Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 47:13 - ພຣະຄຳພີສັກສິ

13 ສິ້ນ​ອຳນາດ​ແລ້ວ​ເຖິງ​ວ່າ​ໄດ້​ຮັບ​ຄຳແນະນຳ​ກໍດີ ຈົ່ງ​ໃຫ້​ພວກ​ໝໍໂຫນ​ໝໍທວາຍ​ອອກ​ມາ ແລະ​ຊ່ວຍ​ເອົາ​ເຈົ້າ​ໄວ້ ຄື​ບັນດາ​ຄົນ​ທີ່​ສຶກສາ​ເບິ່ງ​ດວງດາວ​ທັງຫລາຍ ທັງ​ເຮັດ​ແຜນທີ່​ຂອງ​ຟ້າ​ສະຫວັນ​ອອກ​ມາ​ເປັນ​ຊັ້ນໆ ແລະ​ບອກ​ເຈົ້າ​ເດືອນ​ແລ້ວ​ເດືອນ​ເຫຼົ່າ​ອີກ​ວ່າ ມີ​ເຫດການ​ຫຍັງ​ແດ່​ຈະ​ເກີດຂຶ້ນ​ກັບ​ເຈົ້າ​ນໍ.

Uka jalj uñjjattʼäta Copia luraña




ເອຊາຢາ 47:13
13 Jak'a apnaqawi uñst'ayäwi  

ເຮົາ​ໄດ້​ເຮັດ​ໃຫ້​ພວກ​ໝໍດູ​ໝໍມໍ​ໂງ່ຈ້າ​ໝົດ ເຮັດ​ໃຫ້​ຜູ້​ເບິ່ງເລີກ​ເບິ່ງຍາມ​ເຫລືອອົກ​ເຫລືອໃຈ​ດ້ວຍ. ເຮົາ​ຂັດແຍ້ງ ໂຕ້ຕອບ​ຄຳເວົ້າ​ຄົມ​ຂອງ​ຄົນມີ​ປັນຍາ ແລະ​ຊີ້​ໃຫ້​ເຫັນ​ວ່າ​ປັນຍາ​ຂອງ​ພວກເຂົາ​ນັ້ນ​ໂງ່ຈ້າ.


ນີ້ແຫລະ ແມ່ນ​ສິ່ງ​ດີ​ທີ່​ພວກເຂົາ​ຈະ​ເຮັດ​ຕໍ່​ເຈົ້າ​ຄື ບັນດາ​ໝໍໂຫນ​ໝໍທວາຍ​ທີ່​ເຈົ້າ​ຂໍ​ຄຳ​ປຶກສາ​ມາ​ຕະຫລອດ ພວກເຂົາ​ຈະ​ປະຖິ້ມ​ເຈົ້າ ແລະ​ໜີໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫຼືອ​ຢູ່​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ.”


ແຕ່​ພຽງ​ບຶດດຽວ​ເທົ່ານັ້ນ ພຽງແຕ່​ໃນ​ມື້ດຽວ ເຫດການ​ເຫຼົ່ານີ້​ທັງສອງ​ກໍ​ຈະ​ເກີດຂຶ້ນ: ເຖິງ​ວ່າ​ຈະ​ໃຊ້​ເວດມົນ​ຄາຖາ​ທັງໝົດ​ກໍຕາມ ເຈົ້າ​ກໍ​ຈະ​ສູນເສຍ​ຜົວ ແລະ​ລູກ​ຂອງເຈົ້າ.


ພວກເຈົ້າ​ຊອກຫາ​ບັນດາ​ພະ​ຕົນອື່ນ ຈົນ​ພວກເຈົ້າ​ເອງ​ໝົດເຮື່ອ​ໝົດແຮງ ແຕ່​ພວກເຈົ້າ​ກໍ​ຍັງ​ບໍ່​ຍອມ​ຍົກເລີກ. ພວກເຈົ້າ​ຄິດວ່າ​ບັນດາ​ຮູບ​ລາມົກ​ໃຫ້​ກຳລັງ​ພວກເຈົ້າ​ໄດ້; ສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ຍອມ​ອ່ອນເພຍ.


ແຕ່​ພວກເຂົາ​ຈະ​ບອກ​ພວກເຈົ້າ​ວ່າ, “ໃຫ້​ຖາມ​ເອົາຄວາມ​ນຳ​ພວກ​ໝໍ​ມໍ ແລະ​ພວກ​ໝໍ​ຜີ​ຜູ້​ທີ່​ເວົ້າ​ພຶມພໍ່າ​ຢູ່​ໃນ​ລຳຄໍ.” ບໍ່ຄວນ​ບໍ​ທີ່​ປະຊາຊົນ​ຈະ​ຕ້ອງ​ຖາມ​ເອົາຄວາມ​ນຳ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຄວນ​ຢູ່​ບໍ​ທີ່​ຈະ​ໄປ​ຖາມ​ເອົາຄວາມ​ນຳ​ຄົນຕາຍ​ເພື່ອ​ຄົນ​ເປັນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ກຳແພງ​ເມືອງ​ທີ່​ນະຄອນ​ບາບີໂລນ​ສ້າງ​ໃຫ້​ເຂັ້ມແຂງ ຈະ​ຖືກ​ຮື້​ໃຫ້​ພັງ​ທະລາຍ​ກາຍເປັນ​ຂີ້ດິນ​ໄປສິ້ນ. ການງານ​ທີ່​ທຸກ​ຊົນຊາດ​ໄດ້​ເຮັດ​ບໍ່ມີ​ຫຍັງ​ໝົດ ຄວາມ​ພະຍາຍາມ​ຂອງ​ພວກເຂົາ​ກໍ​ຖືກ​ໄຟ​ເຜົາໄໝ້.”


ແລະ​ກ່າວ​ວ່າ, ‘ບາບີໂລນ​ຈະ​ເປັນ​ດັ່ງນີ້ແຫຼະ ຄື​ມັນ​ຈະ​ຈົມລົງ​ແລະ​ຈະ​ບໍ່​ຟູຂຶ້ນ​ມາ​ອີກ​ຈັກເທື່ອ ຍ້ອນ​ຄວາມພິນາດ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ຈະ​ນຳ​ມາ​ເທິງ​ປະເທດ​ນີ້.”’ ຄຳເວົ້າ​ຂອງ​ເຢເຣມີຢາ​ຈົບລົງ​ພຽງ​ເທົ່ານີ້.


ເຖິງ​ແມ່ນ​ວ່າ​ຂີ້ໝ້ຽງ​ຈະ​ບໍ່​ສູນຫາຍ​ໄປ​ໃນ​ໄຟ​ໝົດ​ກໍດີ.


ໃນ​ຄືນ​ນັ້ນເອງ​ເຈົ້າ​ເບັນຊັດຊາເຣ ກະສັດ​ແຫ່ງ​ບາບີໂລນ ໄດ້​ຖືກ​ລອບ​ສັງຫານ;


ບັນດາ​ຊົນຊາດ​ທີ່​ພວກເຈົ້າ​ໄດ້​ເຂົ້າ​ຄອບຄອງ​ນັ້ນ ເຮັດ​ວຽກ​ອິດອ່ອນ​ໝົດ​ກຳລັງ​ໂດຍ​ບໍ່ມີ​ປະໂຫຍດ ແລະ​ສິ່ງ​ທັງໝົດ​ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ມາ​ນັ້ນ​ກໍ​ຖືກ​ໄຟ​ເຜົາຜານ​ກ້ຽງ. ອົງພຣະ​ຜູ້​ເປັນເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກະທຳການ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka