5 ເຮົາຈຶ່ງກ່າວເຖິງອະນາຄົດພວກເຈົ້າໄວ້ແຕ່ດົນ ໂດຍປະກາດເຖິງເຫດການກ່ອນຈະເກີດຂຶ້ນ. ເພື່ອບໍ່ໃຫ້ພວກເຈົ້າອວດອ້າງໄດ້ເລີຍວ່າແມ່ນ ຮູບເຄົາຣົບແລະຮູບພະຂອງພວກເຈົ້າໃຫ້ເກີດຂຶ້ນ.
ຈົ່ງເຝົ້າເບິ່ງສິ່ງໃໝ່ໆທີ່ກຳລັງຈະເກີດມີມາ ບັດນີ້ ພວກເຈົ້າເບິ່ງເຫັນເພາະກຳລັງຈະເກີດຂຶ້ນ. ເຮົາຈະເຮັດທາງຜ່ານຖິ່ນແຫ້ງແລ້ງກັນດານ ແລະໃຫ້ມີແມ່ນໍ້າຫ້ວຍໄຫລສຳລັບພວກເຈົ້າໃນທີ່ນັ້ນ.
ມີຜູ້ໃດອີກແດ່ເຮັດສິ່ງທີ່ເຮົາໄດ້ເຮັດມາ? ຜູ້ໃດແດ່ບອກເຖິງສິ່ງທີ່ເກີດຂຶ້ນລ່ວງໜ້າໄດ້ ຄືເຫດການທັງໝົດນັ້ນທີ່ໄດ້ເກີດຂຶ້ນມາ ຕັ້ງແຕ່ປະຖົມມະການເຖິງອະວະສານພຸ້ນ?
ພວກເຈົ້າຢ່າສູ່ຢ້ານ ປະຊາຊົນຂອງເຮົາເອີຍ ພວກເຈົ້າຮູ້ແຕ່ດຶກດຳບັນຈົນເຖິງປັດຈຸບັນນີ້ ເຮົາໄດ້ບອກລ່ວງໜ້າເຖິງທຸກສິ່ງທີ່ຈະເກີດມາ ພວກເຈົ້າກໍເປັນພະຍານຫຼັກຖານໃຫ້ເຮົາໄດ້. ນອກຈາກເຮົາແລ້ວ ມີພຣະເຈົ້າອົງໃດແດ່? ຊຶ່ງມີຣິດອຳນາດທີ່ເຮົາໄດ້ຍິນມາ?”
ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຈົ່ງພາກັນມາເຖີດ ຊົນຊາດທີ່ລອດຈາກອານາຈັກລົ້ມທະລາຍນັ້ນ; ສະເໜີພວກເຈົ້າສຳລັບການສອບສວນຄະດີເບິ່ງດູ ຜູ້ທີ່ແຫ່ຂະບວນກັບຮູບເຄົາຣົບໄມ້ຂອງຕົນນັ້ນ ທັງພາວັນນາອະທິຖານຕໍ່ບັນດາພະທີ່ຊ່ວຍຫຍັງບໍ່ໄດ້ເລີຍ ຄືພວກທີ່ບໍ່ຮູ້ຈັກເລື່ອງລາວຫຍັງໝົດ.
ຕັ້ງແຕ່ຕົ້ນເຮົາກ່າວໄວ້ກ່ອນເຖິງສິ່ງທີ່ຈະມີມາ ເຮົາໄດ້ບອກໄວ້ແຕ່ດົນນານໃນສິ່ງທີ່ຈະເກີດຂຶ້ນ. ເຮົາບອກວ່າ, ແຜນການຂອງເຮົາບໍ່ເຄີຍຫລົ້ມເຫລວ ເຮົາເຮັດທຸກໆສິ່ງຕາມທີ່ເຮົາຢາກເຮັດ.
ອົງພຣະຜູ້ເປັນເຈົ້າກ່າວແກ່ຊາດອິດສະຣາເອນວ່າ, “ດົນແລ້ວເດ ທີ່ເຮົາໄດ້ກ່າວລ່ວງໜ້າໄວ້ ຄືບອກໄວ້ກ່ອນເຖິງເຫດການທີ່ຈະເກີດມາ ແລ້ວທັນໃດນັ້ນເອງ ເຮົາກໍໃຫ້ເກີດຂຶ້ນແທ້.
ຕາມທີ່ພຣະອົງໄດ້ຊົງກ່າວໄວ້ ຕັ້ງແຕ່ສະໄໝບູຮານ ໂດຍປາກຜູ້ທຳນວາຍບໍຣິສຸດຂອງພຣະອົງ.
ອົງພຣະຜູ້ເປັນເຈົ້າໄດ້ ຊົງແຈ້ງເຫດການເຫຼົ່ານີ້ໃຫ້ຮູ້ ຕັ້ງແຕ່ບູຮານນະການ ໄດ້ຊົງກ່າວໄວ້ດັ່ງນີ້ແຫລະ.”’