Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 48:17 - ພຣະຄຳພີສັກສິ

17 ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະເຈົ້າຢາເວ​ອົງ​ພຣະ​ຜູ້ໄຖ່​ຂອງ​ເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ເດີ ຢາກ​ສັ່ງສອນ​ຄວາມດີ​ແລະ​ຊີ້​ທາງເດີນ​ໃຫ້​ເຈົ້າ.”

Uka jalj uñjjattʼäta Copia luraña




ເອຊາຢາ 48:17
32 Jak'a apnaqawi uñst'ayäwi  

ແລ້ວ​ຂ້ອຍ​ກໍ​ຂາບລົງ​ນະມັດສະການ​ພຣະເຈົ້າຢາເວ ແລະ​ສັນລະເສີນ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ອັບຣາຮາມ​ນາຍ​ຂອງຂ້ອຍ ທີ່​ພຣະອົງ​ໄດ້​ນຳ​ຂ້ອຍ​ມາ​ສູ່​ຍາດຕິພີ່ນ້ອງ​ຂອງ​ນາຍ​ຂ້ອຍ ຄື​ບ່ອນ​ທີ່​ຂ້ອຍ​ໄດ້​ພົບ​ລູກສາວ​ຂອງ​ເພິ່ນ​ສຳລັບ​ລູກຊາຍ​ຂອງ​ຜູ້​ເປັນ​ນາຍ​ຂ້ອຍ.


ເມື່ອນັ້ນ​ທີ່​ສະຫວັນ ຂໍໂຜດ​ຟັງ​ພວກເຂົາ​ດ້ວຍ. ຂໍໂຜດ​ຍົກບາບ​ຂອງ​ກະສັດ ແລະ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ສອນ​ພວກເຂົາ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ຂໍໂຜດ​ສົ່ງ​ຝົນ​ລົງ​ມາ​ສູ່​ດິນແດນ​ຂອງ​ພຣະອົງ​ທີ່​ໄດ້​ຖືກ​ມອບ​ໃຫ້​ເປັນ​ກຳມະສິດ​ອັນ​ຕະຫລອດໄປ ແກ່​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ເທີ້ນ.


ຈົ່ງ​ຈົດຈຳ​ໄວ້​ວ່າ ພຣະເຈົ້າ​ຊົງຣິດຍິ່ງໃຫຍ່​ສໍ່າໃດ ພຣະອົງ​ເປັນ​ພຣະອາຈານ​ຜູ້​ໃຫຍ່ຍິ່ງ​ແທ້ໆ.


ຜູ້​ທີ່​ຢຳເກງ​ພຣະເຈົ້າຢາເວ​ກໍ​ຈະ​ໄດ້​ຮໍ່າຮຽນ​ຈາກ​ພຣະອົງ ໃຫ້​ຮູ້​ທາງ​ທີ່​ພວກຕົນ​ຈະ​ປະພຶດ.


“ເຮົາ​ຈະ​ສອນ​ເຈົ້າ​ໃຫ້​ຮູ້ຈັກ​ທາງ​ທີ່​ເຈົ້າ​ຄວນໄປ ເຮົາ​ຈະ​ໃຫ້​ຄຳແນະນຳ​ແລະ​ແອບ​ສອນ​ເຈົ້າ.


ຂ້າແດ່​ພຣະເຈົ້າ ພຣະອົງ​ໄດ້​ສັ່ງສອນ​ຂ້ານ້ອຍ​ຕັ້ງແຕ່​ຍັງ​ໜຸ່ມ​ມາ ແລະ​ຂ້ານ້ອຍ​ຍັງ​ສືບຕໍ່​ກ່າວ ເຖິງ​ກິດຈະການ​ອັນ​ອັດສະຈັນ​ຂອງ​ພຣະອົງ​ຢູ່​ສະເໝີ.


ພຣະອົງ​ນຳພາ​ຂ້ານ້ອຍ​ດ້ວຍ​ຄຳແນະນຳ​ຂອງ​ພຣະອົງ ແລະ​ໃນ​ບັ້ນປາຍ ພຣະອົງ​ຈະ​ຕອບ​ຂ້ານ້ອຍ​ດ້ວຍ​ກຽດຕິຍົດ.


ປະຊາຊົນ​ຫລາຍ​ຊົນຊາດ​ຈະ​ພາກັນ​ກ່າວ​ວ່າ, “ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ເດີ ສູ່​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພຣະອົງ​ຈະ​ສັ່ງສອນ​ພວກເຮົາ​ເຖິງ​ສິ່ງ​ທີ່​ພຣະອົງ​ຢາກ​ໃຫ້​ເຮັດ. ພວກເຮົາ​ຈະ​ພາກັນ​ຍ່າງ​ຕາມ​ຮ່ອມ​ແຫ່ງ​ຫົນທາງ ທີ່​ພຣະອົງ​ໄດ້​ເລືອກສັນ​ໄວ້​ແລ້ວ​ນັ້ນ. ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ມາ​ແຕ່​ນະຄອນ​ເຢຣູຊາເລັມ ແຕ່​ພູເຂົາ​ຊີໂອນ​ທີ່​ພຣະອົງ​ກ່າວ​ແກ່​ປະຊາຊົນ​ນັ້ນ.”


ພວກເຂົາ​ຈົ່ມ​ໃຫ້​ຂ້າພະເຈົ້າ​ວ່າ, “ລາວ​ຄິດ​ວ່າ​ລາວ​ກຳລັງ​ສັ່ງສອນ​ຜູ້ໃດ? ຜູ້ໃດ​ເດ​ນໍ​ຕ້ອງການ​ຄຳສັ່ງສອນ​ຂອງ​ລາວ? ຄຳສັ່ງສອນ​ນັ້ນ​ສຳລັບ​ແອນ້ອຍ​ທີ່​ຫາ​ກໍ​ເຊົາ​ກິນ​ນົມ​ຫລາຍກວ່າ.


ເຖິງ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ປະທານ​ເຂົ້າຈີ່​ແຫ່ງ​ຄວາມ​ຍາກ​ລຳບາກ ແລະ​ນໍ້າ​ແຫ່ງ​ຄວາມ​ທຸກໃຈ​ໃຫ້​ແກ່​ພວກເຈົ້າ ເຖິງປານນັ້ນ ພຣະອົງ​ຈະ​ບໍ່​ລີ້ຊ່ອນຕົວ​ຕໍ່ໄປ​ອີກ​ເລີຍ, ແຕ່​ຕາ​ພວກເຈົ້າ​ຈະ​ເຫັນ​ຜູ້​ເປັນ​ຄູ​ຂອງ​ພວກເຈົ້າ.


ຖ້າ​ພວກເຈົ້າ​ຫັນໜີ​ອອກ​ຈາກ​ທາງ​ໄປ​ຂ້າງ​ຂວາ ຫລື​ໄປ​ຂ້າງ​ຊ້າຍ ພວກເຈົ້າ​ກໍ​ຈະ​ໄດ້ຍິນ​ສຽງ​ເວົ້າ​ຕາມຫລັງ​ພວກເຈົ້າ​ວ່າ, “ຫົນທາງ​ຢູ່​ພີ້ ຈົ່ງ​ເດີນ​ໄປ​ແມ.”


ພຣະເຈົ້າ​ກ່າວ​ວ່າ, “ອິດສະຣາເອນ​ເອີຍ ຢ່າ​ຢ້ານ. ເຖິງ​ແມ່ນ​ພວກເຈົ້າ​ໜ້ອຍ​ທັງ​ອ່ອນແຮງ​ເຮົາ​ກໍ​ຈະ​ຊ່ວຍ​ເຈົ້າ. ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຄື​ຜູ້​ທີ່​ຊົງໄຖ່​ພວກເຈົ້າ​ໃຫ້​ພົ້ນ.


ພຣະເຈົ້າຢາເວ​ຜູ້​ຊົງໄຖ່​ເຈົ້າ​ທັງຫລາຍ ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ກ່າວ​ດັ່ງນີ້: “ເພື່ອ​ໄຖ່​ພວກເຈົ້າ ເຮົາ​ຈະ​ໃຊ້​ກອງທັບ​ໜຶ່ງ​ຕໍ່ສູ້​ບາບີໂລນ ເຮົາ​ຈະ​ພັງ​ປະຕູ​ເມືອງ​ໃຫ້​ລົ້ມ​ທະລາຍ​ລົງ​ກ້ຽງ ແລະ​ສຽງ​ຊາວ​ເມືອງ​ທີ່​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ກໍ​ຈະ​ກັບ​ກາຍເປັນ​ສຽງ​ຮ້ອງໄຫ້​ຄໍ່າຄວນ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ນານແລ້ວ​ທີ່​ພຣະອົງ​ໄດ້​ເຮັດ​ທາງ​ຜ່ານ​ທະເລ ຄື​ທາງຍ່າງ​ຜ່ານ​ນໍ້າເລີກ​ເປັນ​ຄອງ​ເປັນ​ຄື້ນ.


ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ແມ່ນ​ຜູ້​ທີ່​ຈັດຕຽມ​ຮູບຮ່າງ​ຂອງ​ອະນາຄົດ​ກ່າວ​ວ່າ, “ເຈົ້າ​ບໍ່​ມີ​ສິດ​ສອບ​ຖາມ​ເຖິງ​ລູກໆ​ຂອງເຮົາ ຫລື​ບອກ​ເຮົາ​ວ່າ​ຄວນ​ຈະ​ເຮັດ​ແນວໃດ​ແດ່


ຈົ່ງ​ອອກ​ໄປ​ຢ່າງ​ອິດສະຫລະ​ຈາກ​ນະຄອນ​ບາບີໂລນ ຈົ່ງ​ປະກາດ​ຂ່າວ​ດີ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ. ຈົ່ງ​ບອກ​ທຸກໆ​ບ່ອນ​ໃຫ້​ຮູ້​ແລະ​ໄດ້ຍິນ​ວ່າ, “ພຣະເຈົ້າຢາເວ​ໄດ້​ໄຖ່​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ.”


ເຮົາ​ຈະ​ເຮັດ​ໃຫ້​ພວກ​ກົດຂີ່​ເຈົ້າ​ຂ້າ​ກັນ​ເອງ ພວກເຂົາ​ຈະ​ມົວ​ຂ້າຟັນກັນ​ຢ່າງ​ໂມໂຫ​ໃຫຍ່. ແລ້ວ​ທົ່ວໂລກ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ຜູ້​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ແລະ​ພຣະ​ຜູ້ໄຖ່​ຂອງເຈົ້າ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ຈັກ​ວ່າ​ເຮົາ​ແມ່ນ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ.”


ພຣະເຈົ້າຢາເວ​ອົງ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະ​ຜູ້ໄຖ່​ກ່າວ​ແກ່​ຜູ້​ທີ່​ຖືກ​ດູໝິ່ນ​ໜັກ ຄື​ຜູ້​ທີ່​ບັນດາ​ນາໆ​ຊາດ​ພາກັນ​ກຽດຊັງ ທັງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກ​ນັກປົກຄອງ​ວ່າ, “ກະສັດ​ຈະ​ເຫັນ​ເຈົ້າ​ຖືກ​ປ່ອຍຕົວ​ໄປ ພວກເຂົາ​ຈະ​ລຸກຂຶ້ນ​ຢືນ​ສະແດງ​ຄວາມ​ເຄົາຣົບ​ຕໍ່​ເຈົ້າ; ພວກ​ເຈົ້າຊາຍ​ກໍ​ຈະ​ໄດ້​ເຫັນ​ເຫດການ​ນີ້​ຄືກັນ ແລະ​ພວກເຂົາ​ຈະ​ກົ້ມ​ລົງ​ໃຫ້ກຽດ​ແກ່​ເຈົ້າ.” ສິ່ງນີ້​ຈະ​ເກີດຂຶ້ນ​ເພາະ​ພຣະເຈົ້າຢາເວ​ກະທຳການ ພຣະອົງ​ໄດ້​ເລືອກ​ເຈົ້າ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ; ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເປັນ​ອົງ​ບໍຣິສຸດ ຊົງ​ຮັກສາ​ຄຳສັນຍາ​ທີ່​ພຣະອົງ​ໄດ້​ກະທຳ​ໄວ້.


ສ່ວນ​ປະຊາຊົນ​ຂອງ​ເຈົ້າ​ເຮົາ​ຈະ​ສັ່ງສອນ​ພວກເຂົາ​ໂດຍ​ພຣະເຈົ້າຢາເວ ຈະ​ໃຫ້​ມີ​ສັນຕິສຸກ​ແລະ​ໃຫ້​ຈະເລີນ​ຮຸ່ງເຮືອງ​ດ້ວຍ.


ພຣະຜູ້​ສ້າງ​ຂອງເຈົ້າ​ຈະ​ເປັນ​ຄື​ຜົວ​ຂອງເຈົ້າ​ເດີ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ແມ່ນ​ພຣະນາມ​ຂອງ​ພຣະອົງ. ແລະ​ພຣະຜູ້ໄຖ່​ໃຫ້​ພົ້ນ​ຂອງເຈົ້າ​ຄື​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຊົງ​ປົກຄອງ​ທົ່ວ​ທັງ​ໂລກນີ້.


ເຮົາ​ປິ່ນໜ້າ​ດ້ວຍ​ຄວາມ​ໂກດຮ້າຍ​ພຽງ​ຊົ່ວຄາວ ເຮົາ​ບໍ່ໄດ້​ແນມເບິ່ງ​ໜ້າ​ເຈົ້າ​ພຽງ​ໄລຍະ​ໜຶ່ງ ແຕ່​ເຮົາ​ຈະ​ສຳແດງ​ຄວາມຮັກ​ຕໍ່​ເຈົ້າ​ສືບໄປ.” ພຣະເຈົ້າຢາເວ​ພຣະຜູ້ໄຖ່​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ຢຸດ​ຢູ່​ທີ່​ທາງ​ສີ່​ແຍກ​ແລະ​ແນມ​ເບິ່ງ. ຈົ່ງ​ຖາມ​ຫາ​ຫົນທາງ​ດັ້ງເດີມ​ແລະ​ຫົນທາງ​ອັນ​ດີເລີດ​ນັ້ນ​ວ່າ​ຢູ່​ໃສ. ຈົ່ງ​ເດີນ​ໄປ​ຕາມ​ທາງນັ້ນ​ແລະ​ພວກເຈົ້າ​ກໍ​ຈະ​ພົບ​ຄວາມ​ຢູ່ເຢັນ​ເປັນສຸກ.” ແຕ່​ພວກເຂົາ​ເວົ້າ​ວ່າ, “ບໍ່ ພວກເຮົາ​ຈະ​ບໍ່​ເຮັດ​ດອກ.”


ປະຊາຊົນ​ຂອງ​ພວກເຂົາ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າຢາເວ ສູ່​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ນັ້ນ. ເພາະ​ພຣະອົງ​ຈະ​ສັ່ງສອນ​ສິ່ງ​ທີ່​ຢາກ​ໃຫ້​ພວກເຮົາ​ເຮັດ​ຕາມ ພວກເຮົາ​ຈະ​ຍ່າງ​ຕາມ​ທາງ​ທີ່​ພຣະອົງ​ໄດ້​ເລືອກໄວ້. ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ມາ​ແຕ່​ນະຄອນ​ເຢຣູຊາເລັມ ຈາກ​ພູເຂົາ​ຊີໂອນ​ທີ່​ຊົງ​ກ່າວ​ຕໍ່​ປະຊາຊົນ​ຂອງ​ພຣະເຈົ້າ.”


ໃນ​ໜັງສື​ທຳນວາຍ​ມີ​ຄຳ​ຂຽນ​ໄວ້​ວ່າ, ‘ມະນຸດ​ທຸກຄົນ​ຈະ​ໄດ້​ຮັບ​ຄຳສັ່ງສອນ​ຈາກ​ພຣະເຈົ້າ’ ທຸກຄົນ​ທີ່​ໄດ້ຍິນ​ສຽງ​ພຣະບິດາ​ຂອງເຮົາ ແລະ​ໄດ້​ຮຽນຮູ້​ຈາກ​ພຣະອົງ​ກໍ​ມາ​ຫາ​ເຮົາ.


ຖ້າ​ແມ່ນ​ວ່າ​ພວກເຈົ້າ​ໄດ້ຍິນ​ເລື່ອງ​ພຣະອົງ ແລະ​ໄດ້​ຮັບ​ຄຳສັ່ງສອນ​ເລື່ອງ​ພຣະອົງ​ຕາມ​ຄວາມຈິງ ຊຶ່ງ​ມີ​ຢູ່​ໃນ​ພຣະເຢຊູເຈົ້າ​ແລ້ວ.


ພວກ​ປະໂຣຫິດ​ຈະ​ນຳທາງ​ພວກເຈົ້າ​ໄປ ເພາະ​ພວກເຈົ້າ​ບໍ່ເຄີຍ​ຜ່ານ​ທາງ​ເສັ້ນ​ນີ້​ຈັກເທື່ອ, ແຕ່​ຢ່າ​ເຂົ້າ​ໄປ​ໃກ້​ຫີບ​ພັນທະສັນຍາ ໃຫ້​ຢູ່​ຫ່າງ​ປະມານ​ໜຶ່ງ​ກິໂລແມັດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka