Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 49:13 - ພຣະຄຳພີສັກສິ

13 ໂອ ຟ້າ​ສະຫວັນ​ເອີຍ ຈົ່ງ​ຮ້ອງເພງ​ສັນລະເສີນ! ໂອ ແຜ່ນດິນ​ໂລກ​ເອີຍ ຈົ່ງ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ! ຈົ່ງ​ໃຫ້​ພູເຂົາ​ທຸກໜ່ວຍ​ໂຮຮ້ອງ​ເປັນ​ສຽງ​ເພງ​ດັງໆ ພຣະເຈົ້າຢາເວ​ຈະ​ອອຍໃຈ​ປະຊາຊົນ​ຂອງ​ພຣະອົງ; ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ໄດ້​ທົນທຸກ​ທໍລະມານ ພຣະອົງ​ຈະ​ເມດຕາ​ປະຊາຊົນ​ເຫຼົ່ານັ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 49:13
32 Jak'a apnaqawi uñst'ayäwi  

ຈັກກະວານ ແລະ​ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ ຈົ່ງ​ບອກ​ຊົນຊາດ​ທັງຫລາຍ​ວ່າ, “ພຣະເຈົ້າຢາເວ​ແມ່ນ​ຈອມ​ກະສັດ.”


ບັນດາ​ພູນ້ອຍ​ພູ​ໃຫຍ່​ພ້ອມ​ດ້ວຍ​ຕົ້ນໄມ້​ທັງຫລາຍ ແລະ​ປ່າດົງ​ພົງໄພ


ຝູງ​ແກະ​ເຕັມ​ຢູ່​ຕາມ​ທົ່ງຫຍ້າ ຕາມ​ຮ່ອມ​ພູ​ເຕັມ​ໄປ​ດ້ວຍ​ເມັດ​ພືດພັນ​ທັນຍາຫານ ສັບພະທຸກສິ່ງ​ກໍ​ເປັ່ງ​ສຽງ​ຮ້ອງລຳ​ທຳເພງ ດ້ວຍ​ຄວາມ​ເບີກບານ​ຊົມຊື່ນ.


ໂອ ຟ້າ​ສະຫວັນ​ກັບ​ແຜ່ນດິນ​ໂລກ​ເອີຍ ທະເລ​ກັບ​ທຸກສິ່ງ​ໃນ​ນັ້ນ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ


ພຣະອົງ​ຈະ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ກຽດ​ຫລາຍ ມີ​ຫລາຍກວ່າ​ທີ່​ຂ້ານ້ອຍ​ເຄີຍ​ມີ​ມາ​ກ່ອນ ທັງ​ຈະ​ປະເລົ້າ​ປະໂລມ​ຂ້ານ້ອຍ​ຄືນ​ໃໝ່​ອີກ.


ພຣະອົງ​ຊົງ​ຣິດອຳນາດ​ເຫລືອຫລາຍ​ທີ່ສຸດ ກຳລັງ​ຂອງ​ພຣະອົງ​ກໍ​ຍິ່ງໃຫຍ່​ຫລາຍແທ້ໆ.


ເມື່ອ​ເຖິງ​ມື້​ນັ້ນ ປະຊາຊົນ​ຈະ​ຮ້ອງລຳ​ທຳເພງ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ ພຣະອົງ​ໄດ້​ໂກດຮ້າຍ​ຂ້ານ້ອຍ ແຕ່​ບັດນີ້​ພຣະອົງ​ເລົ້າໂລມ​ໃຈ ແລະ​ບໍ່​ໂກດຮ້າຍ​ຕໍ່ໄປ​ອີກ​ແລ້ວ


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ໂອ ຟ້າ​ສະຫວັນຟ້າ​ສະຫວັນ ​ເອີຍ ຈົ່ງ​ໂຮຮ້ອງ​ຍິນດີ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ; ແຜ່ນດິນ​ໂລກ​ບ່ອນ​ເລິກສຸດ​ເອີຍ ຈົ່ງ​ໂຮຮ້ອງ​ສາ​ເຖີດ ພູຜາ​ທຸກໜ່ວຍ​ແລະ​ຕົ້ນໄມ້​ໃນ​ປ່າ​ທັງຫລາຍ ຈົ່ງ​ຊົມຊື່ນ​ຍິນດີ​ດ້ວຍ​ສຽງ​ໂຮຮ້ອງ​ເຖີດ ເຫດວ່າ​ພຣະເຈົ້າຢາເວ​ໄດ້​ຊົງໄຖ່​ຢາໂຄບ ແລະ​ຈະ​ຊົງຮັບ​ກຽດ​ແຫ່ງ​ສະຫງ່າຣາສີ​ໃນ​ອິດສະຣາເອນ.


ຈົ່ງ​ອອກ​ໄປ​ຢ່າງ​ອິດສະຫລະ​ຈາກ​ນະຄອນ​ບາບີໂລນ ຈົ່ງ​ປະກາດ​ຂ່າວ​ດີ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ. ຈົ່ງ​ບອກ​ທຸກໆ​ບ່ອນ​ໃຫ້​ຮູ້​ແລະ​ໄດ້ຍິນ​ວ່າ, “ພຣະເຈົ້າຢາເວ​ໄດ້​ໄຖ່​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ.”


ແຕ່​ປະຊາຊົນ​ຊາວ​ເຢຣູຊາເລັມ​ນັ້ນ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ປະຖິ້ມ​ແລະ​ລືມໄລ​ພວກເຮົາ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ຜູ້​ທີ່​ເຮັດ​ໃຫ້ ພວກເຈົ້າ​ໄດ້​ກຳລັງ​ເຂັ້ມແຂງ​ຂຶ້ນ​ໃໝ່. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ​ມະນຸດ​ທີ່​ຕາຍເປັນ ພວກ​ທີ່​ບໍ່​ຍືນຍົງ​ລື່ນ​ຕົ້ນຫຍ້າ?


ພຣະເຈົ້າຢາເວ​ຈະ​ໃຫ້​ຄວາມ​ເມດຕາ​ຕໍ່​ນະຄອນ​ເຢຣູຊາເລັມ ຕໍ່​ຄົນ​ທັງໝົດ​ທີ່​ຢູ່​ໃນ​ບ່ອນ​ຮົກຮ້າງ​ເພພັງ​ນັ້ນ. ເຖິງ​ວ່າ​ດິນແດນ​ນັ້ນ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເຮົາ​ກໍ​ຈະ​ໃຫ້​ກາຍເປັນ​ສວນ​ເອເດນ​ໄດ້ ຈາກ​ພື້ນດິນ​ແຫ້ງ​ຂາດ​ນໍ້າ​ຫລໍ່ລ້ຽງ​ໃຫ້​ເກີດຜົນ ກໍ​ຈະ​ເປັນ​ດັ່ງ​ສວນ​ຂອງ​ພຣະເຈົ້າຢາເວ. ແລ້ວ​ທີ່ນັ້ນ​ກໍ​ຈະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຫລາຍ ມີ​ທັງ​ສຽງ​ຮ້ອງລຳ​ທຳເພງ​ຍົກຍໍ​ໂມທະນາ​ຂອບພຣະຄຸນ​ດ້ວຍ.


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ເປັ່ງ​ສຽງ​ຮ້ອງ​ຍິນດີ ເຈົ້າ​ຜູ້​ທີ່​ເປັນ​ເມືອງ​ເພພັງ​ແລະ​ຮົກຮ້າງ ພຣະເຈົ້າຢາເວ​ຈະ​ຊົງໄຖ່​ເອົາ​ນະຄອນ​ເຢຣູຊາເລັມ ທັງ​ຈະ​ອອຍໃຈ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ.


“ເຮົາ​ໄດ້​ປະຮ້າງ​ເຈົ້າ​ພຽງແຕ່​ໄລຍະ​ຊົ່ວຄາວ ເຮົາ​ຈະ​ເອົາ​ເຈົ້າ​ຄືນ​ດ້ວຍ​ຄວາມຮັກ​ອັນ​ສຸດ​ຫົວໃຈ.


ເຮົາ​ປິ່ນໜ້າ​ດ້ວຍ​ຄວາມ​ໂກດຮ້າຍ​ພຽງ​ຊົ່ວຄາວ ເຮົາ​ບໍ່ໄດ້​ແນມເບິ່ງ​ໜ້າ​ເຈົ້າ​ພຽງ​ໄລຍະ​ໜຶ່ງ ແຕ່​ເຮົາ​ຈະ​ສຳແດງ​ຄວາມຮັກ​ຕໍ່​ເຈົ້າ​ສືບໄປ.” ພຣະເຈົ້າຢາເວ​ພຣະຜູ້ໄຖ່​ກ່າວ​ດັ່ງນີ້ແຫລະ.


ພວກເຈົ້າ​ຈະ​ຈາກ​ນະຄອນ​ບາບີໂລນ​ຢ່າງ​ຊົມຊື່ນ​ຍິນດີ ຈະ​ຖືກ​ນຳ​ອອກ​ໄປ​ຢ່າງ​ສັນຕິສຸກ​ເຫລືອລົ້ນ. ພູເຂົາ​ແລະ​ເນີນພູ​ທຸກໜ່ວຍ​ກໍ​ຈະ​ເປັ່ງ​ສຽງ​ຮ້ອງເພງ ແລະ​ຕົ້ນໄມ້​ກໍ​ຈະ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ​ຍິ່ງ.


ແລ້ວ​ແມ່ຍິງ​ກໍ​ຈະ​ຟ້ອນ​ຢ່າງ​ມີ​ຄວາມ​ສຸກໃຈ ຜູ້ຊາຍ​ບໍ່​ວ່າ​ເຖົ້າ​ຫລື​ໜຸ່ມ​ກໍດີ​ຈະ​ຍິນດີ​ດ້ວຍ. ເຮົາ​ຈະ​ເລົ້າໂລມ​ໃຈ​ຜູ້​ໄວ້ທຸກ ໃຫ້​ປີຕິຍິນດີ ຄວາມ​ໂສກເສົ້າ​ເສຍໃຈ ເປັນ​ຄວາມ​ຊົມຊື່ນ.


ຈັກກະວານ ແລະ​ແຜ່ນດິນ​ໂລກ ແລະ​ທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ ຈະ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ເມື່ອ​ບາບີໂລນ​ຖືກ​ຕີ​ແຕກ​ໂດຍ​ຜູ້ທຳລາຍ​ທີ່​ມາ​ຈາກ​ທາງ​ທິດເໜືອ​ຕໍ່ສູ້​ປະເທດ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຮ້າງເປົ່າ ຈົນ​ວ່າ​ທົ່ວ​ໂລກ​ຈະ​ຍິນດີ​ໃນ​ການ​ລົ້ມລົງ​ຂອງເຈົ້າ


ໃນທຳນອງ​ດຽວກັນ​ນັ້ນ​ແຫຼະ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຝູງ​ເທວະດາ​ຂອງ​ພຣະເຈົ້າ​ກໍ​ຊົມຊື່ນ​ຍິນດີ ທີ່​ມີ​ຄົນ​ບາບ​ຜູ້ໜຶ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່.”


ແຕ່​ພຣະເຈົ້າ ອົງ​ຊົງ​ໜູນໃຈ​ຜູ້​ທີ່​ໂສກເສົ້າ ຊົງ​ໂຜດ​ໜູນໃຈ​ພວກເຮົາ​ດ້ວຍ​ການ​ທີ່​ໃຫ້​ຕີໂຕ​ມາ​ເຖິງ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka