Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 47:2 - ພຣະຄຳພີສັກສິ

2 ຈົ່ງ​ສີ​ເຂົ້າ​ເປືອກ​ເຖີດ ຈົ່ງ​ໂມ້ແປ້ງ​ສາ ຈົ່ງ​ເອົາ​ຜ້າປົກ​ໂສມໜ້າ​ເຈົ້າ​ອອກ​ສາ​ເຖີດ ຈົ່ງ​ແກ້​ເຄື່ອງ​ງາມ​ລະອຽດ​ຂອງ​ເຈົ້າ​ອອກ​ສາ ຈົ່ງ​ຮື້​ກະໂປ່ງ​ເຈົ້າ​ຂຶ້ນ ແລະ​ຍ່າງ​ຂ້າມ​ຫ້ວຍນໍ້າ

Uka jalj uñjjattʼäta Copia luraña




ເອຊາຢາ 47:2
22 Jak'a apnaqawi uñst'ayäwi  

ແລະ​ຖາມ​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ວ່າ, “ຜູ້​ທີ່​ກຳລັງ​ຍ່າງ​ຜ່ານ​ທົ່ງນາ ມາ​ຫາ​ພວກເຮົາ​ນັ້ນ​ແມ່ນ​ໃຜ?” ລາວ​ຈຶ່ງ​ຕອບ​ນາງ​ວ່າ, “ແມ່ນ​ນາຍ​ຂອງຂ້ອຍ.” ດັ່ງນັ້ນ ນາງ​ຈຶ່ງ​ເອົາ​ຜ້າ​ອັດ​ໜ້າ​ໄວ້.


ດັ່ງນັ້ນ ຮານູນ​ຈຶ່ງ​ຈັບ​ຄະນະທູດ​ຂອງ​ກະສັດ​ດາວິດ ແລະ​ຕັດ​ໜວດ​ຂ້າງ​ໜຶ່ງ​ອອກ ທັງ​ຕັດ​ຂາສົ້ງ​ຈົນ​ຈຳ​ກະໂພກ ແລະ​ສົ່ງ​ພວກເຂົາ​ກັບຄືນ​ເມືອ.


ແລ້ວ​ຈົ່ງ​ໃຫ້​ເມຍ​ຂອງຂ້ອຍ​ເຮັດ​ກິນ​ໃຫ້​ຊາຍ​ອື່ນ ໃຫ້​ນາງ​ມີ​ຊາຍ​ອື່ນ​ເປັນ​ຄູ່ຊ້ອນ​ນອນ​ທີ່​ຕຽງ​ຂອງ​ລາວ.


ແລະ​ລູກຊາຍກົກ​ໃນ​ປະເທດ​ເອຢິບ​ທັງໝົດ​ຈະ​ຕາຍ​ຄື: ຕັ້ງແຕ່​ລູກຊາຍກົກ​ຂອງ​ກະສັດ​ຟາໂຣ​ຜູ້​ທີ່​ຈະ​ສືບຕໍ່​ຄອງ​ຣາຊບັນລັງ ຕະຫລອດ​ເຖິງ​ລູກຊາຍກົກ​ຂອງ​ຄົນ​ຮັບໃຊ້​ຍິງ​ໂມ້​ແປ້ງ. ສັດ​ໂຕເຖິກ​ຫົວປີ​ກໍ​ຈະ​ຕາຍ​ໝົດ​ຄືກັນ.


ຫູ​ຂອງ​ເຈົ້າ​ຈະ​ບໍ່ໄດ້ຍິນ​ສຽງ​ອຶກກະທຶກ​ຕາມ​ຫົນທາງ. ເຈົ້າ​ເກືອບ​ຈະ​ບໍ່ໄດ້ຍິນ​ສຽງ​ສີ​ເຂົ້າ​ຫລື​ສຽງ​ດົນຕຼີ​ຂັບກ່ອມ ແມ່ນແຕ່​ສຽງ​ຂອງ​ນົກ​ຮ້ອງ​ປຸກ​ເຈົ້າ​ໃຫ້​ຕື່ນ​ນອນ.


ກະສັດ​ແຫ່ງ​ອັດຊີເຣຍ​ຈະ​ນຳ​ຊະເລີຍເສິກ ພວກ​ທີ່​ເພິ່ນ​ໄດ້​ຈັບ​ຈາກ​ສອງ​ຕົວເມືອງ​ໃຫ້​ຍ່າງ​ເປືອຍຕົວ​ໄປ ບໍ່​ວ່າ​ໜຸ່ມ​ຫລື​ແກ່ ຕ່າງ​ກໍ​ຈະ​ຍ່າງ​ຕີນ​ເປົ່າ​ແລະ​ເປືອຍຕົວ ແລະ​ເປີດກົ້ນ​ຍ່າງ​ໄປ ອັນ​ຈະ​ນຳ​ຄວາມ​ອັບອາຍ​ມາ​ສູ່​ປະເທດ​ເອຢິບ.


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ພວກເຂົາ ຄື​ເຮົາ​ຈະ​ແຖ​ຫົວ​ພວກເຂົາ​ໃຫ້​ໂຫລ້ນ ແລະ​ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຂົາ​ປາກົດ​ຕົວ​ເປືອຍກາຍ​ຢູ່.”


ເສື້ອໃຫຍ່, ແພມົນ​ບາງໆ, ຜ້າ​ພັນ​ຄໍ ແລະ​ຜ້າ​ຍາວໆ​ທີ່​ໃຊ້​ປົກ​ຫົວ​ຂອງ​ພວກເຂົາ.


ພວກເຈົ້າ​ໃຊ້​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ ບໍ່ມີ​ຄວາມ​ວິຕົກ​ກັງວົນ​ຫຍັງ​ເລີຍ; ແຕ່​ບັດນີ້ ຈົ່ງ​ຢ້ານກົວ​ຈົນສັ່ນເຊັ່ນ​ສາ​ເຖີດ ຈົ່ງ​ແກ້​ເຄື່ອງນຸ່ງ​ອອກ ແລະ​ເອົາ​ຜ້າ​ຂາດ​ມັດ​ແອວ​ໄວ້.


ຖ້າ​ເຈົ້າ​ຖາມ​ວ່າ ເປັນຫຍັງ​ເຫດການ​ທັງໝົດ​ນີ້​ຈຶ່ງ​ເກີດຂຶ້ນ​ແກ່​ເຈົ້າ ເປັນຫຍັງ​ພວກເຂົາ​ຈຶ່ງ​ແກ້​ເສື້ອ​ຂອງ​ເຈົ້າ​ອອກ ແລະ​ຂົ່ມຂືນ​ເຈົ້າ ກໍ​ຍ້ອນ​ບາບ​ຂອງ​ເຈົ້າ​ມີ​ຢ່າງ​ຫລວງຫລາຍ.


ພຣະເຈົ້າຢາເວ​ເອງ​ຈະ​ເປັນ​ຜູ້​ແກ້​ເຄື່ອງ​ຂອງເຈົ້າ​ອອກ ແລະ​ເຜີຍແບ​ເຈົ້າ​ໃຫ້​ອັບອາຍ​ຂາຍໜ້າ.


ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ມິດງຽບ​ໄປ. ພວກເຂົາ​ຈະ​ບໍ່ມີ​ນໍ້າມັນ​ສຳລັບ​ຕະກຽງ ແລະ​ຈະ​ບໍ່ມີ​ເຂົ້າປາອາຫານ​ກິນ​ດ້ວຍ.


ຊົນຊາດ​ທັງໝົດ​ຈະ​ຮັບໃຊ້​ລາວ ແລະ​ພວກເຂົາ​ຈະ​ຮັບໃຊ້​ລູກຫລານ​ຂອງ​ລາວ​ດ້ວຍ ຈົນກວ່າ​ເຖິງ​ກຳນົດ​ທີ່​ຊົນຊາດ​ຂອງ​ລາວ​ເອງ​ຫຼົ້ມຈົມ​ໄປ. ແລ້ວ​ຊົນຊາດ​ຂອງ​ລາວ​ກໍ​ຈະ​ຮັບໃຊ້​ຊົນຊາດ​ທັງຫລາຍ ທີ່​ມີ​ອຳນາດ​ແລະ​ບັນດາ​ກະສັດ​ທີ່​ຍິ່ງໃຫຍ່.


ຊາຍໜຸ່ມ​ຕົກ​ເປັນ​ທາດຮັບໃຊ້ ແລະ​ໂມ້​ແປ້ງ​ໃຫ້​ພວກເຂົາ ເດັກຊາຍ​ຍ່າງ​ໂຊເຊ​ຍ້ອນ​ແບກ​ມັດ​ຟືນ​ໜັກໜ່ວງ.


ຖ້າ​ນາງ​ບໍ່​ເຊົາ ເຮົາ​ຈະ​ເປືອຍກາຍ​ນາງ​ໃຫ້​ເປັນ​ດັ່ງ​ມື້​ທີ່​ນາງ​ໄດ້​ເກີດ​ມາ. ເຮົາ​ຈະ​ເຮັດ​ໃຫ້​ນາງ​ເປັນ​ດັ່ງ​ດິນ​ທີ່​ແຫ້ງແລ້ງ​ແລະ​ທຸລະກັນດານ ນາງ​ຈະ​ຕາຍ​ເພາະ​ຫິວນໍ້າ.


ພວກເຈົ້າ​ຊາວ​ເມືອງ​ຊາເຟຍ​ເອີຍ ຈົ່ງ​ໜີໄປ​ຢູ່​ຕ່າງຖິ່ນ​ຢ່າງ​ເປືອຍຕົວ ແລະ​ອັບອາຍ​ຂາຍໜ້າ​ສາ. ຄົນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຊາອານານ ບໍ່​ກ້າ​ອອກ​ມາ​ຈາກ​ເມືອງ​ຂອງຕົນ. ເມື່ອໃດ​ພວກເຈົ້າ​ໄດ້ຍິນ​ປະຊາຊົນ​ໃນ​ເມືອງ​ເບັດ​ເອເຊນ​ຮ້ອງໄຫ້​ຮໍ່າໄຮ ເຈົ້າ​ຈົ່ງ​ຮູ້​ວ່າ​ໃນ​ທີ່ນັ້ນ​ບໍ່ມີ​ບ່ອນ​ລີ້ໄພ​ສາ​ແລ້ວ.


ຈະ​ມີ​ຍິງ​ສອງ​ຄົນ​ກຳລັງ​ໂມ້ແປ້ງ​ຢູ່ ຄົນ​ໜຶ່ງ​ຈະ​ຖືກ​ຮັບ​ເອົາໄປ ແລະ​ຄົນ​ໜຶ່ງ​ຈະ​ຖືກ​ປະໄວ້.


ຈະ​ມີ​ຍິງ​ສອງ​ຄົນ​ກຳລັງ​ໂມ້​ແປ້ງ​ຢູ່​ນຳ​ກັນ ຄົນ​ໜຶ່ງ​ຈະ​ຮັບ​ເອົາ​ໄປ ແລະ​ຄົນ​ໜຶ່ງ​ຈະ​ຊົງ​ປະ​ໄວ້. [


ແລະ​ຍິງ​ຄົນ​ໃດ​ທີ່​ພາວັນນາ​ອະທິຖານ ຫລື​ປະກາດ​ພຣະທຳ​ໃນ​ທີ່​ຊຸມຊົນ​ໂດຍ​ບໍ່ມີ​ຜ້າປົກ​ຫົວ​ຂອງຕົນ ກໍ​ເຮັດ​ໃຫ້​ຜົວ​ຂອງຕົນ​ເສຍ​ກຽດ ການ​ທີ່​ນາງ​ກະທຳ​ເຊັ່ນນັ້ນ ກໍ​ບໍ່​ຕ່າງ​ຫຍັງ​ກັບ​ແມ່ຍິງ​ທີ່​ແຖ​ຫົວ.


ຕໍ່ມາ ພວກ​ຟີລິດສະຕິນ​ກໍ​ຈັບ​ແຊມຊັນ​ໄດ້ ແລະ​ເຈາະ​ແກ່ນຕາ​ທັງສອງ​ຂອງ​ລາວ. ພວກເຂົາ​ໄດ້​ນຳ​ລາວ​ໄປ​ທີ່​ເມືອງ​ກາຊາ ແລະ​ໃຊ້​ໂສ້​ທີ່​ເປັນ​ທອງສຳຣິດ​ລ່າມ​ລາວ​ໄວ້ ແລະ​ທັງ​ບັງຄັບ​ລາວ​ໃຫ້​ໂມ້ແປ້ງ​ຢູ່​ໃນ​ຄຸກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka