ເອຊາຢາ 49:15 - ພຣະຄຳພີສັກສິ15 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງໂຕ້ຕອບຄືນໄປວ່າ, “ຍິງຜູ້ໜຶ່ງລືມໄລລູກທີ່ຕົນຄອດໄດ້ຫລືບໍ່? ເຖິງວ່າແມ່ຈະລືມໄລລູກຂອງຕົນກໍຕາມ ແຕ່ເຮົາຈະບໍ່ລືມໄລພວກເຈົ້າຈັກເທື່ອ.” Uka jalj uñjjattʼäta |
ອິດສະຣາເອນເອີຍ ເຈົ້າຄືລູກທີ່ຮັກຂອງເຮົາ ເປັນເດັກນ້ອຍທີ່ເຮົາຮັກແພງຫລາຍແທ້ໆ. ເມື່ອເຮົາເອີ່ຍເຖິງເຈົ້າຄືເອີ່ຍເຖິງຊື່ເຈົ້າຍາມໃດ ເຮົາກໍມີຄວາມຮັກແລະຄິດເຖິງເຈົ້າຍາມນັ້ນ; ຈິດໃຈເຮົາຄິດເຖິງແຕ່ເຈົ້າຢູ່ສະເໝີມາ ເຮົາບັງຄັບເຮົາເອງບໍ່ໃຫ້ເມດຕາເຈົ້າບໍ່ໄດ້.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.