9 ເພື່ອປະຊາຊົນຈະໄດ້ສັນລະເສີນນາມຂອງເຮົາ ເຮົາຈະຢັບຢັ້ງຄວາມໂກດຮ້າຍຂອງເຮົາໄວ້; ເຮົາອົດກັ້ນທັງຜ່ອນຜັນຄວາມໂກດຮ້າຍທີ່ເຮົາມີ ເພື່ອວ່າເຮົາຈະບໍ່ໄດ້ທຳລາຍພວກເຈົ້າ.
ແຕ່ເພາະພຣະອົງໄດ້ສັນຍາ ພຣະອົງຈຶ່ງຊ່ວຍພວກເພິ່ນໃຫ້ພົ້ນໄພ ເພື່ອສຳແດງໃຫ້ເຫັນເຖິງຣິດທານຸພາບຂອງພຣະອົງ.
ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດໃຫ້ຂ້ານ້ອຍມີຊີວິດຢູ່ໂດຍນາມຊື່ຂອງພຣະອົງ ໂດຍຄວາມຊອບທຳຂອງພຣະອົງ ຂໍຊົງໂຜດໃຫ້ພົ້ນຈາກຄວາມເດືອດຮ້ອນດ້ວຍ.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍນີ້ມີບາບຫລາຍ ຂໍຊົງໂຜດຮັກສາພຣະສັນຍາແລະອະໄພບາບກຳໃຫ້ດ້ວຍ.
ແຕ່ພຣະເມດຕານັ້ນຍັງມີຢູ່ຕໍ່ໄປສຳລັບພວກເຂົາ ພຣະອົງອະໄພການບາບຂອງພວກເຂົາ ແລະບໍ່ໄດ້ທຳລາຍພວກເຂົາອີກ. ພຣະອົງຢັບຢັ້ງຄວາມໂກດຮ້າຍຫລາຍເທື່ອຫລາຍທີ ແລະອົດກັ້ນຄວາມໂມໂຫຂອງພຣະອົງໄວ້ດ້ວຍ.
ຂ້າແດ່ພຣະເຈົ້າແຫ່ງຄວາມພົ້ນຂອງພວກຂ້ານ້ອຍ ຂໍຊົງໂຜດຊ່ວຍເຫລືອພວກຂ້ານ້ອຍ ເພື່ອເຫັນແກ່ສະຫງ່າຣາສີແຫ່ງພຣະນາມຂອງພຣະອົງ. ຂໍຊ່ວຍກູ້ເອົາພວກຂ້ານ້ອຍແລະອະໄພບາບໃຫ້ແດ່ ເພື່ອເຫັນແກ່ພຣະນາມຂອງພຣະອົງ.
ຄົນທີ່ມີຈິດສຳນຶກດີກໍຈະຄວບຄຸມອາຣົມຂອງຕົນ ແລະເບິ່ງຂ້າມການທໍລະຍົດໄປເສຍກໍເປັນສັກສີແກ່ເຂົາ.
ເຖິງປານນັ້ນກໍຕາມ ພຣະເຈົ້າຢາເວກໍຍັງລໍຖ້າ ເພື່ອໃຫ້ຄວາມເມດຕາແກ່ພວກເຈົ້າຢູ່. ພຣະອົງພ້ອມທີ່ຈະໃຫ້ຄວາມເມດຕາສົງສານແກ່ພວກເຈົ້າ ຍ້ອນພຣະເຈົ້າຢາເວແມ່ນພຣະເຈົ້າແຫ່ງການຕັດສິນ. ຄວາມສຸກເປັນຂອງຜູ້ທີ່ໄວ້ວາງໃຈໃນພຣະອົງ.
“ເຮົາຈະປ້ອງກັນ ແລະຮັກສານະຄອນນີ້ໄວ້ເພື່ອເຫັນແກ່ກຽດຂອງເຮົາເອງ ແລະຍ້ອນຄຳສັນຍາທີ່ເຮົາໄດ້ເຮັດໄວ້ກັບດາວິດຜູ້ຮັບໃຊ້ຂອງເຮົາ.”
ແຕ່ເຮົາຍັງເປັນພຣະເຈົ້າຜູ້ຍົກບາບໃຫ້ເດີ ເຮົາເຮັດໄປກໍເພາະເຮົາເປັນຜູ້ເຮົາເປັນນັ້ນ. ເຮົາບໍ່ໄດ້ຈົດຈຳການບາບຂອງພວກເຈົ້າໃດ ເພື່ອນຳເອົາສິ່ງນັ້ນໄປຕໍ່ສູ້ພວກເຈົ້າ.
ສິ່ງທີ່ເຮົາເຮັດແມ່ນເພື່ອເຫັນແກ່ເຮົາເອງ ເຮົາຈະບໍ່ຍອມໃຫ້ນາມຂອງເຮົາຖືກລົດກຽດ ຫລືຍອມໃຫ້ພະອື່ນໄດ້ຮ່ວມຮັບສະຫງ່າຣາສີ ທີ່ເປັນຂອງເຮົາ ຂອງເຮົາແຕ່ຜູ້ດຽວເທົ່ານັ້ນ.”
ພຣະເຈົ້າຢາເວກ່າວວ່າ, “ບໍ່ມີຜູ້ໃດທຳລາຍໝາກອະງຸ່ນທີ່ດີ, ແຕ່ພວກເຂົາຈະເອົາໄປເຮັດເຫຼົ້າ. ທຳນອງດຽວກັນ ເຮົາກໍຈະບໍ່ທຳລາຍປະຊາຊົນທັງໝົດຂອງເຮົາ, ແຕ່ເຮົາຈະຊ່ວຍພວກທີ່ບົວລະບັດຮັບໃຊ້ເຮົາໃຫ້ພົ້ນ.
ປະຊາຊົນຂອງເຮົານັ້ນຕ່າງກໍຮ້ອງຫາເຮົາວ່າ, ‘ແມ່ນການບາບທີ່ກ່າວໂທດໃສ່ພວກຂ້ານ້ອຍ ແຕ່ໂຜດຊ່ວຍໃຫ້ພົ້ນດ້ວຍ ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຊ່ວຍເຫລືອຕາມທີ່ພຣະອົງໄດ້ສັນຍາໄວ້. ພວກຂ້ານ້ອຍໄດ້ຫັນໜີຫລາຍເທື່ອຈາກພຣະອົງ ພວກຂ້ານ້ອຍກະທຳບາບຕໍ່ສູ້ພຣະອົງສາແລ້ວ.
ແຕ່ເຮົາບໍ່ໄດ້ກະທຳ ເພາະມັນອາດລົດກຽດໃຫ້ແກ່ນາມຂອງເຮົາ ໃນທ່າມກາງຊົນຊາດທັງຫລາຍທີ່ໄດ້ເຫັນເຮົາ ນຳພາຊາດອິດສະຣາເອນອອກມາຈາກປະເທດເອຢິບ.
ແຕ່ເຮົາບໍ່ໄດ້ເຮັດ ເພາະການເຮັດເຊັ່ນນັ້ນອາດເປັນການລົດກຽດໃຫ້ແກ່ນາມຂອງເຮົາ ໃນທ່າມກາງຊົນຊາດທັງຫລາຍ ທີ່ໄດ້ເຫັນເຮົານຳຊາດອິດສະຣາເອນອອກມາຈາກປະເທດເອຢິບ.
ເມື່ອເຮົາລົງມືປ້ອງກັນກຽດຂອງເຮົາ ພວກເຈົ້າຊາວອິດສະຣາເອນກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ ຍ້ອນເຮົາບໍ່ໄດ້ຈັດການກັບພວກເຈົ້າໃຫ້ສົມກັບການຊົ່ວຮ້າຍຕ່າງໆ ທີ່ພວກເຈົ້າໄດ້ເຮັດ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ແຕ່ເຮົາບໍ່ໄດ້ເຮັດ ເພາະການເຮັດເຊັ່ນນັ້ນ ອາດລົດກຽດໃຫ້ແກ່ນາມຂອງເຮົາ ໃນເມື່ອເຮົາໄດ້ປະກາດຕໍ່ຊາດອິດສະຣາເອນໃນທ່າມກາງປະຊາຊົນ ທີ່ພວກເຂົາໄດ້ອາໄສຢູ່ນັ້ນວ່າ ເຮົາຈະນຳພວກເຂົາອອກໄປຈາກປະເທດເອຢິບ.
ການເວົ້າເຊັ່ນນີ້ໄດ້ເຮັດໃຫ້ເຮົາເປັນຫ່ວງນຳນາມອັນບໍຣິສຸດຂອງເຮົາ ເນື່ອງຈາກວ່າຊາວອິດສະຣາເອນໄດ້ນຳຄວາມອັບອາຍຂາຍໜ້າມາສູ່ນາມຂອງເຮົາ ໃນທຸກບ່ອນທີ່ພວກເຂົາໄດ້ໄປ.
ຊາວການາອານແລະພວກອື່ນໆທົ່ວທັງດິນແດນຈະຮູ້ເຖິງເລື່ອງນີ້. ພວກເຂົາຈະພາກັນມາປິດລ້ອມພວກຂ້ານ້ອຍໄວ້ ແລະສັງຫານພວກຂ້ານ້ອຍທຸກໆຄົນຖິ້ມ; ແລ້ວພຣະອົງຈະກະທຳຢ່າງໃດ ເພື່ອຮັກສາກຽດສັກສີຂອງພຣະອົງໄວ້?”
ພຣະເຈົ້າຢາເວຈະບໍ່ປະຖິ້ມພວກຂອງພຣະອົງ ໂດຍເຫັນແກ່ນາມຊື່ອັນຍິ່ງໃຫຍ່ຂອງພຣະອົງ ເພາະພຣະເຈົ້າຢາເວໄດ້ຕັດສິນໃຈຮັບເອົາພວກເຈົ້າ ເປັນປະຊາຊົນຂອງພຣະອົງແລ້ວ.