Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 47:12 - ພຣະຄຳພີສັກສິ

12 ຈົ່ງ​ສືບຕໍ່​ໃຊ້​ເວດມົນ​ກັບ​ເຄື່ອງແຄ້ວ​ຂອງຄົງ​ສາ ເພາະ​ເຈົ້າ​ໄດ້​ໃຊ້​ມັນ​ມາ​ແຕ່​ສະໄໝ​ຍັງ​ໜຸ່ມ​ພຸ້ນ. ບາງທີ​ມັນ​ອາດ​ຊ່ວຍ​ບາງສິ່ງ​ບາງຢ່າງ​ໄດ້​ກໍ​ມີ ບາງທີ​ໃຊ້​ມັນ​ໃຫ້​ເຫຼົ່າ​ສັດຕູ​ຢ້ານກົວ​ກໍໄດ້.

Uka jalj uñjjattʼäta Copia luraña




ເອຊາຢາ 47:12
22 Jak'a apnaqawi uñst'ayäwi  

ໃຫ້​ອິດສະຣາເອນ​ກ່າວ​ເຖີດ​ວ່າ, “ພວກເຂົາ​ໄດ້​ໃຫ້​ຂ້ານ້ອຍ​ທຸກຍາກ​ຢ່າງໜັກ ຕັ້ງແຕ່​ຍັງ​ໜຸ່ມນ້ອຍ​ເປັນ​ຕົ້ນມາ.


ຝ່າຍ​ກະສັດ​ຟາໂຣ​ກໍ​ເອີ້ນ​ບັນດາ​ນັກປາດ ແລະ​ບັນດາ​ໝໍມົນ​ຂອງຕົນ​ມາ ເພື່ອ​ໃຫ້​ພວກເຂົາ​ໃຊ້​ກົນ​ເຮັດ​ແບບ​ດຽວກັນ.


ແຕ່​ບັນດາ​ໝໍມົນ​ກໍໄດ້​ໃຊ້​ເວດມົນ​ຄາຖາ​ຂອງ​ພວກເຂົາ ເຮັດ​ໃຫ້​ຝູງ​ກົບ​ຂຶ້ນ​ມາ​ເທິງ​ໜ້າ​ດິນ​ໄດ້​ເຊັ່ນດຽວ​ກັນ.


ບັນດາ​ໝໍມົນ​ຂອງ​ຊາວ​ເອຢິບ​ບໍ່​ສາມາດ​ມາ​ປາກົດ​ຕົວ​ແຂ່ງ​ກັບ​ໂມເຊ​ໄດ້ ເພາະ​ເຂົາ​ເອງ​ກໍ​ເປັນ​ຕຸ່ມຝີ​ຄື​ກັນ​ກັບ​ຊາວ​ເອຢິບ​ຄົນອື່ນໆ.


ເຮົາ​ກຳລັງ​ຈະ​ເຮັດ​ໃຫ້​ແຜນການ​ຂອງ​ຊາວ​ເອຢິບ​ບໍ່​ສົມຫວັງ ແລະ​ເຮັດ​ໃຫ້​ພວກເຂົາ​ເສຍຂວັນ. ພວກເຂົາ​ຈະ​ໄປ​ຂໍ​ໃຫ້​ຮູບເຄົາຣົບ​ຊ່ວຍເຫລືອ​ພວກເຂົາ ແລະ​ຈະ​ໄປ​ປຶກສາ​ໝໍ​ຜີ ແລະ​ຈະ​ໄປ​ຖາມ​ເອົາຄວາມ​ນຳ​ຄົນຕາຍ.


ເຮົາ​ໄດ້​ເຮັດ​ໃຫ້​ພວກ​ໝໍດູ​ໝໍມໍ​ໂງ່ຈ້າ​ໝົດ ເຮັດ​ໃຫ້​ຜູ້​ເບິ່ງເລີກ​ເບິ່ງຍາມ​ເຫລືອອົກ​ເຫລືອໃຈ​ດ້ວຍ. ເຮົາ​ຂັດແຍ້ງ ໂຕ້ຕອບ​ຄຳເວົ້າ​ຄົມ​ຂອງ​ຄົນມີ​ປັນຍາ ແລະ​ຊີ້​ໃຫ້​ເຫັນ​ວ່າ​ປັນຍາ​ຂອງ​ພວກເຂົາ​ນັ້ນ​ໂງ່ຈ້າ.


ແຕ່​ພວກເຂົາ​ຈະ​ບອກ​ພວກເຈົ້າ​ວ່າ, “ໃຫ້​ຖາມ​ເອົາຄວາມ​ນຳ​ພວກ​ໝໍ​ມໍ ແລະ​ພວກ​ໝໍ​ຜີ​ຜູ້​ທີ່​ເວົ້າ​ພຶມພໍ່າ​ຢູ່​ໃນ​ລຳຄໍ.” ບໍ່ຄວນ​ບໍ​ທີ່​ປະຊາຊົນ​ຈະ​ຕ້ອງ​ຖາມ​ເອົາຄວາມ​ນຳ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຄວນ​ຢູ່​ບໍ​ທີ່​ຈະ​ໄປ​ຖາມ​ເອົາຄວາມ​ນຳ​ຄົນຕາຍ​ເພື່ອ​ຄົນ​ເປັນ.


ພະ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ສ້າງ​ຂຶ້ນ​ສຳລັບ​ພວກ​ເຈົ້າເອງ​ນັ້ນ​ໄປ​ໃສ​ໝົດ? ເມື່ອ​ພວກເຈົ້າ​ມີ​ຄວາມ​ເດືອດຮ້ອນ​ນັ້ນ ໃຫ້​ພວກເຂົາ​ມາ​ຊ່ວຍຊູ​ພວກເຈົ້າ​ແມ ຖ້າ​ພວກເຂົາ​ຊ່ວຍ​ໄດ້ ຢູດາ​ເອີຍ ພວກເຈົ້າ​ມີ​ພະ​ຕັ້ງ​ຫລວງຫລາຍ​ເທົ່າກັບ​ມີ​ເມືອງ​ຕ່າງໆ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ຈົ່ງ​ປົດ​ມົງກຸດ​ແລະ​ຜ້າ​ຄຽນ​ຫົວ​ຂອງ​ເຈົ້າ​ອອກ​ສາ. ບໍ່ມີ​ອັນໃດ​ຈະ​ເປັນ​ໄປ​ຄື​ເກົ່າ​ອີກ​ແລ້ວ. ຈົ່ງ​ຍົກ​ຄົນທຸກ​ລຳບາກ​ໃຫ້​ຂຶ້ນ​ກຳ​ອຳນາດ​ສາ ຈົ່ງ​ປົດ​ພວກ​ທີ່​ກຳລັງ​ປົກຄອງ​ລົງ.


ສິ່ງ​ທີ່​ທ່ານ​ກຳລັງ​ຖາມ​ນັ້ນ ຍາກ​ເກີນກວ່າ​ທີ່​ໃຜໆ​ສາມາດ​ໃຫ້​ຄຳຕອບ​ແກ່​ທ່ານ​ໄດ້ ນອກຈາກ​ເທບພະເຈົ້າ​ຜູ້​ທີ່​ບໍ່ໄດ້​ຢູ່​ໃນ​ທ່າມກາງ​ມະນຸດ​ເຮົາ.”


ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ພວກ​ໝໍມໍ, ໝໍມົນ, ໝໍ​ວິຊາອາຄົມ ແລະ​ໝໍ​ຜີ​ມາ​ແກ້​ຄວາມຝັນ​ນັ້ນ​ໃຫ້​ແກ່​ເພິ່ນ. ເມື່ອ​ພວກເຂົາ​ເຂົ້າ​ມາ​ຢືນ​ຢູ່​ຕໍ່ໜ້າ​ກະສັດ​ແລ້ວ


ເຮົາ​ໄດ້​ເອີ້ນ​ເອົາ​ພວກ​ທີ່ປຶກສາ ແລະ​ພວກ​ໝໍມົນ​ເຂົ້າ​ມາ​ອ່ານ ແລະ​ແປ​ຄວາມໝາຍ​ຂອງ​ຄຳ​ຂຽນ​ນີ້, ແຕ່​ພວກເຂົາ​ຄົ້ນຄວ້າ​ຕີ​ຄວາມໝາຍ​ບໍ່ໄດ້.


ຜູ້ໃດ​ທີ່​ກ່າວ​ລ່ວງໜ້າ​ເຖິງ​ອະນາຄົດ ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ເພາະ​ຄວາມ​ຫລົ້ມເຫລວ​ຂອງຕົນ. ທຸກຄົນ​ໃນ​ພວກເຂົາ​ຈະ​ເສຍກຽດ ເພາະ​ພຣະເຈົ້າ​ບໍ່​ຕອບ​ພວກເຂົາ.”


ນີເນເວ ຍິງ​ແພດສະຫຍາ​ຖືກ​ລົງໂທດ​ແລ້ວ​ເດ ນາງ​ຜູ້​ມີ​ສະເໜ່​ລໍ້ລວງ​ຄົນ​ທັງຫລາຍ​ໃຫ້​ຕາຍ​ຍ້ອນ; ນາງ​ເຮັດ​ໃຫ້​ຊາດ​ຕ່າງໆ​ຫລົງໄຫລ​ໄປ​ນຳ ແລະ​ເຮັດ​ໃຫ້​ຄົນ​ກາຍເປັນ​ທາດຮັບໃຊ້​ທັງ​ປະເທດ.


ເມື່ອ​ໂຕລໍ​ໄດ້​ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ເຊ​ເຂົ້າ​ໄປ​ຕຳ​ກຳແພງ ແລະ​ໜິບ​ຕີນ​ຂອງ​ບາລາອາມ​ເຂົ້າ​ໃສ່​ກັບ​ຝາ​ຫີນ, ບາລາອາມ​ຈຶ່ງ​ຕີ​ລໍ​ອີກ.


ພວກເຂົາ​ບໍ່ໄດ້​ກັບໃຈ​ເສຍ​ໃໝ່ ຈາກ​ການ​ຂ້າ​ຟັນ​ກັນ ການ​ເຊື່ອ​ເວດມົນ​ຄາຖາ, ການ​ຜິດ​ສິນທຳ​ທາງ​ເພດ ແລະ​ການ​ລັກ​ຂອງ​ພວກຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka