Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 49:21 - ພຣະຄຳພີສັກສິ

21 ແລ້ວ​ເຈົ້າ​ກໍ​ຈະ​ເຫັນ​ໂດຍ​ຕົນເອງ​ວ່າ, ‘ຜູ້ໃດ​ເກີດ​ເດັກນ້ອຍ​ເຫຼົ່ານີ້​ໃຫ້​ຂ້ອຍ? ຂ້ອຍ​ໄດ້​ສູນເສຍ​ເດັກນ້ອຍ​ທັງຫລາຍ ແລະ​ກໍ​ບໍ່​ສາມາດ​ມີ​ຕື່ມ​ອີກ. ຂ້ອຍ​ຖືກ​ເນລະເທດ​ແລະ​ຂັບໄລ່​ໃຫ້​ໜີໄປ ແມ່ນ​ຜູ້ໃດ​ນຳ​ເດັກນ້ອຍ​ເຫຼົ່ານີ້​ມາ​ໃຫ້? ຂ້ອຍ​ໄດ້​ຖືກ​ປະປ່ອຍ​ໃຫ້​ຢູ່​ປ່ຽວ​ຕາມ​ລຳພັງ ເດັກນ້ອຍ​ເຫຼົ່ານີ້​ພັດ​ມາ​ແຕ່​ໃສ​ອີກ?”’

Uka jalj uñjjattʼäta Copia luraña




ເອຊາຢາ 49:21
21 Jak'a apnaqawi uñst'ayäwi  

ມີ​ແຕ່​ນະຄອນ​ເຢຣູຊາເລັມ​ເທົ່ານັ້ນ​ທີ່​ເຫຼືອ​ຢູ່; ແຕ່​ພັດ​ເປັນ​ເມືອງ​ທີ່​ຖືກ​ປິດລ້ອມ, ຂາດ​ສິ່ງ​ປ້ອງກັນ ແລະ​ເປັນ​ດັ່ງ​ຕູບ​ຂອງ​ຄົນ​ເຝົ້າ​ສວນອະງຸ່ນ ຫລື​ເປັນ​ດັ່ງ​ຖຽງໄຮ່​ຂອງ​ສວນ​ໝາກແຕງກວາ​ທີ່​ບໍ່ມີ​ຄົນ​ເຝົ້າ.


ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ກໍ​ຮົກຮ້າງ​ເພພັງ ຂາດ​ຄົນ​ຢູ່​ອາໄສ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ເປົ່າແປນ. ມັນ​ກາຍເປັນ​ທົ່ງ​ທີ່​ສັດ​ພັກຜ່ອນ​ແລະ​ເລາະ​ກິນ​ຫຍ້າ.


ເມື່ອ​ພວກເຈົ້າ​ເຫັນ​ເດັກນ້ອຍ​ທີ່​ເຮົາ​ຈະ​ມອບ​ໃຫ້​ນັ້ນ ພວກເຈົ້າ​ຈະ​ຮັບຮູ້​ນາມຊື່​ຂອງ​ເຮົາ​ແມ່ນ​ອົງ​ບໍຣິສຸດ​ຂອງ​ຢາໂຄບ ແລະ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ພວກເຈົ້າ​ຈະ​ຍ້ອງຍໍ​ໃຫ້ກຽດ​ເຮົາ​ແລະ​ເກງກົວ​ເຮົາ.


ທົ່ວ​ທັງ​ເມືອງ​ຈະ​ຮ້ອງໄຫ້​ຄວນຄາງ​ດັ່ງ​ຍິງ​ຜູ້ໜຶ່ງ​ກຳລັງ​ນັ່ງ​ຢູ່​ກັບ​ພື້ນດິນ ເພາະ​ສູນເສຍ​ທຸກສິ່ງ.


ສະນັ້ນ ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ. ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ຈະ​ຕາຍ​ຍ້ອນ​ຫິວເຂົ້າ ແລະ​ຄົນ​ສາມັນ​ທຳມະດາ​ຈະ​ຕາຍ​ຍ້ອນ​ຫິວນໍ້າ.


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສັ່ນ​ຂີ້ຝຸ່ນ​ເປັນ​ອິດສະຫລະ ຈົ່ງ​ລຸກ​ຈາກ​ຂີ້ຝຸ່ນ​ດິນ ແລະ​ນັ່ງ​ລົງ​ເທິງ​ບັນລັງ​ເຖີດ ພວກ​ລູກສາວ​ຂອງ​ພູເຂົາ​ຊີໂອນ​ຜູ້​ຖືກ​ຈັບ​ເອີຍ ຈົ່ງ​ທຸບ​ໂສ້​ທີ່​ລ່າມ​ເຈົ້າ​ນັ້ນ​ໃຫ້​ມັນ​ຫລຸດ​ອອກ​ໄປ.


ເຈົ້າ​ຈະ​ບໍ່​ຖືກ​ປະຖິ້ມ ແລະ​ບໍ່​ເປັນ​ທີ່​ກຽດຊັງ​ອີກ​ຕໍ່ໄປ ບໍ່​ເປັນ​ນະຄອນ​ທີ່​ເສົ້າໝອງ​ແລະ​ຮ້າງເປົ່າ​ອີກ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຍິ່ງໃຫຍ່​ແລະ​ງົດງາມ ເປັນ​ທີ່​ເບີກບານ​ໃຈ​ແລະ​ຍິນດີ​ໄປ​ຕະຫລອດ.


ເປັນຫຍັງ​ບັນດາ​ເຮືອ​ຈຶ່ງ​ມາ​ດັ່ງ​ກ້ອນເມກ​ນໍ ດັ່ງ​ຝູງ​ນົກ​ເຂົາ​ບິນ​ຄືນ​ສູ່​ຮັງ​ຢ່າງ​ຟັ່ງຟ້າວ?


ຄົນ​ຈະ​ບໍ່​ເອີ້ນ​ເຈົ້າ​ອີກ​ຕໍ່ໄປ​ວ່າ, “ຜູ້​ຖືກ​ປະຖິ້ມ.” ຄົນ​ຈະ​ບໍ່​ເອີ້ນ​ຢ່າງນີ້​ອີກ​ວ່າ, “ເມຍ​ທີ່​ຜົວ​ໜີປະ.” ສຳລັບ​ດິນແດນ​ຂອງເຈົ້າ​ຄົນ​ຈະ​ເວົ້າ​ກັນ​ວ່າ, “ພຣະເຈົ້າ​ພໍໃຈ​ນຳ​ນາງ” ຄື​ຊື່​ໃໝ່​ຂອງເຈົ້າ. ຄົນ​ຈະ​ເອີ້ນ​ວ່າ, “ຜູ້​ແຕ່ງງານ​ທີ່​ມີ​ຄວາມສຸກ”. ສຳລັບ​ກ່າວ​ເຖິງ​ດິນແດນ​ຂອງເຈົ້າ ເພາະ​ພຣະເຈົ້າຢາເວ​ພໍໃຈ​ນຳ​ເຈົ້າ​ໃດ ພຣະອົງ​ຈະ​ເປັນ​ຜົວ​ສຳລັບ​ດິນແດນ​ຂອງເຈົ້າ.


ເມືອງ​ອັນ​ສັກສິດ​ຂອງ​ພຣະອົງ​ກໍ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ; ນະຄອນ​ເຢຣູຊາເລັມ​ຮົກຮ້າງ​ເພພັງ


ພວກເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ຄົມ​ດາບ ແລະ​ຈະ​ຖືກ​ຈັບ​ກວາດ​ໄປ​ເປັນ​ຊະເລີຍ​ໃນ​ທົ່ວ​ທຸກ​ປະເທດ ແລະ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ກໍ​ຈະ​ຢຽບຢໍ່າ​ນະຄອນ​ເຢຣູຊາເລັມ ຈົນກວ່າ​ຈະ​ຄົບ​ກຳນົດ​ເວລາ​ຂອງ​ພວກເຂົາ.”


ດ້ວຍວ່າ, ຖ້າ​ພຣະເຈົ້າ​ຊົງ​ຕັດ​ເຈົ້າ​ອອກ​ຈາກ​ຕົ້ນກອກ​ປ່າ ທີ່​ເປັນ​ໄມ້​ປ່າ​ຕາມ​ທຳມະຊາດ ແລະ​ຊົງ​ນຳ​ມາ​ຕໍ່​ເຂົ້າ​ກັບ​ຕົ້ນກອກ​ພັນ​ດີ ຊຶ່ງ​ຜິດ​ທຳມະຊາດ​ຂອງ​ມັນ​ແລ້ວ ການ​ທີ່​ຈະ​ເອົາ​ກິ່ງ​ເຫຼົ່ານັ້ນ​ທີ່​ເປັນ​ກິ່ງ​ເດີມ ມາ​ຕໍ່​ເຂົ້າ​ກັບ​ຕົ້ນ​ມັນ​ເອງ ກໍ​ຈະ​ງ່າຍ​ກວ່າ​ນັ້ນ​ຫລາຍ​ເທົ່າ​ໃດ​ໜໍ.


ຖ້າ​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະຄຣິດ​ແລ້ວ ພວກເຈົ້າ​ກໍ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ຄື​ເປັນ​ຜູ້​ໄດ້​ຮັບ​ມໍຣະດົກ​ຕາມ​ພຣະສັນຍາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka