Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 49:9 - ພຣະຄຳພີສັກສິ

9 ເຮົາ​ຈະ​ກ່າວ​ແກ່​ພວກ​ທີ່​ເປັນ​ຊະເລີຍ​ວ່າ, ‘ຈົ່ງ​ພາກັນ​ໄປ​ເປັນ​ອິດສະຫລະ​ເຖີດ’ ແລະ​ກ່າວ​ແກ່​ຜູ້​ທີ່​ຢູ່​ໃນ​ຄວາມມືດ​ວ່າ, ‘ຈົ່ງ​ອອກ​ມາ​ສູ່​ແສງແຈ້ງ​ສາ’ ພວກເຂົາ​ຈະ​ເປັນ​ດັ່ງ​ຝູງແກະ ທີ່​ກິນ​ຫຍ້າ​ຢູ່​ຕາມ​ເນີນພູ​ພຸ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 49:9
37 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້ຍິນ​ພວກ​ນັກໂທດ​ຮ້ອງ​ຄວນຄາງ ແລະ​ໃຫ້​ຄົນ​ມີ​ໂທດ​ປະຫານ​ຖືກ​ປົດປ່ອຍ.


ພຣະອົງ​ຕັດສິນ​ເຂົ້າຂ້າງ​ຜູ້​ທີ່​ຖືກ​ຂົ່ມເຫັງ ແລະ​ໂຜດ​ອາຫານ​ໃຫ້​ແກ່​ຜູ້​ທີ່​ອຶດຫິວ. ພຣະເຈົ້າຢາເວ​ປົດປ່ອຍ​ນັກໂທດ​ໃຫ້​ເປັນ​ອິດສະຫລະ​ເສລີ.


ຄົນ​ທຸກຈົນ​ຈະ​ກິນ​ອີ່ມ ແລະ​ເພິ່ງພໍໃຈ ເປັນ​ພວກ​ທີ່​ມາ​ເພິ່ງພາ​ອາໄສ​ໃນ​ພຣະເຈົ້າຢາເວ ພວກເຂົາ​ຈະ​ພາກັນ​ຮ້ອງ​ຍົກຍໍ​ພຣະນາມ ຂໍ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ໄປ​ເລື້ອຍໆ​ເທີ້ນ.


ພຣະເຈົ້າຢາເວ​ຮັບ​ຟັງ​ຜູ້ຂັດສົນ​ພາວັນນາ​ອະທິຖານ​ຫາ​ພຣະອົງ ແລະ​ບໍ່​ລືມໄລ​ປະຊາຊົນ​ຂອງ​ພຣະອົງ​ຢູ່​ໃນ​ຄຸກ.


ເຮົາ​ຈະ​ໃຫ້​ມີ​ນໍ້າ​ໄຫລ​ຜ່ານ​ໄປ​ສູ່​ພູເຂົາ​ທີ່​ແຫ້ງແລ້ງ ແລະ​ມີ​ນໍ້າພຸ​ຫລັ່ງໄຫລ​ໃນ​ຮ່ອມພູ​ດ້ວຍ. ເຮົາ​ຈະ​ປ່ຽນ​ຖິ່ນ​ແຫ້ງແລ້ງ​ເປັນ​ສະ​ນໍ້າ​ທັງຫລາຍ ປ່ຽນ​ດິນ​ທີ່​ແລ້ງ​ຝົນ​ເປັນ​ບ່ອນ​ທີ່​ມີ​ນໍ້າພຸ​ໄຫລຫລັ່ງ.


ປະຊາຊົນ​ຂອງເຮົາ​ຜູ້​ຕາບອດ ເຮົາ​ຈະ​ນຳພາ ໃຫ້​ເດີນ​ໄປ​ຕາມ​ທາງ​ທີ່​ພວກເຂົາ​ບໍ່​ເຄີຍທຽວ​ຈັກເທື່ອ. ເຮົາ​ຈະ​ປ່ຽນ​ມືດ​ໃຫ້​ເປັນ​ແຈ້ງ​ສຳລັບ​ພວກເຂົາ ທີ່​ຫລຸບ​ທີ່​ໂນນ​ໃຫ້​ເປັນ​ທີ່​ຮາບພຽງ​ແລະ​ອ່ອນນຸ້ມ. ສິ່ງ​ເຫຼົ່ານີ້​ແຫລະ ເປັນ​ຄຳສັນຍາ​ຂອງເຮົາ ເຮົາ​ຈະ​ຮັກສາ​ສິ່ງ​ນັ້ນ​ໄວ້​ຢ່າງ​ແນ່ແທ້.


ເຈົ້າ​ຈະ​ເຮັດ​ໃຫ້​ຄົນ​ຕາບອດ​ໄດ້​ເຫັນຮຸ່ງ ປົດປ່ອຍ​ຄົນ​ໃນ​ຄຸກມືດ​ໃຫ້​ເປັນ​ເສລີ.


ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະເຈົ້າຢາເວ​ອົງ​ພຣະ​ຜູ້ໄຖ່​ຂອງ​ເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ເດີ ຢາກ​ສັ່ງສອນ​ຄວາມດີ​ແລະ​ຊີ້​ທາງເດີນ​ໃຫ້​ເຈົ້າ.”


ໃນ​ເມືອງ​ທີ່​ຮົກຮ້າງ​ເພພັງ​ນັ້ນ ແກະນ້ອຍ​ຈະ​ມີ​ຫຍ້າ​ກິນ ແລະ​ແບ້​ນ້ອຍ​ກໍ​ຈະ​ພົບ​ທົ່ງຫຍ້າ.


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສະຖິດ​ກັບ​ເຮົາ. ເພາະ​ພຣະເຈົ້າຢາເວ​ໄດ້​ຫົດສົງ​ແຕ່ງຕັ້ງ​ເຮົາ​ໄວ້ ເພື່ອ​ນຳ​ເອົາ​ຂ່າວ​ປະເສີດ​ໄປ​ສູ່​ຜູ້​ຍາກຈົນ ເພື່ອ​ປິ່ນປົວ​ຄົນ​ລະທົມ​ໃຈ​ແລະ​ຊອກຊໍ້າ ເພື່ອ​ປະກາດ​ການ​ປົດປ່ອຍ​ແກ່​ຊະເລີຍເສິກ ແລະ​ເສລີພາບ​ແກ່​ຜູ້​ທີ່​ຖືກ​ຂັງ​ຄຸກ.


ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ບອກ​ພວກເຈົ້າ​ວ່າ ພວກ​ທີ່​ນະມັດສະການ​ເຮົາ ແລະ​ເຊື່ອຟັງ​ເຮົາ​ຈະ​ໄດ້​ກິນ ແລະ​ດື່ມ​ຢ່າງ​ອຸດົມສົມບູນ, ແຕ່​ພວກເຈົ້າ​ຈະ​ອຶດເຂົ້າ​ແລະ​ຫິວນໍ້າ. ພວກເຂົາ​ຈະ​ມີ​ຄວາມສຸກ ແຕ່​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.


ປະຊາຊົນ​ຜູ້​ທີ່​ໃຊ້​ຊີວິດ​ຢູ່​ໃນ​ຄວາມ​ມືດໜາ ກໍໄດ້​ເຫັນ​ແສງແຈ້ງ​ອັນ​ຍິ່ງໃຫຍ່​ສາ​ແລ້ວ. ພວກເຂົາ​ເຄີຍ​ອາໄສ​ຢູ່​ໃນ​ດິນແດນ​ແຫ່ງ​ເງົາ​ມືດມົວ ແຕ່​ບັດນີ້ ແສງແຈ້ງ​ໃສ​ກຳລັງ​ສ່ອງ​ໃສ່​ພວກ​ເຂົາເຈົ້າ.


ເຮົາ​ຈະ​ມອບ​ກະສັດ​ຜູ້ໜຶ່ງ​ໃຫ້​ພວກເຂົາ ຄື​ດາວິດ​ຜູ້​ເປັນ​ຜູ້ຮັບໃຊ້​ຂອງເຮົາ ໃຫ້​ເປັນ​ຜູ້ລ້ຽງ​ແຕ່ຜູ້ດຽວ​ຂອງ​ພວກເຂົາ ແລະ​ລາວ​ຈະ​ເປັນ​ຜູ້ລ້ຽງ​ຂອງ​ພວກເຂົາ.


ເຮົາ​ຈະ​ມອບ​ທົ່ງນາ​ອັນ​ອຸດົມສົມບູນ​ທັງຫລາຍ​ໃຫ້​ພວກເຂົາ ແລະ​ຈະ​ໃຫ້​ການອຶດຢາກ​ໃນ​ດິນແດນ​ສິ້ນສຸດໄປ. ຊົນຊາດ​ອື່ນໆ​ຈະ​ບໍ່​ດູໝິ່ນ​ປະໝາດ​ພວກເຂົາ​ອີກ​ຕໍ່ໄປ.


ໃນ​ເວລາ​ນັ້ນ​ເທິງ​ພູ​ນີ້​ຈະ​ມີ​ແຕ່​ເຄືອໝາກອະງຸ່ນ ຈະ​ມີ​ສັດ​ລ້ຽງ​ທັງຫລາຍ​ຢູ່​ຕາມ​ເນີນພູ​ທຸກໆ​ໜ່ວຍ; ນໍ້າ​ຈະ​ມີ​ເຕັມ​ຢູ່​ທຸກ​ຫ້ວຍຮ່ອງ​ໃນ​ຢູດາ ນໍ້າບໍ່​ຈະ​ໄຫລ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ຫົດ​ຮ່ອມພູ​ຊິດຕິມ.


ຖ້າ​ລາວ​ບໍ່ໄດ້​ຮັບ​ການ​ປົດປ່ອຍ​ໃຫ້​ເປັນ​ອິດສະຫລະ​ໂດຍ​ວິທີ​ເຫຼົ່ານີ້ ລາວ​ພ້ອມ​ດ້ວຍ​ລູກ​ຂອງ​ລາວ​ຕ້ອງ​ຖືກ​ປົດປ່ອຍ​ໃຫ້​ເປັນ​ອິດສະຫລະ ໃນ​ເວລາ​ຄົບຮອບ​ຫ້າສິບ​ປີ​ຊຸດ​ທີ່​ຈະ​ມາ​ເຖິງ.


ເວລາ​ຜູ້ນັ້ນ​ມາ ເພິ່ນ​ຈະ​ປົກຄອງ​ປະຊາຊົນ​ຂອງ​ເພິ່ນ​ດ້ວຍ​ກຳລັງ ຊຶ່ງ​ມາ​ຈາກ​ພຣະເຈົ້າຢາເວ ແລະ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງຕົນ. ປະຊາຊົນ​ຂອງ​ພຣະອົງ​ຈະ​ຢູ່​ຢ່າງ​ປອດໄພ ເພາະ​ປະຊາຊົນ​ໝົດ​ທັງໂລກ​ຈະ​ຮັບຮູ້​ຄວາມ​ຍິ່ງໃຫຍ່​ຂອງເພິ່ນ


ເພື່ອ​ຈະ​ສ່ອງ​ສະຫວ່າງ​ແກ່​ຄົນ​ທັງຫລາຍ​ ທີ່​ຢູ່​ໃນ​ບ່ອນ​ມືດ ແລະ​ຢູ່​ໃນ​ເງົາ​ ຂອງ​ຄວາມ​ຕາຍ ເພື່ອ​ຈະ​ນຳພາ​ຕີນ​ຂອງເຮົາ​ໄປ​ ໃນ​ທາງ​ສະຫງົບສຸກ.”


ຄື​ແສງ​ສະຫວ່າງ​ສ່ອງ​ແຈ້ງ ເປີດເຜີຍ​ພຣະ​ປະສົງ​ ແກ່​ບັນດາ​ປະຊາຊາດ ແລະ​ນຳ​ເອົາ​ສະຫງ່າຣາສີ​ມາ​ສູ່ ອິດສະຣາເອນ​ພົນລະເມືອງ​ ຂອງ​ພຣະເຈົ້າ.”


“ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ສະຖິດ​ຢູ່​ເທິງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້​ຫົດສົງ​ແຕ່ງຕັ້ງ​ຂ້ານ້ອຍ​ໄວ້ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນ​ຍາກຈົນ. ພຣະອົງ​ໃຊ້​ຂ້ານ້ອຍ​ໄປ​ປະກາດ​ ອິດສະຫລະ​ພາບ ແກ່​ຄົນ​ທັງຫລາຍ​ທີ່​ຖືກ​ຈຳຈອງ ແລະ ຄົນ​ຕາບອດ​ຈະ​ເຫັນ​ຮຸ່ງ​ອີກ ປົດປ່ອຍ​ຜູ້​ຖືກ​ກົດຂີ່​ໃຫ້​ເປັນ​ອິດສະຫລະ


ເຮົາ​ນີ້​ແຫຼະ ເປັນ​ປະຕູ ຜູ້ໃດ​ກໍຕາມ​ທີ່​ເຂົ້າ​ມາ​ທາງ​ເຮົາ​ກໍ​ຈະ​ໄດ້​ພົ້ນ ແລ້ວ​ຈະ​ເຂົ້າ​ມາ​ແລະ​ອອກ​ໄປ ທັງ​ຈະ​ພົບ​ອາຫານ​ດ້ວຍ.


ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກ​ຟາຣີຊາຍ​ອີກ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ຄວາມ​ສະຫວ່າງ​ຂອງ​ໂລກ ຜູ້​ທີ່​ຕາມ​ເຮົາ​ມາ​ຈະ​ມີ​ຄວາມ​ສະຫວ່າງ​ແຫ່ງ​ຊີວິດ ແລະ​ຈະ​ບໍ່​ເດີນ​ຢູ່​ໃນ​ຄວາມມືດ​ຈັກເທື່ອ.”


ເຮົາ​ໃຊ້​ເຈົ້າ​ໄປ​ກໍ​ເພື່ອ​ວ່າ ເຈົ້າ​ຈະ​ໄຂ​ຕາ​ຄົນ​ເຫຼົ່ານັ້ນ ແລະ​ເພື່ອ​ວ່າ ເຈົ້າ​ຈະ​ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ ມາ​ຫາ​ຄວາມ​ສະຫວ່າງ ແລະ​ຈາກ​ອຳນາດ​ຂອງ​ມານຊາຕານ ມາ​ຫາ​ພຣະເຈົ້າ ໂດຍ​ວາງໃຈເຊື່ອ​ໃນ​ເຮົາ​ບາບກຳ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ ແລະ​ຮັບ​ສ່ວນ​ໃນ​ທ່າມກາງ​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້.”’


ດ້ວຍເຫດນີ້​ຈຶ່ງ​ມີ​ຄຳ​ກ່າວ​ວ່າ, “ຄົນ​ທີ່​ນອນ​ຫລັບ​ເອີຍ, ຈົ່ງ​ຕື່ນ​ຂຶ້ນ​ເຖີດ, ຈົ່ງ​ຟື້ນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ ແລະ​ພຣະຄຣິດ​ຈະ​ສ່ອງ​ສະຫວ່າງ​ໃສ່​ເຈົ້າ.”


ເມື່ອ​ກ່ອນ​ພວກເຈົ້າ​ເຄີຍ​ຢູ່​ໃນ​ຄວາມມືດ ແຕ່​ເນື່ອງ​ຈາກ​ວ່າ​ພວກເຈົ້າ​ໄດ້​ກາຍເປັນ​ໄພ່ພົນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພວກເຈົ້າ​ຈຶ່ງ​ຢູ່​ໃນ​ຄວາມ​ສະຫວ່າງ. ດັ່ງນັ້ນ ພວກເຈົ້າ​ຈົ່ງ​ດຳເນີນ​ຊີວິດ ເໝືອນ​ດັ່ງ​ຄົນ​ທີ່​ຢູ່​ຝ່າຍ​ຄວາມ​ສະຫວ່າງ​ແລ້ວ.


ພຣະອົງ​ໃຫ້​ພວກເຂົາ​ປົກຄອງ​ໄດ້ ພູພຽງ​ອັນ​ກວ້າງໃຫຍ່ ແລະ​ກິນ​ພືດຜົນ​ທີ່​ໃຫຍ່​ຂຶ້ນ ໃນ​ທົ່ງນາ​ນັ້ນ​ໄດ້​ທັງໝົດ. ພວກເຂົາ​ພົບ​ຮັງ​ເຜິ້ງ​ປ່າ ຢູ່​ທ່າມກາງ​ໂງ່ນຫີນ ແລະ​ທີ່​ເທິງ​ໜ້າ​ດິນ​ແຂງ ຕົ້ນ​ໝາກກອກເທດ​ກໍ​ເກີດຂຶ້ນ.


ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ພວກເຮົາ​ອອກ​ມາ​ຈາກ​ອຳນາດ​ຂອງ​ຄວາມມືດ ແລະ​ໄດ້​ນຳພາ​ພວກເຮົາ​ເຂົ້າ​ໄປ​ຕັ້ງ​ໄວ້​ໃນ​ອານາຈັກ​ແຫ່ງ​ພຣະບຸດ​ທີ່ຮັກ​ຂອງ​ພຣະອົງ,


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka