Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 49:6 - ພຣະຄຳພີສັກສິ

6 ພຣະອົງ​ກ່າວ​ວ່າ, “ເຮົາ​ມີ​ພາລະກິດ ທີ່​ຍິ່ງໃຫຍ່​ໃຫ້​ເຈົ້າ​ຜູ້ຮັບໃຊ້​ຂອງເຮົາ​ເຮັດ. ບໍ່ແມ່ນ​ພຽງແຕ່​ໃຫ້​ນຳ​ຄວາມ​ຍິ່ງໃຫຍ່ ຂອງ​ຊົນຊາດ​ອິດສະຣາເອນ​ທີ່​ລອດຕາຍ​ຄືນ​ມາ, ແຕ່​ຈະ​ໃຫ້​ເຈົ້າ​ເປັນ​ແສງ​ສະຫວ່າງ​ແກ່​ບັນດາ​ປະຊາຊາດ​ທັງຫລາຍ ເພື່ອ​ວ່າ​ເຈົ້າ​ຈະ​ນຳ​ຄວາມ​ລອດພົ້ນ​ຂອງເຮົາ​ໄປ​ເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”

Uka jalj uñjjattʼäta Copia luraña




ເອຊາຢາ 49:6
30 Jak'a apnaqawi uñst'ayäwi  

ຢູດາ ຈະ​ຖື​ຕາ​ຕັ້ງ​ອຳນາດ​ແຫ່ງ​ຣາຊາ ສືບ​ຮອດ​ຍາດ​ວົງ​ໃຫ້​ເຊື້ອສາຍ​ຄອງ​ອຳນາດ ຈົນ​ມີ​ຫລາຍ​ຊົນຊາດ​ອາສາ​ຫາ​ຂອງຂວັນ​ມາ​ຖວາຍ​ແດ່ ແລະ​ກົ້ມ​ຂາບລົງ​ໄຫວ້​ເຈົ້າ​ຝູງ​ຄົນ​ເຝົ້າ​ເຊື່ອຟັງ.


ກະສັດ​ເຮເຊກີຢາ​ຕອບ​ວ່າ, “ເປັນ​ການ​ງ່າຍ​ທີ່​ຈະ​ໃຫ້​ເງົາ​ຍ້າຍ​ຂຶ້ນ​ໄປ​ອີກ​ສິບ​ຂັ້ນ; ໃຫ້​ເງົາ​ຖອຍ​ລົງ​ສິບ​ຂັ້ນ​ສາ.”


ເອລີຊາ​ກ່າວ​ຕໍ່ໄປ​ວ່າ, “ພຣະເຈົ້າຢາເວ​ກະທຳການ​ນີ້​ໄດ້​ຢ່າງ​ງ່າຍດາຍ ແລະ​ພຣະອົງ​ຈະ​ໃຫ້​ພວກທ່ານ​ຮົບ​ຊະນະ​ພວກ​ໂມອາບ.


ສຳລັບ​ພຣະເຈົ້າຢາເວ​ພຣະອົງ​ຮັກ​ຄວາມ​ເປັນທຳ ແລະ​ບໍ່​ປ່ອຍປະ​ລະເລີຍ​ຄົນ​ທີ່​ສັດຊື່​ຕໍ່​ພຣະອົງ​ນັ້ນ. ພຣະອົງ​ຄຸ້ມຄອງ​ເຂົາເຈົ້າ​ຕະຫລອດໄປ ແຕ່​ເຊື້ອສາຍ​ຂອງ​ຄົນຊົ່ວ​ຈະ​ຖືກ​ໄລ່​ໃຫ້​ໜີໄປ​ສິ້ນ.


ຂ້າແດ່​ພຣະເຈົ້າ ຂໍ​ໃຫ້​ປະຊາຊາດ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຂໍ​ໃຫ້​ທຸກ​ຊາດ​ທຸກ​ພາສາ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເທີ້ນ.


ພຣະເຈົ້າຢາເວ​ຮັກ​ພວກ​ທີ່​ກຽດຊັງ​ຄວາມຊົ່ວ ພຣະອົງ​ຄຸ້ມຄອງ​ຊີວິດ​ປະຊາຊົນ​ຂອງ​ພຣະອົງ​ໄວ້ ພຣະອົງ​ຊ່ວຍກູ້​ເອົາ​ພວກເຂົາ​ອອກ​ຈາກ​ຄວາມ​ຊົ່ວຮ້າຍ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ກະສັດ​ອົງ​ໃໝ່​ຈາກ​ເຊື້ອວົງ​ຂອງ​ດາວິດ ຈະ​ເປັນ​ສັນຍາລັກ​ຂອງ​ຊົນຊາດ​ທັງຫລາຍ. ພວກເຂົາ​ຈະ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ຂອງ​ກະສັດ ແລະ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ.


ຈົ່ງ​ຮ້ອງເພງ​ບົດໃໝ່​ຖວາຍ​ຍ້ອງຍໍ​ສັນລະເສີນ ທົ່ວ​ທັງໂລກ ຈົ່ງ​ຮ້ອງເພງ​ຍ້ອງຍໍ​ພຣະເຈົ້າຢາເວ ຜູ້​ເດີນເຮືອ​ໃນ​ທະເລ​ນັ້ນ ຈົ່ງ​ສັນລະເສີນ​ພຣະອົງ ທຸກສິ່ງ​ທີ່​ມີ​ຊີວິດ​ໃນ​ນັ້ນ ຈົ່ງ​ສັນລະເສີນ​ພຣະເຈົ້າ ບັນດາ​ປະເທດ​ຕ່າງໆ​ທີ່​ຢູ່​ຫ່າງໄກ​ແສນໄກ ແລະ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນເມືອງ​ນັ້ນ ຈົ່ງ​ສັນລະເສີນ​ພຣະເຈົ້າ


“ເຮົາ​ຄື​ພຣະເຈົ້າຢາເວ ເຮົາ​ໄດ້ເອີ້ນ​ເຈົ້າ​ຕາມ​ແຜນການ ອັນ​ສັດຊື່​ຂອງເຮົາ​ທີ່​ໃຫ້​ຄວາມ​ຍຸດຕິທຳ​ແກ່​ໂລກ. ໂດຍ​ທາງ​ເຈົ້າ​ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ທຸກຄົນ ແລະ​ເຮົາ​ຈະ​ໃຫ້​ແສງແຈ້ງ​ແກ່​ຊາວ​ໂລກ.


ຊາວ​ໂລກ​ທັງ​ໂລກ ຈົ່ງ​ກັບ​ມາ​ຫາ​ເຮົາ ເຮົາ​ເທົ່ານັ້ນ​ຄື​ພຣະເຈົ້າ​ແລະ​ຊ່ວຍ​ໃຫ້​ພົ້ນ​ໄດ້.


ເຮົາ​ພວມ​ນຳ​ມື້​ໄຊຊະນະ​ເຂົ້າ​ມາ​ໃກ້​ທຸກ​ທີ ເປັນ​ໄຊຊະນະ​ທີ່​ບໍ່​ຢູ່​ໄກ​ແຕ່​ຢ່າງໃດ​ຈັກດີ້. ຄວາມມີໄຊ​ຂອງເຮົາ​ຈະ​ບໍ່​ຖືກ​ເຮັດ​ໃຫ້​ຊັກຊ້າ​ໄປ ເຢຣູຊາເລັມ​ແລະ​ອິດສະຣາເອນ ຈະ​ມີ​ຜູ້​ຊ່ວຍ​ທັງ​ໄດ້​ຮັບ​ກຽດ.”


ຈົ່ງ​ອອກ​ໄປ​ຢ່າງ​ອິດສະຫລະ​ຈາກ​ນະຄອນ​ບາບີໂລນ ຈົ່ງ​ປະກາດ​ຂ່າວ​ດີ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ. ຈົ່ງ​ບອກ​ທຸກໆ​ບ່ອນ​ໃຫ້​ຮູ້​ແລະ​ໄດ້ຍິນ​ວ່າ, “ພຣະເຈົ້າຢາເວ​ໄດ້​ໄຖ່​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ.”


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ຈະ​ກ່າວ​ດັ່ງ​ຕໍ່ໄປນີ້: ເຮົາ​ໄດ້​ໃຫ້​ຄຳສັ່ງສອນ​ແກ່​ຊົນຊາດ​ທັງຫລາຍ ກົດບັນຍັດ​ຈະ​ນຳ​ພວກເຂົາ​ສູ່​ແສງແຈ້ງ.


ພຣະເຈົ້າຢາເວ​ຈະ​ໃຊ້​ຣິດທານຸພາບ​ອັນ​ສັກສິດ ຕໍ່ສາຍຕາ​ປະຊາຊົນ​ຂອງ​ທຸກໆ​ຊົນຊາດ ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນໄພ ໝົດ​ທັງໂລກ​ຈະ​ໄດ້​ເຫັນ​ຄວາມພົ້ນ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ.


ບັດນີ້ ເຈົ້າ​ຈະ​ເອີ້ນ​ຊົນຊາດ​ຕ່າງດ້າວ​ທັງຫລາຍ ຊຶ່ງ​ໃນ​ເວລາ​ໜຶ່ງ​ພວກເຂົາ​ບໍ່ເຄີຍ​ຮູ້ຈັກ​ເຈົ້າ ແຕ່​ບັດນີ້ ພວກເຂົາ​ຈະ​ແລ່ນ​ມາ​ຫາ​ເຈົ້າ ເພື່ອ​ຂໍ​ຮ່ວມເຂົ້າ​ກັບ​ເຈົ້າ​ໃດ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ແລະ​ເພາະ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຈະ​ໃຫ້​ເຈົ້າ​ມີ​ສະຫງ່າຣາສີ​ແລະ​ກຽດຕິຍົດ.”


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ທີ່​ນຳ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ກັບຄືນ​ມາ​ແຕ່​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ໄດ້​ສັນຍາ​ວ່າ ພຣະອົງ​ຍັງ​ຈະ​ນຳ​ປະຊາຊົນ​ອື່ນໆ​ມາ​ຮ່ວມ​ກັບ​ພວກເຂົາ.


ແສງແຈ້ງ​ຂອງ​ເຈົ້າ​ຈະ​ນຳ​ບັນດາ​ຊົນຊາດ​ເຂົ້າ​ມາ ກະສັດ​ຈະ​ເຂົ້າ​ສູ່​ແສງແຈ້ງ​ໃນ​ວັນ​ໃໝ່​ຂອງ​ເຈົ້າ.


ພຣະເຈົ້າຢາເວ​ໄດ້​ປະກາດ​ຈົນ​ສຸດປາຍ​ແຜ່ນດິນ​ໂລກ​ທັງໝົດ​ວ່າ, “ຈົ່ງ​ບອກ​ລູກສາວ​ຂອງ​ຊີໂອນ​ວ່າ ຈົ່ງ​ເບິ່ງ​ຄວາມພົ້ນ​ຂອງເຈົ້າ​ກຳລັງ​ມາ ລາງວັນ​ຂອງ​ພຣະອົງ​ກໍຢູ່​ກັບ​ພຣະອົງ ແລະ​ບຳເໜັດ​ຂອງ​ພຣະອົງ​ກໍຢູ່​ກ່ອນໜ້າ​ພຣະອົງ.”


ຖ້າ​ພວກເຂົາ​ຍອມ​ຮັບ​ເອົາ​ວິທີ​ທາງ​ດຳເນີນ​ຊີວິດ ຂອງ​ປະຊາຊົນ​ຂອງເຮົາ​ດ້ວຍ​ໝົດຈິດ​ໝົດໃຈ ແລະ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ດັ່ງ​ພວກເຂົາ​ໄດ້​ສັ່ງສອນ​ປະຊາຊົນ​ຂອງເຮົາ​ໃຫ້​ສາບານ​ຕໍ່​ພະບາອານ​ນັ້ນ ແລ້ວ​ພວກເຂົາ​ກໍ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຊົນ​ຂອງເຮົາ​ເໝືອນກັນ ແລະ​ພວກເຂົາ​ຈະ​ຈະເລີນ​ຮຸ່ງເຮືອງ​ດ້ວຍ.


ສະນັ້ນ ເພິ່ນ​ຈຶ່ງ​ມອບ​ພວກເຂົາ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ຈົນເຖິງ​ເວລາ​ຍິງສາວ​ທີ່​ໃຫ້​ກຳເນີດ​ມີ​ລູກຊາຍ​ຂອງຕົນ. ແລ້ວ​ບັນດາ​ພວກ​ພີ່ນ້ອງ​ທີ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ນັ້ນ ກໍ​ຈະ​ມາ​ທ້ອນໂຮມກັນ​ກັບ​ປະຊາຊົນ​ຂອງ​ພວກເຂົາ​ເອງ.


ລາວ​ຈະ​ເປັນ​ຜູ້​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຈະ​ໄດ້​ຮັບ​ກຽດ​ສົມກັບ​ເປັນ​ກະສັດ ແລະ​ລາວ​ຈະ​ປົກຄອງ​ປະຊາຊົນ​ຂອງຕົນ. ຈະ​ມີ​ປະໂຣຫິດ​ຄົນ​ໜຶ່ງ​ຢືນ​ຢູ່​ທີ່​ຂ້າງ​ບັນລັງ​ຂອງ​ລາວ ແລະ​ພວກເຂົາ​ຈະ​ປົກຄອງ​ຮ່ວມກັນ​ຢ່າງ​ສັນຕິສຸກ ແລະ​ມີ​ຄວາມ​ເຂົ້າໃຈ​ຊຶ່ງກັນແລະກັນ.’


ປະຊາຊົນ​ຢ່າງ​ຫລວງຫລາຍ ແລະ​ຫລາຍ​ຊົນຊາດ​ທີ່​ມີ​ອຳນາດ​ຈະ​ມາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ສະແຫວງຫາ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແລະ​ເພື່ອ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ.


ຄື​ແສງ​ສະຫວ່າງ​ສ່ອງ​ແຈ້ງ ເປີດເຜີຍ​ພຣະ​ປະສົງ​ ແກ່​ບັນດາ​ປະຊາຊາດ ແລະ​ນຳ​ເອົາ​ສະຫງ່າຣາສີ​ມາ​ສູ່ ອິດສະຣາເອນ​ພົນລະເມືອງ​ ຂອງ​ພຣະເຈົ້າ.”


ເພາະ​ເລື່ອງ​ນີ້​ແຫຼະ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ສັ່ງ​ພວກເຮົາ​ວ່າ, ‘ເຮົາ​ໄດ້​ຕັ້ງ​ເຈົ້າ​ໄວ້​ໃຫ້​ເປັນ​ແສງ​ສະຫວ່າງ ແກ່​ຄົນຕ່າງຊາດ ເພື່ອ​ວ່າ​ເຈົ້າ​ຈະ​ເປັນ​ເຫດ​ໃຫ້​ ໂລກ​ທັງໝົດ​ໄດ້​ພົ້ນ.”’


ເຮົາ​ໃຊ້​ເຈົ້າ​ໄປ​ກໍ​ເພື່ອ​ວ່າ ເຈົ້າ​ຈະ​ໄຂ​ຕາ​ຄົນ​ເຫຼົ່ານັ້ນ ແລະ​ເພື່ອ​ວ່າ ເຈົ້າ​ຈະ​ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ ມາ​ຫາ​ຄວາມ​ສະຫວ່າງ ແລະ​ຈາກ​ອຳນາດ​ຂອງ​ມານຊາຕານ ມາ​ຫາ​ພຣະເຈົ້າ ໂດຍ​ວາງໃຈເຊື່ອ​ໃນ​ເຮົາ​ບາບກຳ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ ແລະ​ຮັບ​ສ່ວນ​ໃນ​ທ່າມກາງ​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້.”’


ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ ແລະ​ເປັນ​ຜູ້​ທຳອິດ ທີ່​ເປັນ​ຄືນ​ມາ​ຈາກ​ຕາຍ ເພື່ອ​ຈະ​ປະກາດ​ຄວາມ​ສະຫວ່າງ​ທີ່​ນຳ​ໄປ​ສູ່​ຄວາມ​ລອດພົ້ນ​ແກ່​ຄົນ​ຢິວ ແລະ​ແກ່​ຄົນຕ່າງຊາດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka