ເອຊາຢາ 48:7 - ພຣະຄຳພີສັກສິ7 ເຮົາກຳລັງໃຫ້ເກີດຂຶ້ນໃນປັດຈຸບັນນີ້ເອງ ບໍ່ມີເຫດການຄືນີ້ເລີຍ ທີ່ໄດ້ເກີດຂຶ້ນໃນອະດີດ. ຖ້າໄດ້ມີເຊັ່ນນັ້ນ ພວກເຈົ້າຈະຖືເປັນຂໍ້ອ້າງອີງ ວ່າພວກເຈົ້າເອງຮູ້ເຫັນເຫດການນັ້ນແລ້ວ. Uka jalj uñjjattʼäta |
ພຣະເຈົ້າຢາເວອົງຊົງບໍຣິສຸດຂອງຊາດອິດສະຣາເອນ ພຣະຜູ້ໄຖ່ກ່າວແກ່ຜູ້ທີ່ຖືກດູໝິ່ນໜັກ ຄືຜູ້ທີ່ບັນດານາໆຊາດພາກັນກຽດຊັງ ທັງເປັນຜູ້ຮັບໃຊ້ຂອງພວກນັກປົກຄອງວ່າ, “ກະສັດຈະເຫັນເຈົ້າຖືກປ່ອຍຕົວໄປ ພວກເຂົາຈະລຸກຂຶ້ນຢືນສະແດງຄວາມເຄົາຣົບຕໍ່ເຈົ້າ; ພວກເຈົ້າຊາຍກໍຈະໄດ້ເຫັນເຫດການນີ້ຄືກັນ ແລະພວກເຂົາຈະກົ້ມລົງໃຫ້ກຽດແກ່ເຈົ້າ.” ສິ່ງນີ້ຈະເກີດຂຶ້ນເພາະພຣະເຈົ້າຢາເວກະທຳການ ພຣະອົງໄດ້ເລືອກເຈົ້າໃຫ້ເປັນຜູ້ຮັບໃຊ້ຂອງພຣະເຈົ້າ; ພຣະເຈົ້າຂອງຊາດອິດສະຣາເອນເປັນອົງບໍຣິສຸດ ຊົງຮັກສາຄຳສັນຍາທີ່ພຣະອົງໄດ້ກະທຳໄວ້.