Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 49:7 - ພຣະຄຳພີສັກສິ

7 ພຣະເຈົ້າຢາເວ​ອົງ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະ​ຜູ້ໄຖ່​ກ່າວ​ແກ່​ຜູ້​ທີ່​ຖືກ​ດູໝິ່ນ​ໜັກ ຄື​ຜູ້​ທີ່​ບັນດາ​ນາໆ​ຊາດ​ພາກັນ​ກຽດຊັງ ທັງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກ​ນັກປົກຄອງ​ວ່າ, “ກະສັດ​ຈະ​ເຫັນ​ເຈົ້າ​ຖືກ​ປ່ອຍຕົວ​ໄປ ພວກເຂົາ​ຈະ​ລຸກຂຶ້ນ​ຢືນ​ສະແດງ​ຄວາມ​ເຄົາຣົບ​ຕໍ່​ເຈົ້າ; ພວກ​ເຈົ້າຊາຍ​ກໍ​ຈະ​ໄດ້​ເຫັນ​ເຫດການ​ນີ້​ຄືກັນ ແລະ​ພວກເຂົາ​ຈະ​ກົ້ມ​ລົງ​ໃຫ້ກຽດ​ແກ່​ເຈົ້າ.” ສິ່ງນີ້​ຈະ​ເກີດຂຶ້ນ​ເພາະ​ພຣະເຈົ້າຢາເວ​ກະທຳການ ພຣະອົງ​ໄດ້​ເລືອກ​ເຈົ້າ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ; ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເປັນ​ອົງ​ບໍຣິສຸດ ຊົງ​ຮັກສາ​ຄຳສັນຍາ​ທີ່​ພຣະອົງ​ໄດ້​ກະທຳ​ໄວ້.

Uka jalj uñjjattʼäta Copia luraña




ເອຊາຢາ 49:7
41 Jak'a apnaqawi uñst'ayäwi  

ແລ້ວ​ຫລາຍໆ​ຊົນຊາດ ຈະ​ຄຳນັບ​ຮັບ​ຄຳ​ບັນຊາ; ພ້ອມ​ພາກັນ​ຕັ້ງໜ້າ ມາ​ຂາບລົງ​ຮັບໃຊ້​ເຈົ້າ. ຈົ່ງ​ປົກຄອງ​ພວກເຂົາ​ໃຫ້​ໄດ້​ດັ່ງ​ປົກຄອງ​ນ້ອງພີ່ ເຊັ່ນ​ພີ່ນ້ອງ​ແມ່​ເຈົ້າ ຈຸ້ມເຈື້ອ​ເຫຼົ່າ​ລູກຫລານ ພວກເຂົາ​ຈະ​ພາກັນ​ມາ​ກົ້ມຂາບ ກົ້ມຄານ​ຢ້ານກົວ​ຍິ່ງ ຈິງໃຈ​ຄຳນັບ​ເຈົ້າ​ສະເໝີ​ດ້າມ ເຈົ້າພະຍາ​ແທ້​ໃດ ບັດນີ້ ພວກ​ເຜົ່າໃດ​ປ້ອຍດ່າ​ເຈົ້າ ພວກເຂົາ​ຈະ​ຖືກ​ປ້ອຍດ່າ​ກັບຄືນ ພວກ​ເຜົ່າໃດ​ອວຍພອນ​ເຈົ້າ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ພຣະພອນ​ນັ້ນ​ເໝືອນກັນ.”


ພວກ​ຜູ້ປົກຄອງ​ບັນດາ​ຊົນຊາດ​ມາ​ເຕົ້າໂຮມ​ກັນ ຮ່ວມ​ກັບ​ປະຊາຊົນ ຂອງ​ພຣະເຈົ້າ​ຂອງ​ອັບຣາຮາມ. ພຣະອົງ​ຊົງ​ຣິດອຳນາດ​ເໜືອ​ກອງທັບ​ທັງປວງ ພຣະອົງ​ປົກຄອງ​ຢູ່​ເໜືອ​ສັບພະທຸກສິ່ງ.


ບັນດາ​ຄະນະທູດ​ຈະ​ມາ​ຈາກ​ເອຢິບ ຊາວ​ເອທີໂອເປຍ​ຈະ​ຍົກ​ມື​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ.


ພຣະອົງ​ຮູ້​ວ່າ​ຂ້ານ້ອຍ​ຖືກ​ໝິ່ນປະໝາດ​ສໍ່າໃດ ແລະ​ທັງ​ຖືກ​ອັບອາຍ​ຂາຍໜ້າ​ສໍ່າໃດ​ດ້ວຍ. ນອກນີ້​ຂ້ານ້ອຍ​ກໍ​ຍັງ​ຖືກ​ເສຍກຽດ​ຫລາຍ ພຣະອົງ​ເຫັນ​ສັດຕູ​ທັງໝົດ​ຂອງ​ຂ້ານ້ອຍ​ໄດ້.


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ພຣະເຈົ້າຢາເວ​ຈະ​ປາກົດ​ພຣະອົງເອງ​ໃຫ້​ຊາວ​ເອຢິບ​ໄດ້​ເຫັນ ແລ້ວ​ໃນວັນນັ້ນ​ພວກເຂົາ​ກໍ​ຈະ​ຮັບຮູ້​ພຣະເຈົ້າຢາເວ ແລະ​ນະມັດສະການ​ພຣະອົງ ທັງ​ຈະ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ແກ່​ພຣະອົງ​ດ້ວຍ. ພວກເຂົາ​ຈະ​ເຮັດ​ສັນຍາ​ສາບານຕົວ​ໄວ້​ກັບ​ພຣະເຈົ້າຢາເວ ແລະ​ກະທຳ​ໃຫ້​ສັນຍາ​ນັ້ນ​ສຳເລັດ​ແລ້ວ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຈະ​ມີ​ຫົນທາງຫລວງ​ລະຫວ່າງ​ປະເທດ​ເອຢິບ ແລະ​ອັດຊີເຣຍ. ປະຊາຊົນ​ທັງສອງ​ປະເທດ​ນີ້​ຈະ​ໄປມາ​ຫາສູ່​ກັນ ແລະ​ທັງສອງ​ຊົນຊາດ​ຈະ​ນະມັດສະການ​ພຣະອົງ​ຮ່ວມກັນ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ສຽງ​ແກ​ຈະ​ດັງ​ຂຶ້ນ ເພື່ອ​ເອີ້ນ​ເອົາ​ພວກ​ອິດສະຣາເອນ​ທັງໝົດ​ທີ່​ໄດ້​ຖືກ​ເນລະເທດ​ໄປ​ນັ້ນ ໃຫ້​ກັບຄືນ​ມາ​ຈາກ​ອັດຊີເຣຍ ແລະ​ປະເທດ​ເອຢິບ. ພວກເຂົາ​ຈະ​ມາ​ນະມັດສະການ​ພຣະເຈົ້າຢາເວ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຄື​ທີ່​ເທິງ​ເນີນພູ​ສັກສິດ​ຂອງ​ພຣະອົງ.


ພຣະເຈົ້າ​ກ່າວ​ວ່າ, “ນີ້​ຄື​ຜູ້ຮັບໃຊ້​ທີ່​ເຮົາ​ໃຫ້​ກຳລັງ” “ຜູ້​ທີ່​ເຮົາ​ໄດ້​ເລືອກເອົາ​ແລະ​ພໍໃຈ​ນຳ​ດ້ວຍ. ເຮົາ​ໃຫ້​ລາວ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ຂອງເຮົາ ລາວ​ຈະ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ທຸກ​ຊົນຊາດ.


ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະເຈົ້າຢາເວ​ອົງ​ພຣະ​ຜູ້ໄຖ່​ຂອງ​ເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ເດີ ຢາກ​ສັ່ງສອນ​ຄວາມດີ​ແລະ​ຊີ້​ທາງເດີນ​ໃຫ້​ເຈົ້າ.”


ເຮົາ​ກຳລັງ​ໃຫ້​ເກີດຂຶ້ນ​ໃນ​ປັດຈຸບັນ​ນີ້​ເອງ ບໍ່ມີ​ເຫດການ​ຄື​ນີ້​ເລີຍ ທີ່​ໄດ້​ເກີດຂຶ້ນ​ໃນ​ອະດີດ. ຖ້າ​ໄດ້​ມີ​ເຊັ່ນນັ້ນ ພວກເຈົ້າ​ຈະ​ຖື​ເປັນ​ຂໍ້​ອ້າງອີງ ວ່າ​ພວກເຈົ້າ​ເອງ​ຮູ້​ເຫັນ​ເຫດການ​ນັ້ນ​ແລ້ວ.


ບັນດາ​ຊົນຊາດ​ທີ່​ຢູ່​ຫ່າງໄກ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ປະຊາຊົນ​ໃນ​ດິນແດນ​ຫ່າງໄກ​ອອກ​ໄປ​ພຸ້ນ ພຣະເຈົ້າຢາເວ​ເລືອກ​ຂ້ອຍ​ໄວ້​ກ່ອນ​ມື້​ເກີດ​ມາ ແລະ​ໄດ້​ຕັ້ງ​ຊື່​ໃຫ້​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່.


ບັນດາ​ກະສັດ​ຈະ​ເປັນ​ດັ່ງ​ບິດາ​ຂອງເຈົ້າ ບັນດາ​ຣາຊີນີ​ກໍ​ຈະ​ເປັນ​ດັ່ງ​ມານດາ​ຂອງເຈົ້າ. ພວກເຂົາ​ຈະ​ກົ້ມ​ໃຫ້ກຽດ​ເຈົ້າ​ຕໍ່ໜ້າ​ເຈົ້າ ຈະ​ໃຫ້​ຄວາມນັບຖື​ແກ່​ເຈົ້າ​ຢ່າງ​ອ່ອນນ້ອມ. ແລ້ວ​ເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ຜູ້​ທີ່​ລໍຄອຍ​ໃຫ້​ເຮົາ​ຊ່ວຍເຫຼືອ​ຈະ​ບໍ່​ຜິດຫວັງ​ຈັກເທື່ອ.”


ເຮົາ​ຈະ​ເຮັດ​ໃຫ້​ພວກ​ກົດຂີ່​ເຈົ້າ​ຂ້າ​ກັນ​ເອງ ພວກເຂົາ​ຈະ​ມົວ​ຂ້າຟັນກັນ​ຢ່າງ​ໂມໂຫ​ໃຫຍ່. ແລ້ວ​ທົ່ວໂລກ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ຜູ້​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ແລະ​ພຣະ​ຜູ້ໄຖ່​ຂອງເຈົ້າ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ຈັກ​ວ່າ​ເຮົາ​ແມ່ນ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ.”


ຂ້ອຍ​ໄດ້​ແບ​ຫລັງ​ໃຫ້​ຜູ້​ທີ່​ຂ້ຽນຕີ​ ຂ້ອຍ​ບໍ່ໄດ້​ຢັບຢັ້ງ​ຄົນ​ທີ່​ດູໝິ່ນ​ນິນທາ​ຂ້ອຍ. ເມື່ອ​ພວກເຂົາ​ກຳ​ໜວດ​ຈັບ​ເຄົາ​ຂ້ອຍ​ດຶງ​ໄປ ກໍ​ປິ່ນໜ້າ​ໂດຍ​ດີ​ໃຫ້​ພວກເຂົາ​ຖົ່ມ​ນໍ້າລາຍ​ໃສ່.


ແຕ່​ບັດນີ້​ຫລາຍ​ຊົນຊາດ​ຈະ​ງຶດງໍ້​ອັດສະຈັນໃຈ ພວກ​ກະສັດ​ກໍ​ຈະ​ອັດສະຈັນໃຈ​ຈົນ​ປາກ​ບໍ່ອອກ. ພວກເຂົາ​ຈະ​ຮູ້ເຫັນ​ແລະ​ທັງ​ຈະ​ເຂົ້າໃຈ ບາງ​ສິ່ງ​ທີ່​ພວກເຂົາ​ບໍ່ເຄີຍ​ຮູ້ເຫັນ​ຈັກເທື່ອ.”


ພວກເຮົາ​ດູໝິ່ນ​ປະໝາດ​ແລະ​ປະຖິ້ມ​ທ່ານ​ໄປ ທ່ານ​ໄດ້​ທົນທຸກ​ນາໆ ແລະ​ທົນ​ຕໍ່​ຄວາມ​ເຈັບປວດ. ບໍ່ມີ​ຜູ້ໃດ​ແມ່ນແຕ່​ຈະ​ຫລຽວແລ​ເບິ່ງ​ທ່ານ​ເລີຍ ຕ່າງ​ກໍ​ເມີນເສີຍ​ດັ່ງ​ເພິ່ນ​ບໍ່ມີ​ຫຍັງ​ຈັກດີ້.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ນະຄອນ​ເຢຣູຊາເລັມ​ວ່າ, “ຊາວ​ຕ່າງດ້າວ​ຈະ​ສ້າງ​ກຳແພງ​ເຈົ້າ​ຂຶ້ນ​ໃໝ່ ກະສັດ​ຂອງ​ພວກເຂົາ​ກໍ​ຈະ​ມີ​ສິດ​ຮັບໃຊ້​ເຈົ້າ​ຄືກັນ ທີ່​ເຮົາ​ໄດ້​ລົງໂທດ​ເຈົ້າ​ໄປ​ເພາະ​ຄວາມ​ໂກດຮ້າຍ; ແຕ່​ບັດນີ້ ເຮົາ​ຈະ​ສຳແດງ​ຄວາມ​ເມດຕາ ເຮົາ​ຈະ​ໃຫ້​ຄວາມ​ປານີ​ຂອງເຮົາ​ແກ່​ເຈົ້າ.


ບັນດາ​ຊົນຊາດ​ທັງ​ກະສັດ​ຈະ​ເອົາໃຈໃສ່​ເຈົ້າ ເໝືອນ​ດັ່ງ​ແມ່​ຜູ້ໜຶ່ງ​ລ້ຽງ​ລູກ​ຂອງຕົນ​ນັ້ນ. ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ​ເປັນຜູ້ຊ່ວຍ​ຂອງເຈົ້າ. ແລະ​ເປັນ​ຜູ້ໄຖ່ໂທດ​ຂອງເຈົ້າ ຄື​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ.


ແສງແຈ້ງ​ຂອງ​ເຈົ້າ​ຈະ​ນຳ​ບັນດາ​ຊົນຊາດ​ເຂົ້າ​ມາ ກະສັດ​ຈະ​ເຂົ້າ​ສູ່​ແສງແຈ້ງ​ໃນ​ວັນ​ໃໝ່​ຂອງ​ເຈົ້າ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ໃນ​ທຸກໆ​ວັນ​ຂອງ​ເທດສະການ​ເດືອນ​ຂຶ້ນ​ໃໝ່​ແລະ​ທຸກໆ​ວັນ​ຊະບາໂຕ ປະຊາຊົນ​ທຸກ​ຊາດ​ຈະ​ມາ​ນະມັດສະການ​ຕໍ່ໜ້າ​ເຮົາ.


ຂ້າພະເຈົ້າ​ໝົດ​ຄວາມ​ອົດທົນ​ກັບ​ຄົນລ້ຽງແກະ​ອື່ນ​ສາມ​ຄົນ ທີ່​ກຽດຊັງ​ຂ້າພະເຈົ້າ; ພຽງ​ເດືອນ​ດຽວ​ເທົ່ານັ້ນ ຂ້າພະເຈົ້າ​ກໍໄດ້​ກຳຈັດ​ພວກເຂົາ​ທັງໝົດ.


ເໝືອນ​ຢ່າງ​ບຸດ​ມະນຸດ​ບໍ່ໄດ້​ມາ​ເພື່ອ​ໃຫ້​ຄົນອື່ນ​ຮັບໃຊ້​ຕົນ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ​ຍອມ​ສະຫລະ​ຊີວິດ​ຂອງຕົນ ເປັນ​ຄ່າ​ໄຖ່​ຄົນ​ຈຳນວນ​ຫລວງຫລາຍ.”


ແລ້ວ​ພວກເຂົາ​ກໍ​ຖົ່ມ​ນໍ້າລາຍ​ໃສ່​ໜ້າ​ພຣະເຢຊູເຈົ້າ ແລະ​ຕົບຕີ​ພຣະອົງ ສ່ວນ​ພວກ​ທີ່​ຕົບ​ໜ້າ​ພຣະອົງ


ຜູ້ໃດ​ເປັນ​ໃຫຍ່​ກວ່າ​ກັນ ຜູ້​ທີ່​ນັ່ງ​ກິນ ຫລື​ຜູ້​ທີ່​ຮັບໃຊ້? ແນ່ນອນ​ແລ້ວ ຕ້ອງ​ແມ່ນ​ຜູ້​ທີ່​ນັ່ງ​ກິນ​ເທິງ​ໂຕະ, ແຕ່​ເຮົາ​ຢູ່​ທ່າມກາງ​ພວກເຈົ້າ ເໝືອນ​ດັ່ງ​ຄົນ​ທີ່​ຮັບໃຊ້​ຜູ້ໜຶ່ງ.


ປະຊາຊົນ​ທັງໝົດ​ຮ້ອງ​ຂຶ້ນ​ພ້ອມ​ກັນ​ວ່າ, “ເອົາ​ມັນ​ໄປ​ຂ້າ​ເສຍ ແລ້ວ​ຈົ່ງ​ປ່ອຍ​ບາຣາບາ​ໃຫ້​ພວກເຮົາ.” (


ແຕ່​ປະຊາຊົນ​ພ້ອມ​ກັນ​ຮ້ອງ​ຂຶ້ນ​ຈົນ​ສຸດ​ສຽງ ເພື່ອ​ໃຫ້​ພຣະອົງ​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແລະ​ໃນ​ທີ່ສຸດ ສຽງ​ໂຮຮ້ອງ​ຂອງ​ພວກເຂົາ​ກໍ​ຊະນະ.


ຝ່າຍ​ປະຊາຊົນ​ກໍ​ຢືນ​ເບິ່ງ​ຢູ່​ທີ່​ນັ້ນ, ຂະນະທີ່​ບັນດາ​ຜູ້ນຳ​ຊາວ​ຢິວ​ເຢາະເຢີ້ຍ​ພຣະອົງ​ວ່າ, “ຖ້າ​ລາວ​ເປັນ​ພຣະຄຣິດ ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ນັ້ນ ລາວ​ຊ່ວຍ​ຄົນອື່ນ​ໄດ້ ໃຫ້​ຊ່ວຍ​ຕົນເອງ​ເບິ່ງດູ.”


ຄົນ​ທັງຫລາຍ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ຢ່າ​ປ່ອຍ​ຊາຍ​ຄົນ​ນີ້​ເລີຍ ໃຫ້​ປ່ອຍ​ບາຣາບາ.” (ບາຣາບາ​ເປັນ​ໂຈນ.)


ພວກເຂົາ​ຮ້ອງ​ຕອບ​ຄືນ​ວ່າ, “ເອົາ​ມັນ​ໄປ ເອົາ​ມັນ​ໄປ ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ.” ປີລາດ​ຖາມ​ວ່າ, “ພວກທ່ານ​ຢາກ​ໃຫ້​ເຮົາ​ຄຶງ​ກະສັດ​ຂອງ​ພວກທ່ານ​ທີ່​ໄມ້ກາງແຂນ​ບໍ?” ພວກ​ຫົວໜ້າ​ປະໂຣຫິດ​ໄດ້ຕອບ​ວ່າ, “ພວກເຮົາ​ບໍ່ມີ​ກະສັດ ນອກຈາກ​ຈັກກະພັດ​(ກາຍຊາ).”


ເມື່ອ​ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ເຈົ້າໜ້າທີ່​ໄດ້​ເຫັນ​ພຣະອົງ ກໍ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ຄຶງ​ໄວ້​ທີ່​ໄມ້ກາງແຂນ ຄຶງ​ໄວ້​ທີ່​ໄມ້ກາງແຂນ.” ປີລາດ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ໃຫ້​ພວກທ່ານ​ເອົາ​ລາວ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ສາ ຝ່າຍ​ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຊາຍ​ຄົນ​ນີ້.”


ພຣະເຈົ້າ​ສັດຊື່ ພຣະອົງ​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ສຳພັນ​ສະໜິດ​ກັບ​ພຣະບຸດ​ຂອງ​ພຣະອົງ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະອົງເຈົ້າ​ຂອງ​ພວກເຮົາ.


ຈົ່ງ​ຈົດຈຳ​ໄວ້​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແມ່ນ​ພຣະເຈົ້າ​ແຕ່​ອົງ​ດຽວ ແລະ​ພຣະອົງ​ຊົງ​ສັດຊື່ ພຣະອົງ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ ແລະ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ເຖິງ​ພັນ​ຊົ່ວ​ເຊັ່ນຄົນ ແກ່​ພວກ​ທີ່​ຮັກ​ພຣະອົງ​ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ,


ຈົ່ງ​ມາ​ຫາ​ພຣະອົງ ຜູ້​ຊົງ​ເປັນ​ພຣະ​ສີລາ​ທີ່​ຊົງ​ຊີວິດ ຊຶ່ງ​ຝ່າຍ​ມະນຸດ​ໄດ້​ປະຖິ້ມ​ເສຍ ແຕ່​ຝ່າຍ​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ແລະ​ຊົງ​ຖື​ວ່າ​ມີ​ຄຸນຄ່າ​ສູງ.


ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ໄດ້​ເປົ່າແກ​ຂອງຕົນ​ແລ້ວ ກໍ​ມີ​ຫຼາຍ​ສຽງດັງ​ຈາກ​ສະຫວັນ ກ່າວ​ວ່າ, “ຣາຊອານາຈັກ​ໂລກນີ້ ເປັນ​ກຳມະສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ພຣະຄຣິດ​ຂອງ​ພຣະອົງ ແລະ​ພຣະອົງ​ຈະ​ປົກຄອງ​ຕະຫລອດ​ຊົ່ວ​ນິຣັນດອນ.”


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ຜູ້​ບໍຣິສຸດ​ແລະ​ສັດຊື່ ຜູ້​ຊົງ​ຖື​ຂໍ​ກະແຈ​ຂອງ​ດາວິດ ແລະ​ຜູ້​ຊົງ​ເປີດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ປິດ ແລະ​ຜູ້​ຊົງ​ປິດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເປີດ ຊົງ​ກ່າວ​ດັ່ງນີ້​ວ່າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka