10 ເບ້ຍອະງຸ່ນທີ່ປູກຢູ່ໃນທີ່ດິນສິບສອງໄຮ່ຈະກັ່ນເຫຼົ້າອະງຸ່ນໄດ້ ພຽງແປດລິດເທົ່ານັ້ນ. ຫວ່ານແນວປູກໄປແປດສິບລິດ ຈະເກັບກ່ຽວພືດຜົນເປັນເມັດໄດ້ພຽງແຕ່ແປດລິດເທົ່ານັ້ນ.”
ດອກໄມ້ຈູມ ແລະກິ່ງ ເຮັດໃຫ້ເປັນເນື້ອດຽວກັນກັບຫລັກຕະກຽງດ້ວຍຄຳສົດ.
ແລະພຸ່ມໜາມນ້ອຍໃຫຍ່ກຳລັງຈະເກີດຂຶ້ນໃນດິນແດນປະຊາຊົນຂອງເຮົາ. ຈົ່ງຮ້ອງໄຫ້ຮໍ່າໄຮເຖິງເຮືອນທີ່ເຄີຍຢູ່ຢ່າງຜາສຸກ ແລະເຖິງເມືອງທີ່ເຕັມໄປດ້ວຍຊີວິດຊີວານັ້ນສາ.
ເມື່ອເວລານັ້ນມາເຖິງ ສວນທີ່ມີເຄືອອະງຸ່ນດີພັນຕົ້ນແລະມີລາຄາພັນຫລຽນ ກໍຈະເຕັມໄປດ້ວຍກົກໜາມແລະພຸ່ມໄມ້.
ຄວາມສຸກ ແລະຄວາມຊົມຊື່ນຍິນດີໄດ້ຖືກນຳເອົາໜີໄປຈາກທີ່ດິນອັນອຸດົມສົມບູນຂອງໂມອາບ. ເຮົາໄດ້ເຮັດໃຫ້ນໍ້າອະງຸ່ນເຊົາໄຫລຈາກທີ່ບີບໝາກອະງຸ່ນ; ບໍ່ມີຄົນເຮັດເຫຼົ້າອະງຸ່ນອີກແລ້ວ ແລະບໍ່ມີສຽງໂຮຮ້ອງຊົມຊື່ນຍິນດີ.
ເມັດພືດຕາຍໃນດິນແຫ້ງ ບໍ່ມີເຂົ້າໃນສາງ ເລົ້າເຂົ້າຖືກມ້າງລົງໃຫ້ເພພັງໝົດສິ້ນ.
ເມື່ອເຮົາທຳລາຍອາຫານຫລັກຂອງພວກເຈົ້າ, ແມ່ຍິງສິບຄົນຈະໃຊ້ເຕົາໜ່ວຍດຽວອົບເຂົ້າຈີ່. ພວກເຂົາຈະກຳນົດອັດຕາອາຫານໃຫ້ ແລະເມື່ອພວກເຈົ້າກິນແລ້ວ, ແຕ່ຍັງຈະຫິວຢູ່.
ຖ້າຜູ້ໜຶ່ງມອບທີ່ດິນຂອງຕົນສ່ວນໃດສ່ວນໜຶ່ງຖວາຍແກ່ພຣະເຈົ້າຢາເວ ໃຫ້ຕີລາຄາທີ່ດິນນັ້ນຕາມຈຳນວນພືດທີ່ໄດ້ຫວ່ານລົງໄປຄື: ອັດຕາເງິນຫ້າສິບແທ່ງຕໍ່ເຂົ້າເດືອຍຊາວກິໂລກຼາມ.
ພວກເຈົ້າຫວ່ານເມັດພືດຢ່າງຫລວງຫລາຍ ແຕ່ເກັບກ່ຽວໄດ້ໜ້ອຍດຽວ. ພວກເຈົ້າມີອາຫານ ແຕ່ກໍກິນບໍ່ພໍອີ່ມ. ພວກເຈົ້າມີເຫຼົ້າອະງຸ່ນ ແຕ່ກໍດື່ມບໍ່ພໍເມົາ ພວກເຈົ້າມີເຄື່ອງນຸ່ງຫົ່ມ ແຕ່ກໍອົບອຸ່ນບໍ່ພຽງພໍ. ຄົນເຮັດວຽກໜັກກໍລ້ຽງຊີບຕົນບໍ່ພໍກຸ້ມ.
ພວກເຈົ້າຕ່າງກໍໄປທີ່ກອງເຂົ້າ ໂດຍຫວັງວ່າຈະໄດ້ສອງຮ້ອຍກິໂລກຼາມ; ແຕ່ໃນທີ່ນັ້ນມີເຂົ້າພຽງໜຶ່ງຮ້ອຍກິໂລກຼາມເທົ່ານັ້ນ. ພວກເຈົ້າຄວນຈະໄດ້ເຫຼົ້າອະງຸ່ນຈາກຖັງໜຶ່ງຮ້ອຍລິດ ແຕ່ພວກເຈົ້າໄດ້ພຽງຫ້າສິບລິດເທົ່ານັ້ນ.
ພວກເຈົ້າຈະຫວ່ານພືດຢ່າງຫລວງຫລາຍ, ແຕ່ຈະເກັບກ່ຽວໄດ້ໜ້ອຍດຽວ ເພາະຕັກແຕນຈະມາກິນພືດຜົນນັ້ນ.
ພວກເຈົ້າຈະປູກຕົ້ນອະງຸ່ນແລະເອົາໃຈໃສ່ບົວລະບັດມັນ, ແຕ່ພວກເຈົ້າຈະບໍ່ໄດ້ເກັບໝາກ ຫລືແມ່ນແຕ່ດື່ມເຫຼົ້າອະງຸ່ນເລີຍ ເພາະໂຕບົ້ງ, ໂຕໜອນຈະກັດກິນຕົ້ນຂອງມັນ.