Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 49:23 - ພຣະຄຳພີສັກສິ

23 ບັນດາ​ກະສັດ​ຈະ​ເປັນ​ດັ່ງ​ບິດາ​ຂອງເຈົ້າ ບັນດາ​ຣາຊີນີ​ກໍ​ຈະ​ເປັນ​ດັ່ງ​ມານດາ​ຂອງເຈົ້າ. ພວກເຂົາ​ຈະ​ກົ້ມ​ໃຫ້ກຽດ​ເຈົ້າ​ຕໍ່ໜ້າ​ເຈົ້າ ຈະ​ໃຫ້​ຄວາມນັບຖື​ແກ່​ເຈົ້າ​ຢ່າງ​ອ່ອນນ້ອມ. ແລ້ວ​ເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ຜູ້​ທີ່​ລໍຄອຍ​ໃຫ້​ເຮົາ​ຊ່ວຍເຫຼືອ​ຈະ​ບໍ່​ຜິດຫວັງ​ຈັກເທື່ອ.”

Uka jalj uñjjattʼäta Copia luraña




ເອຊາຢາ 49:23
45 Jak'a apnaqawi uñst'ayäwi  

ແລ້ວ​ຫລາຍໆ​ຊົນຊາດ ຈະ​ຄຳນັບ​ຮັບ​ຄຳ​ບັນຊາ; ພ້ອມ​ພາກັນ​ຕັ້ງໜ້າ ມາ​ຂາບລົງ​ຮັບໃຊ້​ເຈົ້າ. ຈົ່ງ​ປົກຄອງ​ພວກເຂົາ​ໃຫ້​ໄດ້​ດັ່ງ​ປົກຄອງ​ນ້ອງພີ່ ເຊັ່ນ​ພີ່ນ້ອງ​ແມ່​ເຈົ້າ ຈຸ້ມເຈື້ອ​ເຫຼົ່າ​ລູກຫລານ ພວກເຂົາ​ຈະ​ພາກັນ​ມາ​ກົ້ມຂາບ ກົ້ມຄານ​ຢ້ານກົວ​ຍິ່ງ ຈິງໃຈ​ຄຳນັບ​ເຈົ້າ​ສະເໝີ​ດ້າມ ເຈົ້າພະຍາ​ແທ້​ໃດ ບັດນີ້ ພວກ​ເຜົ່າໃດ​ປ້ອຍດ່າ​ເຈົ້າ ພວກເຂົາ​ຈະ​ຖືກ​ປ້ອຍດ່າ​ກັບຄືນ ພວກ​ເຜົ່າໃດ​ອວຍພອນ​ເຈົ້າ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ພຣະພອນ​ນັ້ນ​ເໝືອນກັນ.”


ເມື່ອ​ໂຢເຊັບ​ກັບ​ມາ​ເຮືອນ ພວກເຂົາ​ກໍ​ເອົາ​ຂອງຕ້ອນ​ເຂົ້າ​ໄປ​ມອບ​ໃຫ້​ໂຢເຊັບ ແລະ​ຂາບລົງ​ຕໍ່ໜ້າ​ເພິ່ນ.


ຂ້າແດ່​ພຣະເຈົ້າຢາເວ ກະສັດ​ທັງຫລາຍ​ໃນ​ໂລກ​ຈະ​ຍົກຍໍ​ພຣະອົງ ເພາະ​ພວກເຂົາ​ໄດ້ຍິນ​ເຖິງ​ຖ້ອຍຄຳ​ທັງຫຼາຍ​ແຕ່​ປາກ​ຂອງ​ພຣະອົງ.


ຜູ້​ທີ່​ວາງໃຈ​ໃນ​ພຣະອົງ​ຈະ​ບໍ່​ພ່າຍແພ້​ເລີຍ ແຕ່​ຜູ້​ທີ່​ກະບົດ​ຕໍ່ສູ້​ພຣະອົງ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.


ພຣະເຈົ້າຢາເວ​ຈະ​ຊົງໄຖ່​ເອົາ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ບໍ່ມີ​ຜູ້ໃດ​ທີ່​ມາ​ຂໍ​ໃຫ້​ພຣະອົງ​ຄຸ້ມຄອງ​ຈະ​ໄດ້​ຮັບ​ໂທດ.


ບັນດາ​ຄະນະທູດ​ຈະ​ມາ​ຈາກ​ເອຢິບ ຊາວ​ເອທີໂອເປຍ​ຈະ​ຍົກ​ມື​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ.


ໂອ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຂໍ​ຢ່າ​ໃຫ້​ຜູ້​ໄວ້ວາງໃຈ​ໃນ​ພຣະອົງ​ຖືກ​ອັບອາຍ​ຍ້ອນ​ຂ້ານ້ອຍ ໂອ ຂ້າແດ່​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ເອີຍ ຂໍ​ຢ່າ​ໃຫ້​ຜູ້​ນະມັດສະການ​ພຣະອົງ​ເສຍ​ຍ້ອນ​ຂ້ານ້ອຍ​ດ້ວຍ.


ເຮົາ​ຈະ​ຮັບ​ເອົາ​ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເມື່ອ​ເຮົາ​ປົດປ່ອຍ​ພວກເຈົ້າ​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ.


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ຫລາຍ​ຊົນຊາດ​ຈະ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ກັບຄືນ​ມາ​ສູ່​ດິນແດນ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ; ໃນ​ທີ່ນັ້ນ ຊົນຊາດ​ເຫຼົ່ານັ້ນ​ຈະ​ຮັບໃຊ້​ຊາດ​ອິດສະຣາເອນ​ດັ່ງ​ທາດ. ພວກ​ທີ່​ເຄີຍ​ຈັບ​ຄົນ​ໃນ​ຊາດ​ອິດສະຣາເອນ​ໄປ​ຄັ້ງ​ໜຶ່ງ​ນັ້ນ ບັດນີ້ ຈະ​ຖືກ​ຄົນ​ໃນ​ຊາດ​ອິດສະຣາເອນ​ຈັບ​ຄືນ ແລະ​ປະຊາຊົນ​ອິດສະຣາເອນ​ຈະ​ປົກຄອງ ຄົນ​ເຫຼົ່ານັ້ນ​ທີ່​ເຄີຍ​ກົດຂີ່​ພວກຕົນ​ມາ​ຄັ້ງ​ໜຶ່ງ.


ໃນວັນ​ນັ້ນ ພວກເຂົາ​ກໍ​ຈະ​ເວົ້າ​ວ່າ, “ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ສະນັ້ນ ພຣະອົງ​ຈຶ່ງ​ຊ່ວຍ​ເອົາ​ພວກ​ຂ້ານ້ອຍ​ໄວ້. ພຣະອົງ​ແມ່ນ​ພຣະເຈົ້າຢາເວ ອົງທີ່​ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ພວກ​ຂ້ານ້ອຍ​ຊົມຊື່ນ​ຍິນດີ​ແລະ​ມີ​ຄວາມສຸກ​ຫລາຍ ໃນ​ການຊ່ວຍ​ໃຫ້ພົ້ນ​ຂອງ​ພຣະອົງ.”


ຂ້ແດ່​ພຣະເຈົ້າຢາເວ ໃນ​ທາງ​ແຫ່ງ​ການ​ຕັດສິນ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ໂດຍ​ນາມຊື່​ອັນ​ເປັນ​ທີ່​ລະນຶກ​ຂອງ​ພຣະອົງ ແມ່ນ​ຈິດໃຈ​ທີ່​ປາຖະໜາ​ຂອງ​ພວກ​ຂ້ານ້ອຍ.


ສະນັ້ນ ບັດນີ້​ພຣະເຈົ້າຢາເວ​ຜູ້​ໄດ້​ຊົງໄຖ່​ເອົາ​ອັບຣາຮາມ​ຈາກ​ຄວາມ​ເດືອດຮ້ອນ​ກ່າວ​ວ່າ, “ປະຊາຊົນ​ຂອງເຮົາ​ເອີຍ ເຈົ້າ​ຈະ​ບໍ່​ຖືກ​ອັບອາຍ​ຂາຍໜ້າ​ຕໍ່ໄປ ແລະ​ສີໜ້າ​ຂອງ​ພວກເຈົ້າ​ກໍ​ຈະ​ບໍ່​ຫລ່າເຫລືອງ ຍ້ອນ​ຄວາມ​ອັບອາຍ​ຕໍ່ໄປ​ອີກ.


ປະຊາຊົນ​ຈະ​ໄດ້​ເຫັນ​ສິ່ງນີ້ ແລະ​ຈະ​ໄດ້​ຮູ້ຈັກ ວ່າ​ມື​ຂອງ​ພຣະເຈົ້າຢາເວ​ໄດ້​ກະທຳການ​ນີ້. ພວກເຂົາ​ຈະ​ເລີ່ມ​ເຂົ້າໃຈ​ເຖິງ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ອິດສະຣາເອນ ທີ່​ໄດ້​ເຮັດ​ໃຫ້​ສິ່ງ​ທັງໝົດ​ເກີດຂຶ້ນ.”


ພຣະເຈົ້າຢາເວ​ກ່າວ​ວ່າ ເຈົ້າ​ທັງຫລາຍ​ເປັນ​ພະຍານ​ຂອງເຮົາ ເຮົາ​ໄດ້​ເລືອກ​ພວກເຈົ້າ​ໃຫ້​ມາ​ເປັນ​ຜູ້ຮັບໃຊ້ ເພື່ອ​ວ່າ​ຈະ​ໄດ້​ຮູ້ ແລະ​ຈະ​ໄດ້​ເຊື່ອ​ໃນ​ເຮົາ ເຂົ້າໃຈ​ວ່າ​ເຮົາ​ແຕ່​ຜູ້ດຽວ​ຊົງ​ເປັນ​ພຣະເຈົ້າ. ນອກຈາກ​ເຮົາ​ແລ້ວ ບໍ່ມີ​ພະ​ຕົນອື່ນ​ອີກ​ເລີຍ ບໍ່ເຄີຍ​ມີ​ມາ​ແຕ່​ໃດໆ ແລະ​ຈະ​ບໍ່ມີ​ຈັກເທື່ອ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ສົມບັດ​ຂອງ​ປະເທດ​ເອຢິບ​ກັບ​ປະເທດ​ເອທີໂອເປຍ​ຈະ​ເປັນ​ຂອງ​ເຈົ້າ ຄົນ​ໃຫຍ່​ສູງ​ແຫ່ງ​ເສບາ​ກໍ​ຈະ​ເປັນ​ທາດຮັບໃຊ້​ເຈົ້າ​ຄືກັນ ພວກເຂົາ​ຈະ​ຍ່າງ​ຕາມ​ເຈົ້າ​ໄປ​ໂດຍ​ຖືກ​ລ່າມໂສ້​ພ້ອມ. ພວກເຂົາ​ຈະ​ກົ້ມຂາບ​ເຈົ້າ ແລະ​ທັງ​ສາລະພາບ​ວ່າ ‘ພຣະເຈົ້າ​ຢູ່​ນຳ​ເຈົ້າ ເປັນ​ພຣະເຈົ້າ​ແຕ່​ອົງດຽວ.


ແຕ່​ພຣະເຈົ້າຢາເວ​ໄດ້​ຊ່ວຍຊູ​ຊາດ​ອິດສະຣາເອນ ແລະ​ຄວາມມີໄຊ​ຂອງ​ພວກເຂົາ​ກໍ​ດຳລົງ​ໄປ​ຕະຫລອດ; ພຣະອົງ​ຈະ​ບໍ່​ໃຫ້​ປະຊາຊົນ​ຂອງ​ພຣະອົງ ໄດ້​ຖືກ​ອັບອາຍ​ຂາຍໜ້າ​ອີກ​ຈັກເທື່ອ.”’


ພຣະເຈົ້າຢາເວ​ອົງ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະ​ຜູ້ໄຖ່​ກ່າວ​ແກ່​ຜູ້​ທີ່​ຖືກ​ດູໝິ່ນ​ໜັກ ຄື​ຜູ້​ທີ່​ບັນດາ​ນາໆ​ຊາດ​ພາກັນ​ກຽດຊັງ ທັງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກ​ນັກປົກຄອງ​ວ່າ, “ກະສັດ​ຈະ​ເຫັນ​ເຈົ້າ​ຖືກ​ປ່ອຍຕົວ​ໄປ ພວກເຂົາ​ຈະ​ລຸກຂຶ້ນ​ຢືນ​ສະແດງ​ຄວາມ​ເຄົາຣົບ​ຕໍ່​ເຈົ້າ; ພວກ​ເຈົ້າຊາຍ​ກໍ​ຈະ​ໄດ້​ເຫັນ​ເຫດການ​ນີ້​ຄືກັນ ແລະ​ພວກເຂົາ​ຈະ​ກົ້ມ​ລົງ​ໃຫ້ກຽດ​ແກ່​ເຈົ້າ.” ສິ່ງນີ້​ຈະ​ເກີດຂຶ້ນ​ເພາະ​ພຣະເຈົ້າຢາເວ​ກະທຳການ ພຣະອົງ​ໄດ້​ເລືອກ​ເຈົ້າ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ; ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເປັນ​ອົງ​ບໍຣິສຸດ ຊົງ​ຮັກສາ​ຄຳສັນຍາ​ທີ່​ພຣະອົງ​ໄດ້​ກະທຳ​ໄວ້.


ແຕ່​ຄຳ​ດູໝິ່ນ​ປະໝາດ​ບໍ່ໄດ້​ທຳຮ້າຍ​ຂ້ອຍ​ເລີຍ ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຊ່ວຍເຫຼືອ​ຂ້ອຍ​ໄວ້. ຂ້ອຍ​ຫລໍ່ຫລອມ​ຕົນເອງ​ຂຶ້ນ​ເພື່ອ​ທົນທານ​ຕໍ່​ພວກເຂົາ ຂ້ອຍ​ຮູ້ວ່າ​ຕົນເອງ​ຈະ​ບໍ່ໄດ້​ຖືກ​ອັບອາຍ​ຂາຍໜ້າ


ແຕ່​ບັດນີ້​ຫລາຍ​ຊົນຊາດ​ຈະ​ງຶດງໍ້​ອັດສະຈັນໃຈ ພວກ​ກະສັດ​ກໍ​ຈະ​ອັດສະຈັນໃຈ​ຈົນ​ປາກ​ບໍ່ອອກ. ພວກເຂົາ​ຈະ​ຮູ້ເຫັນ​ແລະ​ທັງ​ຈະ​ເຂົ້າໃຈ ບາງ​ສິ່ງ​ທີ່​ພວກເຂົາ​ບໍ່ເຄີຍ​ຮູ້ເຫັນ​ຈັກເທື່ອ.”


ເມື່ອ​ເວລາ​ນັ້ນ​ມາເຖິງ ພວກເຈົ້າ​ຈະ​ຮັບຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າ ແລະ​ແມ່ນ​ເຮົາ​ທີ່​ໄດ້​ກ່າວ​ແກ່​ພວກເຈົ້າ.”


ພວກ​ລູກຊາຍ​ຂອງ​ຄົນ​ທີ່​ກົດຂີ່​ເຈົ້າ​ກໍ​ຈະ​ມາ ກົ້ມ​ຂາບລົງ​ເພື່ອ​ໃຫ້​ຄວາມນັບຖື​ແກ່​ເຈົ້າ. ຜູ້​ທີ່​ເຄີຍ​ຫຍໍ້ຫຍັນ​ເຈົ້າ​ແຕ່​ເມື່ອກ່ອນ​ເມື່ອຫລັງ ກໍ​ຈະ​ນະມັດສະການ​ເຮົາ​ທີ່​ແທບ​ຕີນ​ເຈົ້າ. ພວກເຂົາ​ຈະ​ເອີ້ນ​ເຈົ້າ​ວ່າ, ‘ນະຄອນ​ຂອງ​ພຣະເຈົ້າຢາເວ’ ‘ຊີໂອນ ເມືອງ​ຂອງ​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ.’


ບັນດາ​ຊົນຊາດ​ທັງ​ກະສັດ​ຈະ​ເອົາໃຈໃສ່​ເຈົ້າ ເໝືອນ​ດັ່ງ​ແມ່​ຜູ້ໜຶ່ງ​ລ້ຽງ​ລູກ​ຂອງຕົນ​ນັ້ນ. ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ​ເປັນຜູ້ຊ່ວຍ​ຂອງເຈົ້າ. ແລະ​ເປັນ​ຜູ້ໄຖ່ໂທດ​ຂອງເຈົ້າ ຄື​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ.


ແສງແຈ້ງ​ຂອງ​ເຈົ້າ​ຈະ​ນຳ​ບັນດາ​ຊົນຊາດ​ເຂົ້າ​ມາ ກະສັດ​ຈະ​ເຂົ້າ​ສູ່​ແສງແຈ້ງ​ໃນ​ວັນ​ໃໝ່​ຂອງ​ເຈົ້າ.


ນະຄອນ​ເຢຣູຊາເລັມ​ເອີຍ ທຸກ​ຊົນຊາດ​ຈະ​ເຫັນ​ເຈົ້າ​ມີໄຊ ກະສັດ​ຂອງ​ທຸກ​ຊົນຊາດ​ຈະ​ເຫັນ​ສະຫງ່າຣາສີ​ຂອງເຈົ້າ. ຄົນ​ຈະ​ເອີ້ນ​ເຈົ້າ​ຕາມ​ຊື່ໃໝ່​ຂອງເຈົ້າ ຄື​ຊື່​ທີ່​ປາກ​ຂອງ​ພຣະເຈົ້າຢາເວ​ຈະ​ໃຫ້​ໄວ້.


ບໍ່ມີ​ຜູ້ໃດ​ເຄີຍ​ໄດ້​ເຫັນ ແລະ​ເຄີຍ​ໄດ້ຍິນ​ເຖິງ​ພຣະເຈົ້າ​ດັ່ງ​ພຣະອົງ ຄື​ອົງ​ທີ່​ໄດ້​ເຮັດ​ພາລະກິດ​ເຊັ່ນນີ້​ສຳລັບ​ຄົນ​ທີ່​ມອບ​ຄວາມຫວັງ​ໄວ້​ກັບ​ພຣະອົງ.


ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ເສັ້ນເອັນ​ກັບ​ກ້ອນຊີ້ນ ແລະ​ມີ​ໜັງ​ຫຸ້ມຫໍ່​ພວກເຈົ້າ​ໄວ້. ເຮົາ​ຈະ​ເອົາ​ລົມຫາຍໃຈ​ເຂົ້າ​ໄປ​ໃນ​ພວກເຈົ້າ ແລະ​ນຳ​ພວກເຈົ້າ​ໃຫ້​ຄືນ​ມີ​ຊີວິດ​ອີກ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’


ອິດສະຣາເອນ​ເອີຍ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ສະຖິດ​ຢູ່​ນຳ ແລະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ບໍ່ມີ​ພຣະເຈົ້າ​ອື່ນ​ໃດ​ອີກ​ມີ​ແຕ່​ເຮົາ​ເທົ່ານັ້ນ ປະຊາຊົນ​ຂອງເຮົາ​ຈະ​ບໍ່​ຖືກ​ດູໝິ່ນ​ອີກ​ຈັກເທື່ອ.


ພວກເຂົາ​ຈະ​ລິເລືອ​ໄປ​ຕາມ​ຂີ້ຝຸ່ນ​ດິນ​ເໝືອນ​ດັ່ງ​ງູ; ພວກເຂົາ​ຈະ​ອອກ​ມາ​ຈາກ​ປ້ອມ​ປ້ອງກັນ​ທັງ​ຢ້ານກົວ​ຈົນ​ສັ່ນເຊັນ. ພວກເຂົາ​ຈະ​ກັບ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຢຳເກງ.


ຂ້ານ້ອຍ​ບໍ່ໄດ້​ຖືພາ​ພວກເຂົາ ຫລື​ບໍ່ໄດ້​ໃຫ້​ກຳເນີດ​ແກ່​ພວກເຂົາ ເປັນຫຍັງ​ພຣະອົງ​ຈຶ່ງ​ໃຫ້​ຂ້ານ້ອຍ​ເຮັດ​ໜ້າທີ່​ເປັນ​ນາງ​ພະຍາບານ ຄອຍ​ອູ້ມໂຊມ​ພວກເຂົາ​ເໝືອນ​ດັ່ງ​ແອນ້ອຍ​ໄປ​ຕະຫລອດ​ທາງ​ຢ່າງນີ້ ເພື່ອ​ນຳ​ພວກເຂົາ​ໄປ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ?


ຄົນ​ຮັບໃຊ້​ຜູ້​ທີ່​ໄດ້​ຮັບ​ເງິນ​ຫ້າ​ຕະລັນຕົນ ກໍ​ໄປ​ລົງ​ທຶນ​ທັນທີ ແລະ​ໄດ້​ກຳໄລ​ເທົ່າ​ຕົວ.


ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ບຸກຄົນ​ໃດ​ທີ່​ວາງໃຈເຊື່ອ​ໃນ​ພຣະອົງ ຈະ​ບໍ່ໄດ້​ຮັບ​ຄວາມ​ອັບອາຍ.”


ແລະ​ຄວາມ​ໄວ້ວາງໃຈ ບໍ່​ຫ່ອນ​ເຮັດ​ໃຫ້​ມີ​ຄວາມ​ເສຍໃຈ ເພາະ​ຜິດຫວັງ ເພາະ​ເຫັນ​ວ່າ​ພຣະເຈົ້າ​ຊົງ​ເປັ່ງ​ຄວາມຮັກ​ຂອງ​ພຣະອົງ​ເຂົ້າ​ໃນ​ໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ພຣະອົງ​ໄດ້​ຊົງ​ປະທານ​ໃຫ້​ແກ່​ເຮົາ​ທັງຫລາຍ​ແລ້ວ.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ນີ້​ແຫຼະ ເຮົາ​ໄດ້​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ໃນ​ເມືອງ​ຊີໂອນ ເປັນ​ຫີນ​ກ້ອນ​ທີ່​ໃຫ້​ຄົນ​ຕຳ​ສະດຸດ ຄື​ກ້ອນຫີນ​ທີ່​ໃຫ້​ຄົນ​ລົ້ມ​ລົງ ແຕ່​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ບໍ່ໄດ້​ຮັບ​ຄວາມ​ອັບອາຍ​ຈັກເທື່ອ.”


ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ, “ເບິ່ງແມ! ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ລົງ ໃນ​ເມືອງ​ຊີໂອນ ເປັນ​ຫີນ​ເສົາ​ເອກ​ທີ່​ເລືອກ​ໄວ້​ແລ້ວ, ແລະ​ເປັນ​ຫີນ​ທີ່​ມີຄ່າ​ອັນ​ປະເສີດ ຜູ້​ທີ່​ວາງໃຈ​ໃນ​ຫີນ​ນັ້ນ ກໍ​ຈະ​ບໍ່ໄດ້​ຮັບ​ ຄວາມ​ອັບອາຍ​ຈັກເທື່ອ.”


ເບິ່ງແມ! ສ່ວນ​ກຸ່ມ​ຄົນ​ທີ່​ເປັນ​ພັກພວກ​ຂອງ​ມານຊາຕານ ຄື​ຄົນ​ເວົ້າ​ຕົວະ​ເຫຼົ່ານັ້ນ​ທີ່​ອ້າງ​ວ່າ​ເປັນ​ຢິວ​ແຕ່​ບໍ່​ເປັນ​ນັ້ນ ເຮົາ​ຈະ​ໃຫ້​ພວກເຂົາ​ມາ​ຂາບ​ທີ່​ຕີນ​ຂອງ​ເຈົ້າ ແລະ​ຈະ​ໃຫ້​ພວກເຂົາ​ທຸກຄົນ​ຮູ້ຈັກ​ວ່າ​ຝ່າຍ​ເຮົາ​ໄດ້​ຮັກ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka