3 ເພື່ອປະຊາຊົນຈະໄດ້ເຫັນເຈົ້າເປືອຍກາຍ ພວກເຂົາຈະໄດ້ເຫັນເຈົ້າຕົກຕໍ່າແລະຂາຍໜ້າ. ເຮົາຈະລົງມືແກ້ແຄ້ນໃຫ້ແກ່ເຮົາເອງ ແລະຈະບໍ່ມີຜູ້ໃດຂັດຂືນທັງຢັບຢັ້ງເຮົາໄດ້.”
ຫລັງຈາກກິນໝາກໄມ້ແລ້ວ ພວກເຂົາກໍມີຄວາມເຂົ້າໃຈໃນທັນໃດ ແລະທັງຮູ້ວ່າພວກຕົນປະເປືອຍຢູ່. ດັ່ງນັ້ນ ພວກເຂົາຈຶ່ງພາກັນເອົາໃບໄມ້ມາຫຍິບເຂົ້າກັນ ເພື່ອປົກປິດຮ່າງກາຍຕົນເອງໄວ້.
ກະສັດແຫ່ງອັດຊີເຣຍຈະນຳຊະເລີຍເສິກ ພວກທີ່ເພິ່ນໄດ້ຈັບຈາກສອງຕົວເມືອງໃຫ້ຍ່າງເປືອຍຕົວໄປ ບໍ່ວ່າໜຸ່ມຫລືແກ່ ຕ່າງກໍຈະຍ່າງຕີນເປົ່າແລະເປືອຍຕົວ ແລະເປີດກົ້ນຍ່າງໄປ ອັນຈະນຳຄວາມອັບອາຍມາສູ່ປະເທດເອຢິບ.
ແຕ່ອົງພຣະຜູ້ເປັນເຈົ້າຈະລົງໂທດພວກເຂົາ ຄືເຮົາຈະແຖຫົວພວກເຂົາໃຫ້ໂຫລ້ນ ແລະພຣະເຈົ້າຢາເວຈະໃຫ້ພວກເຂົາປາກົດຕົວເປືອຍກາຍຢູ່.”
ຈົ່ງບອກທຸກຄົນທີ່ຂາດຄວາມຊູໃຈໃຫ້ຮູ້ວ່າ “ຈົ່ງເຂັ້ມແຂງ ແລະຢ່າສູ່ຢ້ານປະການໃດເລີຍ ພຣະເຈົ້າກຳລັງມາຊ່ວຍເອົາພວກເຈົ້າໃຫ້ພົ້ນ, ພຣະອົງກຳລັງມາແກ້ແຄ້ນສັດຕູຂອງພວກເຈົ້າ.”
ຖ້າເຈົ້າຖາມວ່າ ເປັນຫຍັງເຫດການທັງໝົດນີ້ຈຶ່ງເກີດຂຶ້ນແກ່ເຈົ້າ ເປັນຫຍັງພວກເຂົາຈຶ່ງແກ້ເສື້ອຂອງເຈົ້າອອກ ແລະຂົ່ມຂືນເຈົ້າ ກໍຍ້ອນບາບຂອງເຈົ້າມີຢ່າງຫລວງຫລາຍ.
ພຣະເຈົ້າຢາເວເອງຈະເປັນຜູ້ແກ້ເຄື່ອງຂອງເຈົ້າອອກ ແລະເຜີຍແບເຈົ້າໃຫ້ອັບອາຍຂາຍໜ້າ.
ພຣະເຈົ້າຢາເວໄດ້ກຸກກວນພວກກະສັດແຫ່ງເມເດຍ ເພາະພຣະອົງຕັ້ງໃຈຈະທຳລາຍບາບີໂລນ. ດ້ວຍວິທີນີ້ແຫຼະ ພຣະເຈົ້າຢາເວຈະໄດ້ແກ້ແຄ້ນຄືນຍ້ອນພຣະວິຫານຂອງພຣະອົງຖືກທຳລາຍ. ບັນດານາຍທະຫານທີ່ບັນຊາການໂຈມຕີສັ່ງວ່າ, “ຝົນລູກສອນໃຫ້ແຫລມ ຈົ່ງຕຽມໂລ້ໄວ້ໃຫ້ພ້ອມ
ພວກເຂົາຈະບາດເຈັບ ແລະຕາຍຕາມທ້ອງຖະໜົນໃນເມືອງ.
ພວກເຂົາພາກັນມາເພື່ອທຳລາຍນະຄອນບາບີໂລນ ທະຫານຖືກຈັບກຸມໝົດ ໜ້າທະນູກໍຖືກຫັກຖິ້ມ. ພຣະເຈົ້າຢາເວເປັນພຣະເຈົ້າອົງທີ່ລົງໂທດຄວາມຊົ່ວຂອງພວກເຂົາ ຈະເຮັດຕໍ່ນະຄອນບາບີໂລນຕາມມັນສົມຄວນໄດ້ຮັບ.
ຍ້ອນການກະທຳເຊັ່ນນີ້ແຫລະ ເຮົາຈະນຳພວກຄົນຮັກແຕ່ກ່ອນຂອງເຈົ້າທັງໝົດມາໂຮມກັນ ຄືທັງຜູ້ທີ່ເຈົ້າຮັກ ແລະຜູ້ທີ່ເຈົ້າກຽດຊັງ. ເຮົາຈະນຳພວກເຂົາມາໂຮມກັນເປັນວົງມົນອ້ອມເຈົ້າໄວ້ ແລ້ວເຮົາກໍຈະແກ້ເຄື່ອງນຸ່ງຂອງເຈົ້າອອກ ແລະໃຫ້ພວກເຂົາເຫັນເຈົ້າເປືອຍກາຍ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ນີເນເວເອີຍ ເຮົາຈະລົງໂທດເຈົ້າ ເຮົາຈະແກ້ເສື້ອຜ້າເຈົ້າ ແລະແບກາຍເຈົ້າຄືກັນ ໃຫ້ຊາດຕ່າງໆເຫັນຂອງລັບ ໜ້າອັບອາຍຂອງເຈົ້າ.
ພວກທີ່ຮັກຂອງເຮົາເອີຍ ຢ່າແກ້ແຄ້ນເລີຍ, ແຕ່ຈົ່ງມອບການນັ້ນໃຫ້ພຣະເຈົ້າ ເປັນຜູ້ພິພາກສາລົງໂທດແທນ, ເພາະມີຄຳຂຽນໄວ້ໃນພຣະຄຳພີຂອງອົງພຣະຜູ້ເປັນເຈົ້າວ່າ, “ການແກ້ແຄ້ນເປັນທຸລະຂອງເຮົາ ເຮົາເອງຈະເປັນຜູ້ຕອບແທນ”
ພຮະອົງຈະແກ້ແຄ້ນ ແລະລົງໂທດພວກເຂົາ; ມື້ເຄາະກຳໃກ້ເຂົ້າມາ ມື້ທີ່ພວກເຂົາຫຼົ້ມຈົມຈະມາຮອດ.
ມະຫານະຄອນໄດ້ແຍກອອກເປັນສາມສ່ວນ ແລະເມືອງທັງຫລາຍໃນທຸກປະເທດໄດ້ຖືກທຳລາຍ. ພຣະເຈົ້າບໍ່ໄດ້ລືມມະຫານະຄອນບາບີໂລນ ແລະໄດ້ຊົງໃຫ້ນະຄອນນີ້ດື່ມເຫຼົ້າອະງຸ່ນ ແຫ່ງຄວາມໂກດຮ້າຍຂອງພຣະອົງ.
“ໂອ ສະຫວັນ ແລະບັນດາໄພ່ພົນຂອງພຣະເຈົ້າ ໂອ ອັກຄະສາວົກ ແລະຜູ້ປະກາດພຣະທຳທັງຫລາຍເອີຍ ຈົ່ງຊົມຊື່ນຍິນດີເພາະນະຄອນນັ້ນ. ດ້ວຍວ່າ, ພຣະເຈົ້າໄດ້ຊົງພິພາກສາລົງໂທດນະຄອນນັ້ນ ເພື່ອເປັນການແກ້ແຄ້ນໃຫ້ເຈົ້າທັງຫລາຍແລ້ວ.”