ເອຊາຢາ 47:8 - ພຣະຄຳພີສັກສິ8 ເຈົ້າຜູ້ມັກມ່ວນຊື່ນເອີຍ ຈົ່ງຟັງເລື່ອງນີ້ ເຈົ້າເຄີຍຄິດວ່າຕົນປອດໄພແລະໝັ້ນຄົງແລ້ວ. ເຈົ້າອ້າງຕົນວ່າຍິ່ງໃຫຍ່ເທົ່າກັບພຣະເຈົ້າບໍ ເວົ້າວ່າ, ບໍ່ມີຜູ້ໜຶ່ງຜູ້ໃດດຸດດັ່ງຕົນໄດ້. ເຈົ້າຄິດວ່າຈະບໍ່ໄດ້ເປັນຍິງໝ້າຍຜົວຕາຍປະບໍ ຫລືທຸກຮ້ອນໃຈຍ້ອນຕົນສູນເສຍລູກ. Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ນິຣະມິດສ້າງຈັກກະວານ ແມ່ນພຣະອົງແຕ່ຜູ້ດຽວທີ່ເປັນພຣະເຈົ້າ ພຣະອົງໄດ້ຈັດຮູບຮ່າງສ້າງແຜ່ນດິນໂລກຂຶ້ນມາ ໄດ້ເຮັດໃຫ້ໂລກໝັ້ນຄົງ ແລະຢັ້ງຢືນຄົງຢູ່ໄດ້. ພຣະອົງບໍ່ໄດ້ເຮັດໃຫ້ເປັນທີ່ເປົ່າຮ້າງຫວ່າງຄົນ ແຕ່ເປັນບ່ອນທີ່ມະນຸດເຮົາພັກພາອາໄສຢູ່ ພຣະເຈົ້າລັ່ນປາກກ່າວໄຂວາຈາວ່າ, “ເຮົາຄືພຣະເຈົ້າຢາເວ ພຣະເຈົ້າອົງອື່ນບໍ່ມີ.
“ມະນຸດເອີຍ ຈົ່ງບອກຜູ້ປົກຄອງນະຄອນຕີເຣ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວຕໍ່ລາວວ່າ, ‘ເພາະເຈົ້າອວດຕົວຂຶ້ນ ເຈົ້າຈຶ່ງອ້າງຕົນເອງວ່າເປັນພະ. ເຈົ້າກ່າວວ່າເຈົ້າເປັນດັ່ງພະຕົນໜຶ່ງທີ່ນັ່ງເທິງບັນລັງ ຊຶ່ງມີທະເລທັງຫລາຍອ້ອມລ້ອມເຈົ້າໄວ້. ເຈົ້າທຳຕົນເປັນພະບໍ່ໄດ້ດອກ ເພາະເຈົ້າເປັນມະນຸດແຕ່ບໍ່ແມ່ນພະ.
ທ່ານດູໝິ່ນປະໝາດອົງພຣະຜູ້ເປັນເຈົ້າແຫ່ງສະຫວັນ ໂດຍນຳເອົາຈອກ ແລະຖ້ວຍຈາກພຣະວິຫານຂອງພຣະອົງມາທີ່ນີ້. ທ່ານເອງ, ພວກມະເຫສີ, ພວກນາງສະໜົມ ແລະພວກເຈົ້ານາຍຊັ້ນຜູ້ໃຫຍ່ຂອງທ່ານ ໄດ້ພາກັນໃຊ້ພາຊະນະເຫຼົ່ານີ້ ແລະສັນລະເສີນບັນດາພະທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງສຳຣິດ, ດ້ວຍເຫຼັກ, ດ້ວຍໄມ້ ແລະດ້ວຍຫີນ; ພະເຫຼົ່ານີ້ຮູ້ແລະເຫັນບໍ່ໄດ້ ແລະກໍບໍ່ໄດ້ຍິນຫຍັງ ທັງບໍ່ຮູ້ຈັກຫຍັງເລີຍ, ແຕ່ທ່ານບໍ່ໄດ້ຖວາຍກຽດແກ່ພຣະເຈົ້າ ອົງຊົງໃຫ້ຊີວິດຫລືເອົາຊີວິດຂອງທ່ານໄປ ແລະເປັນອົງຊົງຄວບຄຸມທຸກສິ່ງທີ່ທ່ານເຮັດນັ້ນ.
ເຫດການເຊັ່ນນີ້ຈະເກີດຂຶ້ນກັບເມືອງທີ່ອວດດີອວດເກັ່ງເຖິງກຳລັງຂອງຕົນເອງ ແລະທັງຄິດວ່າຕົນປອດໄພແລ້ວ. ຊາວເມືອງຄິດວ່າ ເມືອງຂອງພວກຕົນນັ້ນຍິ່ງໃຫຍ່ທີ່ສຸດໃນໂລກ. ມັນຈະກາຍເປັນເມືອງທີ່ເປົ່າປ່ຽວ ຄືຈະເປັນບ່ອນທີ່ສັດປ່າທັງຫລາຍພັກຜ່ອນ. ທຸກໆຄົນທີ່ຍ່າງກາຍໄປມາກໍຈະຢ້ານກົວຈົນຂົນລຸກ.
ຫລັງຈາກຊາວດານໄດ້ນຳເອົາປະໂຣຫິດແລະສິ່ງຂອງ ທີ່ມີກາໄດ້ສ້າງນັ້ນມາແລ້ວ ພວກເຂົາກໍໄປໂຈມຕີເມືອງລາອິດຊຶ່ງເປັນເມືອງທີ່ສະຫງົບງຽບ ແລະປະຊາຊົນກໍຢູ່ກັນຢ່າງສັນຕິໃນຮ່ອມພູໃກ້ກັບເມືອງເບັດເຣໂຮບ. ພວກເຂົາໄດ້ຂ້າຊາວເມືອງແລະຈູດເມືອງຖິ້ມ. ເມືອງລາອິດຢູ່ໄກຈາກເມືອງຊີໂດນ ແລະບໍ່ມີການກ່ຽວຂ້ອງກັບຄົນພວກອື່ນແຕ່ຢ່າງໃດ. ດັ່ງນັ້ນ ຈຶ່ງບໍ່ມີໃຜມາຊ່ວຍພວກເຂົາ. ຊາວດານໄດ້ສ້າງເມືອງນີ້ຂຶ້ນໃໝ່ແລະຕັ້ງຖິ່ນຖານຢູ່ທີ່ນັ້ນ.
ດັ່ງນັ້ນ ຊາຍທັງຫ້າຄົນຈຶ່ງຈາກໄປທີ່ເມືອງລາອິດ. ໃນເມືອງນີ້ພວກເຂົາເຫັນວ່າ ປະຊາຊົນຢູ່ກັນຢ່າງປອດໄພເໝືອນກັບພວກຊີໂດນ ຢູ່ກັນຢ່າງສະຫງົບສຸກແລະມິດງຽບ ຢ່າງບໍ່ມີການຜິດຂ້ອງຕ້ອງຖຽງກັນເລີຍ. ພວກເຂົາມີທຸກສິ່ງທີ່ຕ້ອງການ. ພວກເຂົາຢູ່ຫ່າງໄກຈາກພວກຊີໂດນ ແລະບໍ່ມີສ່ວນກ່ຽວຂ້ອງກັບຄົນອື່ນ.