Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 48:6 - ພຣະຄຳພີສັກສິ

6 ທຸກສິ່ງ​ທີ່​ເຮົາ​ບອກ​ໄວ້ ບັດນີ້​ກໍໄດ້​ເກີດຂຶ້ນ​ມາ ພວກເຈົ້າ​ຕ້ອງ​ຮັບ​ສິ່ງ​ທີ່​ເຮົາ​ກ່າວ​ໄວ້​ວ່າ​ຖືກຕ້ອງ. ບັດນີ້ ເຮົາ​ຈະ​ບອກ​ເຖິງ​ສິ່ງ​ໃໝ່ໆ​ທີ່​ຈະ​ເກີດ​ມາ ຄື​ເຫດການ​ທີ່​ເຮົາ​ບໍ່ເຄີຍ​ເປີດເຜີຍ​ມາ​ກ່ອນ.

Uka jalj uñjjattʼäta Copia luraña




ເອຊາຢາ 48:6
29 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ຄົນມີ​ປັນຍາ​ຄິດເຖິງ​ສິ່ງ​ເຫຼົ່ານີ້​ດີໆ ຂໍ​ໃຫ້​ພວກເຂົາ​ພິຈາລະນາ​ເບິ່ງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ.


ຂ້ານ້ອຍ​ຈະ​ປະກາດ​ເຖິງ​ກົດໝາຍ​ທີ່​ພຣະອົງ​ໄດ້​ຊົງ​ກ່າວ​ນັ້ນ​ທຸກປະການ.


ປະຊາຊົນ​ອິດສະຣາເອນ​ຂອງ​ຂ້າພະເຈົ້າ​ເອີຍ ພວກເຈົ້າ​ໄດ້​ຖືກ​ຢຽບຢໍ່າ​ເໝືອນດັ່ງ​ນວດ​ເຂົ້າ ແຕ່​ບັດນີ້ ຂ້າພະເຈົ້າ​ປະກາດ​ຂ່າວ​ດີ​ທີ່​ຂ້າພະເຈົ້າ​ໄດ້ຍິນ ຈາກ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໃຫ້​ພວກເຈົ້າ​ຮູ້.


ເຈົ້າ​ເຄີຍ​ເຫັນ​ມາ​ຫລາຍ​ແລ້ວ ແຕ່​ບໍ່​ຈົດຈຳ ເຈົ້າ​ມີ​ຫູເປີດ ແຕ່​ໄດ້ຍິນ​ອັນໃດ​ແທ້ໆ?”


ເຮົາ​ແມ່ນ​ພຣະເຈົ້າຢາເວ ນາມນີ້​ແມ່ນ​ນາມຊື່​ຂອງເຮົາ ເຮົາ​ຈະ​ບໍ່​ຍົກ​ສະຫງ່າຣາສີ​ຂອງເຮົາ​ໃຫ້​ແກ່​ຜູ້ອື່ນ; ເຮົາ​ຈະ​ບໍ່​ຍອມ​ໃຫ້​ຄຳ​ຍົກຍໍ​ສັນລະເສີນ ທີ່​ເປັນ​ຂອງເຮົາ​ແຕ່​ເທົ່ານັ້ນ​ໃຫ້​ແກ່​ຮູບເຄົາຣົບ​ທັງຫລາຍ.


ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ໄວ້​ດຽວນີ້​ກາຍ​ເກີດ​ເປັນຈິງ ບັດນີ້ ເຮົາ​ຈະ​ໃຫ້​ຮູ້​ສິ່ງ​ໃໝ່ໆ​ກ່ອນ​ທີ່​ຈະ​ເກີດຂຶ້ນ.”


ຈົ່ງ​ເຝົ້າເບິ່ງ​ສິ່ງ​ໃໝ່ໆ​ທີ່​ກຳລັງ​ຈະ​ເກີດ​ມີ​ມາ ບັດນີ້ ພວກເຈົ້າ​ເບິ່ງເຫັນ​ເພາະ​ກຳລັງ​ຈະ​ເກີດຂຶ້ນ. ເຮົາ​ຈະ​ເຮັດ​ທາງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃຫ້​ມີ​ແມ່ນໍ້າ​ຫ້ວຍ​ໄຫລ​ສຳລັບ​ພວກເຈົ້າ​ໃນ​ທີ່ນັ້ນ.


ເຮົາ​ກຳລັງ​ໃຫ້​ເກີດຂຶ້ນ​ໃນ​ປັດຈຸບັນ​ນີ້​ເອງ ບໍ່ມີ​ເຫດການ​ຄື​ນີ້​ເລີຍ ທີ່​ໄດ້​ເກີດຂຶ້ນ​ໃນ​ອະດີດ. ຖ້າ​ໄດ້​ມີ​ເຊັ່ນນັ້ນ ພວກເຈົ້າ​ຈະ​ຖື​ເປັນ​ຂໍ້​ອ້າງອີງ ວ່າ​ພວກເຈົ້າ​ເອງ​ຮູ້​ເຫັນ​ເຫດການ​ນັ້ນ​ແລ້ວ.


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ​ແມ ເຮົາ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ສຳລັບ​ພວກເຈົ້າ​ບໍ? ເຮົາ​ເປັນ​ດັ່ງ​ດິນແດນ​ທີ່​ມືດມົນ​ສຳລັບ​ພວກເຈົ້າ​ບໍ? ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ວ່າ, ‘ພວກເຈົ້າ​ຈະ​ເຮັດ​ຕາມໃຈ​ຕົນເອງ ແລະ ຕ່າງ​ກໍ​ເວົ້າ​ວ່າ ຈະ​ບໍ່​ກັບຄືນ​ມາ​ຫາ​ເຮົາ​ອີກ​ເລີຍ?’


‘ຈົ່ງ​ຮ້ອງ​ຫາ​ເຮົາ ແລະ​ເຮົາ​ຈະ​ຕອບ​ເຈົ້າ; ເຮົາ​ຈະ​ບອກ​ໃຫ້​ເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ໜ້າງຶດງໍ້​ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເຈົ້າ​ບໍ່​ຮູ້.’


“ຈົ່ງ​ປະກາດ​ຂ່າວ​ໃຫ້​ຊົນຊາດ​ທັງຫລາຍ ຈົ່ງ​ຖະແຫລງ​ຂ່າວ​ນັ້ນ​ສາ​ເຖີດ ຈົ່ງ​ແຈ້ງ​ຂ່າວ​ນັ້ນ​ແລະ​ໃຫ້​ບອກ​ເປັນ​ສັນຍານ ຢ່າ​ຮັກສາ​ຂ່າວ​ໄວ້​ເປັນຄວາມລັບ ນະຄອນ​ບາບີໂລນ​ຫຼົ້ມຈົມ​ແລ້ວ, ພະ​ມັກດຸກ​ຂອງ​ນະຄອນ​ບາບີໂລນ​ແຕກ​ກະຈັດ​ກະຈາຍ​ແລ້ວ, ບັນດາ​ຮູບເຄົາຣົບ​ຕ່າງ​ກໍໄດ້​ຖືກ​ອັບອາຍ; ຮູບ​ພະ​ໜ້າກຽດຊັງ​ຖືກ​ທຳລາຍ​ຈົນ​ໝຸ່ນ.


ສຽງ​ແກ​ບຸກໂຈມຕີ​ດັງ​ຂຶ້ນ ໂດຍ​ບໍ່​ໃຫ້​ຊາວ​ເມືອງ​ແຕກຕື່ນ​ໄດ້​ຊັ້ນບໍ? ເປັນ​ໄດ້​ບໍ​ທີ່​ເມືອງ​ໜຶ່ງ​ຖືກ​ໄພພິບັດ ໂດຍ​ທີ່​ພຣະເຈົ້າຢາເວ​ບໍ່​ໃຫ້​ເກີດຂຶ້ນ?


ການ​ຢຳເກງ​ພຣະເຈົ້າຢາເວ​ເປັນ​ການ​ສະຫລາດ. ພຣະອົງ​ຮ້ອງ​ໃສ່​ເມືອງ​ນັ້ນ​ວ່າ, “ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ປະຊາຊົນ​ທີ່​ປະຊຸມກັນ​ຢູ່​ໃນ​ເມືອງ


ສິ່ງ​ທີ່​ເຮົາ​ກ່າວ​ແກ່​ພວກເຈົ້າ​ໃນ​ທີ່​ມືດ​ພວກເຈົ້າ​ຈົ່ງ​ກ່າວ​ໃນ​ທີ່​ແຈ້ງ ແລະ​ສິ່ງໃດ​ທີ່​ພວກເຈົ້າ​ໄດ້ຍິນ​ສຽງ​ຊິ່ມ​ເປັນ​ທາງ​ສ່ວນຕົວ ພວກເຈົ້າ​ຈົ່ງ​ປະກາດ​ເທິງ​ຫລັງຄາ​ເຮືອນ.


ເຮົາ​ບໍ່​ເອີ້ນ​ພວກເຈົ້າ​ວ່າ​ຄົນ​ຮັບໃຊ້​ອີກ​ຕໍ່ໄປ ເພາະ​ຄົນ​ຮັບໃຊ້​ບໍ່​ຮູ້​ວ່າ​ນາຍ​ຂອງຕົນ​ກຳລັງ​ເຮັດ​ຫຍັງ, ແຕ່​ເຮົາ​ເອີ້ນ​ພວກເຈົ້າ​ວ່າ, ‘ມິດ​ສະຫາຍ’ ເພາະ​ເຮົາ​ໄດ້​ບອກ​ພວກເຈົ້າ​ໃຫ້​ຮູ້​ທຸກສິ່ງ ທີ່​ເຮົາ​ໄດ້ຍິນ​ຈາກ​ພຣະບິດາເຈົ້າ.


ແຕ່​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ພຣະຣາຊທານ​ຣິດເດດ ເມື່ອ​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ສະເດັດ​ມາ​ເທິງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ ໃນ​ນະຄອນ​ເຢຣູຊາເລັມ ຕະຫລອດ​ທົ່ວ​ແຂວງ​ຢູດາຍ ກັບ​ແຂວງ​ຊາມາເຣຍ ແລະ​ຈົນເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”


ເໝືອນ​ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ສິ່ງ​ທີ່​ຕາ​ບໍ່​ເຫັນ ຫູ​ບໍ່ໄດ້ຍິນ ແລະ​ສິ່ງ​ທີ່​ມະນຸດ​ຄິດ​ບໍ່​ອອກ ແມ່ນ​ສິ່ງ​ນັ້ນ​ແຫຼະ ທີ່​ພຣະເຈົ້າ​ໄດ້​ຊົງ​ຈັດຕຽມ​ໄວ້ ໃຫ້​ແກ່​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ.”


ສະນັ້ນ ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ, ສິ່ງ​ທີ່​ເປັນ​ຢູ່​ດຽວ​ນີ້ ແລະ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ຕາມ​ພາຍຫລັງ.


ພາຍຫລັງ​ເຫດການ​ເຫຼົ່ານີ້​ແລ້ວ ຂ້າພະເຈົ້າ​ກໍໄດ້​ເຫັນ​ນິມິດ​ຢ່າງ​ໜຶ່ງ ຄື​ມີ​ປະຕູ​ໜຶ່ງ​ເປີດ​ຢູ່​ໃນ​ສະຫວັນ. ແລະ​ສຽງ​ທຳອິດ​ເໝືອນ​ສຽງ​ແກ​ທີ່​ຂ້າພະເຈົ້າ​ໄດ້ຍິນ​ນັ້ນ ກ່າວ​ວ່າ, “ຈົ່ງ​ຂຶ້ນ​ມາ​ທີ່​ນີ້ ແລະ​ເຮົາ​ຈະ​ສຳແດງ​ໃຫ້​ເຈົ້າ​ເຫັນ​ເຫດການ​ທີ່​ຕ້ອງ​ເກີດຂຶ້ນ​ໃນ​ພາຍໜ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka