ເອຊາຢາ 48:14 - ພຣະຄຳພີສັກສິ14 “ເຈົ້າທັງໝົດ ຈົ່ງມາເຕົ້າໂຮມກັນແລະຟັງ ບໍ່ມີພະໃດໃນທ່າມກາງບັນດາພະເຫຼົ່ານັ້ນໄດ້ປະກາດສິ່ງເຫຼົ່ານີ້ ວ່າພຣະເຈົ້າຢາເວຊົງຮັກທ່ານ ພຣະອົງຈະໂຈມຕີນະຄອນບາບີໂລນ ຈະເຮັດສິ່ງທີ່ເຮົາຕ້ອງການໃຫ້ເຮັດທຸກຢ່າງ. Uka jalj uñjjattʼäta |
ເຮົາເອງໄດ້ປຸກປັ່ນໄຊຣັດໃຫ້ດຳເນີນການ ເພື່ອສຳເລັດເປົ້າໝາຍ ແລະຈັດໃຫ້ຖືກຕ້ອງ. ເຮົາຈະເຮັດທາງທຸກເສັ້ນທີ່ລາວເດີນໄປໃຫ້ຊື່ ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ຄືເມືອງຂອງເຮົາ ແລະຈະປ່ອຍຄົນຂອງເຮົາທີ່ຖືກຈັບໃຫ້ເປັນເສລີ ບໍ່ມີຜູ້ໃດຈ້າງໃຫ້ເຮັດ ຫລືຈອບອອຍລາວດ້ວຍ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ກ່າວເລື່ອງທັງໝົດເຫຼົ່ານີ້ໄວ້.
ສິງກຳລັງອອກມາຈາກປ່າຕຶບຂອງແຄມແມ່ນໍ້າຈໍແດນ ສູ່ທົ່ງຫຍ້າຂຽວສັນໃດ; ເຮົາກໍກຳລັງອອກມາເຮັດໃຫ້ຊາວບາບີໂລນ ແລ່ນໜີຈາກເມືອງຂອງພວກເຂົາຢ່າງກະທັນຫັນສັນນັ້ນ. ແລ້ວພວກເຈົ້ານາຍທີ່ເຮົາເລືອກໄວ້ກໍຈະປົກຄອງປະເທດ. ຜູ້ໃດປຽບທຽບກັບເຮົາໄດ້ແດ່? ຜູ້ໃດທ້າທາຍກັບເຮົາໄດ້ແດ່? ມີຜູ້ປົກຄອງຄົນໃດຕ້ານທານເຮົາໄດ້?