ເອຊາຢາ 48:1 - ພຣະຄຳພີສັກສິ1 ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງເລື່ອງນີ້ ພວກທີ່ສືບເຊື້ອສາຍມາຈາກເຜົ່າຢູດານັ້ນ: ພວກເຈົ້າໄດ້ສາບານໃນນາມຂອງພຣະເຈົ້າຢາເວ ແລະອ້າງວ່າຕົນນະມັດສະການພຣະເຈົ້າ ຄືຍ້ອງຍໍພຣະເຈົ້າຂອງຊາດອິດສະຣາເອນ ແຕ່ບໍ່ໄດ້ຕັ້ງໃຈເວົ້າແມ່ນແຕ່ຄຳດຽວຢ່າງນັ້ນ. Uka jalj uñjjattʼäta |
ແຕ່ບັດນີ້ ຊາວຢູດາທັງຫລາຍທີ່ຢູ່ປະເທດເອຢິບ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວກ່າວເຖີດ ພຣະເຈົ້າຢາເວກ່າວວ່າ, ‘ເຮົາໄດ້ສາບານດ້ວຍນາມຊື່ອັນຍິ່ງໃຫຍ່ຂອງເຮົາຕໍ່ຊາວອິດສະຣາເອນທຸກໆຄົນທີ່ຢູ່ໃນປະເທດເອຢິບວ່າ ເຮົາຈະບໍ່ປ່ອຍໃຫ້ພວກເຈົ້າຄົນໃດຄົນໜຶ່ງເອີ່ຍຊື່ຂອງເຮົາເດັດຂາດໂດຍບະບົນວ່າ “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງພຣະຊົນຢູ່.”
ແລ້ວເທວະດາຕົນນັ້ນກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ໃນໜັງສືມ້ວນນັ້ນມີຄຳສາບແຊ່ງຖືກຂຽນໄວ້ ທີ່ຈະອອກໄປເຖິງທົ່ວທັງດິນແດນ. ທີ່ສົ້ນໜຶ່ງຂອງໜັງສືນັ້ນກ່າວວ່າ ຄົນຂີ້ລັກທຸກໆຄົນຈະຖືກກວາດອອກໄປຈາກດິນແດນ ແລະທີ່ສົ້ນໜຶ່ງອີກກ່າວວ່າ ທຸກໆຄົນທີ່ເວົ້າຕົວະພາຍໃຕ້ຄຳສາບານ ຈະຖືກກວາດລ້າງອອກໄປຈາກດິນແດນເຊັ່ນກັນ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະມາປາກົດຢູ່ທ່າມກາງພວກເຈົ້າເພື່ອຕັດສິນ ແລະເຮົາຈະເປັນພະຍານຕໍ່ສູ້ພວກທີ່ລົງມືຝຶກເວດມົນຄາຖາ, ຕໍ່ສູ້ພວກທີ່ຫລິ້ນຊູ້ສູ່ຜົວເມຍ, ຕໍ່ສູ້ພວກທີ່ເປັນພະຍານບໍ່ຈິງ, ຕໍ່ສູ້ພວກທີ່ສໍ້ໂກງຄ່າແຮງງານຂອງລູກຈ້າງ, ຕໍ່ສູ້ພວກທີ່ເອົາປຽບແມ່ໝ້າຍ, ເດັກກຳພ້າ ແລະຄົນຕ່າງດ້າວ ຄືຕໍ່ສູ້ທຸກຄົນທີ່ບໍ່ຢຳເກງເຮົາ.”