Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 49:19 - ພຣະຄຳພີສັກສິ

19 ປະເທດ​ຂອງເຈົ້າ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ແຕ່​ບັດນີ້ ຈະ​ແຄບ​ເກີນ​ໄປ​ສຳລັບ​ຜູ້​ທີ່​ກັບ​ມາ​ບ້ານ. ພວກ​ທີ່​ໄດ້​ປະ​ເຈົ້າ​ໄວ້​ໃຫ້​ຮົກຮ້າງ​ເພພັງ ກໍ​ຈະ​ຖືກ​ຍົກຍ້າຍ​ອອກ​ໄປ​ໃຫ້​ຫ່າງໄກ​ຈາກ​ເຈົ້າ.

Uka jalj uñjjattʼäta Copia luraña




ເອຊາຢາ 49:19
24 Jak'a apnaqawi uñst'ayäwi  

ພວກເຂົາ​ກໍ​ຈະ​ກືນກິນ​ພວກເຮົາ​ທັງເປັນ​ຈົນ​ໝົດກ້ຽງ ເພາະ​ຄວາມ​ຄຽດແຄ້ນ​ໃຫຍ່​ຕໍ່ສູ້​ພວກເຮົາ​ນັ້ນ.


ຈົ່ງ​ຂ້າ​ພວກເຂົາ​ຖິ້ມ​ທັງເປັນ​ໃຫ້​ເໝືອນດັ່ງ​ຄວາມຕາຍ​ກືນກິນ​ມະນຸດ.


ດິນແດນ​ຂອງ​ພວກເຈົ້າ​ໄດ້​ຖືກ​ທຳລາຍ ແລະ​ບ້ານເມືອງ​ຂອງ​ພວກເຈົ້າ​ກໍໄດ້​ຖືກ​ເຜົາຜານ​ຈົນ​ໝົດກ້ຽງ. ຊາວ​ຕ່າງດ້າວ​ໄດ້​ເຂົ້າ​ຢຶດຄອງ​ດິນແດນ ແລະ​ທຳລາຍ​ທຸກສິ່ງ ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ​ຈົນ​ໝົດກ້ຽງ.


ຖືກຕ້ອງ ຄວາມ​ຫຼົ້ມຈົມ​ເປັນ​ຂອງ​ນະຄອນ​ເຢຣູຊາເລັມ​ສາ​ແລ້ວ ຢູດາຍ​ກໍ​ກຳລັງ​ຫຼົ້ມຈົມ​ດ້ວຍ ພວກເຂົາ​ເວົ້າ​ແລະ​ເຮັດ​ທຸກຢ່າງ​ຕໍ່ສູ້​ພຣະເຈົ້າຢາເວ; ພວກເຂົາ​ດູຖູກ​ໝິ່ນປະໝາດ​ພຣະອົງ​ຢ່າງ​ເປີດເຜີຍ.


“ຜູ້​ທີ່​ຈະ​ສ້າງ​ເຈົ້າ​ຂຶ້ນ​ໃໝ່​ຈະ​ມາ​ໃນ​ໄວໆ​ນີ້​ເອງ ພວກ​ທີ່​ໄດ້​ກົດຂີ່​ຂົ່ມເຫັງ​ກໍ​ຈະ​ໜີໄປ​ຈາກ​ເຈົ້າ.


ພຣະເຈົ້າຢາເວ​ກ່າວ​ຕໍ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເມື່ອ​ເຖິງ​ເວລາ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ ເຮົາ​ຈະ​ເຫັນໃຈ​ເຈົ້າ ແລະ​ຕອບ​ຄຳຮ້ອງຂໍ ຈະ​ເຝົ້າ​ເບິ່ງແຍງ​ຮັກສາ ແລະ​ປົກປ້ອງ​ເຈົ້າ​ໄວ້ ໂດຍ​ທາງ​ເຈົ້າ ເຮົາ​ຈະ​ຕັ້ງ​ພັນທະສັນຍາ ກັບ​ຊົນຊາດ​ທັງຫລາຍ​ທີ່​ຢູ່​ໃນ​ໂລກນີ້. ເຮົາ​ຈະ​ນຳ​ເຈົ້າ​ໃຫ້​ຕັ້ງ​ຖິ່ນຖານ​ເທື່ອ​ໃໝ່ ໃນ​ດິນແດນ​ທີ່​ເວລາ​ນີ້​ຮົກຮ້າງ​ຫວ່າງຄົນ.


ຂ້ອຍ​ຈະ​ປ່ອຍ​ໃຫ້​ຫຍ້າ​ເກີດຂຶ້ນ​ເຕັມ​ໄປ​ທົ່ວ. ຂ້ອຍ​ຈະ​ບໍ່​ຕັດ​ແໜງ​ຫລື​ພວນດິນ; ແຕ່​ຈະ​ປ່ອຍ​ໃຫ້​ເຄືອ​ແລະ​ກົກ​ໜາມ​ປົ່ງ​ຂຶ້ນ​ຫຸ້ມຫໍ່. ຂ້ອຍ​ຈະ​ບໍ່​ໃຫ້​ແມ່ນແຕ່​ຝົນ​ຕົກລົງ​ມາ​ຮຳ​ສວນ​ນັ້ນ​ເລີຍ.”


ພຣະເຈົ້າຢາເວ​ຈະ​ໃຫ້​ຄວາມ​ເມດຕາ​ຕໍ່​ນະຄອນ​ເຢຣູຊາເລັມ ຕໍ່​ຄົນ​ທັງໝົດ​ທີ່​ຢູ່​ໃນ​ບ່ອນ​ຮົກຮ້າງ​ເພພັງ​ນັ້ນ. ເຖິງ​ວ່າ​ດິນແດນ​ນັ້ນ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເຮົາ​ກໍ​ຈະ​ໃຫ້​ກາຍເປັນ​ສວນ​ເອເດນ​ໄດ້ ຈາກ​ພື້ນດິນ​ແຫ້ງ​ຂາດ​ນໍ້າ​ຫລໍ່ລ້ຽງ​ໃຫ້​ເກີດຜົນ ກໍ​ຈະ​ເປັນ​ດັ່ງ​ສວນ​ຂອງ​ພຣະເຈົ້າຢາເວ. ແລ້ວ​ທີ່ນັ້ນ​ກໍ​ຈະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຫລາຍ ມີ​ທັງ​ສຽງ​ຮ້ອງລຳ​ທຳເພງ​ຍົກຍໍ​ໂມທະນາ​ຂອບພຣະຄຸນ​ດ້ວຍ.


ເຈົ້າ​ຈະ​ຂະຫຍາຍ​ເຂດແດນ​ຂອງເຈົ້າ​ໄປ​ທຸກ​ທິດທາງ ຄົນ​ຂອງ​ເຈົ້າ​ຈະ​ໄດ້​ດິນແດນ​ໃກ້ຄຽງ​ຄືນ​ມາ​ອີກ ເປັນ​ດິນແດນ​ທີ່​ຊາດ​ອື່ນ​ໄດ້​ຢຶດ​ໃນ​ປະຈຸບັນ ເມືອງ​ຮົກຮ້າງ​ກໍ​ຈະ​ເຕັມ​ແຕ່​ຄົນ​ອາໄສ​ຢູ່.


ແຕ່​ບັດນີ້ ທຸກຄົນ​ທີ່​ກືນ​ພວກເຈົ້າ​ຈະ​ຖືກ​ກືນຄືນ ແລະ​ເຫຼົ່າ​ສັດຕູ​ຈະ​ຖືກ​ຈັບ​ເປັນ​ຊະເລີຍ​ໝົດສິ້ນ. ທຸກຄົນ​ທີ່​ກົດຂີ່​ພວກເຈົ້າ​ຈະ​ຖືກ​ກົດຂີ່​ຄືນ ທຸກຄົນ​ທີ່​ປຸ້ນ​ພວກເຈົ້າ​ຈະ​ຖືກ​ປຸ້ນຄືນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ໃນ​ບໍ່​ຊ້າ ສັດຕູ​ກໍ​ຈະ​ຟັນ​ແລະ​ຢຽບຢໍ່າ​ພວກເຂົາ​ລົງ ດັ່ງ​ຢຽບ​ເມັດ​ເຂົ້າ​ຢູ່​ທີ່​ລານ​ຟາດເຂົ້າ.”


ເຮົາ​ຈະ​ລົງໂທດ​ເບນ ຄື​ພະ​ແຫ່ງ​ບາບີໂລນ ແລະ​ເຮັດ​ໃຫ້​ມັນ​ຍອມ​ຄືນ​ສົມບັດ​ຕ່າງໆ​ທີ່​ໄດ້​ລັກ​ໄປ​ນັ້ນ; ຊົນຊາດ​ທັງຫລາຍ​ຈະ​ບໍ່​ນະມັດສະການ​ມັນ​ອີກ​ຕໍ່ໄປ. ກຳແພງ​ຂອງ​ນະຄອນ​ບາບີໂລນ​ໄດ້​ພັງ​ທະລາຍ​ລົງ​ສາ​ແລ້ວ.


ແລ້ວ​ເຈົ້າ​ຈົ່ງ​ປະກາດ ແລະ​ບອກ​ໃນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ. ເມື່ອ​ຊົນຊາດ​ໃກ້ຄຽງ​ທັງຫລາຍ​ໄດ້​ຢຶດ ແລະ​ປຸ້ນຈີ້​ພູ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ​ນັ້ນ ທຸກຄົນ​ໄດ້​ຫົວ​ເຍາະເຍີ້ຍ​ຊາດ​ອິດສະຣາເອນ.


ຈາກ​ປະເທດ​ເອຢິບ ແລະ​ອັດຊີເຣຍ​ເຮົາ​ຈະ​ນຳ​ພວກເຂົາ​ກັບ​ມາ ແລະ​ໃຫ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ປະເທດ​ຂອງ​ພວກ​ເຂົາ. ເຮົາ​ຍັງ​ຈະ​ໃຫ້​ຕັ້ງ​ທີ່​ຢູ່​ໃນ​ກີເລອາດ ແລະ​ເລບານອນ ດິນແດນ​ທັງໝົດ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ປະຊາຊົນ​ທັງນັ້ນ.


ໃນ​ເວລາ​ນັ້ນ​ຈະ​ມີ​ຫລາຍ​ຊົນຊາດ​ມາ​ຫາ​ພຣະເຈົ້າຢາເວ ແລະ​ກາຍເປັນ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ຈະ​ຢູ່​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ.


ເທວະດາ​ຕົນ​ທຳອິດ​ໄດ້​ກ່າວ​ຕໍ່​ເທວະດາ​ຕົນ​ອື່ນ​ວ່າ, “ຈົ່ງ​ແລ່ນ​ໄປ​ບອກ​ຊາຍໜຸ່ມ​ທີ່​ຖື​ເຊືອກແທກ​ນັ້ນ​ວ່າ ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ມີ​ຄົນ​ກັບ​ສັດ​ຢ່າງ​ຫລວງຫລາຍ ຈົນ​ຈະ​ກໍ່​ກຳແພງ​ເມືອງ​ຂຶ້ນ​ບໍ່ໄດ້.


ຜູ້ໃດ​ຜູ້ໜຶ່ງ​ທີ່​ຕົບຕີ​ພວກເຈົ້າ ກໍ​ສໍ່າກັບ​ຕົບຕີ​ແກ້ວ​ຕາ​ຂອງເຮົາ.” ດັ່ງນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈຶ່ງ​ໄດ້​ໃຊ້​ຂ້າພະເຈົ້າ​ພ້ອມ​ນຳ​ຖ້ອຍຄຳ​ນີ້​ໄປ​ບອກ​ຊົນຊາດ​ຕ່າງໆ ທີ່​ໄດ້​ປຸ້ນຈີ້​ປະຊາຊົນ​ຂອງ​ພຣະອົງ​ວ່າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka