Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 47:5 - ພຣະຄຳພີສັກສິ

5 ອົງພຣະ​ຜູ້​ເປັນເຈົ້າ​ລັ່ນປາກ​ກ່າວ​ຕໍ່​ນະຄອນ​ບາບີໂລນ​ວ່າ, “ຈົ່ງ​ນັ່ງ​ໃນ​ທີ່​ງຽບ​ສະຫງົບ ແລະ​ໃນ​ທີ່​ມືດ​ສາ​ເຖີດ ເພາະ​ເຈົ້າ​ໄດ້​ສູນເສຍ​ຕໍ່າແໜ່ງ​ຂອງເຈົ້າ​ໄປ ຄື​ຕໍ່າແໜ່ງ​ແຫ່ງ​ຣາຊີນີ​ຂອງ​ບັນດາ​ຊົນຊາດ

Uka jalj uñjjattʼäta Copia luraña




ເອຊາຢາ 47:5
25 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ພຣະອົງ ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ໄດ້​ຖືກ​ອັບອາຍ​ຂາຍໜ້າ ແຕ່​ຂໍ​ໃຫ້​ບັນດາ​ຄົນຊົ່ວຮ້າຍ​ເສຍໜ້າ​ໄປ ຂໍ​ໃຫ້​ພວກເຂົາ​ລົງ​ໄປ​ສູ່​ແດນ​ມໍຣະນາ​ຢ່າງ​ມິດງຽບ.


ພຣະອົງ​ຊົງ​ກ່າວ​ວ່າ, “ຈົ່ງ​ງຽບສະຫງົບ​ຢູ່ ແລະ​ຈົ່ງ​ຮູ້​ເຖີດ​ວ່າ​ເຮົາ​ຄື​ພຣະເຈົ້າ ເຮົາ​ເປັນ​ທີ່​ຍົກຍໍ​ໃນ​ທ່າມກາງ​ບັນດາ​ປະຊາຊາດ ເຮົາ​ເປັນ​ທີ່​ຍົກຍໍ​ເທິງ​ແຜ່ນດິນ​ໂລກ.”


ດວງດາວ​ທັງຫລາຍ​ແຫ່ງ​ຟ້າ​ສະຫວັນ​ຈະ​ຢຸດ​ສ່ອງແສງ ດວງອາທິດ​ຈະ​ມືດດຳ​ໄປ ເມື່ອ​ມັນ​ຂຶ້ນ​ສູ່​ຂອບຟ້າ ແລະ​ດວງເດືອນ​ກໍ​ຈະ​ບໍ່​ສ່ອງແຈ້ງ.


“ເຮົາ​ຈະ​ປ່ຽນ​ນະຄອນ​ບາບີໂລນ​ໃຫ້​ເປັນ​ບຶງ ແລະ​ຝູງ​ນົກ​ເຄົ້າ​ຈະ​ຢູ່​ທີ່​ນັ້ນ. ເຮົາ​ຈະ​ໃຊ້​ຟອຍ​ກວາດ​ນະຄອນ​ບາບີໂລນ ພ້ອມ​ທັງ​ສັບພະທຸກສິ່ງ​ໄປ​ໃຫ້​ໝົດ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫລະ.


ເມື່ອ​ພຣະອົງ​ກະທຳ​ການ​ນັ້ນ ພວກເຂົາ​ຈະ​ເວົ້າ​ເຍາະເຍິ້ຍ​ກະສັດ​ແຫ່ງ​ບາບີໂລນ​ວ່າ: “ກະສັດ​ຜູ້​ຮ້າຍກາດ​ໄດ້​ລົ້ມລົງ​ແລ້ວ ເພິ່ນ​ຈະ​ບໍ່ໄດ້​ກົດຂີ່​ຜູ້ໃດ​ຜູ້ໜຶ່ງ​ອີກ​ຕໍ່ໄປ


ໃນ​ທັນໃດນັ້ນ ກໍ​ມີ​ຄົນ​ມາ ຄົນ​ຂີ່​ມ້າ​ຄຽງຄູ່​ກັນ​ມາ. ຄົນເຝົ້າຍາມ​ສົ່ງ​ຂ່າວ​ໃຫ້​ຮູ້​ວ່າ, “ນະຄອນ​ບາບີໂລນ​ແຕກ​ແລ້ວ ຮູບເຄົາຣົບ​ທັງໝົດ​ທີ່​ພວກເຂົາ​ຂາບໄຫວ້​ນັ້ນ​ກໍ​ແຕກ​ເປັນ​ປ່ຽງໆ ຢາຍ​ເດຍລະດາດ​ຢູ່​ຕາມ​ໜ້າດິນ.”


ຈົ່ງ​ຄວນຄາງ​ເຖີດ ບັນດາ​ພໍ່ຄ້າ​ທີ່​ເມືອງ​ຊີໂດນ​ເອີຍ


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ລົງ​ຈາກ​ບັນລັງ​ເຖີດ ນະຄອນ​ບາບີໂລນ​ເອີຍ ແລະ​ນັ່ງ​ເທິງ​ພື້ນ​ຕາມ​ຂີ້ຝຸ່ນ​ດິນ​ສາ​ເຖີດ ຄັ້ງໜຶ່ງ ເຈົ້າ​ເປັນ​ດັ່ງ​ສາວ​ປອດ​ຜູ້ໜຶ່ງ​ໃດ ເປັນ​ນະຄອນ​ໜຶ່ງ​ທີ່​ບໍ່ມີ​ຜູ້ໃດ​ກ້າ​ໂຈມຕີ​ເອົາ​ໄດ້ ແຕ່​ເຈົ້າ​ຈະ​ບໍ່​ອ່ອນໂຍນ​ແລະ​ໜ້າ​ຈັບໃຈ​ຕໍ່ໄປ ບັດນີ້ ເຈົ້າ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ສາ​ແລ້ວ


ເຈົ້າ​ຄິດວ່າ​ເຈົ້າ​ຈະ​ໄດ້​ເປັນ​ຣາຊີນີ​ສືບໄປ​ບໍ? ຈຶ່ງ​ບໍ່​ຄິດວ່າ​ເລື່ອງ​ຈະ​ຈົບລົງ​ຢ່າງໃດ​ແທ້? ແມ່ນແຕ່​ຄົນ​ເຖົ້າແກ່​ຊະຣາ​ກໍຕາມ ກໍໄດ້​ເຮັດ​ກັບ​ພວກເຂົາ​ຢ່າງ​ໂຫດຮ້າຍ​ທາລຸນ.


ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ມິດງຽບ​ໄປ. ພວກເຂົາ​ຈະ​ບໍ່ມີ​ນໍ້າມັນ​ສຳລັບ​ຕະກຽງ ແລະ​ຈະ​ບໍ່ມີ​ເຂົ້າປາອາຫານ​ກິນ​ດ້ວຍ.


ປະຊາຊົນ​ຂອງ​ພຣະເຈົ້າ​ໄດ້​ຖາມ​ກັນ​ວ່າ, “ເປັນຫຍັງ​ຈຶ່ງ​ເມົາ​ນັ່ງ​ເສີຍ​ຢູ່? ຮິບ​ມາ​ເຖີດ ໃຫ້​ພວກເຮົາ​ແລ່ນ​ໄປ​ສູ່​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ ແລະ​ຕາຍ​ຢູ່​ໃນ​ທີ່ນັ້ນ. ເພາະວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ລົງໂທດ​ພວກເຮົາ​ໃຫ້​ເຖິງ​ຕາຍ​ສາ​ແລ້ວ; ພຣະອົງ​ໄດ້​ໃຫ້​ພວກເຮົາ​ດື່ມ​ຢາ​ເບື່ອ ຍ້ອນ​ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ.


ນະຄອນ​ເຢຣູຊາເລັມ​ເອີຍ ບັດນີ້​ນອນ​ຢຽດ​ຢູ່​ດຽວດາຍ ຄັ້ງໜຶ່ງ ເປັນ​ນະຄອນ​ທີ່​ມີ​ປະຊາຊົນ​ໜາແໜ້ນ ແລະ​ຄັ້ງ​ໜຶ່ງ​ນັ້ນ ກໍໄດ້​ຮັບ​ກຽດ​ຈາກ​ຊາວ​ໂລກາ ແຕ່​ມາບັດນີ້ ເຈົ້າ​ພັດ​ເປັນ​ດັ່ງ​ແມ່ໝ້າຍ; ເຈົ້າ​ເປັນ​ເຈົ້າຍິງ​ໃນ​ທ່າມກາງ​ເມືອງ​ທັງຫລາຍ ແຕ່​ບັດນີ້ ຖືກ​ລົດກຽດ​ລົງ​ຕົກ​ເປັນ​ທາດ​ສາ​ແລ້ວ.


ບັນດາ​ຄົນ​ເຖົ້າແກ່​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຕ່າງ​ກໍ​ພາກັນ​ນັ່ງ​ກັບ​ພື້ນດິນ​ຢ່າງ​ມິດງຽບ ໂດຍ​ນຸ່ງ​ຜ້າ​ກະສອບເຂົ້າ ແລະ​ເອົາ​ຂີ້ດິນ​ໂຮຍ​ໃສ່​ຫົວ ສ່ວນ​ພວກ​ຍິງສາວ​ກໍ​ພາກັນ​ກົ້ມ​ຫົວ​ລົງ​ກັບ​ພື້ນ.


ແຕ່​ພຣະເຈົ້າຢາເວ​ສະຖິດ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ; ຈົ່ງ​ໃຫ້​ມະນຸດ​ທຸກໆຄົນ​ຢູ່​ທີ່​ເທິງ​ແຜ່ນດິນ​ໂລກ​ນີ້ ມິດງຽບ​ຢູ່​ຊ້ອງໜ້າ​ພຣະອົງ​ເທີ້ນ.


ທຸກໆຄົນ​ຈົ່ງ​ງຽບສະຫງົບ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ເພາະ​ພຣະອົງ​ກຳລັງ​ມາ​ແຕ່​ສະຖານທີ່​ຢູ່​ອັນ​ບໍຣິສຸດ​ຂອງ​ພຣະອົງ.


ພວກເຂົາ​ເປັນ​ດັ່ງ​ຄື້ນ​ຟອງ​ນໍ້າ​ອັນ​ຮ້າຍແຮງ​ໃນ​ມະຫາສະໝຸດ ທີ່​ພົ່ນ​ການ​ກະທຳ​ອັນ​ໜ້າລະອາຍ​ຂອງຕົນ​ອອກ​ມາ​ຄື​ດັ່ງ​ປູມປວກ. ເປັນ​ດັ່ງ​ດາວ​ລ່ອງລອຍ​ນອກ​ວົງ​ໂຄຈອນ ທີ່​ຊົງ​ຈັດຕຽມ​ບ່ອນ​ໜຶ່ງ​ໄວ້​ຖ້າ​ແລ້ວ ໃນ​ຄວາມມືດ​ອັນ​ໜາຕຶບ​ນິຣັນດອນ.


ຍິງ​ທີ່​ທ່ານ​ເຫັນ​ນັ້ນ ໄດ້​ແກ່​ມະຫາ​ນະຄອນ​ທີ່​ມີ​ອຳນາດ​ເໜືອ​ບັນດາ​ກະສັດ​ທັງຫລາຍ ທົ່ວ​ແຜ່ນດິນ​ໂລກ.”


ນະຄອນ​ນັ້ນ​ໄດ້​ອວດ​ຈອງຫອງ ແລະ​ປ່ອຍ​ຕົວ​ໄປ ຕາມ​ຄວາມ​ສະໜຸກ​ສະໜານ​ເທົ່າ​ໃດ ກໍ​ຈົ່ງ​ໃຫ້​ມັນ​ໄດ້​ຮັບ ການ​ທໍລະມານ ແລະ​ຄວາມ​ໂສກເສົ້າ​ຫລາຍ​ເທົ່ານັ້ນ ເພາະ​ມັນ​ຄິດ​ໃນ​ໃຈ​ວ່າ, ‘ເຮົາ​ຢູ່​ໃນ​ຕຳແໜ່ງ​ຣາຊີນີ ບໍ່ແມ່ນ​ແມ່ໝ້າຍ, ເຮົາ​ຈະ​ບໍ່​ປະສົບ​ຄວາມ​ໂສກເສົ້າ​ຈັກເທື່ອ’


ພຣະອົງ​ຄຸ້ມຄອງ​ຊີວິດ​ຄົນ​ທີ່​ສັດຊື່​ຕໍ່​ພຣະອົງ ສ່ວນ​ຄົນຊົ່ວຮ້າຍ​ຈະ​ຖືກ​ດັບສູນ​ໃນ​ທີ່​ມືດ; ມະນຸດ​ບໍ່​ຫ່ອນ​ໄຊຊະນະ​ໄດ້​ດ້ວຍ​ກຳລັງ ຄື​ໂດຍ​ກຳລັງ​ຂອງ​ຕົນເອງ​ທີ່​ມີ​ຢູ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka