Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 5:19 - ພຣະຄຳພີສັກສິ

19 ພວກເຈົ້າ​ເວົ້າ​ວ່າ, “ໃຫ້​ພຣະເຈົ້າ​ຟ້າວ​ເຮັດ ໃນ​ສິ່ງ​ທີ່​ພຣະອົງ​ກ່າວ​ວ່າ​ຈະ​ເຮັດ​ນັ້ນ​ສາ​ເທາະ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເຫັນ. ໃຫ້​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ເຮັດ​ຕາມ​ແຜນການ​ຂອງ​ພຣະອົງ​ເຖີດ ພວກເຮົາ​ຢາກ​ຈະ​ຮູ້ຈັກ​ແຜນການ​ນັ້ນ.”

Uka jalj uñjjattʼäta Copia luraña




ເອຊາຢາ 5:19
13 Jak'a apnaqawi uñst'ayäwi  

ອອກ​ໜີໄປ​ໃຫ້​ພົ້ນ​ຈາກ​ທາງ​ຂອງ​ພວກເຮົາ​ສາ ແລະ​ຢ່າ​ມາ​ກີດກັ້ນ​ພວກເຮົາ​ເລີຍ. ພວກເຮົາ​ບໍ່​ຢາກ​ຟັງ ເຖິງ​ເລື່ອງ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.”


ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວ ພວກເຈົ້າ​ຜູ້​ທີ່​ຢຳເກງ​ແລະ​ເຊື່ອຟັງ​ພຣະອົງ​ວ່າ: “ເພາະ​ພວກເຈົ້າ​ສັດຊື່​ຕໍ່​ເຮົາ ບາງຄົນ​ໃນ​ພວກເຈົ້າ​ເອງ​ຈະ​ກຽດຊັງ​ເຈົ້າ ແລະ​ຈະ​ບໍ່​ຄົບຫາ​ສະມາຄົມ​ກັບ​ເຈົ້າ. ພວກເຂົາ​ຈະ​ຫຍໍ້ຫຍັນ​ເຈົ້າ ແລະ​ເວົ້າ​ວ່າ, ‘ຂໍ​ໃຫ້​ພຣະເຈົ້າຢາເວ​ສຳແດງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ສາ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເຫັນ​ເຈົ້າ​ມີ​ຄວາມສຸກ,’ ແຕ່​ພວກເຂົາ​ເອງ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ


ປະຊາຊົນ​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄປ​ໃສ​ແລ້ວ? ໃຫ້​ພຣະອົງ​ເຮັດ​ສຳເລັດ​ດຽວ​ນີ້​ແມ.”


ຂ້າພະເຈົ້າ​ໄດ້​ກ່າວ​ວ່າ, “ໃນ​ພວກ​ຜູ້ທຳນວາຍ​ເຫຼົ່ານີ້ ບໍ່ມີ​ຜູ້ໃດ​ທີ່​ເຄີຍ​ໄດ້​ຮູ້ຈັກ​ຄວາມຄິດ​ອັນ​ລຶກລັບ​ຂອງ​ພຣະເຈົ້າຢາເວ. ໃນ​ພວກເຂົາ​ບໍ່ມີ​ຜູ້ໃດ​ເຄີຍ​ໄດ້ຍິນ ຫລື​ໄດ້​ເຂົ້າໃຈ​ໃນ​ຖ້ອຍຄຳ​ຂອງ​ພຣະອົງ ຫລື​ເຄີຍ​ໄດ້​ຟັງ ຫລື​ເຄີຍ​ເອົາໃຈໃສ່​ຕໍ່​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ.


ສະນັ້ນ ພວກເຂົາ​ບໍ່​ຕ້ອງ​ໃຊ້​ຄຳ​ວ່າ, ‘ພາລະໜັກ​ຂອງ​ພຣະເຈົ້າຢາເວ.’ ເພາະ​ຖ້າ​ຜູ້ໃດ​ໃຊ້​ຄຳເວົ້າ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຖ້ອຍຄຳ​ຂອງເຮົາ​ກາຍເປັນ​ພາລະໜັກ​ແທ້ໆ​ສຳລັບ​ຜູ້ນັ້ນ. ປະຊາຊົນ​ໄດ້​ບິດເບືອນ​ຖ້ອຍຄຳ​ແຫ່ງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່, ພຣະເຈົ້າ​ຂອງ​ພວກເຂົາ.


ພໍ​ເຢຮູດີ​ອ່ານ​ສຸດ​ສາມ​ສີ່​ຕອນ​ເທົ່ານັ້ນ ກະສັດ​ກໍ​ໃຊ້​ມີດ​ນ້ອຍ​ຕັດ​ຕອນ​ນັ້ນ​ຖິ້ມ​ໃສ່​ໄຟ. ເພິ່ນ​ສືບຕໍ່​ເຮັດ​ເຊັ່ນນີ້​ຈົນ​ໜັງສື​ມ້ວນ​ນັ້ນ​ຖືກ​ຈູດ​ທັງໝົດ.


“ມະນຸດ​ເອີຍ ເປັນຫຍັງ​ປະຊາຊົນ​ອິດສະຣາເອນ​ຈຶ່ງ​ເວົ້າ​ສຸພາສິດ​ນີ້ ຊໍ້າແລ້ວຊໍ້າ​ອີກ​ວ່າ, ‘ເວລາ​ຜ່ານ​ໄປ ຄຳທຳນວາຍ​ບໍ່​ເຫັນ​ກາຍເປັນຈິງ​ຈັກເທື່ອ?’


“ມະນຸດ​ເອີຍ ຊາວ​ອິດສະຣາເອນ​ກ່າວ​ວ່າ, ‘ນິມິດ​ກັບ​ການ​ທຳນວາຍ​ຕ່າງໆ​ຂອງ​ເຈົ້າ ແມ່ນ​ເວົ້າ​ເຖິງ​ອະນາຄົດ​ອັນ​ຫ່າງໄກ.’


ອີກ​ບໍ່​ເຫິງ ປະຊາຊົນ​ເຫຼົ່ານີ້​ຈະ​ເວົ້າ​ວ່າ, “ພວກເຮົາ​ບໍ່ມີ​ກະສັດ ເພາະ​ພວກເຮົາ​ບໍ່​ຢຳເກງ​ພຣະເຈົ້າຢາເວ. ແຕ່​ກະສັດ​ເຮັດ​ຫຍັງ​ຊ່ວຍ​ພວກເຮົາ​ໄດ້​ແດ່?”


ພວກເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ເບື່ອໜ່າຍ​ຄຳເວົ້າ​ຂອງ​ພວກເຈົ້າ. ແຕ່​ພວກເຈົ້າ​ຊໍ້າ​ຖາມ​ວ່າ, “ພວກເຮົາ​ໄດ້​ເຮັດ​ໃຫ້​ພຣະອົງ​ເບື່ອໜ່າຍ​ຢ່າງໃດ?” ກໍ​ໂດຍ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຖື​ວ່າ ທຸກຄົນ​ທີ່​ເຮັດ​ຊົ່ວ​ລ້ວນແຕ່​ເປັນ​ຄົນດີ ພຣະອົງ​ກໍ​ເຫັນດີ​ນຳ​ພວກເຂົາ.” ຫລື​ໂດຍ​ຖາມ​ວ່າ, “ພຣະເຈົ້າ​ອົງ​ຊົງ​ຕັດສິນ​ນັ້ນ​ຢູ່ໃສ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka