Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 48:3 - ພຣະຄຳພີສັກສິ

3 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ຊາດ​ອິດສະຣາເອນ​ວ່າ, “ດົນ​ແລ້ວ​ເດ ທີ່​ເຮົາ​ໄດ້​ກ່າວ​ລ່ວງໜ້າ​ໄວ້ ຄື​ບອກ​ໄວ້​ກ່ອນ​ເຖິງ​ເຫດການ​ທີ່​ຈະ​ເກີດ​ມາ ແລ້ວ​ທັນໃດນັ້ນ​ເອງ ເຮົາ​ກໍ​ໃຫ້​ເກີດຂຶ້ນ​ແທ້.

Uka jalj uñjjattʼäta Copia luraña




ເອຊາຢາ 48:3
16 Jak'a apnaqawi uñst'ayäwi  

ນະຄອນ​ເຢຣູຊາເລັມ​ເອີຍ ຄົນ​ຕ່າງດ້າວ​ທີ່​ໂຈມຕີ​ເຈົ້າ​ຈະ​ຖືກ​ລົມ​ພັດ​ໄປ​ດັ່ງ​ຂີ້ຝຸ່ນ​ດິນ ແລະ​ກອງທັບ​ອັນ​ໜ້າຢ້ານກົວ​ຂອງ​ພວກເຂົາ​ກໍ​ຈະ​ບິນ​ເຈີດ​ໜີ​ດັ່ງ​ເຟືອງ. ໃນທັນໃດ​ແລະ​ຢ່າງ​ບໍ່​ຄາດຝັນ​ນັ້ນ


ພວກເຈົ້າ​ເຮັດ​ຜິດ. ພວກເຈົ້າ​ເປັນ​ດັ່ງ​ກຳແພງ​ສູງ​ທີ່​ມີ​ຮອຍ​ແຕກ​ຮອດລຸ່ມ; ບໍ່​ດົນນານ​ດອກ ພວກເຈົ້າ​ກໍ​ຈະ​ພັງ​ທະລາຍ​ລົງ.


ເຮົາ​ໄດ້​ຮັບ​ລາຍງານ​ເຖິງ​ຄວາມ​ໂກດແຄ້ນ ແລະ​ຄວາມ​ຈອງຫອງ​ຂອງ​ເຈົ້າ; ບັດນີ້ ເຮົາ​ຈະ​ເອົາ​ເບັດ​ເກາະ​ດັງ​ເຈົ້າ, ຈະ​ເອົາ​ບັງຫຽນ​ໃສ່​ປາກ​ເຈົ້າ ແລະ​ພາ​ກັບຄືນ​ໄປ​ທາງ​ເກົ່າ​ທີ່​ເຈົ້າ​ມາ.”


ເຮົາ​ຈະ​ບັນດານ​ໃຫ້​ກະສັດ​ໄດ້ຍິນ​ຂ່າວ​ເລົ່າລື ທີ່​ຈະ​ເຮັດ​ໃຫ້​ລາວ​ກັບຄືນ​ເມືອ​ປະເທດ​ຂອງຕົນເອງ ແລະ​ເຮົາ​ຈະ​ໃຫ້​ລາວ​ຖືກ​ສັງຫານ​ດ້ວຍດາບ​ໃນ​ທີ່ນັ້ນ.”’


ຈົ່ງ​ມາ​ທີ່ນີ້ ແລະ​ທຳນວາຍ​ສິ່ງ​ທີ່​ເກີດຂຶ້ນ​ເບິ່ງດູ ເພື່ອ​ຈະ​ໄດ້​ຮູ້ເຫັນ​ວ່າ​ມັນ​ເກີດຂຶ້ນ​ເມື່ອໃດ​ແທ້ ຈົ່ງ​ອະທິບາຍ​ເຫດການ​ໃນ​ອະດີດ​ໃຫ້​ສານ​ຟັງ ບອກ​ວ່າ, ທຸກສິ່ງ​ນັ້ນ​ໝາຍຄວາມວ່າ​ຢ່າງໃດ​ແທ້.


ເຮົາ​ເປັນ​ຜູ້ຕົ້ນ​ບອກ​ຂ່າວ​ນີ້​ແກ່​ພູເຂົາ​ຊີໂອນ​ວ່າ ເຮົາ​ໃຊ້​ຜູ້ນຳຂ່າວ​ມາ​ບອກ​ນະຄອນ​ເຢຣູຊາເລັມ​ໃຫ້​ຮູ້ ວ່າ ‘ປະຊາຊົນ​ຂອງເຈົ້າ ພວກເຂົາ​ກຳລັງ​ມາ ພວກເຂົາ​ກຳລັງ​ພາກັນ​ກັບຄືນ​ເມືອ​ບ້ານ’


ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ໄວ້​ດຽວນີ້​ກາຍ​ເກີດ​ເປັນຈິງ ບັດນີ້ ເຮົາ​ຈະ​ໃຫ້​ຮູ້​ສິ່ງ​ໃໝ່ໆ​ກ່ອນ​ທີ່​ຈະ​ເກີດຂຶ້ນ.”


ຈົ່ງ​ໝາຍເກາະ​ບັນດາ​ຊົນຊາດ​ໃຫ້​ມາ​ສູ້​ຄະດີ​ກັນ ມີ​ພະ​ຕົນໃດ​ໃນ​ພວກເຂົາ ທຳນວາຍ​ອະນາຄົດ​ໄດ້? ມີ​ພະ​ຕົນໃດ​ແດ່ ບອກ​ກ່ອນ​ເຖິງ​ສິ່ງ​ຈະ​ມີ​ມາ? ຂໍ​ໃຫ້​ພະ​ເຫຼົ່ານີ້​ນຳ​ພະຍານ​ຂອງ​ພວກເຂົາ​ມາ​ເບິ່ງ ເພື່ອ​ພິສູດ​ວ່າ​ຝ່າຍ​ຖືກຕ້ອງ​ເປັນ​ຂອງ​ພວກເຂົາ ເພື່ອ​ຢັ້ງຢືນ​ວ່າ​ຄຳ​ທີ່​ພວກເຂົາ​ເວົ້າ​ເປັນຈິງ​ແທ້ໆ.


ຈົ່ງ​ມາ​ສະເໜີ​ຄະດີ​ຂອງ​ພວກເຈົ້າ​ທີ່​ສານ​ເບິ່ງດູ ຈົ່ງ​ໃຫ້​ຈຳເລີຍ​ປຶກສາ​ຊຶ່ງກັນແລະກັນ​ເບິ່ງ. ຜູ້ໃດ​ໄດ້​ກ່າວ​ລ່ວງໜ້າ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ນໍ? ບໍ່ແມ່ນ​ເຮົາ​ບໍ ອົງ​ທີ່​ເປັນ​ພຣະເຈົ້າຢາເວ? ຄື​ພຣະເຈົ້າ​ອົງ​ທີ່​ຊອບທຳ​ແລະ​ພຣະຜູ້ຊ່ວຍ; ນອກຈາກ​ເຮົາ​ບໍ່ມີ​ພຣະເຈົ້າ​ອື່ນໃດ​ອີກ​ແລ້ວ.


ພຣະເຈົ້າຢາເວ​ໄດ້​ຮັກສາ​ຄຳສັນຍາ​ທຸກໆ​ຂໍ້ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປະຊາຊົນ​ອິດສະຣາເອນ. ທຸກໆ​ຢ່າງ​ກໍໄດ້​ເກີດຂື້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka