ເອຊາຢາ 48:2 - ພຣະຄຳພີສັກສິ2 ແຕ່ເຖິງປານນັ້ນ ພວກເຈົ້າກໍຍັງພູມໃຈໃນຕົວເອງ ວ່າເປັນໄພ່ພົນແຫ່ງນະຄອນບໍຣິສຸດຂອງພຣະເຈົ້າ ວ່າຕົນສຸດຂາດນຳພຣະເຈົ້າແຫ່ງອິດສະຣາເອນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຄືພຣະນາມຂອງພຣະອົງ. Uka jalj uñjjattʼäta |
ແຕ່ບັດນີ້ ຊາວຢູດາທັງຫລາຍທີ່ຢູ່ປະເທດເອຢິບ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວກ່າວເຖີດ ພຣະເຈົ້າຢາເວກ່າວວ່າ, ‘ເຮົາໄດ້ສາບານດ້ວຍນາມຊື່ອັນຍິ່ງໃຫຍ່ຂອງເຮົາຕໍ່ຊາວອິດສະຣາເອນທຸກໆຄົນທີ່ຢູ່ໃນປະເທດເອຢິບວ່າ ເຮົາຈະບໍ່ປ່ອຍໃຫ້ພວກເຈົ້າຄົນໃດຄົນໜຶ່ງເອີ່ຍຊື່ຂອງເຮົາເດັດຂາດໂດຍບະບົນວ່າ “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງພຣະຊົນຢູ່.”
ເຈັດເທື່ອເຈັດສິບປີນັ້ນແມ່ນໄລຍະເວລາ ທີ່ພຣະເຈົ້າໄດ້ກຳນົດໃຫ້ປະຊາຊົນແລະເມືອງອັນສັກສິດຂອງເຈົ້າ ເລີກເຮັດບາບແລະເລີກເຮັດຊົ່ວ. ບາບຈະໄດ້ຮັບການອະໄພ ແລະຄວາມຍຸດຕິທຳອັນຖາວອນຈະປາກົດມີມາ ເພື່ອວ່ານິມິດ ແລະຖ້ອຍຄຳຂອງຜູ້ທຳນວາຍຈະກາຍເປັນຈິງ ແລະເພື່ອພຣະວິຫານອັນສັກສິດ ຈະໄດ້ຖືກຢຶດຖວາຍຄືນໃໝ່ໃຫ້ແກ່ພຣະເຈົ້າ.
ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.”