ເອຊາຢາ 5:25 - ພຣະຄຳພີສັກສິ25 ພຣະເຈົ້າຢາເວໂກດຮ້າຍປະຊາຊົນຂອງພຣະອົງ ແລະຢຽດມືອອກລົງໂທດພວກເຂົາສາແລ້ວ. ພູທັງຫລາຍຈະສັ່ນສະເທືອນ ແລະຊາກສົບຂອງຄົນຕາຍກໍຈະຖືກປະປ່ອຍໄວ້ຕາມຖະໜົນຫົນທາງດັ່ງຂີ້ເຫຍື້ອ. ເຖິງປານນັ້ນ ພຣະອົງກໍຍັງບໍ່ເຊົາໂກດຮ້າຍ ແຕ່ຍັງຈະຢຽດມືອອກເພື່ອລົງໂທດພວກເຂົາຕໍ່ໄປ. Uka jalj uñjjattʼäta |
ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ປ້ອງກັນພວກຂ້ານ້ອຍໃນອະດີດ; ສະນັ້ນ ຂໍຢ່າໂກດຮ້າຍນະຄອນເຢຣູຊາເລັມອີກຕໍ່ໄປທ້ອນ. ນະຄອນເຢຣູຊາເລັມເປັນເມືອງຂອງພຣະອົງ ແລະເປັນພູເຂົາສັກສິດຂອງພຣະອົງ. ປະເທດເພື່ອນບ້ານທັງໝົດ ຕ່າງກໍໄດ້ດູຖູກຢຽດຫຍາມນະຄອນເຢຣູຊາເລັມແລະປະຊາຊົນຂອງພຣະອົງ ຍ້ອນບາບຂອງພວກຂ້ານ້ອຍແລະການເຮັດຊົ່ວຂອງບັນພະບຸລຸດຂອງພວກຂ້ານ້ອຍ.