ເອຊາຢາ 47:14 - ພຣະຄຳພີສັກສິ14 ພວກເຂົາຈະເປັນດັ່ງເຟືອງທ່ອນນ້ອຍໆທັງຫລາຍ ແລະໄຟກໍຈະໄໝ້ໃຫ້ວອດວາຍໄປໝົດສິ້ນ ພວກເຂົາຈະຊ່ວຍແມ່ນແຕ່ພວກເຂົາເອງບໍ່ໄດ້ເລີຍ ໄຟຈະລຸກແຮງສຳລັບພວກເຂົາ ບໍ່ແມ່ນໄຟໃຫ້ອົບອຸ່ນ. Uka jalj uñjjattʼäta |
“ຜູ້ໃດນຳນັກປາບປາມຜູ້ໜຶ່ງ ມາແຕ່ທິດຕາເວັນອອກເດ ແລະເຮັດໃຫ້ລາວມີໄຊໃນທຸກບ່ອນທີ່ລາວໄປນັ້ນ? ຜູ້ໃດໃຫ້ລາວໄຊຊະນະກະສັດ ແລະຊົນຊາດທັງຫລາຍ? ດາບຂອງລາວຟັນພວກເຂົາລົງໃຫ້ເປັນຂີ້ຝຸ່ນດິນທັງສິ້ນ. ລູກທະນູຂອງລາວເຮັດໃຫ້ພວກເຂົາກະຈັດກະຈາຍໄປ ເໝືອນດັ່ງເຟືອງທີ່ຖືກລົມພັດປິວໄປຈົນໝົດສິ້ນ.
ສະນັ້ນ ບັດນີ້ ເຟືອງ ແລະຫຍ້າແຫ້ງຖືກເຜົາໄໝ້ໃນໄຟສັນໃດ ຮາກເຫງົ້າຂອງພວກເຈົ້າຈະຂຸແລະດອກຂອງພວກເຈົ້າຈະຫ່ຽວແຫ້ງ ທັງຖືກລົມພັດໜີໄປສັນນັ້ນ; ເພາະພວກເຈົ້າໄດ້ປະຖິ້ມຄຳສັ່ງສອນຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຄືດູຖູກຢຽບຫຍາມຖ້ອຍຄຳຂອງພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ ໄດ້ສັ່ງສອນພວກເຮົາ.