Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 5:21 - ພຣະຄຳພີສັກສິ

21 ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ຄິດ​ວ່າ​ຕົນ​ເປັນ​ຄົນ​ສະຫລາດ ແລະ​ເປັນ​ຄົນ​ຫລັກແຫລມ​ຫລາຍ​ແທ້ນໍ.

Uka jalj uñjjattʼäta Copia luraña




ເອຊາຢາ 5:21
13 Jak'a apnaqawi uñst'ayäwi  

ຄົນໂງ່​ເລີ່ມ​ຈະ​ມີ​ປັນຍາ​ໄດ້​ກໍ​ຕໍ່​ເມື່ອ​ໂຕ​ລໍປ່າ ຖືກ​ຄົນ​ນຳ​ມັນ​ມາ​ຝຶກຫັດ​ໃຫ້​ຮູ້ຄວາມ​ໄດ້.


ຄົນ​ໂງ່ຈ້າ​ທີ່ສຸດ ກໍ​ຍັງ​ດີກວ່າ​ຄົນ​ທີ່​ຖື​ຕົນ​ເປັນ​ຄົນມີ​ປັນຍາ​ໃນ​ເມື່ອ​ຕົນ​ບໍ່ມີ.


ຄົນ​ຂີ້ຄ້ານ​ຈະ​ຄິດ​ວ່າ​ຕົນ​ສະຫລາດ​ກວ່າ​ຊາຍ​ເຈັດ​ຄົນ ຜູ້​ທີ່​ໃຫ້​ເຫດຜົນ​ດີໆ​ແກ່​ຄວາມຄິດ​ເຫັນ​ຂອງ​ເຂົາເຈົ້າ​ໄດ້.


ຢ່າ​ຄິດ​ເລີຍ​ວ່າ​ຕົນ​ເປັນ​ຄົນມີ​ປັນຍາ​ກວ່າ​ທີ່​ຕົນ​ມີ​ຢູ່ ຈົ່ງ​ຢຳເກງ​ພຣະເຈົ້າຢາເວ​ເທົ່ານັ້ນ ແລະ​ຈົ່ງ​ຫລີກ​ໜີ​ຈາກ​ຄວາມ​ຊົ່ວຮ້າຍ.


ຈັກກະພັດ​ອັດຊີເຣຍ​ເວົ້າ​ອວດ​ວ່າ, “ເຮົາ​ໄດ້​ເຮັດ​ສິ່ງ​ທັງໝົດ​ນັ້ນ ໂດຍ​ເຮົາ​ເອງ. ເຮົາ​ເຂັ້ມແຂງ ແລະ​ສະຫລາດ​ຫລັກແຫລມ. ເຮົາ​ໄດ້​ລຶບ​ເຂດແດນ​ລະຫວ່າງ​ຊົນຊາດ​ຕ່າງໆ ແລະ​ຢຶດເອົາ​ເຂົ້າຂອງ​ທີ່​ພວກເຂົາ​ໄດ້​ສະສົມ​ໄວ້. ເຮົາ​ໄດ້​ຢຽບຢໍ່າ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ ດັ່ງ​ງົວ​ກະທິງ​ໂຕໜຶ່ງ.


ເຈົ້າ​ຄິດ​ວ່າ​ເຈົ້າ​ເວົ້າ​ໝິ່ນປະໝາດ​ຜູ້ໃດ? ແລະ​ໄດ້​ປ້ອຍດ່າ​ຜູ້ໃດ? ເຈົ້າ​ໄດ້​ຂື້ນສຽງ​ຕໍ່ສູ້​ຜູ້ໃດ? ແລະ​ແຫງນ​ຕາ​ທີ່​ໂອ້ອວດ​ຂອງເຈົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ.


ພຣະອົງ​ປົດ​ນັກປົກຄອງ​ຈາກ​ອຳນາດ​ຂອງ​ພວກເຂົາ ແລະ​ລົດກຽດ​ພວກເຂົາ​ລົງ​ຈົນ​ບໍ່ມີ​ຄ່າ​ຫຍັງ​ໝົດ.


ເຈົ້າ​ເຊື່ອໝັ້ນ​ໃນ​ຄວາມ​ຊົ່ວຊ້າ​ຂອງເຈົ້າ​ນໍ ເຈົ້າ​ຄິດວ່າ​ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ເບິ່ງ​ເຫັນ​ເຈົ້າ​ໄດ້. ປັນຍາ​ຂອງເຈົ້າ ແລະ​ຄວາມຮູ້​ຂອງ​ເຈົ້າເອງ ໄດ້​ພາ​ໃຫ້​ເຈົ້າ​ເດີນ​ໄປ​ໃນ​ທາງ​ຜິດ​ສາ​ແລ້ວ; ເຈົ້າ​ຈຶ່ງ​ຄິດວ່າ ‘ຂ້ອຍ​ຄື​ພຣະເຈົ້າ​ອົງ​ໜຶ່ງ​ໃດ ແລະ​ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ທີ່​ຄ້າຍຄື​ກັບ​ຂ້ອຍ.’


ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ເປັນ​ຄົນ​ຕາບອດ ພວກເຈົ້າ​ຈະ​ບໍ່ມີ​ບາບກຳ, ແຕ່​ບັດນີ້​ພວກເຈົ້າ​ເວົ້າ​ວ່າ, ‘ເຮົາ​ເຫັນ​ຢູ່.’ ເຫດສະນັ້ນ ຄວາມ​ຜິດບາບ​ຂອງ​ພວກເຈົ້າ​ຈຶ່ງ​ຍັງ​ມີ​ຢູ່.”


ພວກເຂົາ​ອ້າງ​ຕົນ​ວ່າ ເປັນ​ຄົນ​ສະຫລາດ ພວກເຂົາ​ຈຶ່ງ​ກາຍເປັນ​ຄົນ​ໂງ່​ໄປ,


ພີ່ນ້ອງ​ທັງຫລາຍ​ເອີຍ ນີ້​ຄື​ຄວາມຈິງ​ອັນ​ລັບເລິກ ຊຶ່ງ​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້ ເພື່ອ​ບໍ່​ໃຫ້​ພວກເຈົ້າ​ຄິດ​ຖື​ຕົນ​ວ່າ ເປັນ​ຄົນ​ສະຫລາດ, ຄື​ວ່າ​ຄວາມ​ດື້ດຶງ​ຂອງ​ຊົນຊາດ​ອິດສະຣາເອນ​ນັ້ນ​ມີ​ພຽງ​ຊົ່ວຄາວ, ຈົນກວ່າ​ຄົນຕ່າງຊາດ​ຈະ​ມາ​ຄົບ​ຈຳນວນ​ໃນ​ການ​ກັບຄືນ​ມາ​ຫາ​ພຣະເຈົ້າ.


ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈດຽວ​ກັນ ຢ່າ​ຄິດ​ອວດໃຫຍ່​ໃຝ່ສູງ ຈົ່ງ​ຮັບຮູ້​ຄົນ​ສາມັນ​ຕໍ່າຕ້ອຍ. ແລະ​ຢ່າ​ຖື​ວ່າ​ຕົນ​ເປັນ​ຄົນ​ສະຫລາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka