Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 48:22 - ພຣະຄຳພີສັກສິ

22 ພຣະເຈົ້າຢາເວ​ກ່າວ​ວ່າ, “ຄວາມ​ປອດໄພ ຈະ​ບໍ່ມີ​ສຳລັບ​ພວກ​ຄົນຊົ່ວຮ້າຍ.”

Uka jalj uñjjattʼäta Copia luraña




ເອຊາຢາ 48:22
9 Jak'a apnaqawi uñst'ayäwi  

ຜູ້ນຳຂ່າວ​ໄດ້​ຂີ່​ມ້າ​ອອກ​ໄປ​ພົບ​ເຢຮູ ແລະ​ຖາມ​ລາວ​ວ່າ, “ກະສັດ​ຢາກ​ຮູ້ຈັກ​ວ່າ ທ່ານ​ມາ​ໃນ​ຖານະ​ເປັນ​ມິດ​ຫລື​ບໍ່?” ເຢຮູ​ຕອບ​ວ່າ, “ບໍ່ແມ່ນ​ທຸລະ​ຂອງເຈົ້າ ຈົ່ງ​ຕາມ​ຂ້ອຍ​ມາ.” ທະຫານ​ຢູ່​ເທິງ​ຫໍຄອຍ​ໄດ້​ລາຍງານ​ວ່າ, “ຜູ້ນຳຂ່າວ​ໄດ້​ໄປ​ຮອດ​ຄົນ​ກຸ່ມ​ນັ້ນ​ແລ້ວ ແຕ່​ລາວ​ບໍ່ໄດ້​ກັບຄືນ​ມາ.”


ເພິ່ນ​ສົ່ງ​ຜູ້ນຳຂ່າວ​ຄົນ​ໜຶ່ງ​ອອກ​ໄປ​ອີກ ແລະ​ຖາມ​ເຢຮູ​ຢ່າງ​ດຽວກັນ. ເຢຮູ​ຕອບ​ຄື​ເກົ່າ​ອີກ​ວ່າ, “ບໍ່ແມ່ນ​ທຸລະ​ຂອງເຈົ້າ ຈົ່ງ​ຕາມ​ຂ້ອຍ​ມາ.”


ບັນດາ​ຊົນຊາດ​ທີ່​ຢູ່​ຫ່າງໄກ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ປະຊາຊົນ​ໃນ​ດິນແດນ​ຫ່າງໄກ​ອອກ​ໄປ​ພຸ້ນ ພຣະເຈົ້າຢາເວ​ເລືອກ​ຂ້ອຍ​ໄວ້​ກ່ອນ​ມື້​ເກີດ​ມາ ແລະ​ໄດ້​ຕັ້ງ​ຊື່​ໃຫ້​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່.


ແຕ່​ຄົນຊົ່ວຮ້າຍ​ກໍ​ເປັນ​ດັ່ງ​ທະເລ​ທີ່​ປັ່ນປ່ວນ ຊຶ່ງ​ຄື້ນ​ຂອງ​ມັນ​ບໍ່​ເຊົາ​ພັດ​ຕີ​ຕາຝັ່ງ​ຈັກເທື່ອ ທັງ​ນຳ​ເອົາ​ຂອງ​ເປິເປື້ອນ​ແລະ​ຂີ້ຕົມ​ມາ​ດ້ວຍ.”


ພຣະເຈົ້າ​ຂອງ​ເຮົາ​ກ່າວ​ວ່າ, “ຄົນຊົ່ວຮ້າຍ​ຈະ​ບໍ່ໄດ້​ຮັບ​ສັນຕິສຸກ​ຈັກເທື່ອ.”


ເມື່ອ​ອອກ​ໄປ ພວກເຂົາ​ຈະ​ເຫັນ​ຊາກສົບ​ຂອງ​ພວກ​ທີ່​ໄດ້​ກະບົດ​ຕໍ່​ເຮົາ. ຕົວ​ໜອນ​ທີ່​ເຈາະ​ກິນ​ພວກເຂົາ​ນັ້ນ​ຈະ​ຕາຍ​ບໍ່​ເປັນ​ຈັກເທື່ອ ແລະ​ໄຟ​ທີ່​ໄໝ້​ພວກເຂົາ​ນັ້ນ​ຈະ​ມອດ​ບໍ່​ເປັນ​ຈັກເທື່ອ. ເຊື້ອຊາດ​ມະນຸດ​ທັງໝົດ​ທີ່​ໄດ້​ເຫັນ​ພວກເຂົາ​ແລ້ວ​ກໍ​ຈະ​ຮູ້ສຶກ​ເບື່ອໜ່າຍ.”


ໂດຍ​ຊົງ​ກ່າວ​ວ່າ, “ໃນວັນນີ້ ຖ້າ​ເຈົ້າ​ໄດ້​ຮູ້​ເຖິງ​ສິ່ງ​ທີ່​ເຮັດ​ໃຫ້​ເຈົ້າ​ມີ​ສັນຕິສຸກ​ກໍ​ເປັນ​ການ​ດີ, ແຕ່​ບັດນີ້ ສິ່ງ​ເຫຼົ່ານັ້ນ​ໄດ້​ຖືກ​ປິດບັງ​ໄວ້​ຈາກ​ຕາ​ຂອງ​ເຈົ້າ​ແລ້ວ.


ແລະ​ພວກເຂົາ​ບໍ່​ຮູ້ຈັກ​ ທາງ​ແຫ່ງ​ສັນຕິສຸກ​ນັ້ນ”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka