ​ຢ້ານກົວ ແລະ​ແລ່ນ​ໜີ​ຈາກ​ແກະ​ທີ່​ມັນ​ຂ້າ​ນັ້ນ​ບໍ່ໄດ້; ດັ່ງນັ້ນ ກໍ​ບໍ່ມີ​ຫຍັງ​ທີ່​ກີດກັ້ນ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ບໍ່​ໃຫ້​ຄຸ້ມຄອງ​ພູເຂົາ​ຊີໂອນ​ໄດ້.


ໂຕສິງ​ທີ່​ຮ້າຍກາດ​ຈະ​ອາໄສ​ຢູ່​ທີ່ນັ້ນ​ບໍ່ໄດ້​ເລີຍ ສັດຮ້າຍ​ທັງຫລາຍ​ຈະ​ບໍ່​ຜ່ານ​ໄປ​ທາງນັ້ນ ພວກ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ໄຖ່​ເອົາ​ມາ ຈະ​ເດີນທາງ​ກັບ​ເມືອ​ບ້ານ​ໂດຍ​ຜ່ານ​ທາງນີ້.


ແຕ່​ບັດນີ້ ປະຊາຊົນ​ຂອງ​ພຣະອົງ​ໄດ້​ຖືກ​ປຸ້ນ ຖືກ​ຂັງ​ທີ່​ຫ້ອງ​ໃຕ້​ດິນ​ລັບໆ​ກັບ​ພວກ​ນັກໂທດ. ພວກເຂົາ​ຖືກ​ປຸ້ນ​ຈົນ​ສິ້ນເນື້ອ​ປະດາຕົວ ແລະ​ບໍ່ມີ​ຜູ້ໃດ​ມາ​ຊ່ວຍກູ້​ເອົາ​ພວກ​ເຂົາເຈົ້າ.


ນີ້ແຫລະ ແມ່ນ​ສິ່ງ​ດີ​ທີ່​ພວກເຂົາ​ຈະ​ເຮັດ​ຕໍ່​ເຈົ້າ​ຄື ບັນດາ​ໝໍໂຫນ​ໝໍທວາຍ​ທີ່​ເຈົ້າ​ຂໍ​ຄຳ​ປຶກສາ​ມາ​ຕະຫລອດ ພວກເຂົາ​ຈະ​ປະຖິ້ມ​ເຈົ້າ ແລະ​ໜີໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫຼືອ​ຢູ່​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ.”


ພວກເຂົາ​ຮ້ອງ​ແຜດສຽງ​ໃສ່​ລາວ ດັ່ງ​ໂຕສິງ ດິນແດນ​ຂອງ​ລາວ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ແລ້ວ ແລະ​ເມືອງ​ຕ່າງໆ​ກໍ​ຮົກຮ້າງ​ເພພັງ ທັງ​ຖືກ​ປະຖິ້ມ​ໄປ​ຢ່າງ​ສິ້ນເຊີງ​ສາ​ແລ້ວ.


ດັ່ງ​ໂຕສິງ​ກຳລັງ​ອອກ​ມາ​ແຕ່​ບ່ອນ​ລີ້​ຂອງມັນ ຜູ້​ທຳລາຍ​ຊົນຊາດ​ທັງຫລາຍ​ອອກ​ມາ​ສາ​ແລ້ວ. ມັນ​ກຳລັງ​ອອກ​ມາ​ຈາກ​ບ່ອນ​ຫລົບລີ້​ຂອງມັນ ເພື່ອ​ຮຸກຮານ​ຢູດາຍ ແລະ​ທຳລາຍ​ດິນແດນ​ໃຫ້​ກ້ຽງ ເມືອງ​ຂອງ​ຢູດາຍ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ຈະ​ບໍ່ມີ​ຄົນ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ.


“ສິງ​ອອກ​ຈາກ​ປ່າຕຶບ​ມາ​ສູ່​ແຄມ​ແມ່ນໍ້າ​ຈໍແດນ​ທີ່​ມີ​ຫຍ້າຂຽວ​ສັນໃດ; ເຮົາ​ກໍ​ຈະ​ມາ​ເຮັດ​ໃຫ້​ຊາວ​ເອໂດມ ແລ່ນ​ໜີ​ຈາກ​ດິນແດນ​ຂອງ​ພວກເຂົາ​ຢ່າງ​ກະທັນຫັນ​ສັນນັ້ນ. ແລ້ວ​ຜູ້ນຳ​ທີ່​ເຮົາ​ເລືອກເອົາ​ກໍ​ຈະ​ປົກຄອງ​ດິນແດນ. ຜູ້ໃດ​ແດ່​ທຽບເທົ່າ​ກັບ​ເຮົາ​ໄດ້? ຜູ້ໃດ​ແດ່​ກ້າ​ທ້າທາຍ​ເຮົາ​ໄດ້? ນັກ​ປົກຄອງ​ຜູ້ໃດ​ແດ່​ຕ້ານທານ​ເຮົາ​ໄດ້?


“ປະຊາຊົນ​ອິດສະຣາເອນ​ປຽບ​ດັ່ງ​ຝູງແກະ ທີ່​ຖືກ​ໂຕສິງ​ໄລ່​ໃຫ້​ກະຈັດ​ກະຈາຍ​ໄປ. ທຳອິດ ພວກເຂົາ​ຖືກ​ຈັກກະພັດ​ອັດຊີເຣຍ​ໂຈມຕີ; ຕໍ່ມາ ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຫັກ​ກະດູກ​ພວກເຂົາ.”


ຊາວ​ບາບີໂລນ​ລ້ວນແຕ່​ເປັນ​ດັ່ງ​ໂຕສິງ​ທີ່​ຮ້ອງ​ຄຳຣາມ ແລະ​ຄວນຄາງ​ດັ່ງ​ສິງໜຸ່ມ.


ພວກເຂົາ​ຈະ​ຕິດຕາມ​ພຣະເຈົ້າຢາເວ​ໄປ ເມື່ອ​ເຮົາ​ຮ້ອງ​ຄຳຣາມ​ເໝືອນ​ສິງ ໃສ່​ສັດຕູ​ຂອງ​ພວກເຂົາ. ພວກເຂົາ​ຈະ​ຟ້າວ​ມາ​ຫາ​ເຮົາ​ຈາກ​ທິດ​ຕາເວັນຕົກ.


ເມື່ອ​ໄດ້ຍິນ​ໂຕສິງ​ຮ້ອງ​ແຜດສຽງ​ຄຳຣາມ ຜູ້ໃດ​ເດ​ຈະ​ລະງັບ​ຄວາມ​ຢ້ານກົວ​ໄວ້​ໄດ້? ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຈາ ຜູ້ໃດ​ແດ່​ຈະ​ກ້າ​ປະຕິເສດ​ຖ້ອຍຄຳ​ຂອງ​ພຣະອົງ​ໄດ້?


ພວກເຂົາ​ທີ່​ຖືກ​ປະໄວ້​ຢູ່​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ກໍ​ຈະ​ເປັນ​ດັ່ງ​ສິງ​ໂຕໜຶ່ງ ທີ່​ກຳລັງ​ຊອກຫາ​ອາຫານ​ໃນ​ປ່າ​ຫລື​ຕາມ​ທົ່ງຫຍ້າ: ມັນ​ເຂົ້າ​ໄປ​ຄຸບ​ເອົາ​ແກະ​ຢູ່​ໃນ​ຝູງ ແລະ​ຈີກ​ເປັນ​ຕ່ອນໆ ແລະ​ຄວາມຫວັງ​ໃດໆ​ທີ່​ຈະ​ຊ່ວຍກູ້​ເອົາ​ກໍ​ບໍ່ມີ.


ບັດນີ້ ນະຄອນ​ນີ້​ໄປ​ໃສ​ແລ້ວ​ນໍ? ກໍ​ເປັນ​ຖໍ້າ​ບ່ອນ​ທີ່​ຝູງ​ສິງ​ມາ​ອາໄສ​ຢູ່ ເປັນ​ຖໍ້າ​ບ່ອນ​ທີ່​ຝູງ​ສິງໜຸ່ມ​ໄດ້​ມີ​ເຫຍື່ອ​ກິນ ສິງຜູ້​ທັງ​ສິງແມ່​ໄດ້​ອາໄສ​ຢ່າງ​ປອດໄພ​ກັບ​ລູກໆ.


ບັນດາ​ຂ້າຣາຊການ​ໃນ​ເມືອງນີ້​ເປັນ​ດັ່ງ​ຝູງ​ສິງ​ທີ່​ຮ້ອງ​ຄຳຣາມ; ບັນດາ​ຜູ້​ຕັດສິນ​ຄວາມ​ກໍ​ເປັນ​ດັ່ງ​ໝາປ່າ​ທີ່​ອຶດຫິວ​ໃນ​ຕອນ​ກາງຄືນ ໂລພາ​ໂພດ​ຈົນ​ບໍ່​ຍອມ​ປະ​ກະດູກ​ໃຫ້​ເຖິງ​ຕອນເຊົ້າ.


ບັນດາ​ນັກ​ປົກຄອງ​ຄວນຄາງ​ຢ່າງ​ທຸກ​ລະທົມ​ໃຈ ເພາະ​ກຽດສັກສີ​ຂອງ​ພວກເຂົາ​ສູນສິ້ນ​ໄປ​ເສຍແລ້ວ ຈົ່ງ​ຟັງ​ສຽງ​ຄຳຣາມ​ຮ້ອງ​ຂອງ​ຝູງ​ສິງໜຸ່ມ ປ່າ​ທີ່​ມັນ​ຢູ່​ຕາມ​ແມ່ນໍ້າ​ຈໍແດນ​ໄດ້​ຖືກ​ທຳລາຍ​ລົງ.


ປະຊາຊົນ​ຊາດ​ນີ້​ ເປັນ​ດັ່ງ​ໂຕ​ສິງ​ທີ່​ມີ​ອຳນາດ​ຍິ່ງ; ເມື່ອ​ມັນ​ພວມ​ນອນ​ຢູ່​ນັ້ນ ບໍ່ມີ​ໃຜ​ກ້າ​ປຸກ​ມັນ​ຂຶ້ນ​ມາ. ຜູ້ໃດ​ອວຍພອນ​ຊາດ​ອິດສະຣາເອນ​ນັ້ນ ຜູ້ນັ້ນ​ຈະ​ໄດ້​ຮັບ​ຄຳອວຍພອນ​ຄືນ ແລະ​ຜູ້ໃດ​ສາບແຊ່ງ​ຊາດ​ອິດສະຣາເອນ ຜູ້ນັ້ນ​ຈະ​ໄດ້​ຖືກ​ສາບແຊ່ງ​ຕອບ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka