Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 5:1 - ພຣະຄຳພີສັກສິ

1 ເມື່ອ​ຂ້ອຍ​ຮ້ອງເພງ​ນີ້ ຂໍ​ທ່ານ​ຈົ່ງ​ຟັງ​ເອົາ​ເດີ​ ທີ່​ເອີ່ຍ​ເຖິງ​ສວນອະງຸ່ນ​ກັບ​ໝູ່ເພື່ອນ​ຂອງຂ້ອຍ: ເພື່ອນ​ຂອງຂ້ອຍ​ມີ​ສວນອະງຸ່ນ​ຕອນ​ໜຶ່ງ ຊຶ່ງ​ສວນ​ນີ້​ຕັ້ງ​ຢູ່​ຕາມ​ເນີນພູ​ທີ່​ມີ​ດິນ​ດີ.

Uka jalj uñjjattʼäta Copia luraña




ເອຊາຢາ 5:1
23 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຮ້ອງເພງ​ເຖິງ​ຄວາມສັດຊື່ ແລະ​ຄວາມ​ເປັນທຳ​ຂອງ​ພຣະອົງ.


ຂະນະທີ່​ປະພັນ​ເພງ​ນີ້​ສຳລັບ​ກະສັດ ຄຳ​ເວົ້າ​ອັນ​ມ່ວນ​ຫູ​ກໍ​ລົ້ນ​ຢູ່​ໃນ​ຈິດໃຈ​ດ້ວຍ. ລີ້ນ​ຂ້ານ້ອຍ​ພ້ອມ​ທີ່​ຈະ​ກ່າວ​ເປັນ​ຄຳ​ກາບກອນ ດັ່ງ​ປາກກາ​ຂຽນ​ຂອງ​ນັກ​ປະພັນ​ຜູ້ດີເລີດ.


ດ້ວຍ​ຣິດທານຸພາບ​ຂອງ​ພຣະອົງ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ພວກ​ຂ້ານ້ອຍ​ພົ້ນ​ໄພ ເພື່ອ​ວ່າ​ພຣະອົງ​ຈະ​ໄດ້​ຊ່ວຍກູ້​ເອົາ​ປະຊາຊົນ​ທີ່​ພຣະອົງ​ຊົງຮັກ.


ພຣະອົງ​ໄດ້​ເອົາ​ເຄືອ​ອະງຸ່ນ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລ້ວ​ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ຕ່າງໆ​ໜີ ຈາກ​ດິນແດນ​ຂອງ​ພວກເຂົາ​ແລະ​ເອົາ​ເຄືອ​ອະງຸ່ນ ມາ​ປູກ​ໄວ້​ແທນ​ໃນ​ດິນແດນ​ນັ້ນ.


ລາວ​ເປັນ​ທີ່ຮັກ​ຂອງຂ້ອຍ ຂ້ອຍ​ເປັນ​ທີ່ຮັກ​ຂອງ​ລາວ ລາວ​ລ້ຽງ​ຝູງສັດ​ຂອງ​ລາວ​ໃນ​ບ່ອນ​ທີ່​ມີ​ດອກ​ຊ້ອນ.


ປາກ​ລາວ​ຫວານຊື່ນ ເປັນ​ໜ້າ​ຈູບ​ອີ່ຫລີ ທຸກສິ່ງ​ໃນ​ຕົວ​ລາວ ເຮັດ​ໃຫ້​ຂ້ອຍ​ໄຝ່ຝັນ​ຫາ​ເລື້ອຍ. ຄົນຮັກ​ຂອງຂ້ອຍ ກໍ​ເປັນ​ດັ່ງນີ້ແຫລະ ເປັນ​ທັງ​ເພື່ອນແທ້ ແລະ​ທີ່ຮັກ​ຂອງຂ້ອຍ​ຄືກັນ.


ຈິດໃຈ​ນ້ອງ​ຮູ້ເມື່ອ​ຂຶ້ນ​ໃນ​ຂະນະທີ່​ນອນຫລັບ​ໄປ ນ້ອງ​ຝັນ​ວ່າ​ຄົນຮັກ​ຢືນ​ເຄາະ​ຢູ່​ທີ່​ປະຕູ​ຫ້ອງ. ທີ່ຮັກ​ຂອງອ້າຍ ຂໍ​ໃຫ້​ເຂົ້າ​ໄປ​ຂ້າງ​ໃນ​ຫ້ອງ​ນ້ອງ​ສາ ນ້ອງສາວ​ຂອງ​ອ້າຍ, ຄູ່ຮັກ​ຂອງອ້າຍ​ເອີຍ ນົກເຂົາ​ຂອງອ້າຍ, ຍິງ​ດີ​ທີ່ສຸດ​ຂອງ​ອ້າຍ​ເອີຍ. ສ່ວນ​ນໍ້າ​ຄ້າງ​ນັ້ນ​ກໍ​ເຕັມ​ຢູ່​ເທິງ​ຫົວ ຜົມ​ຂອງອ້າຍ​ກໍ​ຊຸ່ມ​ໄປ​ດ້ວຍ​ນໍ້າໝອກ​ໃນ​ກາງຄືນ.


ຄົນຮັກ​ນັ້ນ​ເປັນ​ຂອງຂ້ອຍ ຂ້ອຍ​ກໍ​ເປັນ​ຂອງ​ລາວ ລາວ​ລ້ຽງ​ຝູງສັດ​ຂອງຕົນ​ຢູ່​ທ່າມກາງ​ດອກ​ຊ້ອນ.


ຜູ້​ປົກຄອງ​ຕ່າງດ້າວ​ທຳລາຍ​ສວນອະງຸ່ນ​ຂອງເຮົາ ພວກເຂົາ​ຢຽບຢໍ່າ​ທົ່ງນາ​ຂອງເຮົາ​ລົງ​ສາ​ແລ້ວ; ພວກເຂົາ​ໄດ້​ພາກັນ​ປ່ຽນ​ດິນແດນ​ທີ່​ໜ້າຮັກ​ຂອງເຮົາ ໃຫ້​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ສາ​ແລ້ວ.


ເຮົາ​ໄດ້​ປູກ​ເຈົ້າ​ໄວ້​ດັ່ງ​ປູກ​ຕົ້ນອະງຸ່ນ​ພັນ​ດີ ໂດຍ​ເລືອກເຟັ້ນ​ເອົາ​ມາ​ຈາກ​ພັນ​ດີທີ່ສຸດ​ດ້ວຍ. ແຕ່​ເບິ່ງແມ! ເຈົ້າ​ກາຍເປັນຫຍັງ​ໄປ​ແລ້ວ​ຮູ້​ບໍ ເຈົ້າ​ເປັນ​ດັ່ງ​ຕົ້ນອະງຸ່ນ​ເໜົ່າ​ຫາ​ຄຸນຄ່າ​ບໍ່ໄດ້.


“ມະນຸດ​ເອີຍ ເຄືອ​ອະງຸ່ນ​ຈະ​ປຽບທຽບ​ກັບ​ຕົ້ນໄມ້​ໄດ້​ຢ່າງໃດ? ກິ່ງ​ຂອງ​ເຄືອ​ອະງຸ່ນ​ຈະ​ປຽບທຽບ​ກັບ​ງ່າ​ໄມ້​ໃນ​ປ່າ​ໄດ້​ຫລື?


ສ່ວນ​ແມ່​ຂອງ​ເຈົ້າ​ນັ້ນ​ເປັນ​ດັ່ງ​ເຄືອໝາກອະງຸ່ນ ທີ່​ຖືກ​ປູກ​ໄວ້​ໃກ້​ແຄມ​ລຳທານ​ແຫ່ງ​ໜຶ່ງ. ຍ້ອນ​ໃນ​ທີ່ນັ້ນ​ມີ​ນໍ້າ​ຊຸ່ມຊື່ນ​ຢ່າງ​ຫລວງຫລາຍ ເຄືອ​ອະງຸ່ນ​ຈຶ່ງ​ມີ​ໃບ​ດົກໜາ​ເຕັມ​ແຕ່​ໝາກ.


ປະຊາຊົນ​ອິດສະຣາເອນ​ເປັນ​ດັ່ງ​ເຄືອ​ອະງຸ່ນ​ທີ່​ມີ​ໝາກ​ດົກ. ພວກເຂົາ​ຮັ່ງມີ​ຫລາຍ​ຂຶ້ນ​ເທົ່າໃດ ພວກເຂົາ​ກໍ​ກໍ່ສ້າງ​ແທ່ນບູຊາ​ຫລາຍ​ຂຶ້ນ​ເທົ່ານັ້ນ. ດິນແດນ​ຂອງ​ພວກເຂົາ​ຜະລິດ​ຜົນ​ດີ​ຂຶ້ນ​ເທົ່າໃດ ພວກເຂົາ​ກໍ​ກໍ່ສ້າງ​ເສົາ​ສັກສິດ​ສຳລັບ​ຂາບໄຫວ້​ໃຫ້​ງາມ​ຂຶ້ນ​ເທົ່ານັ້ນ.


“ຈົ່ງ​ຟັງ​ຄຳອຸປະມາ​ເລື່ອງ​ໜຶ່ງ​ອີກ ມີ​ຄົນ​ໜຶ່ງ​ທີ່​ເຮັດ​ສວນ​ອະງຸ່ນ ເພິ່ນ​ເຮັດ​ຮົ້ວ​ລ້ອມ​ສວນ​ໄວ້ ແລະ​ສະກັດ​ອ່າງ​ເພື່ອ​ໃຊ້​ຢຽບ​ໝາກ​ອະງຸ່ນ ແລະ​ທັງ​ໄດ້​ສ້າງ​ຫໍຄອຍ​ເພື່ອ​ເຝົ້າ​ຍາມ​ໄວ້. ເພິ່ນ​ໄດ້​ເອົາ​ສວນ​ອະງຸ່ນ​ໃຫ້​ຄົນ​ເຊົ່າ ແລ້ວ​ເພິ່ນ​ກໍ​ອອກ​ໄປ​ຈາກ​ທີ່​ນັ້ນ.


ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ເລີ່ມຕົ້ນ​ກ່າວ​ແກ່​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ, “ມີ​ຄົນ​ໜຶ່ງ​ເຮັດ​ສວນອະງຸ່ນ, ເພິ່ນ​ເຮັດ​ຮົ້ວ​ລ້ອມ​ສວນ​ໄວ້ ແລະ​ສະກັດ​ອ່າງ​ເພື່ອ​ໃຊ້​ເປັນ​ບ່ອນ​ບີບຄັ້ນ​ເອົາ​ນໍ້າ​ອະງຸ່ນ ແລະ​ທັງ​ໄດ້​ສ້າງ​ຫໍຄອຍ​ເພື່ອ​ເຝົ້າ​ຍາມ​ໄວ້​ດ້ວຍ, ຕໍ່ມາ ເພິ່ນ​ເອົາ​ສວນ​ອະງຸ່ນ​ໃຫ້​ຄົນ​ເຊົ່າ ແລ້ວ​ເພິ່ນ​ກໍ​ຈາກ​ໄປ​ປະເທດ​ອື່ນ.


ແລ້ວ​ພຣະອົງ​ກໍ​ຊົງ​ກ່າວ​ຄຳອຸປະມາ​ນີ້​ສູ່​ປະຊາຊົນ​ຟັງ​ວ່າ, “ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເຮັດ​ສວນ​ອະງຸ່ນ ແລະ​ເອົາ​ສວນ​ນັ້ນ​ໃຫ້​ຄົນອື່ນ​ເຊົ່າ ແລ້ວ​ເພິ່ນ​ກໍ​ຈາກ​ໄປ​ເປັນ​ເວລາ​ດົນນານ.


“ເຮົາ​ເປັນ​ເຄືອ​ອະງຸ່ນ​ອັນ​ແທ້ຈິງ ແລະ​ພຣະບິດາເຈົ້າ​ຂອງເຮົາ​ເປັນ​ຜູ້ດູແລ​ຮັກສາ.


ພວກເຈົ້າ​ຈະ​ມີ​ທຸກສິ່ງ​ທີ່​ພວກເຈົ້າ​ຕ້ອງການ​ກິນ ແລະ​ພວກເຈົ້າ​ກໍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ສຳລັບ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພວກເຈົ້າ.”


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກຳລັງ​ນຳພາ​ພວກເຈົ້າ​ເຂົ້າ​ໄປ​ຢູ່​ໃນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ຊຶ່ງ​ມີ​ແມ່ນໍ້າ​ແລະ​ຫ້ວຍ​ຮ່ອງ, ນໍ້າ​ອອກ​ບໍ່ ແລະ​ນໍ້າ​ບາດານ​ທີ່​ໄຫລ​ອອກ​ມາ​ຈາກ​ຮ່ອມພູ​ແລະ​ເນີນພູ​ທັງຫລາຍ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka