19 ເຊື້ອສາຍເຈົ້າກໍຈະຫລວງຫລາຍດັ່ງເມັດຊາຍ ເຮົາຈະຮັກສາພວກເຂົາບໍ່ໃຫ້ຖືກທຳລາຍຈັກເທື່ອ.”
ເຮົາຈະໃຫ້ເຈົ້າມີເຊື້ອສາຍຫລວງຫລາຍ ເໝືອນດັ່ງຂີ້ຝຸ່ນດິນຈົນນັບບໍ່ຖ້ວນ
ເຮົາຂໍສັນຍາວ່າ ຈະໃຫ້ເຈົ້າມີເຊື້ອສາຍຢ່າງຫລວງຫລາຍ ດັ່ງດວງດາວໃນທ້ອງຟ້າຫລືເມັດດິນຊາຍທີ່ແຄມທະເລ. ເຊື້ອສາຍຂອງເຈົ້າຈະຕີຊະນະສັດຕູທັງປວງ.
ແລ້ວເຮົາກໍຈະຕັດປະຊາຊົນອິດສະຣາເອນຂອງເຮົາ ອອກຈາກດິນແດນທີ່ເຮົາໄດ້ໃຫ້ພວກເຂົານັ້ນ. ເຮົາຈະປະຖິ້ມວິຫານນີ້ ຊຶ່ງເຮົາໄດ້ໃຫ້ເປັນບ່ອນສັກສິດ ເພື່ອນະມັດສະການເຮົາຄືກັນ. ປະຊາຊົນທົ່ວທຸກແຫ່ງຈະດູຖູກ ແລະໝິ່ນປະໝາດຊາດອິດສະຣາເອນ.
ເຈົ້າຈະມີລູກຫລານຫລວງຫລາຍເຫລືອຄະນານັບ ດັ່ງຫຍ້າຊ້ອນຂຽວຊອນລອນຕາມທົ່ງນາ.
ຂໍໃຫ້ລູກຫລານຂອງເຂົາທຸກຄົນນັ້ນຕາຍໄປໝົດສິ້ນ ໃຫ້ຊື່ສຽງຂອງເຂົາສູນສິ້ນໄປໃນຄົນລຸ້ນຫລັງເຖີດ.
ພຣະອົງໄດ້ຕັດສິນລົງໂທດຄົນບໍ່ນັບຖືພຣະອົງ ທຳລາຍຄົນຊົ່ວຈົນບໍ່ມີຜູ້ໃດຈົດຈຳພວກເຂົາຕໍ່ໄປອີກ.
ເຖິງແມ່ນວ່າດຽວນີ້ ປະຊາຊົນອິດສະຣາເອນມີຢູ່ຢ່າງຫລວງຫລາຍ ດັ່ງເມັດຊາຍທີ່ຝັ່ງທະເລກໍຕາມ, ແຕ່ກໍມີໜ້ອຍຄົນເທົ່ານັ້ນທີ່ຈະກັບຄືນມາ. ພຣະເຈົ້າໄດ້ສະສົມຄວາມຈິບຫາຍໄວ້ໃຫ້ປະຊາຊົນເຫຼົ່ານີ້ ແລະພວກເຂົາກໍສົມຄວນແລ້ວ ທີ່ຈະໄດ້ຮັບຄວາມຈິບຫາຍນັ້ນຢ່າງເຕັມສ່ວນ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະໂຈມຕີນະຄອນບາບີໂລນໃຫ້ພັງພິນາດໄປ. ເຮົາຈະບໍ່ປະຫຍັງໃຫ້ເຫຼືອໄວ້ເລີຍ ຄືບໍ່ໃຫ້ມີເດັກນ້ອຍແລະຜູ້ລອດຊີວິດເຫຼືອຢູ່ຈັກຄົນ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ.
ເຮົາຈະໃຫ້ນໍ້າແກ່ດິນແດນທີ່ຫິວກະຫາຍ ຈະໃຫ້ມີແມ່ນໍ້າໄຫລເທິງພື້ນດິນທີ່ແຫ້ງແລ້ງ. ເຮົາຈະເທຣິດອຳນາດເທິງລູກໆທັງຫລາຍຂອງເຈົ້າ ແລະເທພອນເຖິງເຊື້ອສາຍຂອງພວກເຈົ້າ.
ພວກເຂົາຈະໃຫຍ່ຂຶ້ນດັ່ງຫຍ້າທີ່ມີນໍ້າລໍ່ລ້ຽງຢ່າງດີ ດັ່ງຕົ້ນໄມ້ໃກ້ສາຍທາລາທີ່ມີນໍ້າໄຫລຢູ່ບໍ່ຂາດ.
ເພື່ອປະຊາຊົນຈະໄດ້ສັນລະເສີນນາມຂອງເຮົາ ເຮົາຈະຢັບຢັ້ງຄວາມໂກດຮ້າຍຂອງເຮົາໄວ້; ເຮົາອົດກັ້ນທັງຜ່ອນຜັນຄວາມໂກດຮ້າຍທີ່ເຮົາມີ ເພື່ອວ່າເຮົາຈະບໍ່ໄດ້ທຳລາຍພວກເຈົ້າ.
ເຈົ້າຈະຂະຫຍາຍເຂດແດນຂອງເຈົ້າໄປທຸກທິດທາງ ຄົນຂອງເຈົ້າຈະໄດ້ດິນແດນໃກ້ຄຽງຄືນມາອີກ ເປັນດິນແດນທີ່ຊາດອື່ນໄດ້ຢຶດໃນປະຈຸບັນ ເມືອງຮົກຮ້າງກໍຈະເຕັມແຕ່ຄົນອາໄສຢູ່.
ແລ້ວເຮົາກໍຈະຈົດຊື່ຂອງເຈົ້າໄວ້ໃນວິຫານຂອງເຮົາ ແລະໃນທ່າມກາງປະຊາຊົນຂອງເຮົາຍາວນານກວ່າ ຖ້າເຈົ້າມີລູກຊາຍແລະລູກສາວຫລາຍຄົນ. ເຮົາຈະບໍ່ລືມໄລເຈົ້າຈັກເທື່ອ.”
ພຣະເຈົ້າຢາເວກ່າວວ່າ, “ຟ້າສະຫວັນໃໝ່ແລະແຜ່ນດິນໂລກໃໝ່ ຈະຍືນຍົງຄົງຢູ່ຕໍ່ໜ້າເຮົາສັນໃດ ເຊື້ອສາຍແລະນາມຊື່ຂອງພວກເຈົ້າກໍຈະຍືນຍົງຄົງຢູ່ສັນນັ້ນ.”
ພຣະເຈົ້າຢາເວຈະລົງໂທດບັນດາຜູ້ນຳຊາດອິດສະຣາເອນແລະປະຊາຊົນ ໃຫ້ໝົດໄປໃນພຽງວັນດຽວ; ພຣະອົງຈະຕັດຫົວຕັດຫາງພວກເຂົາຖິ້ມໝົດ.
ເຮົາຈະຕື່ມຈຳນວນໃຫ້ເຊື້ອສາຍຂອງດາວິດຜູ້ຮັບໃຊ້ຂອງເຮົາ ແລະຕື່ມຈຳນວນປະໂຣຫິດຈາກເຜົ່າເລວີ ເພື່ອວ່າພວກເຂົາຈະໄດ້ມີຢ່າງຫລວງຫລາຍ ເໝືອນດັ່ງດວງດາວໃນທ້ອງຟ້າ ຫລືເມັດດິນຊາຍທີ່ແຄມທະເລ.”
ປະຊາຊົນອິດສະຣາເອນຈະມີຫລາຍດັ່ງເມັດຊາຍໃນແຄມທະເລ ຊຶ່ງເກີນທີ່ຈະນັບ ຫລືຕັກຕວງໄດ້. ບັດນີ້ ພຣະເຈົ້າກ່າວແກ່ພວກເຂົາວ່າ, “ພວກເຈົ້າບໍ່ແມ່ນປະຊາຊົນຂອງເຮົາ” ແຕ່ໃນວັນໜຶ່ງ ພຣະອົງຈະກ່າວແກ່ພວກເຂົາວ່າ, “ພວກເຈົ້າເປັນລູກຂອງພຣະເຈົ້າອົງຊົງພຣະຊົນຢູ່.”
ເຮົາຈະລົງໂທດປະຊາຊົນທັງໝົດຂອງນະຄອນເຢຣູຊາເລັມ ແລະຂອງຢູດາຍ. ໃນທີ່ນັ້ນ ເຮົາຈະທຳລາຍຮ່ອງຮອຍເສດເຫລືອແຫ່ງການຂາບໄຫວ້ພະບາອານ ແລະຈະບໍ່ມີຜູ້ໃດລະນຶກເຖິງມັນ ແມ່ນແຕ່ພວກປະໂຣຫິດທີ່ຮັບໃຊ້ພະບາອານກໍຕາມ.
ເອຊາຢາປະກາດກ່ຽວກັບຊາດອິດສະຣາເອນວ່າ, “ເຖິງແມ່ນລູກຂອງຊາວອິດສະຣາເອນຈະມີຫລາຍດັ່ງເມັດຊາຍທີ່ແຄມທະເລ ແຕ່ມີໜ້ອຍຄົນຈະໄດ້ພົ້ນ,
ຢ່າພະຍາຍາມຢັບຢັ້ງເຮົາໄວ້. ເຮົາຕັ້ງໃຈຈະທຳລາຍພວກເຂົາ ເພື່ອວ່າຈະບໍ່ມີຜູ້ໃດລະນຶກເຖິງພວກເຂົາອີກຕໍ່ໄປ. ແລ້ວເຮົາກໍຈະເຮັດໃຫ້ເຈົ້າເປັນພໍ່ຂອງຊາດໜຶ່ງ ທີ່ຍິ່ງໃຫຍ່ແລະມີອຳນາດຫລາຍກວ່າພວກເຂົາ.’
ຊາວການາອານແລະພວກອື່ນໆທົ່ວທັງດິນແດນຈະຮູ້ເຖິງເລື່ອງນີ້. ພວກເຂົາຈະພາກັນມາປິດລ້ອມພວກຂ້ານ້ອຍໄວ້ ແລະສັງຫານພວກຂ້ານ້ອຍທຸກໆຄົນຖິ້ມ; ແລ້ວພຣະອົງຈະກະທຳຢ່າງໃດ ເພື່ອຮັກສາກຽດສັກສີຂອງພຣະອົງໄວ້?”
ນອກຈາກນີ້ອີກ ນາງຣຸດຊາວໂມອາບເມຍໝ້າຍຂອງມາໂລນ ກໍໄດ້ກາຍເປັນເມຍຂອງຂ້າພະເຈົ້າດ້ວຍ. ອັນນີ້ຈະເປັນການຮັກສາຊັບສິນໄວ້ໃນຄອບຄົວຂອງຜູ້ຕາຍ ແລະສາຍຄອບຄົວຂອງລາວຈະຍັງມີຢູ່ໃນທ່າມກາງຍາດຕິພີ່ນ້ອງ ແລະຢູ່ໃນບ້ານເມືອງຂອງລາວ. ມື້ນີ້ ພວກທ່ານກໍເປັນພະຍານໃນເລື່ອງນີ້.”