Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 5:12 - ພຣະຄຳພີສັກສິ

12 ໃນ​ງານກິນລ້ຽງ ພວກເຈົ້າ​ມີ​ພິນ​ແລະ​ມີ​ກອງ ແລະ​ມີ​ຂຸ່ຍ​ພ້ອມ​ທັງ​ເຫຼົ້າ​ອະງຸ່ນ. ແຕ່​ພວກເຈົ້າ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ພຣະເຈົ້າຢາເວ​ກຳລັງ​ຈະ​ເຮັດ

Uka jalj uñjjattʼäta Copia luraña




ເອຊາຢາ 5:12
20 Jak'a apnaqawi uñst'ayäwi  

ເປັນຫຍັງ​ເຈົ້າ​ຈຶ່ງ​ປົບໜີ​ຂ້ອຍ​ມາ​ຢ່າງ​ລັບໆ ແລະ​ໜີ​ມາ​ໂດຍ​ບໍ່​ຄອບ​ຂ້ອຍ? ຖ້າ​ເຈົ້າ​ບອກ ຂ້ອຍ​ກໍ​ຈະ​ໄປ​ສົ່ງ​ເຖິງ​ທາງ​ດ້ວຍ​ຄວາມ​ຍິນດີ ໂດຍ​ມີ​ຂະບວນ​ແຫ່​ທັງ​ສຽງ​ຄ້ອງ, ສຽງ​ກອງ, ສຽງ​ພິນ ແລະ​ສຽງ​ຮ້ອງລຳ​ທຳເພງ.


ຂ້ານ້ອຍ​ອາຍຸ​ໄດ້​ແປດສິບ​ປີ​ແລ້ວ; ຄົງ​ບໍ່ມີ​ສິ່ງໃດ​ທີ່​ຈະ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ຄວາມສຸກ​ໄດ້​ດອກ. ເວລາ​ທີ່​ຂ້ານ້ອຍ​ກິນ​ຫລື​ດື່ມ ມັນ​ກໍ​ບໍ່ມີ​ຣົດຊາດ ແລະ​ຂ້ານ້ອຍ​ຟັງ​ສຽງ​ຄົນ​ຮ້ອງເພງ​ກໍ​ບໍ່ໄດ້ຍິນ. ທ່ານ​ຈະ​ລຳບາກ​ຍ້ອນ​ຂ້ານ້ອຍ​ລ້າໆ.


ເພາະ​ເຂົາ​ຍົກເລີກ​ທີ່​ຈະ​ຕິດຕາມ​ພຣະອົງ​ໄປ ແລະ​ບໍ່ໄດ້​ໃສ່ໃຈ​ຕໍ່​ຂໍ້​ບັນຊາ​ຂອງ​ພຣະເຈົ້າ.


ເພາະ​ພວກເຂົາ​ບໍ່ໄດ້​ຄິດ​ເບິ່ງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ກະທຳ ຫລື​ສັບພະທຸກສິ່ງ​ທີ່​ພຣະອົງ​ໄດ້​ສ້າງ​ນັ້ນ ດັ່ງນັ້ນ ພຣະອົງ​ຈຶ່ງ​ຈະ​ລົງໂທດ​ແລະ​ທຳລາຍ​ພວກເຂົາ ແລະ​ຈະ​ບໍ່​ໃຫ້​ພວກເຂົາ​ລຸກ​ຂຶ້ນ​ມາ​ໄດ້​ອີກ.


ແຕ່​ພວກເຈົ້າ​ພັດ​ຫົວເລາະ ແລະ​ສະເຫລີມ​ສະຫລອງ​ກັນ. ພວກເຈົ້າ​ໄດ້​ຂ້າ​ແກະ​ແລະ​ງົວ​ກິນ ທັງ​ມີ​ເຫຼົ້າ​ອະງຸ່ນ​ດື່ມ​ດ້ວຍ. ພວກເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ກິນ​ແລະ​ດື່ມ​ສາ ມື້ອື່ນ​ພວກເຮົາ​ຈະ​ຕາຍ.”


ແລະ​ສຽງ​ພິນ ແລະ​ສຽງ​ກອງ​ທີ່​ເຄີຍ​ດັງ​ຢ່າງ​ອອນຊອນ ກໍໄດ້​ຢຸດ​ສະງັກ​ລົງ.


ເຄາະກຳ​ເປັນ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ແທ່ນບູຊາ​ຂອງ​ພຣະເຈົ້າ​ສາ​ແລ້ວ ເຄາະກຳ​ເປັນ​ຂອງ​ເມືອງ​ທີ່​ດາວິດ​ໄດ້​ຕັ້ງຄ້າຍ​ໃສ່​ສາ​ແລ້ວ ປ່ອຍ​ໃຫ້​ງານກິນລ້ຽງ​ແລະ​ເທດສະການ​ຕ່າງໆ ປີ​ໜຶ່ງ​ຫລື​ສອງ​ປີ​ຜ່ານ​ໄປ​ກ່ອນ


ພວກເຈົ້າ​ເວົ້າ​ວ່າ, “ໃຫ້​ພຣະເຈົ້າ​ຟ້າວ​ເຮັດ ໃນ​ສິ່ງ​ທີ່​ພຣະອົງ​ກ່າວ​ວ່າ​ຈະ​ເຮັດ​ນັ້ນ​ສາ​ເທາະ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເຫັນ. ໃຫ້​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ເຮັດ​ຕາມ​ແຜນການ​ຂອງ​ພຣະອົງ​ເຖີດ ພວກເຮົາ​ຢາກ​ຈະ​ຮູ້ຈັກ​ແຜນການ​ນັ້ນ.”


ພວກ​ຂີ້ເຫລົ້າ​ເຫຼົ່ານີ້​ເວົ້າ​ວ່າ, ‘ດື່ມ​ເຫຼົ້າ​ອະງຸ່ນ​ກັນ​ເທາະ ແລະ​ດື່ມ​ເທົ່າທີ່​ພວກເຮົາ​ດື່ມ​ໄດ້ ເພາະ​ມື້ອື່ນ​ຈະ​ດີກວ່າ​ມື້ນີ້.”’


ເຮົາ​ຈະ​ໃຫ້​ສຽງ​ເພງ​ສຸດສິ້ນ​ລົງ ແລະ​ຈະ​ໃຫ້​ສຽງ​ພິນ​ມິດງຽບ​ຫາຍໄປ.


ທ່ານ​ດູໝິ່ນ​ປະໝາດ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ສະຫວັນ ໂດຍ​ນຳ​ເອົາ​ຈອກ ແລະ​ຖ້ວຍ​ຈາກ​ພຣະວິຫານ​ຂອງ​ພຣະອົງ​ມາ​ທີ່​ນີ້. ທ່ານ​ເອງ, ພວກ​ມະເຫສີ, ພວກ​ນາງ​ສະໜົມ ແລະ​ພວກ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງທ່ານ ໄດ້​ພາກັນ​ໃຊ້​ພາຊະນະ​ເຫຼົ່ານີ້ ແລະ​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ; ພະ​ເຫຼົ່ານີ້​ຮູ້​ແລະ​ເຫັນ​ບໍ່ໄດ້ ແລະ​ກໍ​ບໍ່ໄດ້ຍິນ​ຫຍັງ ທັງ​ບໍ່​ຮູ້ຈັກ​ຫຍັງ​ເລີຍ, ແຕ່​ທ່ານ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ອົງ​ຊົງ​ໃຫ້​ຊີວິດ​ຫລື​ເອົາ​ຊີວິດ​ຂອງທ່ານ​ໄປ ແລະ​ເປັນ​ອົງ​ຊົງ​ຄວບຄຸມ​ທຸກສິ່ງ​ທີ່​ທ່ານ​ເຮັດ​ນັ້ນ.


“ຍັງ​ມີ​ເສດຖີ​ຄົນ​ໜຶ່ງ ທີ່​ນຸ່ງຫົ່ມ​ເສື້ອຜ້າ​ສີມ່ວງ​ອ່ອນ ແລະ​ຜ້າປ່ານ​ເນື້ອລະອຽດ ປິຕິ​ຍິນດີ​ດ້ວຍ​ອາຫານ​ການກິນ​ຢ່າງ​ປານີດ​ທຸກໆ​ວັນ.


ດັ່ງນັ້ນ ເຄື່ອງ​ດົນຕຼີ​ທີ່​ບໍ່ມີ​ຊີວິດ​ຄື: ປີ່ ຫລື​ພິນ​ກໍດີ ຖ້າ​ມັນ​ບໍ່​ອອກ​ສຽງ​ຄັກ ຜູ້ໃດ​ຈະ​ຮູ້​ໄດ້​ຢ່າງ​ໃດ​ວ່າ​ເຂົາ​ເປົ່າ ຫລື​ດີດ​ຈັງຫວະ​ໃດ?


ຄວາມ​ປະພຶດ​ຂອງ​ພວກເຂົາ​ກໍ​ເປັນ​ເລື່ອງ​ອັບອາຍ ເມື່ອ​ຮ່ວມ​ພາເຂົ້າ​ສາມັກຄີ​ກັບ​ພວກເຈົ້າ ບ່ອນ​ທີ່​ພວກເຂົາ​ກິນລ້ຽງ​ມ່ວນຊື່ນ​ຢ່າງ​ເຖິງ​ໃຈ​ນຳ​ກັນ ໂດຍ​ບໍ່ມີ​ຄວາມ​ລະອາຍ. ພວກເຂົາ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ລ້ຽງ​ແຕ່​ຕົນເອງ ເປັນ​ດັ່ງ​ກ້ອນ​ເມກ​ທີ່​ບໍ່ມີ​ຝົນ ຊຶ່ງ​ໄຫລ​ໄປ​ຕາມ​ລົມ ເປັນ​ດັ່ງ​ຕົ້ນໄມ້​ທີ່​ບໍ່​ເກີດ​ໝາກ ແມ່ນແຕ່​ໃນ​ລະດູ​ໃບໄມ້ລົ່ນ ເປັນ​ດັ່ງ​ຕົ້ນໄມ້​ທີ່​ຕາຍໄປ​ສອງ​ເທື່ອ ແລະ​ຖືກ​ຖອນ​ອອກ​ທັງ​ຮາກ.


ຈົ່ງ​ຢຳເກງ​ພຣະເຈົ້າຢາເວ​ເທົ່ານັ້ນ​ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ຢ່າງ​ສັດຊື່ ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ. ຈົ່ງ​ຈົດຈຳ​ພາລະກິດ​ອັນ​ຍິ່ງໃຫຍ່ ທີ່​ພຣະອົງ​ໄດ້​ເຮັດ​ເພື່ອ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka