Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 5:11 - ພຣະຄຳພີສັກສິ

11 ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ລຸກ​ຂຶ້ນ​ແຕ່​ເຊົ້າໆ​ຕັ້ງຕົ້ນ​ດື່ມ​ເຫຼົ້າ ແລະ​ພວກເຈົ້າ​ກໍ​ເມົາ​ເຫຼົ້າ​ຕະຫລອດ​ຄືນ.

Uka jalj uñjjattʼäta Copia luraña




ເອຊາຢາ 5:11
21 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ອາຍຸ​ໄດ້​ແປດສິບ​ປີ​ແລ້ວ; ຄົງ​ບໍ່ມີ​ສິ່ງໃດ​ທີ່​ຈະ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ຄວາມສຸກ​ໄດ້​ດອກ. ເວລາ​ທີ່​ຂ້ານ້ອຍ​ກິນ​ຫລື​ດື່ມ ມັນ​ກໍ​ບໍ່ມີ​ຣົດຊາດ ແລະ​ຂ້ານ້ອຍ​ຟັງ​ສຽງ​ຄົນ​ຮ້ອງເພງ​ກໍ​ບໍ່ໄດ້ຍິນ. ທ່ານ​ຈະ​ລຳບາກ​ຍ້ອນ​ຂ້ານ້ອຍ​ລ້າໆ.


ດື່ມ​ເຫຼົ້າ​ເກີນສ່ວນ​ພາ​ໃຫ້​ເກເລ ມີ​ແຕ່​ຄົນ​ໂງ່ຈ້າ​ອັບ​ປັນຍາ​ທີ່​ປ່ອຍ​ຕົນ​ໃຫ້​ເມົາ​ເຫຼົ້າ.


ແຕ່​ເມື່ອ​ເຈົ້າ​ດື່ມ​ລົງ​ໄປ​ແລ້ວ ເຈົ້າ​ຈະ​ຮູ້ສຶກ​ເຈັບປວດ​ດັ່ງ​ຖືກ​ງູພິດ​ກັດ.


ແຕ່​ພວກເຈົ້າ​ພັດ​ຫົວເລາະ ແລະ​ສະເຫລີມ​ສະຫລອງ​ກັນ. ພວກເຈົ້າ​ໄດ້​ຂ້າ​ແກະ​ແລະ​ງົວ​ກິນ ທັງ​ມີ​ເຫຼົ້າ​ອະງຸ່ນ​ດື່ມ​ດ້ວຍ. ພວກເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ກິນ​ແລະ​ດື່ມ​ສາ ມື້ອື່ນ​ພວກເຮົາ​ຈະ​ຕາຍ.”


ການ​ຮ້ອງເພງ​ເຮຮາ​ເພາະ​ລິດ​ເຫຼົ້າ​ອະງຸ່ນ​ບໍ່ມີ​ອີກ​ຕໍ່ໄປ; ແລະ​ບໍ່ມີ​ຜູ້ໃດ​ຊົມຊື່ນ​ຍ້ອນ​ໄດ້​ຊີມ​ຣົດ​ເຫຼົ້າ​ອະງຸ່ນ​ອີກ​ຕໍ່ໄປ.


ເຄາະກຳ​ເປັນ​ຂອງ​ອານາຈັກ​ອິດສະຣາເອນ​ສາ​ແລ້ວ ຄວາມ​ຮຸ່ງເຮືອງ​ຂອງ​ອານາຈັກ​ກຳລັງ​ຫ່ຽວແຫ້ງ​ລົງ ດັ່ງ​ມົງກຸດ​ດອກໄມ້​ທີ່​ຢູ່​ເທິງ​ຫົວ​ຂອງ​ຜູ້ນຳ​ຂີ້ເມົາ​ທັງຫລາຍ. ຫົວ​ອັນ​ອວດອົ່ງ​ຂອງ​ພວກເຂົາ​ມີ​ກິ່ນ​ຫອມຫວນ​ດີ ແຕ່​ພວກເຂົາ​ພັດ​ນອນ​ເມົາ​ບໍ່ໄດ້​ສະຕິ​ດັ່ງ​ຄົນຕາຍ.


ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ບັນດາ​ຜູ້ນຳ​ເຫຼົ່ານັ້ນ ຈະ​ຖືກ​ຢຽບຢໍ່າ​ລົງ​ໃຕ້​ພື້ນ​ຕີນ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຈອມຂີ້ເມົາ​ເອີຍ ແລະ​ຜູ້​ເກັ່ງກ້າ​ທີ່​ປະສົມ​ສິ່ງ​ມືນເມົາ.


ພວກ​ຂີ້ເຫລົ້າ​ເຫຼົ່ານີ້​ເວົ້າ​ວ່າ, ‘ດື່ມ​ເຫຼົ້າ​ອະງຸ່ນ​ກັນ​ເທາະ ແລະ​ດື່ມ​ເທົ່າທີ່​ພວກເຮົາ​ດື່ມ​ໄດ້ ເພາະ​ມື້ອື່ນ​ຈະ​ດີກວ່າ​ມື້ນີ້.”’


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຜູ້​ທີ່​ໄດ້​ດູຖູກ ແລະ​ເຮັດ​ໃຫ້​ເພື່ອນບ້ານ​ຂອງ​ພວກເຈົ້າ​ເສື່ອມເສຍ ຍ້ອນ​ຄວາມ​ໂກດຮ້າຍ​ຂອງ​ພວກເຈົ້າ; ພວກເຈົ້າ​ເຮັດ​ໃຫ້​ພວກເຂົາ​ຍ່າງ​ໂຊເຊ​ເໝືອນ​ຄົນ​ເມົາ​ເຫຼົ້າ.


ຄວາມຮັ່ງມີ​ເປັນ​ສິ່ງ​ຫລອກລວງ. ຄົນ​ໂລພາ​ກໍ​ຈອງຫອງ ແລະ​ຢູ່​ບໍ່​ເປັນສຸກ​ດັ່ງ​ມັດຈຸຣາດ​ທີ່​ບໍ່​ຮູ້ຈັກ​ອີ່ມ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຂົ້າ​ຄອບຄອງ​ຊົນຊາດ​ທັງຫລາຍ​ເພື່ອ​ພວກເຂົາ​ເອງ.


“ຈົ່ງ​ຄອຍ​ລະວັງຕົວ​ໃຫ້​ດີ ຢ່າ​ສູ່​ໃຫ້​ຈິດໃຈ​ຂອງ​ເຈົ້າ​ທັງຫລາຍ​ໜັກ​ໄປ​ໃນ​ການ​ກິນລ້ຽງ ແລະ​ດື່ມ​ເຫຼົ້າ​ເມົາ​ສຸຣາ ແລະ​ໃນ​ການ​ວິຕົກ​ກັງວົນ​ເຖິງ​ຊີວິດ​ນີ້ ບໍ່​ດັ່ງນັ້ນ​ແລ້ວ ວັນ​ນັ້ນ​ກໍ​ຈະ​ຫລອນ​ມາ​ຕົກ​ຖືກ​ພວກເຈົ້າ​ຢ່າງ​ບໍ່​ຄາດຄິດ


ຈົ່ງ​ໃຫ້​ພວກເຮົາ​ປະຕິບັດ​ຕົວ ສົມ​ກັບ​ຄົນ​ທີ່​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ບໍ່ແມ່ນ​ໃນ​ການ​ກິນລ້ຽງ​ຢ່າງ​ເຖິງ​ໃຈ ຫລື​ການ​ດື່ມ​ເຫຼົ້າ​ເມົາຢາ ບໍ່ແມ່ນ​ໃນ​ການ​ຜິດ​ສິນທຳ​ທາງ​ເພດ ຫລື​ເຮັດ​ເສື່ອມເສຍ​ສິນທຳ ບໍ່ແມ່ນ​ໃນ​ການ​ວິວາດ​ຜິດຖຽງ​ກັນ ຫລື​ອິດສາ​ກັນ.


ຄົນ​ຂີ້ລັກ ຄົນ​ຂີ້ໂລບ ຄົນ​ຂີ້ເຫລົ້າ ຄົນ​ເວົ້າ​ໃສ່ຮ້າຍ​ປ້າຍສີ ຫລື​ຄົນ​ສໍ້ໂກງ​ກໍດີ ຄົນ​ເຫຼົ່ານັ້ນ ຈະ​ບໍ່ມີ​ສ່ວນ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ.


ການ​ອິດສາ​ກັນ, ການ​ເສບ​ສຸຣາ​ຢາເມົາ, ການ​ກິນລ້ຽງ​ແບບ​ຊົ່ວຊ້າ ແລະ ການ​ອື່ນໆ​ອີກ ໃນທຳນອງ​ດຽວກັນ​ນີ້ ເຮົາ​ຂໍ​ເຕືອນ​ພວກເຈົ້າ​ດັ່ງ​ທີ່​ເຄີຍ​ເຕືອນ​ມາ​ແລ້ວ​ວ່າ, ຄົນ​ທີ່​ເຮັດ​ສິ່ງ​ເຫຼົ່ານີ້ ຈະ​ບໍ່ມີ​ສ່ວນ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ.


ນາງ​ອາບີກາຍ​ກັບຄືນ​ເມືອ​ຫາ​ນາບານ​ທີ່​ກຳລັງ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ ດັ່ງ​ກະສັດ​ຢູ່​ໃນ​ເຮືອນ​ຂອງຕົນ. ລາວ​ກຳລັງ​ມືນເມົາ​ແລະ​ມ່ວນຊື່ນ​ຢູ່. ສະນັ້ນ ນາງ​ອາບີກາຍ​ຈຶ່ງ​ບໍ່ໄດ້​ເວົ້າ​ຫຍັງ​ສູ່​ລາວ​ຟັງ​ຈົນເຖິງ​ມື້ອື່ນ​ເຊົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka