Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 49:4 - ພຣະຄຳພີສັກສິ

4 ຂ້ານ້ອຍ​ກ່າວ​ວ່າ, “ຂ້ານ້ອຍ​ເຮັດ​ວຽກ ແຕ່​ກໍ​ບໍ່ມີ​ປະໂຫຍດ ຂ້ານ້ອຍ​ໃຊ້​ກຳລັງ ແຕ່​ກໍ​ບໍ່​ສຳເລັດ​ຫຍັງ​ຈັກຢ່າງ. ແຕ່​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ປ້ອງກັນ​ສິດ ພຣະອົງ​ຈະ​ໃຫ້​ບຳເໜັດ​ໃນ​ສິ່ງ​ທີ່​ຂ້ານ້ອຍ​ກະທຳ​ນັ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 49:4
28 Jak'a apnaqawi uñst'ayäwi  

ເພິ່ນ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ຮັບໃຊ້​ພຽງແຕ່​ພຣະອົງ​ມາ​ຕະຫລອດ, ແຕ່​ປະຊາຊົນ​ອິດສະຣາເອນ​ໄດ້​ລະເມີດ​ພັນທະສັນຍາ​ຂອງ​ພຣະອົງ, ໄດ້​ທຳລາຍ​ແທ່ນບູຊາ​ຂອງ​ພຣະອົງ ແລະ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພຣະອົງ. ມີ​ແຕ່​ຂ້ານ້ອຍ​ຄົນດຽວ​ເຫລືອຢູ່ ແລະ​ພວກເຂົາ​ກໍ​ພະຍາຍາມ​ຈະ​ຂ້າ​ຂ້ານ້ອຍ​ເສຍ.”


ທຸກຄົນ​ຍ່ອມ​ຕ້ອງການ​ຄົນດີ​ມາ​ປົກຄອງ, ແຕ່​ຄວາມ​ຍຸດຕິທຳ​ໄດ້​ມາ​ທາງ​ພຣະເຈົ້າຢາເວ​ເທົ່ານັ້ນ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ ແລະ​ສັນລະເສີນ​ພຣະນາມ​ພຣະເຈົ້າ. ພຣະອົງ​ນັ້ນ​ໄດ້​ເຮັດ​ສິ່ງ​ອັດສະຈັນ​ນາໆ​ປະການ ພຣະອົງ​ເຮັດ​ຕາມ​ແຜນການ​ທີ່​ຊົງ​ໄດ້​ວາງ​ໄວ້.


ຈົ່ງ​ບອກ​ທຸກຄົນ​ທີ່​ຂາດ​ຄວາມ​ຊູໃຈ​ໃຫ້​ຮູ້​ວ່າ “ຈົ່ງ​ເຂັ້ມແຂງ ແລະ​ຢ່າ​ສູ່ຢ້ານ​ປະການ​ໃດ​ເລີຍ ພຣະເຈົ້າ​ກຳລັງ​ມາ​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ, ພຣະອົງ​ກຳລັງ​ມາ​ແກ້ແຄ້ນ​ສັດຕູ​ຂອງ​ພວກເຈົ້າ.”


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ຈະ​ມາ​ປົກຄອງ​ດ້ວຍ​ຣິດທານຸພາບ​ຍິ່ງໃຫຍ່ ໂດຍ​ນຳ​ຄົນ​ທີ່​ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ມາ​ພ້ອມ.


ຊາດ​ອິດສະຣາເອນ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຈົ່ມ ວ່າ​ພຣະເຈົ້າຢາເວ​ບໍ່​ຮູ້ຈັກ​ຄວາມ​ເດືອດຮ້ອນ​ຂອງ​ພວກເຈົ້າ ຫລື​ບໍ່​ເບິ່ງແຍງ​ພວກເຈົ້າ ແລະ​ເຝົ້າ​ຮັກສາ? ເມື່ອ​ຖືກ​ທົນທຸກ​ເພາະ​ຄວາມ​ບໍ່​ຍຸດຕິທຳ​ນັ້ນ?


ພຣະເຈົ້າ​ຂອງ​ເຮົາ​ກ່າວ​ວ່າ, “ຄົນຊົ່ວຮ້າຍ​ຈະ​ບໍ່ໄດ້​ຮັບ​ສັນຕິສຸກ​ຈັກເທື່ອ.”


ພຣະອົງ​ຈະ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ​ຕາມ​ການກະທຳ​ຂອງ​ພວກເຂົາ ແມ່ນແຕ່​ຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ຕ່າງໆ​ທີ່​ຫ່າງໄກ​ກໍຕາມ.


ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຈິດໃຈ​ຂອງຂ້ານ້ອຍຈະ​ຊື່ນບານ​ໃນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້ເອົາ​ເສື້ອຜ້າແຫ່ງ​ຄວາມພົ້ນ​ມາໃຫ້​ນຸ່ງ ພຣະອົງ​ໄດ້ເອົາ​ເສື້ອ​ແຫ່ງ​ຄວາມຊອບທຳ​ໃຫ້​ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງ​ເຈົ້າບ່າວ​ຕົບແຕ່ງ​ຕົວ​ຄື​ປະໂຣຫິດ ແລະ​ເໝືອນດັ່ງ​ເຈົ້າສາວ​ປະດັບ​ຕົວ​ດ້ວຍ​ເພັດພອຍ.


ພຣະເຈົ້າຢາເວ​ໄດ້​ປະກາດ​ຈົນ​ສຸດປາຍ​ແຜ່ນດິນ​ໂລກ​ທັງໝົດ​ວ່າ, “ຈົ່ງ​ບອກ​ລູກສາວ​ຂອງ​ຊີໂອນ​ວ່າ ຈົ່ງ​ເບິ່ງ​ຄວາມພົ້ນ​ຂອງເຈົ້າ​ກຳລັງ​ມາ ລາງວັນ​ຂອງ​ພຣະອົງ​ກໍຢູ່​ກັບ​ພຣະອົງ ແລະ​ບຳເໜັດ​ຂອງ​ພຣະອົງ​ກໍຢູ່​ກ່ອນໜ້າ​ພຣະອົງ.”


ເຮົາ​ຍິນດີ​ຕ້ອນຮັບ​ປະຊາຊົນ​ຂອງເຮົາ​ຢູ່​ສະເໝີ ຄື​ຜູ້​ທີ່​ເຮັດ​ໃນ​ສິ່ງ​ທີ່​ຜິດ ແລະ​ຕາມ​ວິທີ​ທາງ​ຂອງຕົນ​ຢ່າງ​ດື້ດ້ານ.


ພວກເຂົາ​ຈະ​ເຮັດ​ວຽກງານ​ໂດຍ​ບໍ່​ເສຍ​ປະໂຫຍດ ແລະ​ລູກຫລານ​ຈະ​ບໍ່​ປະສົບ​ກັບ​ໄພພິບັດ. ພຣະເຈົ້າຢາເວ​ຈະ​ອວຍພອນ​ພວກເຂົາ​ແລະ​ເຊື້ອສາຍ​ທຸກຍຸກ​ທຸກສະໄໝ.


ຖ້າ​ເຈົ້າ​ຕັກເຕືອນ​ຄົນຊົ່ວ​ແລ້ວ ແລະ​ລາວ​ບໍ່​ເຊົາ​ເຮັດ​ບາບ ລາວ​ກໍ​ຈະ​ຕາຍ​ຍ້ອນ​ການບາບ​ຂອງ​ລາວເອງ, ແຕ່​ເຈົ້າ​ຈະ​ຊ່ວຍ​ຊີວິດ​ຂອງ​ເຈົ້າ​ໄວ້​ໄດ້.


ພວກເຈົ້າ​ເຮັດ​ວຽກ​ໜັກ ແຕ່​ມັນ​ຈະ​ບໍ່​ນຳ​ຜົນ​ດີ​ຫຍັງ​ມາ​ໃຫ້​ພວກເຈົ້າ ເພາະວ່າ​ທີ່ດິນ​ປູກຝັງ​ນັ້ນ​ຈະ​ບໍ່​ຜະລິດ​ຜົນລະປູກ​ຫຍັງ​ໃຫ້ ແລະ​ຕົ້ນໄມ້​ກໍ​ຈະ​ບໍ່​ເກີດ​ໝາກ​ອີກ​ດ້ວຍ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ໂອ ຄົນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ​ຊົ່ວຊ້າ​ເອີຍ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນນານ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກ​ມາ​ຫາ​ເຮົາ​ເບິ່ງດູ.”


“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ຂ້າ​ບັນດາ​ຜູ້ທຳນວາຍ ເອົາ​ຫີນ​ແກວ່ງ​ໃສ່​ພວກ​ຜູ້ທຳນວາຍ​ທີ່​ໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ​ເຮົາ​ຢາກ​ຈະ​ຮວບຮວມ​ເອົາ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ດັ່ງ​ແມ່​ໄກ່​ຮວບຮວມ​ລູກ​ຂອງຕົນ​ໄວ້​ໃຕ້​ປີກ ແຕ່​ເຈົ້າ​ບໍ່​ຍິນຍອມ.


ຈຳເປັນ​ທີ່​ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ​ຕໍ່​ສິ່ງ​ເຫຼົ່ານີ້ ແລ້ວ​ເຂົ້າ​ໄປ​ໃນ​ສະຫງ່າຣາສີ​ຂອງ​ພຣະອົງ​ບໍ່ແມ່ນ​ບໍ?”


ພຣະອົງ​ໄດ້​ມາ​ສູ່​ບ້ານ​ເມືອງ​ທີ່​ເປັນ​ຂອງ​ພຣະອົງ​ເອງ ແຕ່​ຄົນ​ໃນ​ບ້ານ​ເມືອງ​ຂອງ​ພຣະອົງ​ບໍ່ໄດ້​ຕ້ອນຮັບ​ພຣະອົງ.


ແຕ່​ເພິ່ນ​ກ່າວ​ເຖິງ​ພວກ​ອິດສະຣາເອນ​ນັ້ນ​ວ່າ, “ເຮົາ​ໄດ້​ຍື່ນ​ມື​ຂອງເຮົາ​ອອກ​ຕະຫລອດ​ວັນ ເພື່ອ​ຄອຍ​ຮັບ​ໄພ່ພົນ​ຈຳພວກ​ໜຶ່ງ ທີ່​ດື້ດ້ານ​ແລະ​ບໍ່​ເຊື່ອຟັງ.”


ເຮົາ​ຍິນດີ​ທີ່​ຈະ​ສະຫລະ​ຊັບ ແລະ​ເຫື່ອແຮງ​ທັງໝົດ​ເພື່ອ​ຊ່ວຍເຫລືອ​ພວກເຈົ້າ ເມື່ອ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ຂຶ້ນ​ເຖິງ​ພຽງ​ນີ້ ພວກເຈົ້າ​ຈະ​ກັບ​ຮັກ​ເຮົາ​ໜ້ອຍ​ລົງ​ຊັ້ນບໍ?


ດ້ວຍວ່າ, ພວກເຮົາ​ເປັນ​ດັ່ງ​ກິ່ນ​ຫອມ​ຫວານ​ທີ່​ພຣະຄຣິດ​ຖວາຍ​ແກ່​ພຣະເຈົ້າ ໃນ​ທ່າມກາງ​ພວກ​ທີ່​ຖືກ​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ ແລະ​ໃນ​ທ່າມກາງ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ.


ເຮົາ​ວິຕົກ​ນຳ​ເຈົ້າ​ທັງຫລາຍ ຢ້ານ​ວ່າ​ການ​ໜັກໜ່ວງ​ທີ່​ເຮົາ​ໄດ້​ເຮັດ​ສຳລັບ​ພວກເຈົ້າ​ນັ້ນ ຈະ​ບໍ່​ເປັນ​ປະໂຫຍດ.


ໂດຍ​ນຳ​ພຣະທຳ​ທີ່​ໃຫ້​ຊີວິດ​ໄປ​ສູ່​ພວກເຂົາ ຖ້າ​ເຮັດ​ດັ່ງນັ້ນ, ເຮົາ​ກໍ​ຈະ​ມີ​ເຫດຜົນ​ອວດອ້າງ​ໄດ້​ໃນ​ວັນ​ຂອງ​ພຣະຄຣິດ​ວ່າ ຄວາມ​ບາກບັ່ນ​ແລະ​ພາລະກິດ​ຂອງເຮົາ​ທັງໝົດ ບໍ່ໄດ້​ໄຮ້​ປະໂຫຍດ.


ຈົ່ງ​ປັກຕາ​ເບິ່ງ​ພຣະເຢຊູເຈົ້າ ຄື​ຜູ້​ບຸກເບີກ​ຄວາມເຊື່ອ ແລະ​ຜູ້​ຊົງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ພວກເຮົາ​ເຖິງ​ທີ່​ສຳເລັດ. ພຣະອົງ​ໄດ້​ຊົງ​ອົດທົນ​ຕໍ່​ໄມ້ກາງແຂນ ເພາະ​ເຫັນ​ແກ່​ຄວາມ​ຍິນດີ​ທີ່​ຕັ້ງ​ໄວ້​ຕໍ່ໜ້າ​ພຣະອົງ ພຣະອົງ​ຊົງ​ຖື​ວ່າ​ຄວາມ​ລະອາຍ​ນັ້ນ​ບໍ່​ເປັນ​ສິ່ງ​ສຳຄັນ ຈຶ່ງ​ໄດ້​ປະທັບ​ລົງ​ເບື້ອງ​ຂວາ​ພຣະທີ່ນັ່ງ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka