Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 49:3 - ພຣະຄຳພີສັກສິ

3 ພຣະອົງ​ໄດ້​ກ່າວ​ແກ່​ຂ້ອຍ​ວ່າ, “ຊາດ​ອິດສະຣາເອນ​ຄື​ຜູ້ຮັບໃຊ້​ຂອງເຮົາ ເພາະ​ເຈົ້າ​ນີ້ແຫລະ ປະຊາຊົນ​ທັງຫລາຍ ຈຶ່ງ​ຈະ​ຍ້ອງຍໍ​ສັນລະເສີນ​ເຮົາ​ໄດ້.”

Uka jalj uñjjattʼäta Copia luraña




ເອຊາຢາ 49:3
20 Jak'a apnaqawi uñst'ayäwi  

ແຕ່​ສຳລັບ​ພວກເຈົ້າ​ນັ້ນ​ແມ່ນ​ຊາດ​ອິດສະຣາເອນ ເປັນ​ພວກ​ທີ່​ອຸທິດຕົວ​ເພື່ອ​ການ​ບົວລະບັດ​ຮັບໃຊ້ ແມ່ນ​ປະຊາຊົນ​ພວກ​ໜຶ່ງ​ທີ່​ເຮົາ​ໄດ້​ເລືອກເອົາ ຄື​ເຊື້ອສາຍ​ອັບຣາຮາມ​ມິດ​ສະຫາຍ​ຂອງເຮົາ​ນັ້ນ.


ພຣະເຈົ້າ​ກ່າວ​ວ່າ, “ນີ້​ຄື​ຜູ້ຮັບໃຊ້​ທີ່​ເຮົາ​ໃຫ້​ກຳລັງ” “ຜູ້​ທີ່​ເຮົາ​ໄດ້​ເລືອກເອົາ​ແລະ​ພໍໃຈ​ນຳ​ດ້ວຍ. ເຮົາ​ໃຫ້​ລາວ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ຂອງເຮົາ ລາວ​ຈະ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ທຸກ​ຊົນຊາດ.


ພວກເຂົາ​ຄື​ປະຊາຊົນ​ທີ່​ເຮົາ​ເລືອກ​ສຳລັບ​ເຮົາ​ເອງ ແລະ​ພວກເຂົາ​ຈະ​ຮ້ອງເພງ​ຍົກຍໍ​ເຮົາ​ທັງນັ້ນ.”


ໂອ ຟ້າ​ສະຫວັນຟ້າ​ສະຫວັນ ​ເອີຍ ຈົ່ງ​ໂຮຮ້ອງ​ຍິນດີ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ; ແຜ່ນດິນ​ໂລກ​ບ່ອນ​ເລິກສຸດ​ເອີຍ ຈົ່ງ​ໂຮຮ້ອງ​ສາ​ເຖີດ ພູຜາ​ທຸກໜ່ວຍ​ແລະ​ຕົ້ນໄມ້​ໃນ​ປ່າ​ທັງຫລາຍ ຈົ່ງ​ຊົມຊື່ນ​ຍິນດີ​ດ້ວຍ​ສຽງ​ໂຮຮ້ອງ​ເຖີດ ເຫດວ່າ​ພຣະເຈົ້າຢາເວ​ໄດ້​ຊົງໄຖ່​ຢາໂຄບ ແລະ​ຈະ​ຊົງຮັບ​ກຽດ​ແຫ່ງ​ສະຫງ່າຣາສີ​ໃນ​ອິດສະຣາເອນ.


ຂໍ​ໃຫ້​ທຸກຄົນ​ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ເຊື່ອຟັງ​ຄຳສັ່ງສອນ​ຂອງ​ຜູ້ຮັບໃຊ້​ພຣະເຈົ້າ ເຖິງ​ວ່າ​ທາງ​ທີ່​ເດີນ​ໄປ​ນັ້ນ​ມືດມົວ​ກໍ​ຈິງ ແຕ່​ຈົ່ງ​ໄວ້ວາງໃຈ​ໃນ​ພຣະນາມ​ແຫ່ງ​ພຣະເຈົ້າຢາເວ ແລະ​ເພິ່ງ​ພຣະເຈົ້າ​ແຫ່ງຕົນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຜູ້ຮັບໃຊ້​ຂອງເຮົາ​ນັ້ນ ຈະ​ເຮັດ​ສຳເລັດ​ໜ້າທີ່​ຊຶ່ງ​ໄດ້​ມອບໝາຍ​ໃຫ້; ເພິ່ນ​ຈະ​ເຮັດ​ພາລະກິດ​ຂອງ​ເພິ່ນ​ໃຫ້​ສຳເລັດຜົນ; ແມ່ນ​ກຽດສັກສີ​ອັນ​ສູງ​ທີ່​ທ່ານ​ຈະ​ໄດ້​ຮັບ.


ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: “ການ​ທີ່​ທ່ານ​ທົນທຸກ​ຄື​ຄວາມປະສົງ​ຂອງເຮົາ ຄວາມຕາຍ​ຂອງທ່ານ​ເປັນ​ເຄື່ອງ​ບູຊາ ເພື່ອ​ນຳ​ເອົາ​ການ​ຍົກໂທດ​ມາ​ໃຫ້. ທ່ານ​ຈຶ່ງ​ໄດ້​ເຫັນ​ເຊື້ອສາຍ​ມີ​ຊີວິດ​ຍາວ​ໄກ ເປົ້າໝາຍ​ຂອງ​ພຣະເຈົ້າຢາເວ​ຈະ​ສຳເລັດ​ທາງ​ທ່ານ.


ແລ້ວ​ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ວ່າ, “ພຣະເຈົ້າຢາເວ​ໄດ້​ປະກາດ​ໄວ້​ດັ່ງນີ້: ‘ທຸກຄົນ​ທີ່​ຮັບໃຊ້​ເຮົາ​ຕ້ອງ​ຢຳເກງ​ຄວາມ​ບໍຣິສຸດ​ຂອງເຮົາ; ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ເຫັນ​ສະຫງ່າຣາສີ​ຂອງເຮົາ.”’ ສ່ວນ​ອາໂຣນ​ກໍໄດ້​ແຕ່​ຕົກສະເງີ້​ຈົນ​ປາກ​ບໍ່​ອອກ.


ເຢຊູອາ​ຜູ້​ເປັນ​ມະຫາ​ປະໂຣຫິດ​ເອີຍ ບັດນີ້​ຈົ່ງ​ຟັງ​ເຖີດ ພວກເຈົ້າ​ຜູ້​ທີ່​ເປັນ​ປະໂຣຫິດ​ຮ່ວມ​ກັບ​ເພິ່ນ​ກໍ​ຈົ່ງ​ຟັງ​ດ້ວຍ. ພວກເຈົ້າ​ເປັນ​ສິ່ງ​ສະແດງ​ທີ່​ດີ​ໃນ​ອະນາຄົດ ເຮົາ​ຈະ​ໃຫ້​ຜູ້ຮັບໃຊ້​ຂອງເຮົາ​ມາ​ປາກົດ ຄື​ຜູ້​ທີ່​ມີ​ຊື່​ວ່າ ກິ່ງ


ຂະນະທີ່​ເປໂຕ​ເວົ້າ​ຍັງ​ບໍ່​ສຸດ​ຄຳ​ກໍ​ມີ​ກ້ອນ​ເມກ​ອັນ​ແຈ່ມໃສ​ລອຍ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ຊຶ່ງ​ເຮົາ​ພໍໃຈ​ຫລາຍ. ຈົ່ງ​ຟັງ​ເພິ່ນ.”


ໂອ ພຣະບິດາເຈົ້າ​ເອີຍ ຂໍ​ໃຫ້​ພຣະນາມ​ຂອງ​ພຣະອົງ​ໄດ້​ຮັບ​ກຽດ​ເທີ້ນ.” ແລ້ວ​ມີ​ສຽງດັງ​ມາ​ຈາກ​ທ້ອງຟ້າ​ວ່າ, “ເຮົາ​ໄດ້​ໃຫ້​ຮັບ​ກຽດ​ແລ້ວ ແລະ​ເຮົາ​ຈະ​ໃຫ້​ໄດ້​ຮັບ​ກຽດ​ອີກ.”


ໃນ​ການ​ນີ້​ແຫຼະ ພຣະບິດາເຈົ້າ​ຂອງເຮົາ​ຈະ​ໄດ້​ຮັບ​ກຽດຕິຍົດ ຄື​ເມື່ອ​ພວກເຈົ້າ​ເກີດຜົນ​ຫລາຍ ພວກເຈົ້າ​ຈຶ່ງ​ເກີດ​ເປັນ​ສາວົກ​ຂອງເຮົາ.


ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ຈົບ​ລົງ​ແລ້ວ ພຣະອົງ​ກໍ​ເງີຍ​ໜ້າ​ຂຶ້ນ​ສູ່​ທ້ອງຟ້າ​ແລ້ວ​ກ່າວ​ວ່າ, “ພຣະບິດາເຈົ້າ​ເອີຍ ເຖິງ​ເວລາ​ແລ້ວ ຂໍໂຜດ​ໃຫ້​ພຣະບຸດ​ຂອງ​ພຣະອົງ​ໄດ້​ຮັບ​ສະຫງ່າຣາສີ​ເຖີດ ເພື່ອ​ພຣະບຸດ​ຈະ​ໄດ້​ຖວາຍ​ສະຫງ່າຣາສີ​ແກ່​ພຣະອົງ.


ຂ້ານ້ອຍ​ໄດ້​ສຳແດງ​ໃຫ້​ໂລກ​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ, ຂ້ານ້ອຍ​ໄດ້​ເຮັດ​ພາລະກິດ​ທີ່​ພຣະອົງ​ມອບໝາຍ​ໃຫ້​ຂ້ານ້ອຍ​ເຮັດ​ນັ້ນ​ສຳເລັດ​ແລ້ວ.


ເພື່ອ​ຈະ​ໃຫ້​ເປັນ​ທີ່​ສັນລະເສີນ​ພຣະຄຸນ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ຊຶ່ງ​ຊົງ​ໂຜດ​ປະທານ​ແກ່​ພວກເຮົາ​ໃນ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ.


ເມື່ອ​ພຣະອົງ​ສະເດັດ​ມາ​ປາກົດ​ໃນ​ວັນ​ນັ້ນ ເພື່ອ​ຮັບ​ກຽດຕິຍົດ​ພ້ອມ​ທັງ​ໄພ່ພົນ​ບໍຣິສຸດ​ທັງໝົດ​ຂອງ​ພຣະອົງ ແລະ​ເປັນ​ການ​ອັດສະຈັນ​ໃຈ​ໃນ​ທ່າມກາງ​ຜູ້​ທີ່​ເຊື່ອ​ທຸກຄົນ ລວມ​ທັງ​ພວກເຈົ້າ​ເພາະ​ໄດ້​ເຊື່ອ​ຖ້ອຍຄຳ ຊຶ່ງ​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ.


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka