Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 48:18 - ພຣະຄຳພີສັກສິ

18 “ຖ້າ​ເຈົ້າ​ໄດ້​ເຮັດ​ແຕ່​ຕາມ​ຄຳສັ່ງ​ຂອງເຮົາ ແລ້ວ​ພອນ​ກໍ​ຈະ​ຫລັ່ງໄຫລ​ດັ່ງ​ສາຍ​ນໍ້າ​ບໍ່​ບົກແຫ້ງ. ແລ້ວ​ໄຊຊະນະ​ກໍ​ຈະ​ເປັນ​ຂອງ​ເຈົ້າ​ໃນທັນທີ ດັ່ງ​ຄື້ນ​ທະເລ​ທີ່​ຖືກ​ລົມ​ພັດ​ມາ​ເທິງ​ຊາຍຫາດ.

Uka jalj uñjjattʼäta Copia luraña




ເອຊາຢາ 48:18
19 Jak'a apnaqawi uñst'ayäwi  

ຄົນ​ທີ່​ຮັກ​ກົດບັນຍັດ​ກໍ​ມີ​ຄວາມ​ປອດໄພ​ດີ ແລະ​ບໍ່ມີ​ສິ່ງໃດ​ທີ່​ເຮັດ​ໃຫ້​ພວກເຂົາ​ລົ້ມລົງ​ໄດ້.


ມະນຸດ​ກິນລ້ຽງ​ດ້ວຍ​ອາຫານ​ອັນ​ດີ​ທີ່​ພຣະອົງ​ຊົງ​ປະທານ​ໃຫ້ ທັງ​ດື່ມ​ນໍ້າ​ຈາກ​ແມ່ນໍ້າ​ແຫ່ງ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຮົາ​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ. ພວກເຮົາ​ຈະ​ໄດ້​ຢູ່​ໃກ້​ແມ່ນໍ້າ​ລຳທານ​ອັນ​ກວ້າງໃຫຍ່ ແຕ່​ເຮືອ​ຂອງ​ເຫຼົ່າ​ສັດຕູ​ຈະ​ບໍ່ໄດ້​ຈອດ​ຢູ່​ໃນ​ທີ່ນັ້ນ.


ຜູ້ໃດ​ໃຫ້​ອິດສະຣາເອນ​ເປັນ​ເຫຍື່ອ​ພວກ​ນັກປຸ້ນ​ເດ? ແມ່ນ​ພຣະເຈົ້າຢາເວ​ທີ່​ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ນັ້ນ ພວກເຮົາ​ບໍ່ໄດ້​ດຳເນີນ​ຊີວິດ​ດັ່ງ​ທີ່​ພຣະອົງ​ຕ້ອງການ ຫລື​ເຊື່ອຟັງ​ຄຳສັ່ງສອນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້.


ເຮົາ​ຈະ​ສົ່ງ​ໄຊຊະນະ​ຈາກ​ຟ້າ​ສະຫວັນ​ມາ​ດັ່ງ​ຫ່າຝົນ ແຜ່ນດິນ​ໂລກ​ຈະ​ເປີດ​ປະຕູ​ຮັບ​ເອົາ​ໄວ້ ເບັ່ງບານ​ດ້ວຍ​ອິດສະຫລະພາບ​ກັບ​ຄວາມ​ຍຸດຕິທຳ ເຮົາ​ຄື​ພຣະເຈົ້າຢາເວ​ເຮັດ​ໃຫ້​ສິ່ງ​ນີ້​ເກີດຂຶ້ນ.”


ສ່ວນ​ປະຊາຊົນ​ຂອງ​ເຈົ້າ​ເຮົາ​ຈະ​ສັ່ງສອນ​ພວກເຂົາ​ໂດຍ​ພຣະເຈົ້າຢາເວ ຈະ​ໃຫ້​ມີ​ສັນຕິສຸກ​ແລະ​ໃຫ້​ຈະເລີນ​ຮຸ່ງເຮືອງ​ດ້ວຍ.


ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຈິດໃຈ​ຂອງຂ້ານ້ອຍຈະ​ຊື່ນບານ​ໃນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້ເອົາ​ເສື້ອຜ້າແຫ່ງ​ຄວາມພົ້ນ​ມາໃຫ້​ນຸ່ງ ພຣະອົງ​ໄດ້ເອົາ​ເສື້ອ​ແຫ່ງ​ຄວາມຊອບທຳ​ໃຫ້​ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງ​ເຈົ້າບ່າວ​ຕົບແຕ່ງ​ຕົວ​ຄື​ປະໂຣຫິດ ແລະ​ເໝືອນດັ່ງ​ເຈົ້າສາວ​ປະດັບ​ຕົວ​ດ້ວຍ​ເພັດພອຍ.


ສະນັ້ນ ດັ່ງ​ພື້ນດິນ​ເຮັດ​ໃຫ້​ພືດ​ງອກຂຶ້ນ​ມາ ດັ່ງ​ສວນ​ເຮັດ​ໃຫ້​ພືດ​ທີ່​ຫວ່ານ​ລົງ​ງອກ​ຂຶ້ນ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ໄດ້​ຊ່ວຍ​ຄົນ​ຂອງ​ພຣະອົງ ແລະ​ທຸກ​ຊົນຊາດ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ.


ນະຄອນ​ເຢຣູຊາເລັມ​ເອີຍ ດ້ວຍ​ຄວາມຮັກ​ທີ່​ມີ​ຕໍ່​ເຈົ້າ ເຮົາ​ຈະ​ບໍ່​ຍອມ​ມິດງຽບ​ໄປ​ຈັກເທື່ອ ຈົນກວ່າ​ນະຄອນ​ນີ້​ຈະ​ໄດ້​ມີໄຊ​ແລະ​ພົ້ນໄພ ຄື​ຄວາມມີໄຊ​ສ່ອງແຈ້ງ​ດັ່ງ​ໂຄມໄຟ​ຍາມ​ຄໍ່າ​ມືດ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ຄວາມຈະເລີນ​ຮຸ່ງເຮືອງ​ທີ່​ຍາວນານ​ມາ​ສູ່​ພວກເຈົ້າ; ຊັບສົມບັດ​ຂອງ​ປະຊາຊາດ​ຕ່າງໆ​ຈະ​ຫລັ່ງໄຫລ​ມາ​ສູ່​ພວກເຈົ້າ ດັ່ງ​ສາຍນໍ້າ​ທີ່​ບົກແຫ້ງ​ບໍ່​ເປັນ​ຈັກເທື່ອ. ພວກເຈົ້າ​ຈະ​ເປັນ​ດັ່ງ​ເດັກນ້ອຍ ຜູ້​ທີ່​ແມ່​ອຸ້ມ​ໃຫ້​ກິນ​ນົມ​ແລະ​ຖະໜຸ​ຖະໜອມ​ດ້ວຍ​ຄວາມຮັກ.


ເຮົາ​ກ່າວ​ວ່າ, ‘ຈົ່ງ​ໄຖ​ດິນ​ຕອນ​ໃໝ່​ສຳລັບ​ເຈົ້າເອງ ຈົ່ງ​ຫວ່ານ​ຄວາມ​ຊອບທຳ ແລະ​ເກັບກ່ຽວ​ເອົາ​ພຣະພອນ​ຈາກ​ການ​ອຸທິດຕົວ​ຂອງເຈົ້າ​ທີ່​ມີ​ຕໍ່​ເຮົາ. ເຖິງ​ເວລາ​ແລ້ວ​ທີ່​ເຈົ້າ​ຈະ​ສະແຫວງຫາ​ພຣະເຈົ້າຢາເວ ແລ້ວ​ເຮົາ​ກໍ​ຈະ​ມາ ແລະ​ຖອກ​ເທ​ພອນ​ເທິງ​ເຈົ້າ.’


ແຕ່​ຈົ່ງ​ໃຫ້​ຄວາມ​ຍຸດຕິທຳ​ໄຫລ​ມາ​ດັ່ງ​ສາຍນໍ້າ ແລະ​ໃຫ້​ຄວາມ​ຊອບທຳ​ໄຫລ​ມາ​ດັ່ງ​ຫ້ວຍນໍ້າ​ທີ່​ບໍ່ມີ​ວັນ​ເຫືອດແຫ້ງ​ໄດ້.


“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ຂ້າ​ບັນດາ​ຜູ້ທຳນວາຍ ເອົາ​ຫີນ​ແກວ່ງ​ໃສ່​ພວກ​ຜູ້ທຳນວາຍ​ທີ່​ໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ​ເຮົາ​ຢາກ​ຈະ​ຮວບຮວມ​ເອົາ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ດັ່ງ​ແມ່​ໄກ່​ຮວບຮວມ​ລູກ​ຂອງຕົນ​ໄວ້​ໃຕ້​ປີກ ແຕ່​ເຈົ້າ​ບໍ່​ຍິນຍອມ.


ດ້ວຍວ່າ, ອານາຈັກ​ຂອງ​ພຣະເຈົ້າ ບໍ່ແມ່ນ​ເລື່ອງ​ການ​ກິນ​ແລະ​ການ​ດື່ມ, ແຕ່​ແມ່ນ​ເລື່ອງ​ຄວາມ​ຊອບທຳ, ສັນຕິສຸກ ແລະ​ຄວາມ​ຊົມຊື່ນ​ຍິນດີ ທີ່​ມາ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ.


ພວກເຂົາ​ບໍ່​ຮູ້​ວ່າ​ຕົນ​ພ່າຍແພ້​ນັ້ນ​ຍ້ອນ​ຫຍັງ ທັງ​ບໍ່​ເຂົ້າໃຈ​ແມ່ນແຕ່​ມີ​ຫຍັງ​ໄດ້​ເກີດຂຶ້ນ.


ຖ້າ​ພວກເຂົາ​ພ້ອມ​ທີ່​ຈະ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ແກ່​ເຮົາ ແລະ​ເຊື່ອຟັງ​ຄຳສັ່ງ​ທຸກ​ຂໍ້​ຂອງເຮົາ​ສະເໝີ ພວກເຂົາ​ແລະ​ລູກຫລານ​ຂອງ​ພວກເຂົາ​ກໍ​ຈະ​ຢູ່ເຢັນ​ເປັນ​ສຸກ​ຈະເລີນ​ຮຸ່ງເຮືອງ​ຕະຫລອດໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka