ເອຊາຢາ 49:12 - ພຣະຄຳພີສັກສິ12 ພວກເຂົາຈະມາຈາກດິນແດນຫ່າງໄກ ທິດເໜືອ ທິດຕາເວັນຕົກ ອາຊວານ ທິດໃຕ້.” Uka jalj uñjjattʼäta |
“ປະຊາຊົນຂອງເຮົາເອີຍ ພວກເຈົ້າຢ່າຢ້ານເລີຍ ປະຊາຊົນອິດສະຣາເອນເອີຍ ຢ່າແຕກຕື່ນເທາະ ພຣະເຈົ້າຢາເວກ່າວວ່າ: ເຮົາຈະຊ່ວຍກູ້ເອົາພວກເຈົ້າມາຈາກແດນຫ່າງໄກ ຈາກດິນແດນພວກເຈົ້າຕົກໄປເປັນຊະເລີຍນັ້ນ. ພວກເຈົ້າຈະກັບຄືນມາບ້ານ ທັງມີຊີວິດຢ່າງສັນຕິສຸກ ຈະປອດໄພແລະຈະບໍ່ມີຜູ້ໃດເຮັດໃຫ້ພວກເຈົ້າຢ້ານ.
ປະຊາຊົນຂອງພວກເຂົາເວົ້າວ່າ, “ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວ ສູ່ວິຫານຂອງພຣະເຈົ້າແຫ່ງຊາດອິດສະຣາເອນນັ້ນ. ເພາະພຣະອົງຈະສັ່ງສອນສິ່ງທີ່ຢາກໃຫ້ພວກເຮົາເຮັດຕາມ ພວກເຮົາຈະຍ່າງຕາມທາງທີ່ພຣະອົງໄດ້ເລືອກໄວ້. ຖ້ອຍຄຳຂອງພຣະເຈົ້າຢາເວມາແຕ່ນະຄອນເຢຣູຊາເລັມ ຈາກພູເຂົາຊີໂອນທີ່ຊົງກ່າວຕໍ່ປະຊາຊົນຂອງພຣະເຈົ້າ.”
ຜູ້ທີ່ຢູ່ຫ່າງໄກກໍຈະມາຊ່ວຍສ້າງພຣະວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່. ແລະເມື່ອສ້າງຂຶ້ນໃໝ່ແລ້ວ ພວກເຈົ້າຈະຮູ້ວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ໃຊ້ຂ້າພະເຈົ້າມາຫາພວກເຈົ້າ. ເຫດການທັງໝົດນີ້ຈະເກີດຂຶ້ນແທ້ ຖ້າພວກເຈົ້າເຮັດຕາມຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢ່າງຄົບຖ້ວນ.