Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 5:22 - ພຣະຄຳພີສັກສິ

22 ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຈອມຂີ້ເມົາ​ເອີຍ ແລະ​ຜູ້​ເກັ່ງກ້າ​ທີ່​ປະສົມ​ສິ່ງ​ມືນເມົາ.

Uka jalj uñjjattʼäta Copia luraña




ເອຊາຢາ 5:22
14 Jak'a apnaqawi uñst'ayäwi  

ການ​ໂຈມຕີ​ໄດ້​ເລີ່ມ​ຂຶ້ນ​ໃນ​ຕອນທ່ຽງ ໃນ​ຂະນະທີ່​ກະສັດ​ເບັນຮາດາດ​ກັບ​ພັນທະມິດ​ຂອງ​ເພິ່ນ​ສາມສິບສອງ​ຄົນ​ກຳລັງ​ດື່ມ​ເຫຼົ້າ​ເມົາ​ຢູ່​ໃນ​ຜ້າເຕັນ.


ຢ່າ​ຮັບ​ສິນບົນ ເພາະ​ສິນບົນ​ເຮັດ​ໃຫ້​ຄົນ​ຕາບອດ​ຕໍ່​ສິ່ງ​ທີ່​ຖືກຕ້ອງ ແລະ​ບິດເບືອນ​ຄະດີ​ຂອງ​ຜູ້​ບໍ່ມີ​ຄວາມຜິດ.


ດື່ມ​ເຫຼົ້າ​ເກີນສ່ວນ​ພາ​ໃຫ້​ເກເລ ມີ​ແຕ່​ຄົນ​ໂງ່ຈ້າ​ອັບ​ປັນຍາ​ທີ່​ປ່ອຍ​ຕົນ​ໃຫ້​ເມົາ​ເຫຼົ້າ.


ຈົ່ງ​ອ້າງ​ເອົາ​ຄົນ​ໜຶ່ງ​ທີ່​ດື່ມ​ເຫຼົ້າ​ເກັ່ງ​ມາ​ໃຫ້​ຂ້ອຍ​ເບິ່ງດູ ຄື​ຜູ້​ທີ່​ລອງ​ດື່ມ​ເຫຼົ້າ​ໃໝ່​ນາໆ​ຊະນິດ​ຢ່າງ​ບໍ່​ຢຸດຢັ້ງ ແລ້ວ​ຂ້ອຍ​ກໍ​ຈະ​ໃຫ້​ເຈົ້າ​ເຫັນ​ຜູ້​ທີ່​ມີ​ຄວາມທຸກ​ແລະ​ຄວາມ​ເສຍໃຈ ເປັນ​ຜູ້​ສ້າງ​ແຕ່​ຄວາມ​ເດືອດຮ້ອນ​ຢູ່​ສະເໝີ ແລະ​ຈົ່ມທຸກ​ຢູ່​ເລື້ອຍໆ ຕາ​ຂອງ​ລາວ​ແດງກໍ່າ​ແລະ​ມີ​ຮອຍ​ຊໍ້າ​ຕາມ​ຕົນຕົວ.


ເລມູເອນ​ເອີຍ ຈົ່ງ​ຟັງ​ເທີ້ນ ກະສັດ​ບາງຄົນ​ນັ້ນ ບໍ່ຄວນ​ດື່ມ​ເຫຼົ້າ​ອະງຸ່ນ ຫລື​ຕິດ​ເຫຼົ້າ​ເລີຍ.


ເມື່ອ​ບັນດາ​ກະສັດ​ດື່ມ​ເຫຼົ້າ​ລົງ​ໄປ​ແລ້ວ ພວກເພິ່ນ​ກໍ​ລືມ​ກົດໝາຍ​ຕ່າງໆ ແລະ​ບໍ່​ຍອມ​ຮັບຮູ້​ສິດທິ​ຂອງ​ຄົນ​ຂັດສົນ.


ແຕ່​ພວກເຈົ້າ​ພັດ​ຫົວເລາະ ແລະ​ສະເຫລີມ​ສະຫລອງ​ກັນ. ພວກເຈົ້າ​ໄດ້​ຂ້າ​ແກະ​ແລະ​ງົວ​ກິນ ທັງ​ມີ​ເຫຼົ້າ​ອະງຸ່ນ​ດື່ມ​ດ້ວຍ. ພວກເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ກິນ​ແລະ​ດື່ມ​ສາ ມື້ອື່ນ​ພວກເຮົາ​ຈະ​ຕາຍ.”


ການ​ຮ້ອງເພງ​ເຮຮາ​ເພາະ​ລິດ​ເຫຼົ້າ​ອະງຸ່ນ​ບໍ່ມີ​ອີກ​ຕໍ່ໄປ; ແລະ​ບໍ່ມີ​ຜູ້ໃດ​ຊົມຊື່ນ​ຍ້ອນ​ໄດ້​ຊີມ​ຣົດ​ເຫຼົ້າ​ອະງຸ່ນ​ອີກ​ຕໍ່ໄປ.


ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ມືນເມົາ​ເໝືອນກັນ ຈົນ​ຍ່າງ​ໂຊເຊ ພວກເຂົາ​ດື່ມ​ເຫຼົ້າ​ອະງຸ່ນ ແລະ​ດື່ມ​ເຫຼົ້າ​ຫລາຍ ຈົນ​ມືນເມົາ​ເຕະ​ສະດຸດ. ພວກ​ຜູ້ທຳນວາຍ​ເມົາຫຼາຍ ຈົນ​ບໍ່​ເຂົ້າໃຈ​ນິມິດ​ຕ່າງໆ​ທີ່​ພຣະເຈົ້າ​ສົ່ງ​ມາ; ແລະ​ພວກ​ປະໂຣຫິດ​ກໍ​ເມົາໂພດ ຈົນ​ຕັດສິນ​ຄະດີ​ທີ່​ຄົນ​ນຳ​ມາ​ຫາ​ພວກເຂົາ​ບໍ່ໄດ້.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ລຸກ​ຂຶ້ນ​ແຕ່​ເຊົ້າໆ​ຕັ້ງຕົ້ນ​ດື່ມ​ເຫຼົ້າ ແລະ​ພວກເຈົ້າ​ກໍ​ເມົາ​ເຫຼົ້າ​ຕະຫລອດ​ຄືນ.


ພວກ​ຂີ້ເຫລົ້າ​ເຫຼົ່ານີ້​ເວົ້າ​ວ່າ, ‘ດື່ມ​ເຫຼົ້າ​ອະງຸ່ນ​ກັນ​ເທາະ ແລະ​ດື່ມ​ເທົ່າທີ່​ພວກເຮົາ​ດື່ມ​ໄດ້ ເພາະ​ມື້ອື່ນ​ຈະ​ດີກວ່າ​ມື້ນີ້.”’


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຜູ້​ທີ່​ໄດ້​ດູຖູກ ແລະ​ເຮັດ​ໃຫ້​ເພື່ອນບ້ານ​ຂອງ​ພວກເຈົ້າ​ເສື່ອມເສຍ ຍ້ອນ​ຄວາມ​ໂກດຮ້າຍ​ຂອງ​ພວກເຈົ້າ; ພວກເຈົ້າ​ເຮັດ​ໃຫ້​ພວກເຂົາ​ຍ່າງ​ໂຊເຊ​ເໝືອນ​ຄົນ​ເມົາ​ເຫຼົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka