ເອຊາຢາ 5:2 - ພຣະຄຳພີສັກສິ2 ລາວຂຸດທັງພູນດິນຫລັງຈາກເກັບກ້ອນຫີນອອກໄປ ແລ້ວຈຶ່ງໄດ້ປູກເບ້ຍພັນອະງຸ່ນດີໆທັງນັ້ນໃສ່. ລາວປຸກຫໍຄອຍຫລັງໜຶ່ງໄວ້ສຳລັບເຝົ້າສວນອະງຸ່ນ ລາວເຈາະອ່າງຫີນໄວ້ສຳລັບບີບໝາກອະງຸ່ນດ້ວຍ. ແລ້ວກໍຕັ້ງໃຈລໍຄອຍຖ້າ ຈົນໝາກອະງຸ່ນສຸກງອມ ແຕ່ໝາກອະງຸ່ນທີ່ສຸກພັດມີຣົດສົ້ມທັງໝົດ. Uka jalj uñjjattʼäta |
ໃນເວລານັ້ນ ຂ້າພະເຈົ້າໄດ້ເຫັນປະຊາຊົນທີ່ແຂວງຢູດາຍ ບີບໝາກອະງຸ່ນໃນວັນຊະບາໂຕ. ພວກອື່ນອີກພວມຂົນເອົາພືດຜົນເປັນເມັດ, ເຫຼົ້າອະງຸ່ນ, ໝາກອະງຸ່ນ, ໝາກເດື່ອ ແລະສິ່ງຂອງອື່ນໆໃສ່ເທິງຫລັງລໍຂອງພວກເຂົາ ນຳມາທີ່ນະຄອນເຢຣູຊາເລັມ; ຂ້າພະເຈົ້າໄດ້ເຕືອນພວກເຂົາບໍ່ໃຫ້ຂາຍສິ່ງໃດໆໃນວັນຊະບາໂຕ.
ສວນອະງຸ່ນຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ແມ່ນຊາດອິດສະຣາເອນ ແລະປະຊາຊົນຊາວຢູດາແມ່ນເບ້ຍອະງຸ່ນ ຊຶ່ງພຣະອົງໄດ້ປູກໄວ້. ພຣະອົງຄາດຫວັງໃຫ້ພວກເຂົາເຮັດໃນສິ່ງທີ່ດີ, ແຕ່ພວກເຂົາມີແຕ່ປະພຶດຕົນເປັນຜູ້ຂ້າຄົນ. ພຣະອົງຄາດຫວັງໃຫ້ພວກເຂົາເຮັດໃນສິ່ງທີ່ຊອບທຳ, ແຕ່ຄົນຮັບເຄາະກຳຮ້ອງຂໍຄວາມຍຸດຕິທຳ.
ແລ້ວພຣະເຢຊູເຈົ້າກໍໄດ້ເລີ່ມຕົ້ນກ່າວແກ່ພວກເຂົາເປັນຄຳອຸປະມາວ່າ, “ມີຄົນໜຶ່ງເຮັດສວນອະງຸ່ນ, ເພິ່ນເຮັດຮົ້ວລ້ອມສວນໄວ້ ແລະສະກັດອ່າງເພື່ອໃຊ້ເປັນບ່ອນບີບຄັ້ນເອົານໍ້າອະງຸ່ນ ແລະທັງໄດ້ສ້າງຫໍຄອຍເພື່ອເຝົ້າຍາມໄວ້ດ້ວຍ, ຕໍ່ມາ ເພິ່ນເອົາສວນອະງຸ່ນໃຫ້ຄົນເຊົ່າ ແລ້ວເພິ່ນກໍຈາກໄປປະເທດອື່ນ.