18 ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກເຈົ້າຈະເປັນອິດສະຫລະໂດຍຫລຸດພົ້ນຈາກບາບໄປບໍ່ໄດ້ດອກ.
ຄົນຊົ່ວຮ້າຍໄດ້ຄິດໃນໃຈວ່າ, “ພຣະເຈົ້າລືມແລ້ວ ພຣະອົງປິດຕາຂອງພຣະອົງໄວ້ ແລະກໍຈະບໍ່ເຫັນເລີຍ.”
ຄົນໂງ່ຄິດຢູ່ໃນໃຈຂອງຕົນວ່າ, “ໂລກນີ້ບໍ່ມີພຣະເຈົ້າ” ພວກເຂົາຕ່າງກໍເປັນຄົນເຮັດໃຫ້ຕົນຊົ່ວລົງທັງນັ້ນ. ພວກເຂົາໄດ້ພາກັນເຮັດໃນສິ່ງທີ່ໜ້າຢ້ານກົວຫລາຍ ບໍ່ມີຜູ້ໜຶ່ງຜູ້ໃດເຮັດໃນສິ່ງທີ່ຖືກຕ້ອງ.
ຍ້ອນຄິດວ່າຕົນເອງຍິ່ງໃຫຍ່ຫລາຍ ຈຶ່ງຄິດວ່າ ພຣະເຈົ້າຈະບໍ່ຮູ້ເຫັນບາບຂອງພວກເຂົາ ແລະຈະບໍ່ໃສ່ໂທດພວກເຂົາໄດ້.
ການຊົ່ວຊ້າແລະການຮຸນແຮງຄືເຄື່ອງກິນແລະເຄື່ອງດື່ມຂອງພວກເຂົາ.
ພວກເຈົ້າເວົ້າອວດວ່າ ພວກເຈົ້າໄດ້ເຮັດຂໍ້ສັນຍາກັບຄວາມຕາຍ ແລະບັນລຸຂໍ້ຕົກລົງໄປສູ່ແດນມໍຣະນາ. ພວກເຈົ້າແນ່ໃຈວ່າເມື່ອຄວາມຈິບຫາຍມາ ມັນຈະຫວິດໄປຈາກພວກເຈົ້າຍ້ອນພວກເຈົ້າເພິ່ງຄຳເວົ້າຕົວະ ແລະເພິ່ງການຫລອກລວງເພື່ອຮັກສາພວກເຈົ້າໃຫ້ປອດໄພ.
ຄົນທີ່ບໍ່ສັດຊື່ເຕັມຢູ່ໃນດິນແດນ ໃຊ້ຊີວິດອັນຊົ່ວຊາມ ແລະໃຊ້ອຳນາດຜິດໆດ້ວຍ. ເພາະຄຳສາບແຊ່ງມາຖືກ ດິນແດນຈຶ່ງໄວ້ທຸກ ແລະທົ່ງຫຍ້າກໍຫ່ຽວແຫ້ງໝົດ.
ແຕ່ຜູ້ທຳນວາຍຊາວເຢຣູຊາເລັມເຮັດຊົ່ວ ໂດຍມົວຫລິ້ນຊູ້ເວົ້າຕົວະຍົວະຜິດຊາຍຍິງ; ພວກເຂົາສົ່ງເສີມປະຊາຊົນໃຫ້ເຮັດໄປໃນທາງຜິດ ເພື່ອຈະບໍ່ໃຫ້ມີຜູ້ໃດຜູ້ໜຶ່ງເຊົາເຮັດຊົ່ວໄດ້. ສຳລັບເຮົາແລ້ວພວກເຂົາຊົ່ວຊ້າກັນທັງໝົດ ເທົ່າກັບຊາວເມືອງໂຊໂດມແລະໂກໂມຣາພຸ້ນ.
ພຣະເຈົ້າຢາເວໄດ້ກ່າວວ່າ, “ບໍ່ມີຜູ້ໃດຫລົບລີ້ຈາກສາຍຕາຂອງເຮົາໄປໄດ້. ພວກເຈົ້າບໍ່ຮູ້ຫລືວ່າ ເຮົາຢູ່ທຸກໆບ່ອນທັງໃນສະຫວັນ ແລະທີ່ແຜ່ນດິນໂລກ?” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.
ພໍເຢຮູດີອ່ານສຸດສາມສີ່ຕອນເທົ່ານັ້ນ ກະສັດກໍໃຊ້ມີດນ້ອຍຕັດຕອນນັ້ນຖິ້ມໃສ່ໄຟ. ເພິ່ນສືບຕໍ່ເຮັດເຊັ່ນນີ້ຈົນໜັງສືມ້ວນນັ້ນຖືກຈູດທັງໝົດ.
ຄືບັນດາຜູ້ທຳນວາຍກໍເວົ້າແຕ່ຄຳບໍ່ຈິງ ພວກປະໂຣຫິດກໍປົກຄອງຕາມຄຳສັ່ງຂອງພວກຜູ້ທຳນວາຍ ແລະປະຊາຊົນຂອງເຮົາກໍບໍ່ໄດ້ຄັດຄ້ານຫຍັງເລີຍ. ແຕ່ພວກເຂົາຈະເຮັດຢ່າງໃດໃນບັ້ນປາຍ?”
ດ້ວຍການຕົວະຂອງພວກເຈົ້ານັ້ນ ພວກເຈົ້າເຮັດໃຫ້ຄົນຊອບທຳໝົດກຳລັງໃຈ ຄືຄົນທີ່ເຮົາບໍ່ຕ້ອງການທຳຮ້າຍ. ພວກເຈົ້າປ້ອງກັນຄົນຊົ່ວໄວ້ບໍ່ໃຫ້ພວກເຂົາປະຖິ້ມຄວາມຊົ່ວ ແລະຊ່ວຍເອົາຊີວິດຂອງພວກເຂົາໄວ້.
ໃນເວລານັ້ນ ເຮົາຈະຖືໂຄມໄຟອັນໜຶ່ງ ເຍືອງຄົ້ນຫານະຄອນເຢຣູຊາເລັມ. ເຮົາຈະລົງໂທດປະຊາຊົນທີ່ສ້າງຄວາມອີ່ມອົກອີ່ມໃຈ ແລະເຊື່ອໝັ້ນໃນຕົນເອງ ຄືຜູ້ທີ່ເວົ້າໃນຈິດໃຈວ່າ, ‘ບໍ່ວ່າຮ້າຍຫລືດີ ພຣະເຈົ້າຢາເວເຮັດຫຍັງບໍ່ໄດ້ດອກ.’
ພວກເຈົ້າຈະຖືກໄລ່ອອກຈາກທຳມະສາລາ ແລະເວລາໜຶ່ງຈະມາເຖິງ ເມື່ອຜູ້ທີ່ຂ້າພວກເຈົ້າຈະຄິດວ່າ ການກະທຳຂອງຕົນຢ່າງນັ້ນ ເປັນການຖວາຍກຽດແກ່ພຣະເຈົ້າ.
“ຝ່າຍຂ້ານ້ອຍເອງກໍເຄີຍຄິດຢູ່ໃນໃຈວ່າ, ຕ້ອງເຮັດທຸກວິທີທາງ ເພື່ອຂັດຂວາງພຣະນາມຂອງພຣະເຢຊູເຈົ້າໄທນາຊາເຣັດ.
ມີກາຈຶ່ງເວົ້າກັບຕົນເອງວ່າ, “ບັດນີ້ ຂ້ອຍຮູ້ວ່າພຣະເຈົ້າຢາເວຈະໃຫ້ຂ້ອຍຮັ່ງມີເປັນດີ ເພາະຂ້ອຍໄດ້ຄົນເລວີເປັນປະໂຣຫິດສຳລັບຂ້ອຍ.”
ສະນັ້ນ ມີກາຈຶ່ງມີບ່ອນຂາບໄຫວ້ສ່ວນຕົວ. ລາວຍັງໄດ້ເຮັດຮູບເຄົາຣົບບາງຮູບແລະເອໂຟດຜືນໜຶ່ງ ແລ້ວກໍແຕ່ງຕັ້ງໃຫ້ຜູ້ໜຶ່ງໃນພວກລູກຊາຍຂອງຕົນເປັນປະໂຣຫິດ.