8 ເຮົາຮູ້ວ່າພວກເຈົ້າບໍ່ເປັນທີ່ໄວ້ວາງໃຈໄດ້ເລີຍ ເປັນຄົນກະບົດຕະຫລອດມາເລື້ອຍໆ. ສະນັ້ນ ພວກເຈົ້າຈຶ່ງບໍ່ໄດ້ຍິນສິ່ງເຫຼົ່ານີ້ເລີຍ ເປັນຫຍັງຖ້ອຍຄຳຈຶ່ງບໍ່ຊອດຫູພວກເຈົ້າ.
ການບູຊາກັບເຄື່ອງຖວາຍນັ້ນ ພຣະອົງບໍ່ຕ້ອງການ ພຣະອົງບໍ່ໄດ້ຂໍໃຫ້ເຜົາສັດທັງໂຕຖວາຍບູຊາ ຫລືຖາມຫາເຄື່ອງບູຊາລືບລ້າງບາບທັງຫລາຍ ແຕ່ໃຫ້ຂ້ານ້ອຍມີຫູເພື່ອຟັງສຽງຂອງພຣະເຈົ້າ.
ຂ້ານ້ອຍຊົ່ວຊ້າຕັ້ງແຕ່ມື້ທີ່ໄດ້ເກີດມາ, ແຕ່ຢູ່ໃນທ້ອງແມ່ກໍມີບາບຢູ່ແລ້ວ.
ຄົນຊົ່ວຮ້າຍເຮັດຜິດຕະຫລອດຊີວິດຂອງພວກເຂົາ ພວກເຂົາເວົ້າຕົວະຕະຫລອດມາຕັ້ງແຕ່ມື້ພວກເຂົາເກີດ.
ຂ້າພະເຈົ້າໄດ້ເຫັນນິມິດຂອງເຫດການທີ່ໂຫດຮ້າຍ ຄືນິມິດຂອງການທໍລະຍົດ ແລະການທຳລາຍ. ກອງທັບຂອງເອລາມເອີຍ ຈົ່ງໂຈມຕີເຖີດ ກອງທັບຂອງມີເດຍເອີຍ ຈົ່ງປິດລ້ອມເມືອງທັງຫລາຍໄວ້ເຖີດ ພຣະເຈົ້າໄດ້ກະທຳໃຫ້ຄວາມທົນທຸກ ຊຶ່ງນະຄອນບາບີໂລນໄດ້ສ້າງຂຶ້ນນັ້ນສິ້ນສຸດລົງແລ້ວ.
ຂ້າແດ່ພຣະເຈົ້າຢາເວ ເຫຼົ່າສັດຕູບໍ່ຮູ້ວ່າພຣະອົງຈະລົງໂທດພວກເຂົາ ໃຫ້ຖືກອັບອາຍແລະຮັບທຸກ ຈົ່ງໃຫ້ພວກເຂົາໄດ້ຮັບໂທດທີ່ພຣະອົງຕຽມໄວ້ນັ້ນສາ ໃຫ້ເຫັນວ່າພຣະອົງຮັກປະຊາຊົນຂອງພຣະອົງ.
ເຄາະກຳເປັນຂອງເຫຼົ່າສັດຕູຂອງພວກເຮົາສາແລ້ວ ພວກເຂົາປຸ້ນ ແລະທໍລະຍົດ ທັງໆທີ່ບໍ່ມີຜູ້ໃດປຸ້ນ ແລະທໍລະຍົດພວກເຂົາ. ແຕ່ເວລາຂອງພວກເຂົາທີ່ປຸ້ນ ແລະທໍລະຍົດນັ້ນຈະສິ້ນສຸດລົງ ແລະພວກເຂົາເອງຈະຕົກເປັນເຫຍື່ອຂອງການປຸ້ນ ແລະການທໍລະຍົດ.
ສະນັ້ນ ພຣະອົງຈຶ່ງໃຫ້ໄດ້ຊີມຣິດພຣະໂກດຮ້າຍ ທັງທົນທຸກຍ້ອນສົງຄາມອັນໂຫດຫ້ຽມ. ພຣະໂກດຮ້າຍເປັນດັ່ງໄຟໄໝ້ຊາດອິດສະຣາເອນ ແຕ່ພວກເຮົາບໍ່ຮູ້ເຫັນຖືເອົາເປັນບົດຮຽນຈັກດີ້.
ຄົນບາບທັງຫລາຍເອີຍ ຈົ່ງຈົດຈຳສິ່ງນີ້ ຈົ່ງພິຈາລະນາສິ່ງທີ່ເຮົາໄດ້ເຮັດມານັ້ນ.
ໄພພິບັດອັນໃຫຍ່ນັ້ນມັນຈະມາຖືກເຈົ້າເດີ ບໍ່ມີເວດມົນຄາຖາໃດໆຈະຢັບຢັ້ງມັນໄວ້ໄດ້. ການຮົກຮ້າງເພພັງຈະມາຖືກເຈົ້າໃນທັນທີ ຄືການຮົກຮ້າງເພພັງທີ່ເຈົ້າບໍ່ຄາດຝັນມາກ່ອນ
ເຮົາຮູ້ວ່າພວກເຈົ້າຕ້ອງກາຍເປັນຄົນດື້ດຶງ ແຂງຄືເຫຼັກ ບໍ່ຍອມອ່ອນຂໍ້ດັ່ງທອງສຳຣິດ.
ເຮົາກຳລັງໃຫ້ເກີດຂຶ້ນໃນປັດຈຸບັນນີ້ເອງ ບໍ່ມີເຫດການຄືນີ້ເລີຍ ທີ່ໄດ້ເກີດຂຶ້ນໃນອະດີດ. ຖ້າໄດ້ມີເຊັ່ນນັ້ນ ພວກເຈົ້າຈະຖືເປັນຂໍ້ອ້າງອີງ ວ່າພວກເຈົ້າເອງຮູ້ເຫັນເຫດການນັ້ນແລ້ວ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໃຫ້ຂ້ອຍໄດ້ມີຄວາມເຂົ້າໃຈ ແລະຂ້ອຍກໍບໍ່ໄດ້ກະບົດຫລືຫັນໜີຈາກພຣະອົງ.
ພວກເຈົ້າຫຍໍ້ຫຍັນຜູ້ໃດກັນໜໍ? ຄົນຂີ້ຕົວະເອີຍ
ແຕ່ເຈົ້າຍັງເປັນດັ່ງເມຍທີ່ຫລິ້ນຊູ້ແລະບໍ່ສັດຊື່.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ຊາວອິດສະຣາເອນທັງຢູດາໄດ້ທໍລະຍົດຕໍ່ເຮົາໝົດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ຊົນຊາດທີ່ໂງ່ຈ້າ ແລະບໍ່ມີຄວາມຄິດເອີຍ ຈົ່ງເອົາໃຈໃສ່ ຜູ້ທີ່ມີຕາ ແຕ່ເບິ່ງບໍ່ເຫັນ ຜູ້ທີ່ມີຫູ ແຕ່ຟັງບໍ່ໄດ້ຍິນ.
ຂ້າພະເຈົ້າຈຶ່ງຕອບວ່າ, “ຜູ້ໃດແດ່ຈະຟັງຂ້ານ້ອຍ ຖ້າຂ້ານ້ອຍບອກ ແລະເຕືອນພວກເຂົາ? ພວກເຂົາດື້ດ້ານ ແລະບໍ່ຍອມຟັງຖ້ອຍຄຳຂອງພຣະເຈົ້າຢາເວ; ພວກເຂົາຫົວເລາະໃສ່ສິ່ງທີ່ພຣະອົງບອກໃຫ້ຂ້ານ້ອຍກ່າວ.
ພວກເຂົາບໍ່ສັດຊື່ຕໍ່ພຣະເຈົ້າຢາເວ; ລູກຂອງພວກເຂົາກໍບໍ່ເປັນຂອງພຣະອົງ. ດັ່ງນັ້ນ ພວກເຂົາພ້ອມທັງດິນແດນຈຶ່ງຈະຖືກທຳລາຍໃນໄວໆນີ້.
ແຕ່ພໍເມື່ອພວກເຂົາໄດ້ເຂົ້າໄປໃນດິນແດນທີ່ອາດາມ ພວກເຂົາກໍໄດ້ລະເມີດພັນທະສັນຍາ ທີ່ເຮົາໄດ້ມີໄວ້ກັບພວກເຂົານັ້ນ.
ແລະບໍ່ຄິດວ່າການເພິ່ງຊາວຕ່າງຊາດນັ້ນ ໄດ້ປຸ້ນເອົາເຫື່ອແຮງຂອງພວກຕົນໄປ. ວັນຂອງພວກເຂົາກໍຖືກນັບໄວ້ແລ້ວແຕ່ພວກເຂົາບໍ່ຮູ້ຈັກ.
ປະຊາຊົນຢູດາໄດ້ລະເມີດພັນທະສັນຍາທີ່ມີຕໍ່ພຣະເຈົ້າ ແລະໄດ້ເຮັດສິ່ງອັນໜ້າກຽດຊັງໃນນະຄອນເຢຣູຊາເລັມແລະໃນທົ່ວປະເທດ. ພວກເຂົາໄດ້ເຮັດໃຫ້ພຣະວິຫານທີ່ພຣະເຈົ້າຢາເວຮັກນັ້ນເປັນມົນທິນ. ພວກຜູ້ຊາຍໄດ້ແຕ່ງງານກັບພວກແມ່ຍິງ ທີ່ນັບຖືພະຂອງຊາວຕ່າງຊາດ.
ແທ້ຈິງແລ້ວ, ພວກເຮົາທຸກຄົນເຄີຍດຳເນີນຊີວິດເໝືອນດັ່ງຄົນເຫຼົ່ານັ້ນ ຄືໄດ້ດຳເນີນຊີວິດຕາມກິເລດຕັນຫາທີ່ເຮົາຕ້ອງການ ຄືປະຕິບັດຕາມສິ່ງທີ່ຮ່າງກາຍແລະຈິດໃຈຂອງຕົນເອງປາຖະໜາຕາມສັນດານ ພວກເຮົາສົມຄວນຖືກພຣະເຈົ້າລົງໂທດເໝືອນດັ່ງຄົນອື່ນ.
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ເຈົ້າຈະຕາຍໃນໄວໆນີ້ ແລະຫລັງຈາກເຈົ້າຕາຍໄປແລ້ວປະຊາຊົນກໍຈະບໍ່ສັດຊື່ຕໍ່ເຮົາ ແລະລະເມີດພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບພວກເຂົາ. ພວກເຂົາຈະປະຖິ້ມເຮົາ ແລະໄປຂາບໄຫວ້ບັນດາພະຂອງຊາວຕ່າງຊາດໃນດິນແດນທີ່ພວກເຂົາກຳລັງຈະເຂົ້າໄປຢຶດຄອງນັ້ນ.
ເຮົາຈະບໍ່ຍອມຊ່ວຍເຫລືອພວກເຂົາອີກຕໍ່ໄປ ເພາະພວກເຂົາໄດ້ເຮັດຊົ່ວແລະໄດ້ຂາບໄຫວ້ບັນດາພະອື່ນ.