11 ເຮົາຈະສ້າງທາງຫລວງຂ້າມພູເຂົາທັງຫລາຍ ຕຽມຫົນທາງເພື່ອປະຊາຊົນຂອງເຮົາທຽວໄດ້.
ໃນຖິ່ນແຫ້ງແລ້ງກັນດານທີ່ປ່ຽວ ມີຄົນທ່ຽວໄປມາ ແຕ່ກໍບໍ່ອາດພົບທາງທີ່ຈະເຂົ້າໄປໃນເມືອງນັ້ນໄດ້.
ພຣະອົງໄດ້ນຳພວກເຂົາມຸ້ງໜ້າໄປຕາມທາງຊື່ ສູ່ນະຄອນໜຶ່ງບ່ອນທີ່ພວກເຂົາອາໄສຢູ່ໄດ້.
ຈະມີຖະໜົນຫລວງຈາກອັດຊີເຣຍ ໃຫ້ປະຊາຊົນອິດສະຣາເອນຂອງພຣະອົງ ຜູ້ລອດຕາຍຢູ່ໃນທີ່ນັ້ນເດີນທາງອອກມາ ດັ່ງບັນພະບຸລຸດຂອງພວກເຂົາໄດ້ເດີນທາງ ເມື່ອອອກມາຈາກປະເທດເອຢິບນັ້ນ.
ເມື່ອເວລານັ້ນມາເຖິງ ຈະມີຫົນທາງຫລວງລະຫວ່າງປະເທດເອຢິບ ແລະອັດຊີເຣຍ. ປະຊາຊົນທັງສອງປະເທດນີ້ຈະໄປມາຫາສູ່ກັນ ແລະທັງສອງຊົນຊາດຈະນະມັດສະການພຣະອົງຮ່ວມກັນ.
ຈົ່ງເຝົ້າເບິ່ງສິ່ງໃໝ່ໆທີ່ກຳລັງຈະເກີດມີມາ ບັດນີ້ ພວກເຈົ້າເບິ່ງເຫັນເພາະກຳລັງຈະເກີດຂຶ້ນ. ເຮົາຈະເຮັດທາງຜ່ານຖິ່ນແຫ້ງແລ້ງກັນດານ ແລະໃຫ້ມີແມ່ນໍ້າຫ້ວຍໄຫລສຳລັບພວກເຈົ້າໃນທີ່ນັ້ນ.
ເທື່ອນີ້ບໍ່ຈຳເປັນຕ້ອງຟ້າວຟັ່ງອອກໄປ ພວກເຈົ້າບໍ່ຈຳເປັນຕ້ອງປົບໜີໄປດອກ ພຣະເຈົ້າຢາເວຈະນຳໜ້າອອກໄປ ພຣະອົງຈະປົກປັກຮັກສາພວກເຈົ້າຮອບດ້ານ.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ໃຫ້ປະຊາຊົນຂອງເຮົາກັບມາຫາເຮົາສາ. ຈົ່ງຍົກຍ້າຍສິ່ງທີ່ກີດຂວາງທຸກຢ່າງຈາກທາງຂອງພວກເຂົາ ຈົ່ງສ້າງຖະໜົນແລະຕຽມຫົນທາງໃຫ້ພ້ອມເຖີດ.
ຊາວເຢຣູຊາເລັມເອີຍ ຈົ່ງອອກໄປຈາກນະຄອນ ແລະສ້າງທາງສຳລັບປະຊາຊົນທີ່ກຳລັງກັບມານັ້ນ. ຈົ່ງຕຽມທາງຫລວງໄວ້ ແລະເກັບຫີນອອກໃຫ້ໝົດ ເຮັດເຄື່ອງໝາຍເພື່ອຊົນຊາດທັງຫລາຍຈະໄດ້ຮູ້
ພຣະເຢຊູເຈົ້າຕອບເພິ່ນວ່າ, “ເຮົານີ້ແຫຼະ ເປັນທາງນັ້ນ ເປັນຄວາມຈິງ ແລະເປັນຊີວິດ ບໍ່ມີຜູ້ໃດມາເຖິງພຣະບິດາເຈົ້າໄດ້ ນອກຈາກມາທາງເຮົາ.