ເອຊາຢາ 49:1 - ພຣະຄຳພີສັກສິ1 ບັນດາຊົນຊາດທີ່ຢູ່ຫ່າງໄກເອີຍ ຈົ່ງຟັງເຮົາເທີ້ນ ປະຊາຊົນໃນດິນແດນຫ່າງໄກອອກໄປພຸ້ນ ພຣະເຈົ້າຢາເວເລືອກຂ້ອຍໄວ້ກ່ອນມື້ເກີດມາ ແລະໄດ້ຕັ້ງຊື່ໃຫ້ຕັ້ງແຕ່ຢູ່ໃນທ້ອງແມ່. Uka jalj uñjjattʼäta |
ເມື່ອວັນນັ້ນມາເຖິງ ອີກເທື່ອໜຶ່ງ ອົງພຣະຜູ້ເປັນເຈົ້າຈະໃຊ້ຣິດອຳນາດຂອງພຣະອົງ ແລະນຳປະຊາຊົນຂອງພຣະອົງກັບຄືນມາຈາກດິນແດນເຫຼົ່ານີ້: ຄົນທີ່ເຫຼືອຢູ່ໃນປະເທດອັດຊີເຣຍ ແລະໃນປະເທດເອຢິບ, ໃນດິນແດນປັດໂຣດ, ປະເທດເອທີໂອເປຍ, ປະເທດເອລາມ, ປະເທດບາບີໂລນ ແລະປະເທດຮາມັດ ແລະໃນດິນແດນຕາມຝັ່ງທະເລແລະທີ່ເທິງໝູ່ເກາະ.
ແລະເຮົາຈະຕັ້ງໝາຍສຳຄັນໄວ້ໃນທ່າມກາງພວກເຂົາ. ເຮົາຈະໄວ້ຊີວິດບາງຄົນໃນພວກເຂົາ ແລະສົ່ງພວກເຂົາໄປຍັງຊົນຊາດຕ່າງໆແລະສູ່ດິນແດນທີ່ຫ່າງໄກ ບ່ອນທີ່ບໍ່ໄດ້ຍິນເຖິງຊື່ສຽງ ຫລືໄດ້ເຫັນຄວາມຍິ່ງໃຫຍ່ແລະຣິດອຳນາດຂອງເຮົາເລີຍຄື: ສະເປນ, ລີເບຍ, ແລະລີເດຍ ພ້ອມດ້ວຍນັກຍິງທະນູຜູ້ທີ່ຊຳນິຊຳນານ ແລະໄປຍັງຕູບານແລະກຣີກ. ໃນທ່າມກາງຊົນຊາດເຫຼົ່ານີ້ ພວກເຂົາຈະປະກາດຄວາມຍິ່ງໃຫຍ່ຂອງເຮົາ.
ຈົ່ງລະວັງໃຫ້ດີ ຢ່າປະຕິເສດບໍ່ຍອມຟັງພຣະອົງຜູ້ຊົງກ່າວຢູ່ນັ້ນ ເພາະຖ້າຄົນທັງຫລາຍທີ່ປະຕິເສດ ບໍ່ຍອມຟັງຄຳເຕືອນຂອງພຣະອົງໃນໂລກນີ້ ເຂົາກໍບໍ່ມີທາງພົ້ນໂທດທີ່ເຂົາປະຕິເສດນັ້ນ ພວກເຮົາຜູ້ອວ່າຍໜ້າຈາກພຣະອົງ ຜູ້ຊົງເຕືອນຈາກສະຫວັນ ກໍຈະບໍ່ພົ້ນໂທດຫລາຍກວ່າເຂົາເຫຼົ່ານັ້ນເສຍອີກ.