4 ພຣະຜູ້ໄຖ່ຂອງພວກເຮົາມີນາມຊື່ວ່າພຣະເຈົ້າຢາເວ ອົງຊົງຣິດອຳນາດຍິ່ງໃຫຍ່ອົງບໍຣິສຸດແຫ່ງຊາດອິດສະຣາເອນ.
ໂຜດໃຫ້ຄຳເວົ້າແລະຄວາມຄິດຂອງຂ້ານ້ອຍເປັນທີ່ພໍໃຈພຣະອົງ ຂ້າແດ່ພຣະເຈົ້າຢາເວ ອົງເປັນສີລາຂອງຂ້ານ້ອຍແລະເປັນພຣະຜູ້ໄຖ່ຂອງຂ້ານ້ອຍ.
ພຣະເຈົ້າກ່າວວ່າ, “ອິດສະຣາເອນເອີຍ ຢ່າຢ້ານ. ເຖິງແມ່ນພວກເຈົ້າໜ້ອຍທັງອ່ອນແຮງເຮົາກໍຈະຊ່ວຍເຈົ້າ. ພຣະເຈົ້າຢາເວອົງບໍຣິສຸດຂອງຊາດອິດສະຣາເອນ ຄືຜູ້ທີ່ຊົງໄຖ່ພວກເຈົ້າໃຫ້ພົ້ນ.
ພຣະເຈົ້າຢາເວຜູ້ຊົງໄຖ່ເຈົ້າທັງຫລາຍ ອົງບໍຣິສຸດຂອງຊາດອິດສະຣາເອນ ກ່າວດັ່ງນີ້: “ເພື່ອໄຖ່ພວກເຈົ້າ ເຮົາຈະໃຊ້ກອງທັບໜຶ່ງຕໍ່ສູ້ບາບີໂລນ ເຮົາຈະພັງປະຕູເມືອງໃຫ້ລົ້ມທະລາຍລົງກ້ຽງ ແລະສຽງຊາວເມືອງທີ່ໂຮຮ້ອງຢ່າງຊົມຊື່ນຍິນດີ ກໍຈະກັບກາຍເປັນສຽງຮ້ອງໄຫ້ຄໍ່າຄວນ.
ເຮົາຄືພຣະເຈົ້າຢາເວອົງບໍຣິສຸດຂອງພວກເຈົ້າ ໄດ້ສ້າງອິດສະຣາເອນແລະເປັນກະສັດຂອງພວກເຈົ້າ.”
ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເດີ ອົງບໍຣິສຸດຂອງອິດສະຣາເອນທີ່ຊ່ວຍພວກເຈົ້າໃຫ້ພົ້ນ. ເຮົາຈະໃຫ້ປະເທດເອຢິບຍອມປົດປ່ອຍພວກເຈົ້າເປັນເສລີ ຈະໃຫ້ເອທີໂອເປຍ ແລະເສບາຍອມດ້ວຍ.
ພຣະເຈົ້າຢາເວອົງກະສັດຂອງຊາດອິດສະຣາເອນແລະອົງພຣະຜູ້ໄຖ່ຂອງເຂົາ ຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວໄວ້ດັ່ງນີ້: “ເຮົາເປັນຜູ້ຕົ້ນແລະເປັນຜູ້ປາຍ ບໍ່ມີພຣະເຈົ້າອື່ນໃດ ນອກເໜືອຈາກເຮົາແລ້ວ.
ເຮົາຈະເຮັດໃຫ້ພວກກົດຂີ່ເຈົ້າຂ້າກັນເອງ ພວກເຂົາຈະມົວຂ້າຟັນກັນຢ່າງໂມໂຫໃຫຍ່. ແລ້ວທົ່ວໂລກກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ຜູ້ຊ່ວຍເຈົ້າໃຫ້ພົ້ນແລະພຣະຜູ້ໄຖ່ຂອງເຈົ້າ. ແລ້ວພວກເຂົາກໍຈະຮູ້ຈັກວ່າເຮົາແມ່ນອົງຊົງຣິດອຳນາດຍິ່ງໃຫຍ່ຂອງຢາໂຄບ.”
ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ, ເຮົາປຸກປັ່ນທະເລໃຫ້ມັນຄຶກຄະນອງຂຶ້ນ ແລະເຮັດໃຫ້ສຽງຄື້ນດັງກ້ອງສະໜັ່ນຫວັ່ນໄຫວ ນາມເຮົາຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່
ພຣະຜູ້ສ້າງຂອງເຈົ້າຈະເປັນຄືຜົວຂອງເຈົ້າເດີ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ແມ່ນພຣະນາມຂອງພຣະອົງ. ແລະພຣະຜູ້ໄຖ່ໃຫ້ພົ້ນຂອງເຈົ້າຄືພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ ພຣະອົງຊົງປົກຄອງທົ່ວທັງໂລກນີ້.
ພຣະເຈົ້າຢາເວໄດ້ຊ່ວຍໃຫ້ຊາດອິດສະຣາເອນເປັນເສລີ ຊ່ວຍໃຫ້ພົ້ນໄພຈາກຊົນຊາດໜຶ່ງທີ່ມີອຳນາດ.
ພຣະອົງໄດ້ສ້າງໜ່ວຍພູທັງຫລາຍ ແລະໄດ້ບັນດານໃຫ້ລົມພັດມາດ້ວຍ. ພຣະອົງໄດ້ໃຫ້ມະນຸດຮູ້ຄວາມຄິດຂອງພຣະອົງ ພຣະອົງປ່ຽນແປງກາງເວັນໃຫ້ເປັນກາງຄືນໄດ້. ພຣະອົງດຳເນີນການຢູ່ເໜືອແຜ່ນດິນໂລກເຮົາ ພຣະນາມຂອງພຣະອົງຄື ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່.