Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 49:25 - ພຣະຄຳພີສັກສິ

25 ພຣະເຈົ້າຢາເວ ໂຕ້ຕອບ​ກ່າວ​ຄືນ​ໄປ​ວ່າ, “ເຫດການ​ດັ່ງ​ທີ່​ໄດ້​ກ່າວ ກຳລັງ​ຈະ​ເກີດຂຶ້ນ. ຊະເລີຍ​ຂອງ​ທະຫານ​ນັ້ນ​ຈະ​ຖືກ​ຈັບ​ເອົາ​ໄປ ເຄື່ອງ​ທີ່​ນັກ​ກົດຂີ່​ໄດ້​ປຸ້ນມາ​ກໍ​ຈະ​ຖືກ​ຢຶດ​ດ້ວຍ. ເຮົາ​ຈະ​ສູ້ຮົບ​ທຸກຄົນ​ທີ່​ຕໍ່ສູ້​ກັບ​ເຈົ້າ ເຮົາ​ຈະ​ຊ່ວຍ​ເອົາ​ລູກຫລານ​ຂອງເຈົ້າ​ໃຫ້ພົ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 49:25
39 Jak'a apnaqawi uñst'ayäwi  

ເຮົາ​ຈະ​ອວຍພອນ​ຜູ້​ທີ່​ອວຍພອນ​ເຈົ້າ, ແຕ່​ເຮົາ​ຈະ​ສາບແຊ່ງ​ຜູ້​ທີ່​ສາບແຊ່ງ​ເຈົ້າ ແລະ​ໂດຍ​ຜ່ານ​ທາງ​ເຈົ້າ ເຮົາ​ຈະ​ອວຍພອນ​ຊົນຊາດ​ທັງປວງ.”


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຕໍ່ຕ້ານ​ຜູ້​ທີ່​ຂັດຂວາງ​ຂ້ານ້ອຍ​ເຖີດ ໂຜດ​ຕໍ່ສູ້​ພວກ​ທີ່​ຕໍ່ສູ້​ຂ້ານ້ອຍ​ນັ້ນ


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພວກເຈົ້າ​ຈະ​ຖືກ​ປົດປ່ອຍ​ອອກ​ຈາກ​ອຳນາດ​ຂອງ​ອັດຊີເຣຍ ແລະ​ແອກ​ຂອງ​ພວກເຂົາ​ກໍ​ຈະ​ບໍ່​ເປັນ​ພາລະໜັກ​ສຳລັບ​ພວກເຈົ້າ​ອີກ​ຕໍ່ໄປ.”


ເຮົາ​ໄດ້​ສົ່ງ​ຊາວ​ອັດຊີເຣຍ​ໄປ ເພື່ອ​ໂຈມຕີ​ຊາດ​ທີ່​ບໍ່​ນັບຖື​ພຣະເຈົ້າ ຄື​ປະຊາຊົນ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ. ເຮົາ​ໄດ້​ສົ່ງ​ພວກເຂົາ​ໄປ​ເພື່ອ​ປຸ້ນຈີ້​ທັງ​ລັກ ແລະ​ຢຽບຢໍ່າ​ປະຊາຊົນ​ເຫຼົ່ານັ້ນ ເໝືອນ​ຢຽບຢໍ່າ​ຂີ້ຝຸ່ນ​ໃນ​ຖະໜົນ​ຫົນທາງ.”


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ຫລາຍ​ຊົນຊາດ​ຈະ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ກັບຄືນ​ມາ​ສູ່​ດິນແດນ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ; ໃນ​ທີ່ນັ້ນ ຊົນຊາດ​ເຫຼົ່ານັ້ນ​ຈະ​ຮັບໃຊ້​ຊາດ​ອິດສະຣາເອນ​ດັ່ງ​ທາດ. ພວກ​ທີ່​ເຄີຍ​ຈັບ​ຄົນ​ໃນ​ຊາດ​ອິດສະຣາເອນ​ໄປ​ຄັ້ງ​ໜຶ່ງ​ນັ້ນ ບັດນີ້ ຈະ​ຖືກ​ຄົນ​ໃນ​ຊາດ​ອິດສະຣາເອນ​ຈັບ​ຄືນ ແລະ​ປະຊາຊົນ​ອິດສະຣາເອນ​ຈະ​ປົກຄອງ ຄົນ​ເຫຼົ່ານັ້ນ​ທີ່​ເຄີຍ​ກົດຂີ່​ພວກຕົນ​ມາ​ຄັ້ງ​ໜຶ່ງ.


ສິ່ງ​ເຫຼົ່ານັ້ນ​ຈະ​ເປັນ​ໝາຍສຳຄັນ​ແລະ​ພະຍານ​ຝ່າຍ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ດຳລົງ​ຢູ່​ໃນ​ເອຢິບ. ເມື່ອ​ປະຊາຊົນ​ໃນ​ທີ່ນັ້ນ​ໄດ້​ຮັບ​ການກົດຂີ່ ແລະ​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ພຣະອົງ​ຈະ​ສົ່ງ​ຄົນ​ໜຶ່ງ​ໄປ​ຊ່ວຍກູ້​ເອົາ​ພວກເຂົາ.


ຄົນ​ຍາກຈົນ​ຂາດ​ທີ່ເພິ່ງ​ໄດ້​ປົບ​ມາ​ຫາ​ພຣະອົງ ແລະ​ໄດ້​ມີ​ຄວາມ​ປອດໄພ​ໃນ​ຄາວ​ເດືອດຮ້ອນ. ພຣະອົງ​ໄດ້​ໃຫ້​ພວກເຂົາ​ມີ​ບ່ອນຊົ້ນ​ຈາກ​ພະຍຸຮ້າຍ ແລະ​ໃຫ້​ເພິ່ງ​ໃນ​ຮົ່ມ​ຈາກ​ແສງ​ແດດ​ຮ້ອນ. ເຫຼົ່າ​ສັດຕູ​ຜູ້​ໂຫດຮ້າຍ​ກໍໄດ້​ມາ​ໂຈມຕີ ດັ່ງ​ກັບ​ພະຍຸຮ້າຍ​ໂຈມຕີ​ຍາມ​ລະດູ​ໜາວ


ໃນວັນ​ນັ້ນ ພວກເຂົາ​ກໍ​ຈະ​ເວົ້າ​ວ່າ, “ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ສະນັ້ນ ພຣະອົງ​ຈຶ່ງ​ຊ່ວຍ​ເອົາ​ພວກ​ຂ້ານ້ອຍ​ໄວ້. ພຣະອົງ​ແມ່ນ​ພຣະເຈົ້າຢາເວ ອົງທີ່​ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ພວກ​ຂ້ານ້ອຍ​ຊົມຊື່ນ​ຍິນດີ​ແລະ​ມີ​ຄວາມສຸກ​ຫລາຍ ໃນ​ການຊ່ວຍ​ໃຫ້ພົ້ນ​ຂອງ​ພຣະອົງ.”


ເຊືອກ​ກາງ​ຜ້າໃບ​ຂອງ​ເຮືອ​ກໍ​ບໍ່ມີ​ປະໂຫຍດ; ຜ້າໃບ​ແລ່ນ​ເຮືອ​ກໍ​ໃຊ້​ການ​ບໍ່ໄດ້ ພວກເຈົ້າ​ຈະ​ຢຶດ​ຊັບສົມບັດ​ອັນ​ມະຫາສານ​ຂອງ​ກອງທັບ​ເຫຼົ່າ​ສັດຕູ​ຈົນ​ໝົດ ແມ່ນແຕ່​ຄົນ​ຂາ​ພິການ​ກໍໄດ້​ຮັບ​ສ່ວນແບ່ງ. ເພາະ​ພຣະເຈົ້າຢາເວ​ເປັນ​ຜູ້ຕັດສິນ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ຜູ້​ໃຫ້​ກົດໝາຍ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ກະສັດ​ຂອງ​ພວກເຮົາ; ພຣະອົງ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ.


ຈົ່ງ​ບອກ​ທຸກຄົນ​ທີ່​ຂາດ​ຄວາມ​ຊູໃຈ​ໃຫ້​ຮູ້​ວ່າ “ຈົ່ງ​ເຂັ້ມແຂງ ແລະ​ຢ່າ​ສູ່ຢ້ານ​ປະການ​ໃດ​ເລີຍ ພຣະເຈົ້າ​ກຳລັງ​ມາ​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ, ພຣະອົງ​ກຳລັງ​ມາ​ແກ້ແຄ້ນ​ສັດຕູ​ຂອງ​ພວກເຈົ້າ.”


ຈົ່ງ​ຊູໃຈ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ຈົ່ງ​ບອກ​ວ່າ, ພວກເຂົາ​ທົນທຸກ​ດົນນານ​ພໍ​ແລ້ວ ບັດນີ້​ການບາບ​ຂອງ​ພວກເຂົາ​ທັງຫລາຍ ກໍໄດ້​ຮັບ​ອະໄພ ເສຍ​ແລ້ວ. ພຣະເຈົ້າຢາເວ​ໄດ້​ລົງໂທດ​ລົງທັນ​ພວກເຂົາ ໃຫ້​ສົມ​ກັບ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ​ແລ້ວ.”


ພວກ​ທະຫານ​ຕ່າງ​ກໍ​ຄວນຄາງ ສຽງດັງ​ຄື​ສຽງ​ໂຕສິງ​ທີ່​ໄດ້​ຂ້າ​ເຫຍື່ອ ແລະ​ຄາບ​ໄປ​ສູ່​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ຍາດ​ເອົາ​ຈາກ​ມັນ​ໄດ້.


ພວກ​ຊະເລີຍເສິກ​ນັ້ນ​ຈະ​ຖືກ​ປ່ອຍ​ໃຫ້​ເປັນ​ເສລີ ພວກເຂົາ​ຈະ​ບໍ່​ສິ້ນ​ຊີວິດ​ຢູ່​ໃນ​ຄຸກມືດ ແຕ່​ພວກເຂົາ​ຈະ​ມີ​ຊີວິດ​ຍືນຍາວ​ກ້າວ​ໄປ​ໄກ​ສະເໝີ ແລະ​ມີ​ເຂົ້າຈີ່​ຕາມ​ທີ່​ພວກເຂົາ​ຕ້ອງການ.


ພຣະເຈົ້າຢາເວ​ຂອງ​ເຈົ້າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງເຈົ້າ ຜູ້​ທີ່​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ກ່າວ​ດັ່ງນີ້: “ເຮົາ​ກຳລັງ​ເອົາ​ຈອກ​ທີ່​ເຮົາ​ໃຫ້​ເຈົ້າ​ດື່ມ​ໜີໄປ ທີ່​ໃຫ້​ເຈົ້າ​ດື່ມ​ລົງ​ໄປ​ຍ້ອນ​ຄວາມ​ໂກດຮ້າຍ. ເຈົ້າ​ຈະ​ບໍ່ໄດ້​ດື່ມ​ຈາກ​ຈອກ​ນັ້ນ​ອີກ​ຕໍ່ໄປ ເຫຼົ້າ​ອະງຸ່ນ​ທີ່​ເຮັດ​ໃຫ້​ເຈົ້າ​ຍ່າງ​ໂຊເຊ​ນັ້ນ.


ສ່ວນ​ປະຊາຊົນ​ຂອງ​ເຈົ້າ​ເຮົາ​ຈະ​ສັ່ງສອນ​ພວກເຂົາ​ໂດຍ​ພຣະເຈົ້າຢາເວ ຈະ​ໃຫ້​ມີ​ສັນຕິສຸກ​ແລະ​ໃຫ້​ຈະເລີນ​ຮຸ່ງເຮືອງ​ດ້ວຍ.


ເຮົາ​ຈະ​ຊ່ວຍກູ້​ເອົາ​ເຈົ້າ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ຄົນຊົ່ວຮ້າຍ ແລະ​ຄົນ​ມັກການ​ຮຸນແຮງ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເມື່ອ​ຢູ່​ນະຄອນ​ບາບີໂລນ​ຄົບ​ເຈັດສິບ​ປີ ແລ້ວ​ເຮົາ​ກໍ​ຈະ​ສະແດງ​ຄວາມ​ຫ່ວງໃຍ​ຂອງເຮົາ​ສຳລັບ​ພວກເຈົ້າ ທັງ​ຈະ​ຮັກສາ​ຄຳສັນຍາ​ຂອງເຮົາ​ທີ່​ວ່າ ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ.


ພຣະເຈົ້າຢາເວ​ໄດ້​ຊ່ວຍ​ໃຫ້​ຊາດ​ອິດສະຣາເອນ​ເປັນ​ເສລີ ຊ່ວຍ​ໃຫ້​ພົ້ນໄພ​ຈາກ​ຊົນຊາດ​ໜຶ່ງ​ທີ່​ມີ​ອຳນາດ.


ຖ້າ​ລາວ​ບໍ່ໄດ້​ຮັບ​ການ​ປົດປ່ອຍ​ໃຫ້​ເປັນ​ອິດສະຫລະ​ໂດຍ​ວິທີ​ເຫຼົ່ານີ້ ລາວ​ພ້ອມ​ດ້ວຍ​ລູກ​ຂອງ​ລາວ​ຕ້ອງ​ຖືກ​ປົດປ່ອຍ​ໃຫ້​ເປັນ​ອິດສະຫລະ ໃນ​ເວລາ​ຄົບຮອບ​ຫ້າສິບ​ປີ​ຊຸດ​ທີ່​ຈະ​ມາ​ເຖິງ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ ເຮົາ​ຈະ​ຈູດ​ລົດຮົບ​ຂອງ​ເຈົ້າ​ຖິ້ມ​ໝົດ. ພວກ​ທະຫານ​ຂອງເຈົ້າ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ເຮົາ​ຈະ​ເອົາ​ທຸກສິ່ງ​ທີ່​ເຈົ້າ​ໄດ້​ມາ​ຈາກ​ຄົນອື່ນ​ນັ້ນ​ຄືນໄປ. ສຽງ​ຮ້ອງຂໍ​ຂອງ​ຜູ້​ສົ່ງຂ່າວ​ຂອງ​ເຈົ້າ​ຈະ​ບໍ່ໄດ້ຍິນ​ອີກ​ຕໍ່ໄປ.”


ພຣະເຈົ້າຢາເວ​ຈະ​ນຳ​ໂຣກ​ລະບາດ​ມາ​ສູ່​ຊົນຊາດ​ທັງໝົດ ຊຶ່ງ​ໄດ້​ເຮັດ​ເສິກ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ. ເນື້ອໜັງ​ຂອງ​ພວກເຂົາ​ຈະ​ເປື່ອຍເນົ່າ ເມື່ອ​ຍັງ​ມີ​ຊີວິດ​ຢູ່; ຕາ​ແລະ​ລີ້ນ​ຂອງ​ພວກເຂົາ​ຈະ​ເປື່ອຍເນົ່າ​ເຊັ່ນກັນ​ດ້ວຍ.


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ອອກ​ໄປ​ຕໍ່ສູ້​ກັບ​ຊົນຊາດ​ເຫຼົ່ານັ້ນ ດັ່ງ​ທີ່​ພຣະອົງ​ໄດ້​ຕໍ່ສູ້​ມາ​ແລ້ວ​ໃນ​ອະດີດ.


ເພາະ​ພັນທະສັນຍາ​ທີ່​ເຮົາ​ມີ​ໄວ້​ກັບ​ພວກເຈົ້າ ທີ່​ຖືກ​ປະທັບຕາ​ໂດຍ​ເລືອດ​ສຳລັບ​ຖວາຍບູຊາ​ນັ້ນ ເຮົາ​ຈະ​ປົດປ່ອຍ​ປະຊາຊົນ​ຂອງ​ພວກເຈົ້າ​ໃຫ້​ເປັນ​ເສລີ ເປັນ​ອິດສະຫລະ​ຈາກ​ທີ່​ຄຸມຂັງ​ໃນ​ຫລຸມເລີກ​ທີ່​ບໍ່ມີ​ນໍ້າ.


“ບໍ່ມີ​ຜູ້ໃດ​ບຸກ​ເຂົ້າ​ໄປ​ປຸ້ນ​ເອົາ​ຊັບ​ຢູ່​ໃນ​ເຮືອນ​ຂອງ​ຄົນ​ແຂງແຮງ​ໄດ້ ເວັ້ນໄວ້​ແຕ່​ໄດ້​ມັດ​ຄົນ​ແຂງແຮງ​ນັ້ນ​ໄວ້​ກ່ອນ ແລ້ວ​ຈຶ່ງ​ປຸ້ນ​ເຮືອນ​ໄດ້.”


ແຕ່​ນະຄອນ​ເຢຣູຊາເລັມ​ທີ່​ຢູ່​ເບື້ອງ​ເທິງ​ນັ້ນ ເປັນ​ອິດສະຫລະ ແລະ​ນາງ​ກໍ​ເປັນ​ແມ່​ຂອງ​ພວກເຮົາ.


ຜູ້​ທີ່​ຍັງ​ເຮັດ​ບາບ ກໍ​ມາ​ຈາກ​ມານຮ້າຍ, ເພາະວ່າ​ມານຮ້າຍ​ໄດ້​ເຮັດ​ບາບ​ຕັ້ງແຕ່​ຕົ້ນເດີມ​ມາ ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ສະເດັດ​ມາ​ປາກົດ ກໍ​ເພາະ​ເຫດ​ນີ້​ແຫຼະ ຄື​ເພື່ອ​ຊົງ​ທຳລາຍ​ກິດຈະການ​ຂອງ​ມານຮ້າຍ​ເສຍ.


“ໂອ ສະຫວັນ ແລະ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ໂອ ອັກຄະສາວົກ ແລະ​ຜູ້​ປະກາດ​ພຣະທຳ​ທັງຫລາຍ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເພາະ​ນະຄອນ​ນັ້ນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ພິພາກສາ​ລົງໂທດ​ນະຄອນ​ນັ້ນ ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ເຈົ້າ​ທັງຫລາຍ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka