14 ແດນມໍຣະນາກໍຫິວຢາກກິນພວກເຂົາ ແລະອ້າປາກຂອງມັນອອກກວ້າງລໍຖ້າຢູ່. ມັນຈະກືນກິນພວກຂຸນນາງຂອງນະຄອນເຢຣູຊາເລັມ ແລະຝູງຄົນສາມັນທີ່ຮ້ອງສຽງດັງຢ່າງອຶກກະທຶກ.
ພວກເຂົາຖືກກຳນົດໃຫ້ຕາຍດັ່ງໂຕແກະ ແລະຄວາມຕາຍກໍຈະເປັນຜູ້ລ້ຽງເຂົາເຈົ້າ. ຄົນຊອບທຳຈະມີໄຊຂະນະທີ່ຮ່າງກາຍເປື່ອຍເໜົ່າ ໃນແດນມໍຣະນາທີ່ໄກຈາກເຮືອນເຂົາເຈົ້າ.
ຂໍໃຫ້ສັດຕູນັ້ນຕາຍໄປກ່ອນເວລາຂອງພວກເຂົາສາ ຂໍໃຫ້ລົງໄປສູ່ແດນມໍຣະນາທັງເປັນເຖີດ. ຄວາມຊົ່ວຮ້າຍຢູ່ໃນເຮືອນຂອງພວກເຂົາ ແລະຢູ່ໃນຈິດໃຈຂອງພວກເຂົາດ້ວຍ.
ຈົ່ງຂ້າພວກເຂົາຖິ້ມທັງເປັນໃຫ້ເໝືອນດັ່ງຄວາມຕາຍກືນກິນມະນຸດ.
ນະຣົກແລະແດນຄົນຕາຍບໍ່ຈັກອີ່ມສັນໃດ ຕັນຫາຂອງຄົນກໍບໍ່ມີທີ່ສິ້ນສຸດເປັນສັນນັ້ນ.
ແດນມໍຣະນາ ຍິງທີ່ບໍ່ມີລູກ ດິນແຫ້ງແລ້ງທີ່ຕ້ອງການຝົນ ແລະໄຟທີ່ລຸກໄໝ້ມອດບໍ່ໄດ້.
ເຈົ້າເຄີຍມີຄົນດີດພິນຍ້ອງຍໍໃຫ້ກຽດ; ແຕ່ບັດນີ້ ເຈົ້າພັດໄດ້ຢູ່ໃນແດນມໍຣະນາ. ເຈົ້ານອນເທິງໜອນທີ່ເປັນຕຽງຂອງເຈົ້າ ແລະມີໜອນຢູ່ເທິງເຈົ້າແທນຜ້າຫົ່ມ.”’
ແດນມໍຣະນາກຳລັງຕຽມພ້ອມເພື່ອຕ້ອນຮັບກະສັດແຫ່ງບາບີໂລນ. ບັນດາວິນຍານຂອງພວກທີ່ເຄີຍມີອຳນາດເທິງໂລກນີ້ ຕ່າງກໍຖືກປຸກຂຶ້ນມາ. ວິນຍານຂອງບັນດາກະສັດທີ່ຕາຍໄປແລ້ວ ຕ່າງກໍລຸກຂຶ້ນມາຈາກບັນລັງຂອງຕົນ.
ຂ້າພະເຈົ້າວິນຫົວແລະຢ້ານກົວຈົນສັ່ນເຊັນ. ຂ້າພະເຈົ້າລໍຖ້າໃຫ້ເຖິງຕອນຄໍ່າ ແຕ່ຄວາມຢ້ານກົວໃຫຍ່ພັດປົກຄຸມຂ້າພະເຈົ້າໄວ້.
ແລະສຽງພິນ ແລະສຽງກອງທີ່ເຄີຍດັງຢ່າງອອນຊອນ ກໍໄດ້ຢຸດສະງັກລົງ.
ພວກເຂົາຈັດຕຽມບ່ອນເຜົາຈັກກະພັດອັດຊີເຣຍ ດ້ວຍກອງໄຟອັນໃຫຍ່ມາດົນແລ້ວ. ບ່ອນນັ້ນທັງເລິກທັງກວ້າງແລະທັງມີກອງຟືນສູງ. ພຣະເຈົ້າຢາເວຈະຫາຍໃຈເປັນແປວໄຟ ເພື່ອໄໝ້ເຜົາຜານບ່ອນນັ້ນ.
ເວລານັ້ນກຳລັງມາ. ເວລາກໍໃກ້ເຂົ້າມາແລ້ວ ເມື່ອການຊື້ຂາຍຈະບໍ່ມີປະໂຫຍດຫຍັງໝົດ ເພາະການລົງໂທດຈະຕົກຖືກທຸກໆຄົນຄືກັນ.
ໃນຄືນນັ້ນເອງເຈົ້າເບັນຊັດຊາເຣ ກະສັດແຫ່ງບາບີໂລນ ໄດ້ຖືກລອບສັງຫານ;
ພວກເຈົ້າ ນັກດື່ມເຫຼົ້າຈະຖືກເຜົາຜານໝົດ ເໝືອນໄຟໄໝ້ກໍໜາມ ແລະຫຍ້າແຫ້ງ.
ຄວາມຮັ່ງມີເປັນສິ່ງຫລອກລວງ. ຄົນໂລພາກໍຈອງຫອງ ແລະຢູ່ບໍ່ເປັນສຸກດັ່ງມັດຈຸຣາດທີ່ບໍ່ຮູ້ຈັກອີ່ມ. ດັ່ງນັ້ນ ພວກເຂົາຈຶ່ງເຂົ້າຄອບຄອງຊົນຊາດທັງຫລາຍເພື່ອພວກເຂົາເອງ.
“ຈົ່ງເຂົ້າໄປທາງປະຕູຄັບແຄບ ເພາະປະຕູເຂົ້າໄປນະຣົກກໍກວ້າງ ແລະທາງທີ່ນຳໄປສູ່ທີ່ນັ້ນກໍງ່າຍ ແລະຄົນທີ່ເດີນໄປຕາມທາງນັ້ນກໍມີຫລວງຫລາຍ.
ຄົນທັງຫລາຍໄດ້ກິນໄດ້ດື່ມ ແລະຊາຍຍິງໄດ້ແຕ່ງງານກັນ ຈົນເຖິງວັນທີ່ໂນອາໄດ້ເຂົ້າໄປໃນເຮືອໃຫຍ່ ນໍ້າຈຶ່ງໄດ້ຖ້ວມທຳລາຍລ້າງຜານທຸກສິ່ງໃຫ້ຈິບຫາຍໝົດ.
“ຈົ່ງຄອຍລະວັງຕົວໃຫ້ດີ ຢ່າສູ່ໃຫ້ຈິດໃຈຂອງເຈົ້າທັງຫລາຍໜັກໄປໃນການກິນລ້ຽງ ແລະດື່ມເຫຼົ້າເມົາສຸຣາ ແລະໃນການວິຕົກກັງວົນເຖິງຊີວິດນີ້ ບໍ່ດັ່ງນັ້ນແລ້ວ ວັນນັ້ນກໍຈະຫລອນມາຕົກຖືກພວກເຈົ້າຢ່າງບໍ່ຄາດຄິດ