Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 49:10 - ພຣະຄຳພີສັກສິ

10 ພວກເຂົາ​ຈະ​ບໍ່​ຫິວເຂົ້າ ແລະ​ຢາກ​ນໍ້າ​ອີກ​ຕໍ່ໄປ ຕາເວັນ​ແລະ​ຖິ່ນ​ແຫ້ງແລ້ງ​ກັນດານ​ຈະ​ບໍ່​ທຳຮ້າຍ ດ້ວຍວ່າ, ພວກເຂົາ​ມີ​ຜູ້​ນຳພາ​ທີ່​ຮັກແພງ​ພວກເຂົາ​ຫລາຍ ພຣະອົງ​ຈະ​ນຳພາ​ພວກເຂົາ​ໄປ​ສູ່​ບໍ່​ນໍ້າພຸ.

Uka jalj uñjjattʼäta Copia luraña




ເອຊາຢາ 49:10
28 Jak'a apnaqawi uñst'ayäwi  

ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ຄົນ​ຍາກຈົນ​ຂາດ​ທີ່ເພິ່ງ​ໄດ້​ປົບ​ມາ​ຫາ​ພຣະອົງ ແລະ​ໄດ້​ມີ​ຄວາມ​ປອດໄພ​ໃນ​ຄາວ​ເດືອດຮ້ອນ. ພຣະອົງ​ໄດ້​ໃຫ້​ພວກເຂົາ​ມີ​ບ່ອນຊົ້ນ​ຈາກ​ພະຍຸຮ້າຍ ແລະ​ໃຫ້​ເພິ່ງ​ໃນ​ຮົ່ມ​ຈາກ​ແສງ​ແດດ​ຮ້ອນ. ເຫຼົ່າ​ສັດຕູ​ຜູ້​ໂຫດຮ້າຍ​ກໍໄດ້​ມາ​ໂຈມຕີ ດັ່ງ​ກັບ​ພະຍຸຮ້າຍ​ໂຈມຕີ​ຍາມ​ລະດູ​ໜາວ


ແຕ່ລະຄົນ​ໃນ​ພວກເຂົາ​ນັ້ນ ຈະ​ເປັນ​ດັ່ງ​ບ່ອນ​ຊົ້ນ​ຈາກ​ລົມ ແລະ​ບ່ອນ​ຫລົບລີ້​ຈາກ​ພະຍຸ. ພວກເຂົາ​ຈະ​ເປັນ​ດັ່ງ​ສາຍ​ນໍ້າ​ທີ່​ຫລັ່ງໄຫລ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ດັ່ງ​ຮົ່ມເງົາ​ໂງ່ນຫີນ​ໃຫຍ່​ໃນ​ດິນແດນ​ທີ່​ແຫ້ງແລ້ງ.


ແລ້ວ​ພວກເຈົ້າ​ກໍ​ຈະ​ປອດໄພ; ພວກເຈົ້າ​ຈະ​ໝັ້ນຄົງ​ດັ່ງ​ຢູ່​ໃນ​ປ້ອມ​ປ້ອງກັນ​ອັນ​ເຂັ້ມແຂງ. ພວກເຈົ້າ​ຈະມີ​ອາຫານ​ກິນ ແລະ​ຈະ​ມີ​ນໍ້າ​ດື່ມ.


ຄົນ​ຂາ​ພິການ​ຈະ​ກະໂດດ​ເຕັ້ນ​ຟ້ອນລຳ​ທຳເພງ ຜູ້​ປາກ​ບໍ່​ເປັນ​ກໍ​ຈະ​ຊົມຊື່ນ​ຍິນດີ​ດ້ວຍ​ສຽງ​ໂຮຮ້ອງ. ແມ່ນໍ້າ​ສາຍ​ຕ່າງໆ​ຈະ​ໄຫລຫລັ່ງ​ຜ່ານ​ເຂົ້າ​ໄປ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ບ່ອນ​ທີ່​ມີ​ພື້ນດິນ​ແຫ້ງແລ້ງ;


ດິນ​ຊາຍ​ທີ່​ອົບເອົ້າ​ເຜົາໄໝ້​ຈະ​ກາຍເປັນ​ໜອງ ພື້ນທີ່​ອັນ​ແຫ້ງແລ້ງ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ນໍ້າພຸ. ບ່ອນໃດ​ທີ່​ໝາໄນ​ເຄີຍ​ຊົ້ນ ແລະ​ເຄີຍ​ຢູ່​ເຄີຍ​ອາໄສ ຕົ້ນຫຍ້າ​ແລະ​ຕົ້ນອໍ້​ຈະ​ໃຫຍ່​ຂຶ້ນ​ຕາມ​ໜອງ​ນໍ້າ.


ສະຫງ່າຣາສີ​ຂອງ​ພຣະອົງ​ຈະ​ປົກປັກ​ຮັກສາ​ນະຄອນ ຈາກ​ແສງ​ແດດ​ໃນ​ຕອນ​ກາງເວັນ ແລະ​ນະຄອນ​ນັ້ນ​ກໍ​ຈະ​ເປັນ​ບ່ອນ​ປອດໄພ​ເພື່ອ​ຫລົບ​ຝົນ​ແລະ​ພະຍຸຮ້າຍ.


ພຣະອົງ​ຈະ​ລ້ຽງ​ແກະ​ຂອງ​ພຣະອົງ​ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ ພຣະອົງ​ຈະ​ເຕົ້າໂຮມ​ລູກແກະ​ທຸກ​ໂຕ​ໄວ້ ແລະ​ອູ້ມ​ເຂົາ​ໄວ້​ຢູ່​ໃນ​ອ້ອມກອດ​ຂອງ​ພຣະອົງ ຈະ​ນຳ​ລູກແກະ ແມ່ແກະ​ເຫຼົ່ານັ້ນ​ຢ່າງ​ອ່ອນໂຍນ.


ເມື່ອ​ປະຊາຊົນ​ຂອງເຮົາ​ຊອກ​ນໍ້າ​ດື່ມ​ເພາະ​ຫິວ ເມື່ອ​ລຳຄໍ​ຂອງ​ພວກເຂົາ​ແຫ້ງ​ກະຫາຍ​ຫິວນໍ້າ​ດື່ມ; ແລ້ວ​ເຮົາ​ຄື​ພຣະເຈົ້າຢາເວ​ຈະ​ຕອບ​ພວກເຂົາ ເຮົາ​ຄື​ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ຈະ​ບໍ່​ປະຖິ້ມ​ພວກເຂົາ​ຈັກເທື່ອ.


ຈົ່ງ​ເຝົ້າເບິ່ງ​ສິ່ງ​ໃໝ່ໆ​ທີ່​ກຳລັງ​ຈະ​ເກີດ​ມີ​ມາ ບັດນີ້ ພວກເຈົ້າ​ເບິ່ງເຫັນ​ເພາະ​ກຳລັງ​ຈະ​ເກີດຂຶ້ນ. ເຮົາ​ຈະ​ເຮັດ​ທາງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃຫ້​ມີ​ແມ່ນໍ້າ​ຫ້ວຍ​ໄຫລ​ສຳລັບ​ພວກເຈົ້າ​ໃນ​ທີ່ນັ້ນ.


ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະເຈົ້າຢາເວ​ອົງ​ພຣະ​ຜູ້ໄຖ່​ຂອງ​ເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ເດີ ຢາກ​ສັ່ງສອນ​ຄວາມດີ​ແລະ​ຊີ້​ທາງເດີນ​ໃຫ້​ເຈົ້າ.”


ເມື່ອ​ພຣະອົງ​ໄດ້ນຳ​ປະຊາຊົນ​ຂອງ​ພຣະອົງ ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ອົບເອົ້າ ພວກເຂົາ​ກໍ​ບໍ່ໄດ້​ທົນທຸກ​ເນື່ອງ​ຈາກ​ຂາດ​ນໍ້າ​ກິນ ພຣະອົງ​ໃຫ້​ນໍ້າ​ອອກ​ຈາກ​ໂງ່ນຫີນ​ເພື່ອ​ໄດ້​ດື່ມ. ພຣະອົງ​ໄດ້​ເຮັດ​ໃຫ້​ໂງ່ນຫີນ​ຍະ​ອອກ​ຈາກ​ກັນ ແລະ​ນໍ້າ​ກໍ​ຫລັ່ງໄຫລ​ອອກ​ມາ​ຢ່າງ​ເຫລືອລົ້ນ.


ພວກ​ຊະເລີຍເສິກ​ນັ້ນ​ຈະ​ຖືກ​ປ່ອຍ​ໃຫ້​ເປັນ​ເສລີ ພວກເຂົາ​ຈະ​ບໍ່​ສິ້ນ​ຊີວິດ​ຢູ່​ໃນ​ຄຸກມືດ ແຕ່​ພວກເຂົາ​ຈະ​ມີ​ຊີວິດ​ຍືນຍາວ​ກ້າວ​ໄປ​ໄກ​ສະເໝີ ແລະ​ມີ​ເຂົ້າຈີ່​ຕາມ​ທີ່​ພວກເຂົາ​ຕ້ອງການ.


ເທື່ອ​ນີ້​ບໍ່​ຈຳເປັນ​ຕ້ອງ​ຟ້າວຟັ່ງ​ອອກ​ໄປ ພວກເຈົ້າ​ບໍ່​ຈຳເປັນ​ຕ້ອງ​ປົບໜີໄປ​ດອກ ພຣະເຈົ້າຢາເວ​ຈະ​ນຳໜ້າ​ອອກ​ໄປ ພຣະອົງ​ຈະ​ປົກປັກ​ຮັກສາ​ພວກເຈົ້າ​ຮອບດ້ານ.


ພູ​ໃຫຍ່​ແລະ​ພູນ້ອຍ​ອາດ​ພັງ​ທະລາຍ​ລົງ ແຕ່​ຄວາມຮັກ​ຂອງເຮົາ​ໝັ້ນຄົງ​ບໍ່​ສິ້ນສຸດ​ໄດ້; ເຮົາ​ຈະ​ຮັກສາ​ສັນຍາ​ຄວາມ​ສະຫງົບສຸກ​ໄວ້​ສືບໄປ.” ພຣະເຈົ້າຢາເວ​ຜູ້​ຊົງ​ເມດຕາ​ເຈົ້າ​ກ່າວ​ດັ່ງນີ້ແຫລະ.


ເຮົາ​ປິ່ນໜ້າ​ດ້ວຍ​ຄວາມ​ໂກດຮ້າຍ​ພຽງ​ຊົ່ວຄາວ ເຮົາ​ບໍ່ໄດ້​ແນມເບິ່ງ​ໜ້າ​ເຈົ້າ​ພຽງ​ໄລຍະ​ໜຶ່ງ ແຕ່​ເຮົາ​ຈະ​ສຳແດງ​ຄວາມຮັກ​ຕໍ່​ເຈົ້າ​ສືບໄປ.” ພຣະເຈົ້າຢາເວ​ພຣະຜູ້ໄຖ່​ກ່າວ​ດັ່ງນີ້ແຫລະ.


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ນຳພາ​ເຈົ້າ​ໄປ​ສະເໝີ ແລະ​ຈະ​ໃຫ້​ເຈົ້າ​ໄດ້​ອີ່ມໃຈ​ກັບ​ສິ່ງ​ທີ່ດີ​ທັງຫລາຍ. ເຮົາ​ຈະ​ຮັກສາ​ເຈົ້າ​ໃຫ້​ເຂັ້ມແຂງ​ແລະ​ທັງ​ຈະ​ໃຫ້​ຢູ່ດີ​ກິນດີ​ດ້ວຍ. ເຈົ້າ​ຈະ​ເປັນ​ດັ່ງ​ສວນ​ທີ່​ມີ​ນໍ້າ​ລໍ່ລ້ຽງ​ຢ່າງ​ອຸດົມສົມບູນ ເປັນ​ດັ່ງ​ນໍ້າພຸ​ທີ່​ບໍ່​ແຫ້ງ​ເປັນ​ຈັກເທື່ອ.


ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ບອກ​ພວກເຈົ້າ​ວ່າ ພວກ​ທີ່​ນະມັດສະການ​ເຮົາ ແລະ​ເຊື່ອຟັງ​ເຮົາ​ຈະ​ໄດ້​ກິນ ແລະ​ດື່ມ​ຢ່າງ​ອຸດົມສົມບູນ, ແຕ່​ພວກເຈົ້າ​ຈະ​ອຶດເຂົ້າ​ແລະ​ຫິວນໍ້າ. ພວກເຂົາ​ຈະ​ມີ​ຄວາມສຸກ ແຕ່​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.


ປະຊາຊົນ​ຈະ​ກັບ​ມາ​ດ້ວຍ​ນໍ້າຕາ​ຫລັ່ງໄຫລ ໂດຍ​ພາວັນນາ​ອະທິຖານ​ຕໍ່​ເຮົາ​ໃຫ້​ນຳ​ພວກເຂົາ​ຄືນ​ເມືອ​ບ້ານ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ສູ່​ຫ້ວຍນໍ້າ​ທີ່​ຫລັ່ງໄຫລ ຕາມ​ທາງພຽງ​ທີ່​ພວກເຂົາ​ຈະ​ບໍ່​ຕໍາ​ສະດຸດ​ໄດ້. ເຮົາ​ເປັນ​ດັ່ງ​ພໍ່​ຜູ້ໜຶ່ງ​ຂອງ​ຊາດ​ອິດສະຣາເອນ ເອຟຣາອິມ​ກໍ​ເປັນ​ລູກຊາຍກົກ​ຂອງເຮົາ​ດ້ວຍ.”


ເຮົາ​ຈະ​ມອບ​ກະສັດ​ຜູ້ໜຶ່ງ​ໃຫ້​ພວກເຂົາ ຄື​ດາວິດ​ຜູ້​ເປັນ​ຜູ້ຮັບໃຊ້​ຂອງເຮົາ ໃຫ້​ເປັນ​ຜູ້ລ້ຽງ​ແຕ່ຜູ້ດຽວ​ຂອງ​ພວກເຂົາ ແລະ​ລາວ​ຈະ​ເປັນ​ຜູ້ລ້ຽງ​ຂອງ​ພວກເຂົາ.


ຫລັງຈາກ​ຕາເວັນ​ໄດ້​ຂຶ້ນ​ແລ້ວ ພຣະເຈົ້າ​ກໍ​ບັນດານ​ໃຫ້​ລົມຮ້ອນ​ພັດ​ມາ​ແຕ່​ທາງທິດ​ຕາເວັນອອກ ແລະ​ໂຢນາ​ເກືອບ​ສະຫລົບ​ໄປ ຍ້ອນ​ຄວາມຮ້ອນ​ຂອງ​ແສງ​ແດດ​ເຜົາ. ສະນັ້ນ ເພິ່ນ​ຈຶ່ງ​ຄິດ​ຢາກ​ຕາຍ. ເພິ່ນ​ເວົ້າ​ວ່າ, “ຂ້ານ້ອຍ​ຕາຍໄປ​ກໍດີກວ່າ​ທີ່​ຈະ​ມີ​ຊີວິດ​ຢູ່.”


ໂຜດ​ໃຊ້​ຄ້ອນເທົ້າ​ຂອງ​ພຣະອົງ​ລ້ຽງ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ເຖີດ ຄື​ປະຊາຊົນ​ທີ່​ເປັນ​ຂອງ​ພຣະອົງ​ພວກດຽວ​ໃນ​ປ່າ. ໃນ​ອ້ອມແອ້ມ​ພວກເຂົາ​ນັ້ນ​ມີ​ດິນ​ດີ. ໂຜດ​ປ່ອຍ​ໃຫ້​ພວກເຂົາ​ໄປ ແລະ​ລ້ຽງ​ພວກເຂົາ​ໃນ​ທົ່ງຫຍ້າ​ຂອງ​ເມືອງ​ບາຊານ ແລະ​ກີເລອາດ ດັ່ງ​ໃນ​ຄາວກ່ອນ​ແຕ່​ດົນນານ​ມາ​ແລ້ວ.


ຜູ້ໃດ​ອຶດຫິວ​ຄວາມ​ຊອບທຳ​ກໍ​ເປັນ​ສຸກ, ເພາະວ່າ​ພຣະເຈົ້າ​ຈະ​ຊົງ​ໃຫ້​ອີ່ມ​ບໍລິບູນ


ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ເຮົາ​ເປັນ​ເຂົ້າ​ຈີ່​ແຫ່ງ​ຊີວິດ ຜູ້​ທີ່​ມາ​ຫາ​ເຮົາ​ຈະ​ບໍ່​ຢາກ​ເຂົ້າ​ຈັກເທື່ອ ແລະ​ຜູ້​ທີ່​ເຊື່ອ​ໃນ​ເຮົາ​ກໍ​ຈະ​ບໍ່​ຫິວນໍ້າ​ຈັກເທື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka